ຈີນ ໄດ້ປະກາດຍົກເວັ້ນພາສີຕໍ່ຊີ້ນໝູຂອງ ສະຫະລັດ, ຖອນພາສີຫຼາຍເຖິງ 72 ເປີເຊັນ,
ເຊິ່ງແມ່ນນຶ່ງໃນພາສີຫຼາຍຢ່າງທີ່ ຈີນ ໄດ້ວາງໃສ່ຜະລິດຕະພັນກະສິກຳຂອງ ອາເມຣິກາ
ທ່າມກາງສົງຄາມການຄ້າທີ່ຍືດເຍື້ອຍາວນານກັບ ວໍຊິງຕັນ. ດັ່ງທີ່ນັກຂ່າວວີໂອເອ ເຄນ
ຟາຣາໂບ ລາຍງານຈາກລັດ ອີລີນອຍ ນັ້ນ, ບັນດາຊາວນາໄດ້ຮູ້ສຶກເຖິງຄວາມກົດດັນ
ທາງເສດຖະກິດ ເຖິງແມ່ນຄວາມຕ້ອງການນຳເຂົ້າຊີ້ນໝູຂອງ ຈີນ ໄດ້ເພີ່ມຂຶ້ນກໍຕາມ.
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ມັນບໍ່ມີຫຼາຍຢ່າງທີ່ ທ້າວ ທັອມມັສ ທີຕັສ ບໍ່ເຮັດຢູ່ໃນຟາມຂອງລາວ ໃນເມືອງ ແອລ
ຄາດ, ລັດ ອີລີນອຍ, ແຕ່ເມື່ອບໍ່ດົນມານີ້, ລາວຫາເງິນບໍ່ໄດ້ຫຼາຍໃນການເຮັດວຽກນັ້ນ.
ທ້າວ ທັອມມັສ ທີຕັສ ຊາວກະສິກອນຊີ້ນໝູ ໃນລັດ ອີລີນອຍ ໄດ້ກ່າວວ່າ “ພວກເຮົາ
ຜະລິດສາລີ ແລະ ພວກເຮົາຜະລິດໝາກຖົ່ວເຫຼືອງເກືອບວ່າຕ່ຳກວ່າລາຄາຜະລິດ,
ແລະ ພວກເຮົາກໍລ້ຽງໝູໃນລາຄາຕ່ຳກວ່າການຜະລິດ. ສະນັ້ນເມື່ອເຈົ້າຄິດ ກ່ຽວກັບ
ມັນ, ພວກເຮົາແມ່ນຢູ່ໃນຊ່ວງເວລາທີ່ທ້າທາຍ ເມື່ອໃດທີ່ພວກເຮົາຫຍັບໃກ້ເຂົ້າທ້າຍ
ປີ ແລະ ພວກເຮົາຕ້ອງໄດ້ຄ້ຳຈູນຜະລິດຕະພັນບາງຢ່າງຈາກທີ່ວ່ານັ້ນ.”
ມັນບໍ່ແມ່ນເລື່ອງຜິດປົກກະຕິ ສຳລັບຊາວກະສິກອນທີ່ຈະຫັນປ່ຽນຜະລິດຕະພັນຂອງ
ເຂົາເຈົ້າ.. ແຕ່ທ້າວ ທີຕັສ ກ່າວວ່າ ກິດຈະການຊີ້ນໝູຂອງລາວບໍ່ແມ່ນແບບຕົ້ນສະບັບ.
ທ້າວ ທັອມມັສ ກ່າວວ່າ “ພວກເຮົາຂ້ອນຂ້າງຈະເປັນບໍລິສັດທີ່ຫາຍາກ ຖ້າເວົ້າເຖິງຂະ
ໜາດຂອງພວກເຮົາ. ພວກເຮົາລ້ຽງໝູແຕ່ຕອນມັນເກີດ ຈົນມີນ້ຳໜັກສົ່ງເຂົ້າຕະຫຼາດ
ສະນັ້ນຂະໜາດຂອງພວກເຮົາ ແລະ ສິ່ງທີ່ພວກເຮົາເຮັດແມ່ນຈະມີການປ່ຽນແປງ ແລະ
ຫຼາກຫຼາຍກວ່າໜ້ອຍນຶ່ງ.”
ທ້າວ ທີຕັສ ລ້ຽງໝູປະມານ 12,000 ໂຕຕໍ່ປີ. ເຊິ່ງຫຼາຍໂຕໄດ້ຖືກສົ່ງໄປຕະຫຼາດຕ່າງ
ປະເທດ.
ທ້າວ ທີຕັສ ກ່າວວ່າ “ໝູນຶ່ງໃນສີ່ໂຕທີ່ເຮົາລ້ຽງຈະຖືກສົ່ງໄປຕ່າງປະເທດ, ສະນັ້ນພວກ
ເຮົາແມ່ນອາໄສການເຈລະຈາດ້ານການຄ້າທີ່ເປັນແງ່ບວກ ແລະ ຂໍ້ຕົກລົງການຄ້າເປັນ
ຢ່າງຍິ່ງ.”
ຜູ້ຊື້ຊີ້ນໝູ່ ສະຫະລັດ ຄົນສຳຄັນ ແມ່ນຜູ້ນຳເຂົ້າລາຍໃຫຍ່ທີ່ສຸດໃນໂລກຄື, ຈີນ ເຊິ່ງກຳ
ລັງຮັບມືກັບການແຜ່ລະບາດຄັ້ງໃຫຍ່ຂອງໄຂ້ຫວັດໝູ ເອເຊຍ ທີ່ໄດ້ຫຼຸດຈຳນວນປະຊາ
ກອນໝູຂອງປະເທດນັ້ນລົງປະມານ 20 ເປີເຊັນ.
ໃນເວລາທີ່ປະເທດດັ່ງກ່າວຕ້ອງການມັນຢ່າງຮີບດ່ວນທີ່ສຸດ, ການນຳເຂົ້າຊີ້ນໝູ ອາເມ
ຣິກາ ແມ່ນແພງກວ່າແຫຼ່ງທີ່ມາບ່ອນອື່ນໆ, ຍ້ອນການເກັບພາສີສູງ ທີ່ລັດຖະບານ ຈີນ
ໄດ້ກຳນົດໃນສົງຄາມການຄ້າທີ່ຮຸນແຮງຂຶ້ນກັບ ລັດຖະບານ ວໍຊິງຕັນ.
ໃນຂະນະທີ່ຊີ້ນໝູ ອາເມຣິກາ ຕອນນີ້ຖືກຍົກເວັ້ນຈາກພາສີດັ່ງກ່າວ, ສົງຄາມການຄ້າ
ແມ່ນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລ້ວ.
ທ່ານ ຄາລ ເຊັດເຊີ ກ່າວວ່າ “ພວກເຮົາສູນເສຍການຂາຍຊີ້ນໝູມູນຄ່າປະມານນຶ່ງພັນ
ລ້ານໂດລາ ຫຼື 8 ໂດລາຕໍ່ໝູໂຕນຶ່ງ ແມ່ນລາຄາທີ່ພາສີໄດ້ສົ່ງຜົນກະທົບຕໍ່ເຮົາ ເຊິ່ງແມ່ນ
ຈຳນວນທີ່ມະຫາວິທະຍາໄລລັດ ໄອໂອວາ ໄດ້ເປີດເຜີຍໃນການສຶກສາ.
ທ່ານ ຄາລ ເຊັດເຊີ ແມ່ນນັກວິເຄາະຄວາມສ່ຽງ ກ່ຽວກັບ ຂອງໃຊ້ປະຈຳວັນຢູ່ ບໍລິສັດ
AgriVisor.
ທ່ານ ຄາລ ເຊັດເຊີ ໄດ້ກ່າວວ່າ “ຈີນບໍ່ມັກທີ່ຈະຜູກມັດຕົນເອງກັບຜູ້ສະໜອງສິນຄ້າຜູ້
ດຽວ, ຄືຊີ້ນໝູ, ຊີ້ນງົວ, ໝາກຖົ່ວເຫຼືອງ ແລະ ອື່ນໆ.”
ສະນັ້ນ, ເມື່ອພາສີໄດ້ເຮັດໃຫ້ລາຄາຊີ້ນໝູ ອາເມຣິກາ ເພີ່ມຂຶ້ນ, ຈີນ ກໍຈະຫັນໄປຫາຜູ້
ສະໜອງອື່ນໆຫຼາຍຂຶ້ນ, ເຊັ່ນສະຫະພາບ ຢູໂຣບ ແລະ ບຣາຊິລ.
ທ່ານ ຄາລ ເຊັດເຊີ ໄດ້ກ່າວວ່າ “ບຣາຊິລ ໄດ້ເຫັນການຄ້າຂອງເຂົາເຈົ້າເພີ່ມຂຶ້ນ 5 ເປີ
ເຊັນໃນປີກາຍນີ້. ສົງຄາມການຄ້າບໍ່ໄດ້ຊ່ວຍເຫຼືອເຮົາເລີຍ. ພວກເຮົາຄົງໄດ້ສ່ວນແບ່ງ
ທີ່ໃຫຍ່ກວ່າ ເພາະວ່າ ພວກເຮົາແມ່ນຜູ້ຜະລິດຊີ້ນໝູທີ່ໃຫຍ່ ກວ່າ, ແຕ່ມັນກໍຕົກມາເຖິງ
ມູນຄ່າ ແລະ ສິ່ງທີ່ພວກເຮົາຍິນຈະຂາຍຊີ້ນໝູຂອງພວກເຮົາໃຫ້.”
ມັນບໍ່ຊັດເຈນວ່າ ຈີນ ຈະເພີ່ມການຊື້ຂຶ້ນເທົ່າໃດ ເຊິ່ງຕອນນີ້ພາສີ ລວມທັງພາສີຕໍ່ຊີ້ນໝູ
ແລະ ໝາກຖົ່ວເຫຼືອງແມ່ນໄດ້ຖືກຍົກເລີກ.
ທ້າວ ທັອມມັສ ທີຕັສ, ກໍຄືກັບຊາວກະສິກອນຫຼາຍຄົນ, ໄດ້ຮັບຜົນກະທົບດ້ານການເງິນ
ໃສ່ເກືອບທຸກຢ່າງທີ່ຜະລິດຢູ່ໃນຟາມຂອງລາວ ໃນລະຫວ່າງສົງຄາມການຄ້າ.
ເຖິງແມ່ນແນວໃດກໍຕາມ, ລາວຍັງສະໜັບສະໜູນປະທານາທິບໍດີ ທຣຳ ຢູ່, ຜູ້ທີ່ໄດ້ເອົາ
ການຢືນຢັດທີ່ແຂງແກ່ນ ຕໍ່ການປະຕິບັດການ ດ້ານການຄ້າຂອງ ຈີນ. ໃນເວລາດຽວກັນ,
ທ້າວ ທີຕັສ ກໍຢາກທີ່ຈະເຫັນຂໍ້ຄວາມໃນທວິດເຕີຂອງທ່ານປະທານາທິບໍດີ ກ່ຽວກັບ ບັນ
ຫາດັ່ງກ່າວໜ້ອຍລົງ.
ທ້າວ ທີຕັສ ກ່າວວ່າ “ມັນໃຊ້ຂໍ້ຄວາມໃນທວິດເຕີພຽງສາມອັນ ແລະ ຕະຫຼາດນີ້ກໍຈະ
ພັງ.”
ຍ້ອນແນວນັ້ນທ້າວ ທີຕັສ ຈຶ່ງຫວັງວ່າການເຈລະຈາດ້ານການຄ້າທີ່ຈະມາເຖິງນີ້ ລະ
ຫວ່າງ ສະຫະລັດ ກັບ ຈີນ ຈະໃຫ້ຜົນທີ່ແນ່ນອນ ແລະ ເປັນໄລຍະຍາວ, ສ້າງຄວາມ
ໝັ້ນຄົງໃຫ້ຕະຫຼາດສິນຄ້າ ແລະ ໃນທີ່ສຸດກໍແມ່ນລາຍໄດ້ຂອງລາວ.