ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂ່າວອາເມຣິກັນ ທີ່ຖືກກັກຂັງ ຢູ່ໃນຣັດເຊຍ ໄດ້ຮັບອະນຸຍາດ ໃຫ້ພົບກັບ​ທະ​ນາຍ​ຄວາມ


ຮູບທີ່ຖ່າຍເມື່ອວັນທີ 24 ກໍລະກົດ 2021 ນີ້, ສະແດງໃຫ້ເຫັນນັກຂ່າວ ແອແວນ ເກິສໂກວິຈ. ຜູ້ລາຍງານຂ່າວຈາກວາລະສານ Wall Street, ໄດ້ຖືກກັກຂັງຢູ່ໃນ ຣັດເຊຍ ໃນຂໍ້ຫາທໍາການຈາລະກໍາ, ອີງຕາມລາຍງານຂອງອົງການຂ່າວ ຣັດເຊຍ ວັນທີ 30 ມີນາ 2023, ເຊິ່ງໄດ້ຮັບການຢືນຢັນຈາກ ໜ່ວຍບໍລິການຄວາມໝັ້ນຄົງ FSB.
ຮູບທີ່ຖ່າຍເມື່ອວັນທີ 24 ກໍລະກົດ 2021 ນີ້, ສະແດງໃຫ້ເຫັນນັກຂ່າວ ແອແວນ ເກິສໂກວິຈ. ຜູ້ລາຍງານຂ່າວຈາກວາລະສານ Wall Street, ໄດ້ຖືກກັກຂັງຢູ່ໃນ ຣັດເຊຍ ໃນຂໍ້ຫາທໍາການຈາລະກໍາ, ອີງຕາມລາຍງານຂອງອົງການຂ່າວ ຣັດເຊຍ ວັນທີ 30 ມີນາ 2023, ເຊິ່ງໄດ້ຮັບການຢືນຢັນຈາກ ໜ່ວຍບໍລິການຄວາມໝັ້ນຄົງ FSB.

ນັກຂ່າວຊາວອາເມຣິກັນຄົນນຶ່ງ ທີ່ຖືກກັກຂັງ ໂດຍຣັດເຊຍ, ໄດ້ພົບກັບທະນາຍ ຄວາມຂອງລາວເປັນຄັ້ງທໍາອິດ ນັບຕັ້ງແຕ່ລາວຖືກຈັບໂຕໃນວັນທີ 29 ມີນາ ທີ່ຜ່ານມາ.

ຫົວໜ້າບັນນາທິການຂອງວາລະສານ Wall Street ໄດ້ຢືນຢັນຢູ່ໃນຂໍ້ຄວາມທີ່ ສົ່ງເຖິງພະນັກງານ ໃນວັນອັງຄານທີ່ຜ່ານມາວ່າ ​ແອແວນ ເກີສໂກວິຈ (Evan Gershkovich) ໄດ້ພົບກັບທະນາຍຄວາມຂອງລາວແລ້ວ.

“ແອ​ແວນ ມີສຸຂະພາບແຂງແຮງ, ລາວຮູ້ສຶກສໍານຶກໃນບຸນຄຸນຢ່າງຖ້ວມລົ້ນ ສໍາລັບການສະໜັບສະໜຸນຈາກທຸກໆຄົນຢູ່ໃນທົ່ວໂລກ,” ທ່ານ ທັກເກີ້ (Tucker) ກ່າວຢູ່ໃນຂໍ້ຄວາມ ທີ່ໄດ້ນຳ​ອອກເຜີຍແຜ່ໂດຍອົງການຂ່າວ Reuters.

ທ່ານທັກເກີ້ ກ່າວວ່າ ວາລະສານດັ່ງກ່າວ ໄດ້ຮັບແຮງຜັກດັນ ໂດຍການປະຊຸມ.

ເກີສໂກວິຈ ໄດ້ຖືກຕັ້ງຂໍ້ກ່າວຫາໂດຍຣັດເຊຍ ວ່າທຳ​ການ​ຈາ​ລະ​ກຳ, ການຕັ້ງຂໍ້ຫາດັ່ງກ່າວ ​ແມ່ນ​ມີ​ໂທດ​ຕິດຄຸກເປັນເວລາຮອດ 20 ປີ.

ທາງສໍານັກງານວາລະສານ ໄດ້ປະຕິເສດຕໍ່ຂໍ້ກ່າວຫາຂ້າງເທິງນັ້ນ ແລະ ​ທ່ານເກີສໂກວິຈ ກໍໄດ້ຂໍອຸທອນ ຕໍ່ການຈັບກຸມຂອງລາວ.

ສະໂມສອນນັກຂ່າວແຫ່ງຊາດ ຢູ່ໃນນະຄອນຫຼວງວໍຊິງຕັນ ໄດ້ອອກຖະແຫຼງ ການທີ່ຮູ້ສຶກແບບ​ຜ່ອນ​ຄາຍ ​ທີ່​ວ່າ ທ່ານເກີສໂກວິຈ ສາມາດພົບກັບທະນາຍ ຄວາມ ຂອງລາວໄດ້ແລ້ວ.

ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຍ່າງຜ່ານທາງເຂົ້າຄຸກ Lefortovo, ໃນນະຄອນຫຼວງມົສກູ, ວັນທີ 30 ມີນາ 2023.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງ ຍ່າງຜ່ານທາງເຂົ້າຄຸກ Lefortovo, ໃນນະຄອນຫຼວງມົສກູ, ວັນທີ 30 ມີນາ 2023.

An American journalist detained by Russia has met with his lawyers for the first time since his March 29 arrest.

The Wall Street Journal’s editor-in-chief confirmed in a message to staff Tuesday that Evan Gershkovich has been able to meet with his lawyers.

"Evan's health is good, and he is grateful for the outpouring of support from around the world," Tucker said in the message, viewed by Reuters.

Tucker said that the Journal was encouraged by the meeting.

Gershkovich is accused by Russia of espionage, a charge that carries a prison sentence of up to 20 years.

The Journal has denied the charges and Gershkovich has appealed against his arrest.

The National Press Club in Washington issued a statement expressing relief that Gershkovich had been able to meet with his lawyer.

XS
SM
MD
LG