ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ມີສຸຂະພາບ ແຂງເເຮງຂຶ້ນ ແຕ່ອາດຈະຢູ່ ກັບພະຍາດຊໍ້າເຮື້ອ ດົນນານຂຶ້ນ (ວີດິໂອ)


ຄົນເຈັບຄົນນຶ່ງ ກໍາລັງຢູ່ໃນຂັ້ນຕອນການກວດ ວັດແທກເບິ່ງຈັງຫວະການເຕັ້ນຂອງຫົວໃຈ ເພື່ອປ້ອງກັນ ບໍ່ໃຫ້ເກີດ ໂຣກຫົວໃຈວາຍ
ຄົນເຈັບຄົນນຶ່ງ ກໍາລັງຢູ່ໃນຂັ້ນຕອນການກວດ ວັດແທກເບິ່ງຈັງຫວະການເຕັ້ນຂອງຫົວໃຈ ເພື່ອປ້ອງກັນ ບໍ່ໃຫ້ເກີດ ໂຣກຫົວໃຈວາຍ
ການສຶກສາຄົ້ນຄວ້າບັ້ນໃໝ່ສະແດງໃຫ້ເຫັນພາບໂດຍລວມ
ວ່າ ໂດຍທົ່ວໄປແລ້ວ ເວລານີ້ ຊາວອາເມຣິກັນແມ່ນມີສຸຂະ
ພາບແຂງເເຮງກວ່າເກົ່າ ແຕ່ກໍອາດຈະດໍາລົງຊີວິດຢູ່ກັບພະ
ຍາດຊໍ້າເຮື້ອດົນນານຂຶ້ນກວ່າເກົ່າ ແລະອາດເສຍຊີວິດໃນ
ໄວທີ່ໜຸ່ມກວ່າເກົ່າ. ຜູ້ສື່ຂ່າວວີໂອເອ Carol Pearson ສຶກ
ສາເບິ່ງ ສິ່ງທີ່ມີສ່ວນພາໃຫ້ເປັນເຊັ່ນນັ້ນ ຕະຫລອດທັງຄວາມ
ເສຍອົງຄະແບບຊໍາເຮື້ອ ແລະປະເດັນຄວາມສ່ຽງຕໍ່ສຸຂະພາບ
ທີ່ບໍ່ດີ ແລະການເສຍຊີວິດກ່ອນເວລາອັນຄວນ. ບົວສະຫວັນ
ມີລາຍ ລະອຽດເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ:
ລິງໂດຍກົງ

ຖ້າຫາກທ່ານຖາມຄົນອາເມຣິກັນກ່ຽວກັບສຸຂະພາບ ແລະອັດຕາ
ອາຍຸຍືນພວກເຂົາເຈົ້າແມ່ນຮູ້ເລື້ອງນີ້ດີພໍສົມຄວນ. ໂຕຢ່າງ ແມ່ຍິງສອງຄົນນີ້. ຜູ້ນຶ່ງເວົ້າວ່າ:

“ຂ້ອຍຄິດວ່າ ຊາວອາເມຣິກັນແມ່ນມີອາຍຸ ຍືນຂຶ້ນ ແຕ່ຂ້ອຍບໍ່ເຊື່ອວ່າ ພວກ
ເຂົາເຈົ້າມີສຸຂະພາບແຂງແຮງກວ່າ ເກົ່າ.”


ອີກຜູ້ນຶ່ງເວົ້າວ່າ:“ຂ້ອຍບໍ່ຄິດວ່າ ຊາວອາເມຣິກັນໂດຍລວມ ມີສຸຂະພາບເຂັ້ມ
ແຂງ ປານໃດ.”


ເບິ່ງວີດິໂອກ່ຽວກັບຂ່າວນີ້:




ດຣ. Christopher Murray ຈາກມະຫາວິທະຍາໄລ Washington ເວົ້າວ່າ ແມ່ຍິງພວກ
ນີ້ ແມ່ນເວົ້າຖືກທັງສອງຄົນ. ດຣ. Murray ເວົ້າວ່າ:

“ດຽວນີ້ ພວກເຮົາມີຊີວິດຍືນຂຶ້ນກວ່າເກົ່າ ແຕ່ວ່າພວກເຮົາຈະໃຊ້ເວລາ ຫລາຍ
ປີຂຶ້ນຢູ່ກັບຄວາມພິການທີ່ຊໍ້າເຮື້ອໃນຊ່ວງທີ່ມີຊີວິດຍືນຍາວອອກໄປອີກນັ້ນ.”


ດຣ. Murray ທີ່ເປັນຜູ້ນໍາພາການສຶກສາຄົ້ນຄວ້າທີ່ພິຈາລະນາເບິ່ງພະຍາດໃຫຍ່ໆ ແລະ
ການບາດເຈັບຕ່າງໆ ທີ່ໄດ້ມີສ່ວນເຮັດໃຫ້ມີສຸຂະ ພາບບໍ່ດີ ແລະເສຍຊີວິດກ່ອນເວລາ
ອັນຄວນໃນໄລຍະ 20 ປີຜ່ານມານີ້.

ພວກນັກຄົ້ນຄວ້າພົບວ່າ ຕົວປະກອບທີ່ມີສ່ວນຫລາຍທີ່ສຸດຕໍ່ການເຮັດໃຫ້ເກີດຄວາມ
ພິການແບບຊໍາເຮື້ອນັ້ນ ມີລວມທັງໂຣກຊຶມເສົ້າ ແລະໂຣກກັງວົນໃຈ, ການເຈັບຫລັງ,
ໂຣກເບົາຫວານ ແລະພະຍາດປອດທີ່ຕັນການໄຫລວຽນຂອງອາກາດ ແລະເຮັດໃຫ້ຫັນ
ໃຈຍາກ.

ສໍາລັບສາເຫດອັນໃຫຍ່ທີ່ສຸດ ສໍາລັບການເສຍຊີວິດກ່ອນອາຍຸອັນຄວນນັ້ນ ຢູ່ໃນອັນດັບ
ສູງສຸດກໍແມ່ນໂຣກຫົວໃຈວາຍ, ໂຣກລົມສາລະບາດ ຫລື stroke ແລະໂຣກມະເຮັງ.

ສາເຫດໃຫຍ່ທີ່ພາໃຫ້ເປັນພະຍາດເຫລົ່ານີ້ ແມ່ນການສູບຢາ ແລະ ການກິນອາຫານທີ່
ບໍ່ຖືກຕ້ອງຫລາຍເກີນໄປ. ດຣ. Murray ເວົ້າວ່າ:

“ການເສຍຊີວິດຂອງຄົນຈໍານວນ 680,000 ຄົນ ແມ່ນມີສາເຫດມາຈາກການ

ກິນອາຫານທີ່ບໍ່ດີ. ຍັງມີຈໍານວນການຕາຍອີກຫລາຍກວ່າ 4 ແສນຄົນ ຕໍ່ປີ
ແມ່ນເປັນຍ້ອນການສູບຢາ ຊຶ່ງຕິດຕາມມາດ້ວຍພະຍາດອ້ວນພີເກີນໄປ ແລະ
ຈາກນັ້ນກໍແມ່ນ ຄວາມດັນເລືອດສູງ ຊຶ່ງເປັນຕົວປະກອບສ່ວນສໍາຄັນ ໃນການ
ເຮັດໃຫ້ສຸຂະພາບບໍ່ດີ ໃນນາມທີ່ ເປັນປະເດັນຄວາມສ່ຽງ.”


ອາກາດທີ່ມີມົນລະພິດກໍເປັນມີສ່ວນເຮັດໃຫ້ເປັນໄດ້ເຊັ່ນກັນ. ສະຖາບັນສຸຂະພາບແຫ່ງ
ຊາດເວົ້າວ່າ ອາກາດທີ່ເປັນພິດ ແມ່ນມີສ່ວນເຮັດໃຫ້ ເປັນພະຍາດຫົວໃຈ ແລະພະຍາດ
ປອດ ແລະຫລັກຖານ ຊີ້ໃຫ້ເຫັນຜົນກະທົບອັນຍາວນານ ຈາກອາກາດທີ່ມີມົນລະພິດ ຕໍ່
ການຈະເລີນເຕີບໂຕຂອງປອດຂອງເດັກນ້ອຍ.

ພວກນັກຄົ້ນຄວ້າ ຍັງພົບອີກວ່າ ພະຍາດທີ່ກ່ຽວພັນກັບອາຍຸແກ່, ອາການອ້ວນພີຈົນເກີນ
ໄປ ແລະເຫລົ້າ ແລະການໃຊ້ຢາເສບຕິດ ກໍກໍາລັງມີທ່າອຽງເພີ້ມຂຶ້ນ. ດຣ. Murray ເວົ້າອີກວ່າ:

“ຍັງມີພະຍາດອີກຫລາຍໆຢ່າງທີ່ກໍາລັງ ເພີ້ມທະວີຂຶ້ນ ເຊັ່ນພະຍາດຫລົງລືມ
ຫລື Alzheimer’s, ອາການຜິດ ປົກະຕິຍ້ອນການໃຊ້ຢາ ພະຍາດໝາກໄຂ່
ຫລັງທີ່ຊໍ້າເຮື້ອ ແລະພະຍາດເບົາຫວານ.”


ໃນດ້ານບວກກໍຄື ການສຶກສາຄົ້ນຄວ້າສະແດງໃຫ້ເຫັນວ່າ ຊາວອາເມຣິກັນ ໂດຍລວມແລ້ວ
ແມ່ນມີສຸຂະພາບດີຂຶ້ນ ເປັນເວລາດົນກວ່າເກົ່າ. ທັງນີ້ກໍ ຍ້ອນວ່າໄດ້ມີຄວາມກ້າວໜ້າ
ໃນການປິ່ນປົວພະຍາດລົມສາລະບາດ ຫລື stroke ແລະໂຣກມະເຮັງບາງຢ່າງລວມທັງ
ມະເຮັງລໍາໃສ້ໃຫຍ່ ແລະມະເຮັງເຕົ້ານົມ. ແຕ່ເຖິງປານນັ້ນ ສະຫະລັດ ກໍຍັງລ້າຫລັງ
ປະເທດຮັ່ງມີອື່ນໆຢູ່ ໃນດ້ານຄວາມກ້າວໜ້າດ້ານສຸຂະພາບຂອງພົນລະເມືອງ.

ນັກຄົ້ນຄວ້າຢາກຈະເຫັນວ່າ ມີໂຄງການສາທາລະນະສຸກເພີ້ມຂຶ້ນ ແລະ ມີມາດຕະການ
ສະກັດກັ້ນ ເພື່ອຊຸກຍູ້ໃຫ້ຊາວອາເມຣິກາ ກາຍເປັນຄົນທີ່ອອກກໍາລັງກາຍຫລາຍຂຶ້ນ,
ເລືອກກິນອາຫານທີ່ດີກວ່າເກົ່າ, ຫລຸດຜ່ອນການກິນເຫລົ້າ ແລະສູບຢາ ແລະຫລຸດປະລິ
ມານ ຂອງມົນລະພິດຢູ່ໃນເມືອງລົງ.

ການສຶກສາຄົ້ນຄວ້ານີ້ ໄດ້ຖືກພິມລົງໃນວາລະສານ ສະມາຄົມ ການແພດອາເມຣິກັນ ຫລື
Journal of the American Medical Association.
XS
SM
MD
LG