ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງ​ການ NGO ຂອງ​ອາ​ເມ​ຣິ​ກາ ຂຸດ​​ເອົາ​ລະ​ເບີດ​ກັບ​ດັກ​ທັງຫຼາຍ ຂຶ້ນ​ມາ​ຈາກ​ດິນ ເພື່ອ​ໃຫ້ສາ​ມາດ ​ປູກ​ຝັງ​ໄດ້ ໃນ​ຫວຽດ​ນາມ


American NGO Unearths Mines in Vietnam to Make Farming Possible
please wait

No media source currently available

0:00 0:02:22 0:00

ເຊີນ​ຊົມ ວີ​ດີ​ໂອ ເປັນ​ພາ​ສາ​ອັງ​ກິດ

ສະຫະລັດໄດ້ຖິ້ມລະເບີດໃສ່ພື້ນທີ່ຫຼາຍແຫ່ງໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼາຍ
ຍຸກສະໄໝຜ່ານມາແລ້ວ.ຜົນຕິດຕາມຂອງການພົວພັນທາງການທະຫານໃນປະຫວັດ
ສາດຂອງອາເມຣິກາ ທີ່ໄດ້ສ້າງຄວາມສັບສົນວຸ້ນວາຍໃຫ້ແກ່ປະຊາ ກອນຂອງຂົງເຂດ
ດັ່ງກ່າວ ແລະໄດ້ທຳລາຍດິນດອນຊຶ່ງໃນຄັ້ງນຶ່ງ ເປັນພື້ນທີ່ເມາະສົມສຳລັບການກະສິກຳ.
ອາຣາຊ ອາຣາບາຊາດີ ນັກຂ່າວຂອງ ວີໂອເອ ໄດ້ໄປເບິ່ງອົງການນຶ່ງ ທີ່ບໍ່ຫວັງຜົນກຳໄລ
ກຳລັງວ່ານເໝັດໝາກ​ພິກ​ໄທ ​ເພື່ອຄວາມຫວັງໃນມື້ນີ້ ແລະໃນຂະນະດຽວກັນ ກໍໄດ້ຂຸດ
ຄົ້ນເອົາສິ່ງທີ່ໜ້າສະຫຍອງຂວັນ ຂອງມື້ວັນວານຂຶ້ນມາ ຊຶ່ງໄຊຈະເລີນສຸກ ຈະນຳເອົາ
ເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຄວາມຫວັງ ກໍໄດ້ເກີດຂຶ້ນຢູ່ຕາມເຄືອຂອງຕົ້ນໝາກ​ພິກ​ໄທເຫຼົ່າ​ນີ້ ຢູ່ໃນປະເທດ ຫວຽດນາມ.

ຫຼາຍຍຸກສະໄໝທີ່ຜ່ານມາ ພວກນັກບິນ ໄດ້ຖິ້ມລະເບີດລົງໃສ່ແຂວງກວາງທຣີ ຫຼາຍ
ກວ່າລະເບີດທັງໝົດ ທີ່ໄດ້ຫວ່ນລົງໄປທົ່ວ ໃນສົງຄາມໂລກຄັ້ງທີສອງ.

ລຸງຫງວຽນ ຫວັນ ທຽບ ​ເປັນຊາວກະສິກອນຫວຽດນາມແລະຜູ້ທີ່ລອດຊີວິດ ຈາກລະເບີດ
ກັບ​ດັກ ເວົ້າວ່າ “ພວກເຮົາເຄີຍປູກເຂົ້າ ຫຼື ມັນດ້າງ ຫຼື ມັນຕົ້ນ ໃສ່ ສວນແຫ່ງນີ້. ມັນບໍ່ໄດ້
ຮັບ​ຜົນຜະລິດດີພໍປານໃດ ເພາະວ່າພວກເຮົາບໍ່ສາມາດ ໄຖດິນສວນແຫ່ງນີ້. ມັນເຕັມໄປ
ດ້ວຍລູກລະເບີດ ແລະລະເບີດກັບດັກ ຢູ່ທຸກຫົນທຸກແຫ່ງ. ໂດຍສະເພາະ ພວກລູກລະ
ເບີດຄລັສເຕີ ທີ່ອັນຕະລາຍຮ້າຍແຮງ ....ມັນຢູ່ທົ່ວທຸກບ່ອນ.”

ໃນມື້ນຶ່ງ ລຸງຫງຽວນ ຫວັນ ທຽບ ໄດ້​ເຮັດ​ວຽກ​ຢູ່ໃນສວນຂອງລາວ ເມື່ອຈົກຂອງລາວ ໄປ
ຖືກລະເບີດລູກນຶ່ງ. ມັນຈຶ່ງລະເບີດຂຶ້ນ ເຮັດໃຫ້ຕາຂອງລາວ ເບື້ອງນຶ່ງເສຍ ແລະສະເກັດ
ລະເບີດເຈາະຮ່າງກ່າຍຂອງລາວຫຼາຍບ່ອນ. ລັດຖະບານຫວຽດ​ນາມ ກ່າວວ່າ ໄດ້ມີຜູ້
ເສຍຊີວິດຫຼືບາດເຈັບ ຈາກລະເບີດກັບດັກ ຫຼາຍກວ່າ ນຶ່ງແສນຄົນແລ້ວ ພາຍຫຼັງຈາກ
ສົງຄາມ ນັບຕັ້ງແຕ່ປີ 1975 ເປັນຕົ້ນມາ.

ລຸງຫງຽວນ ເວົ້າອີກວ່າ “ເລື້ອງຄວາມຫລັງໄດ້ຜ່ານ​ພົ້ນໄປແລ້ວ. ມື້ນີ້ ຊາວອາເມຣິກັນ
ແລະປະຊາຊົນຈາກປະເທດອື່ນໆ ມານະທີ່ນີ້ ເພື່ອຊ່ອຍຟື້ນຟູດິນ ດອນແຫ່ງນີ້ ແລະ
ຂ້າພະເຈົ້າ ຂໍຂອບໃ​ຈພວກເຂົາເຈົ້າ. ຮ່ວມກັນ ພວກເຮົາໄດ້ຫັນ​ປ່ຽນສະໜາມລົບໃຫ້
ກາຍມາເປັນສວນປູກຝັງ ດັ່ງນັ້ນ ພວກເຮົາກໍບໍ່ຕ້ອງເປັນຫ່ວງເປັນ​ໃຍ ໃນເວລາທີ່ພວກ
ເຮົາປູກຝັງ.”

ຢູ່ແນວ​ໜ້າ​ຂອງ​ການ​ເກັບ​ກູ້​ລະ​ເບີດ​ກັບ​ດັກ ກໍ​ແມ່ນ​ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຫຼື
NGO ເຊັ່ນ ອົງ​ການຮາກ​ແຫ່ງ​ສັນ​ຕິ​ພາບ ຫຼືເອີ້ນ​ວ່າ Roots of Peace ບໍ່​ພຽງ​ແຕ່ສ້າງ
​ຄວາມ​ສະ​ຫງົບ​ສຸກຈິດ​ໃຈ ໃຫ້​ແກ່​ພວກ​ຊາວ​ກະ​ສິ​ກອນເທົ່າ​ນັ້ນ….ແຕ່​ຍັງ​ໄດ້ມອບ​ທຸ​ລະ
​ກິດ ​ທີ່​ດີ​ເລີດ​ແກ່​ພວກ​ເຂົາ​ເຈົ້າ​ນຳ​ດ້ວຍ.


ທ່ານ​ນາງ ຮາຍ​ດີ ຄູນ ຜູ້ກໍ່​ຕັ້ງ ແລະ​ເປັນ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ໃຫຍ່ ຂອງ​ອົງ​ການ​ຮາກ
​ແຫ່ງ​ສັນ​ຕິ​ພາບ (Roots of Peace) ໄດ້ໃຫ້ຄຳ​ເຫັນ​ວ່າ “​ພວກ​ເຮົາ​ບໍ່​ພຽງ​ແຕ່​ຫັນ​ປ່ຽນ
​ລະ​ເບີດ​ກັບ​ດັກ ມາ​ເປັນ​ເຄືອ​ໝາກ​ພິກ​ໄທ ເທົ່າ​ນັ້ນ ພວກ​ເຮົາ​ຍັງ​ໄດ້​ ຟື້ນ​ຟູການປູກ​ຝັງ
ແລະຊຸມ​ຊົນ​ຂຶ້ນ​ໃໝ່ ດ້ວຍ​ການ​ສະ​ໜອງ​ຕະຫຼາດ​ແຫລ່ງໃໝ່ຢູ່​ໃນ​ສະ​ຫະ​ລັດ ​ເພື່ອ​ການ​
ສົ່ງ​ອອກ.”

​ກ່ອນ​ອື່ນ​ໝົດ ອົງ​ການ​ຂອງ ທ່ານ​ນາງ ຮາຍ​ດີ ຄູນ ຕ້ອງ​ໄດ້​ຂຸດ​ເອົາ​ລະ​ເບີດ​ກັບ​ດັກ ທີ່​ຍັງ
​ບໍ່​ທັນ​ແຕກ ຂຶ້ນ​ມາ​ຈາກ​ດິນ​ເສຍ​ກ່ອນ. ຕໍ່​ຈາກ​ນັ້ນ ພວກ​ເຂົາ​ສອນ​ຊາວ​ກະ​ສິ​ກອນ​ທັງຫຼາຍ
ວິ​ທີທີ່​ດີ​ທີ່​ສຸດໃນການ​ປູກ​ເຄືອ​ໝາກ​ພິກ​ໄທ. ແລະ​ສຸດ​ທ້າຍ ພວກ​ເຂົາ ​ເຮັດໃຫ້​ພວກ​ຊາວ​
ກະ​ສິ​ກອນເບິ່ງ ວິ​ທີ​ສົ່ງ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ເຂົາ​ເຈົ້າ​ ໄປ​ຍັງ​ແຫຼ່ງ​ຕະຫຼາດ​ຕ່າງໆ ​ທີ່​ຈະ
​ໄດ້ຮັບ​ກຳ​ໄລ​ຫຼາຍກວ່າ.


ທ່ານ​ນາງ ຄູນ ໄດ້​ອະ​ທິ​ບາຍ​ວ່າ “ພວກ​ເຮົາ​ພະ​ຍາ​ຍາມ ຈະ​ວ່ານ​ເໝັດໝາກ​ພິ​ໄທ​ແຫ່ງ​
ມິດ​ຕະ​ພາບ ແຕ່​ຂ້າ​ພະ​ເຈົ້າ​ຄຶດ​ວ່າ ໄມ​ຕີ​ຈິດ​ແທ້ໆ ແລະ​ຄວາມ​ດີ ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້
ແມ່ນ​ປ້ອງ​ກັນ​ແມ່ຫຼືພໍ່ ບໍ່​ໃຫ້​ສູນ​ເສຍ​ລູກ​ເຕົ້າ​ຂອງ​ພວກ​ເຂົາ​ເຈົ້າ ຈາກ​ລະ​ເບີດ​ກັບ​ດັກອັນ
ຮ້າຍ​ກາດ ທີ່​ຖືກ​ປະ​ຖິ້ມ​ໄວ້​ຈາກ​ສົງ​ຄາມ.”

ມັນ​ບໍ່​ແມ່ນ​ເລື້ອງ​ແປກ​ເລີຍ ສຳ​ລັບ​ພວກ​ຊາວ​ກະ​ສິ​ກອນ ໃນ​ແຂວງກວາງ​ທ​ຣີ ທີ່​ຈະ​ສູນ
​ເສຍ​ຕາ ຫຼື ແຂນ​ຂາ ໃນ​ຂະ​ນະ​ທີ່​ກຳ​ລັງ​ເຮັດ​ວຽກ​ໃນ​ສວນ​ຂອງ​ພວກ​ເຂົາ​ເຈົ້າ. ແຕ່​ດຽວນີ້
ດ້ວ​ຍ​ການ​ຊ່ອຍເຫຼືອຈາກ​ກຸ່ມ​ຕ່າງໆ ເຊັ່ນ Roots of Peace ພວກ​ເຂົາ​ເຈົ້າ​ສາ​ມາດ​ປູກ
​ຝັງ​ໂດຍ​ປາ​ສະ​ຈາກ​ຄວາມ​ຢ້ານ​ກົວ​ວ່າ ຈະ​ໄດ້​ຮັບ​ບາດ​ເຈັບ ​ຂະ​ນະ​ທີ່​ທຳ​ມາ​ຫາ​ກິນ​ເພື່ອ​
ລ້ຽງ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ວິ​ທີ​ທາງ ທີ່​ພວກ​ເຂົາ​ເຈົ້າ ອາດ​ຈະ​ບໍ່​ສາ​ມາດ​ເຮັດ​ໄດ້
​ດ້ວຍ​ການ​ຂາຍ​ຜົນ​ຜະ​ລິດ​ຂອງ​ພວ​ກ​ເຂົາເຈົ້າ ພຽງ​ແຕ່​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ຕ​ື່ມ ເປັນ​ພາ​ສາ​ອັງ​ກິດ

The United States bombed parts of Southeast Asia a generation ago.The fallout of one of the longest military entanglements in American history wreaked havoc on local populations and destroyed much of the land once suitable for farming. VOA's Arash Arabasadi looks at a non-profit agency sowing seeds of hope today while unearthing the horrors of yesterday.

Hope grows on the vines of these pepper crops in Vietnam.

A generation ago, pilots dropped more bombs in Quang Tri province than across all of World War II.

(Nguyen Van Thiep, Farmer and Landmine Survivor, MAN, VIETNAMESE)
"We used to grow rice or sweet potato or cassava on the field.It yielded poor crops, because we couldn't plough the field.There are a lot of bombs and mines everywhere.Especially the deadly cluster bombs… they are everywhere."

Nguyen Van Thiep farmed his field one day when his hoe hit a shell.It exploded, taking one of his eyes and piercing holes through his body.The government says there have been more than 100-thousand other casualties of post-war mines since 1975.

(Nguyen Van Thiep, Farmer and Landmine Survivor, MAN, VIETNAMESE)

"The past has gone.Today, the Americans and people from other countries come here to help revive the land, and I thank them.Together we turn battlefields into gardens, so we don't have to worry when we farm."

On the front lines of mine removal are NGOs like Roots of Peace that unearth more than peace of mind to farmers… but also pieces of silver to their businesses.

(Heidi Kuhn, Founder and CEO, Roots of Peace)
"Not only have we turned mines to vines, we have replanted and rebuilt the community by providing exports to new markets in the United States."


Heidi Kuhn's organization first pulls unexploded mines from the earth.They next teach farmers best practices to grow pepper vines.Finally, they show farmers how to export their crop to more lucrative markets.

(Heidi Kuhn, Founder and CEO, Roots of Peace)
"We try to sow the seeds of friendship, but I think the most friendly and kind thing you can do is to prevent a mother or father from losing their child to insidious landmines left behind from war."

It is not uncommon for farmers in Quang Tri to have lost an eye or limbs while tending their fields.But now, with help from groups like Roots of Peace, they can farm without fear of injury while providing for their families in ways they could not have done selling their crops only at home.

XS
SM
MD
LG