ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບໍລິຫານຄົນ ອາເມຣິກັນ ຈະບໍ່ສາມາດປ່ຽນ ພາບພົບຂອງ TikTok ໃນ ສະຫະລັດ


US China TikTok CEO -- USAGM
please wait

No media source currently available

0:00 0:02:18 0:00

ທ່ານ ເຄວິນ ມາຍເອີ, ອະດີດຜູ້ບໍລິຫານໃຫຍ່ບໍລິສັດ ດິສນີ, ເມື່ອບໍ່ດົນ ມານີ້ ໄດ້ເລີ່ມບົດບາດໜ້າທີ່ໃໝ່ຂອງທ່ານ ເປັນຜູ້ບໍລິຫານໃຫຍ່ຄົນໃໝ່ຂອງ ບໍລິສັດ ຕິກ ຕັອກ TikTok. ທ່ານຕ້ອງໄດ້ພິສູດໃຫ້ສະມາຊິກສະພາເຈົ້າໜ້າທີ່ຄຸ້ມຄອງກົດລະບຽບ ແລະ ຜູ້ບໍລິໂພກຊາວ ອາເມຣິກັນ ເຫັນວ່າເຂົາເຈົ້າ ສາມາດເຊື່ອຖືແອັບພລີເຄຊັ້ນທີ່ຈີນ ເປັນເຈົ້າຂອງ ກັບຂໍ້ມູນຂອງເຂົາເຈົ້າ, ເຊິ່ງບັນດານັກວິເຄາະເວົ້າວ່າມັນບໍ່ງ່າຍ. ນັກຂ່າວວີໂອເອ ອາດຣີອານາ ຊາງ ມີລາຍງານເພີ່ມ ເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ແອັບພລີເຄຊັ້ນ TikTok ໄດ້ຖືກຕຳໜິຕິຕຽນມາເປັນເວລາດົນນານແລ້ວວ່າເປັນໄພຂົ່ມຂູ່ຕໍ່ຄວາມເປັນສ່ວນຕົວ ຂອງຜູ້ໃຊ້ຂອງເຂົາເຈົ້າ ແລະ ຄວາມປອດໄພ ແຫ່ງຊາດຂອງ ສະຫະລັດ.

ໃນຕົ້ນປີນີ້, ສະມາຊິກສະພາສູງ ສະຫະລັດ ທ່ານ ຈອສ ຮໍລີ ສັງກັດພັກຣີພັບບລີກັນຈາກລັດ ມິສຊູຣີ ແລະ ທ່ານ ຣິກ ສກັອດ ສັງກັດພັກຣີພັບບລີກັນຈາກ ລັດ ຟລໍຣິດາ ໄດ້ນຳສະເໜີຮ່າງກົດໝາຍ ເພື່ອຫ້າມພະນັກງານລັດຖະບານທຸກ ຄົນໃຊ້ແອັບພລີເຄຊັ້ນ TikTok ໃນໂທລະສັບຂອງລັດຖະ ບານ, ຍ້ອນມີຄວາມເປັນຫ່ວງວ່າລັດຖະບານ ຈີນ ຈະເຂົ້າໄປເບິ່ງຂໍ້ມູນຂອງຜູ້ໃຊ້ຄົນ ອາເມຣິກັນ.

ບັນດານັກວິເຄາະເວົ້າວ່າ ນີ້ແມ່ນອັນຕະລາຍທີ່ແທ້ຈິງ.

ທ່ານນາງ ໄອນິກກີ ຣີໂຄເນັນ, ຈາກສູນກາງເພື່ອຄວາມປອດໄພແຫ່ງຊາດ ອາເມຣິກັນໃໝ່ ກ່າວວ່າ “ເມື່ອຂ້າພະເຈົ້າຄິດ ກ່ຽວກັບ ຄວາມສ່ຽງຂອງການດາວໂຫຼດ ຫຼື ໃຊ້ແອັບພລີເຄຊັ້ນພວກນີ້ຈາກ ຈີນ, ມັນຄືກັບວ່າ ພວກເຮົາກຳລັງ ເບິ່ງຄວາມສ່ຽງ. ແລະ ດ້ວຍຄວາມສ່ຽງນັ້ນ, ມັນແມ່ນຄວາມສ່ຽງ ທີ່ພັກຄອມມູນິສ ຈີນ ເວົ້າວ່າ, ຮູ້ບໍ່, ເຮົາມາທັບແກ້ວກັນເທາະ, ເພື່ອວ່າມີເຫດການສຸກ ເສີນ. ແລະ ມັນແມ່ນໃນເຫດການທີ່ວ່າ ທີ່ເຂົາເຈົ້າອາດເບິ່ງກົດໝາຍການສືບລັບແຫ່ງຊາດຂອງເຂົາເຈົ້າ ແລະ ຂໍຂໍ້ມູນຈາກບໍລິສັດຕ່າງໆ.”

ໃນຖະແຫຼງການຂອງບໍລິສັດນັ້ນ, TikTok ເວົ້າວ່າ ເຂົາເຈົ້າເອົາມາດຕະການຄວາມເປັນສ່ວນຕົວຢ່າງຈິງຈັງ ແລະ ມີຄຳໝັ້ນສັນຍາທີ່ຈະຮັບປະກັນວ່າ TikTok ຈະສືບຕໍ່ມີຄວາມປອດໄພສຳລັບຜູ້ໃຊ້ຂອງເຂົາເຈົ້າ.

TikTok ຕອນນີ້ມີຜູ້ບໍລິຫານໃຫຍ່ເປັນຄົນ ອາເມຣິກັນ ອາຍຸ 58 ປີ, ຊື່ວ່າທ່ານ ເຄວິນ ມາຍເອີ, ຜູ້ທີ່ຍັງເປັນຮອງຜູ້ບໍລິຫານບໍລິສັດ ByteDance, ເຊິ່ງແມ່ນບໍລິສັດແມ່ຂອງ TikTok ຈີນ.

ແຕ່ໃນຂະນະທີ່ທ່ານ ມາຍເອີ ເປັນຄົນ ອາເມຣິກັນ ນັ້ນ, ຜູ້ຊ່ຽວຊານບາງຄົນ ເວົ້າວ່າ ທ່ານຍັງຈະຕ້ອງໄດ້ໃຫ້ຄຳຕອບຕໍ່ບັນດາຜູ້ບໍລິຫານ ຈີນ ຜູ້ທີ່ດຳເນີນການບໍລິສັດດັ່ງກ່າວ.

ທ່ານ ອາບີເຊີ ພຣາກາສ ຈາກສູນກາງເພື່ອປັບປຸງອະນາຄົດໃໝ່ເວົ້າວ່າ “ມັນອາດເປັນທາງໃດທາງນຶ່ງກໍໄດ້. ທ່ານອາດຈົບລົງດ້ວຍການເປັນຫຸ່ນເຊີດ. ເຈົ້າອາດຈົບລົງດ້ວຍການນຳສະເໜີບໍລິສັດ ByteDance ພຽງເທົ່ານັ້ນ. ແຕ່ ມັນຍັງສາມາດເປັນແບບທີ່ວ່າ ຍ້ອນລາວມາຈາກຕຳແໜ່ງທີ່ໃຫຍ່ໃນບໍລິສັດ ດິສນີ, ຍ້ອນຄວາມກະຕືລືລົ້ນ ແລະ ວິໄສທັດຂອງ TikTok ແມ່ນສູງຫຼາຍ ທີ່ບໍລິສັດ ByteDance ເຊື່ອຟັງລາວຢ່າງແທ້ຈິງ ແລະ ຮັບເອົາຄວາມຄິດຂອງລາວ, ການຍົກລະດັບ ແລະ ແຜນຍຸດທະສາດ.”

ດ້ວຍສາຍພົວພັນລະຫວ່າງ ສະຫະລັດ ກັບ ຈີນ ຊຸດໂຊມລົງນັບມື້ຍ້ອນການຄ້າ ແລະ ໂຣກລະບາດໄວຣັສໂຄໂຣນານັ້ນ, ບັນດາຜູ້ອອກກົດລະບຽບ ສະຫະລັດ ແມ່ນຈະເຮັດໃຫ້ບັນດາບໍລິສັດເທັກໂນໂລຈີ ຂອງ ຈີນ ຄື TikTok ຖືກກວດ ສອບຍິ່ງຂຶ້ນກວ່າເກົ່າ.

ບັນດານັກວິເຄາະກ່າວວ່າ ສະນັ້ນ, ການວ່າຈ້າງບັນດາຜູ້ບໍລິຫານ ອາເມຣິກັນ ອາດບໍ່ສ້າງຄວາມແຕກຕ່າງຫຍັງ.

ທ່ານ ອາບີເຊີ ພຣາກາສ ກ່າວວ່າ “ມັນອາດຈະໄດ້ຜົນໃນອະດີດ. ແຕ່ມັນຈະບໍ່ໄດ້ຜົນໃນວິທີດຽວ ກັນ ໃນເວລານີ້ເພາະວ່າຫຼັງ ໂຄວິດ, ສາຍພົວພັນລະຫວ່າງ ສະຫະລັດ ກັບ ຈີນ ໄດ້ປ່ຽນແປງຢ່າງຫຼວງຫຼາຍ. ແລະ ຍ້ອນເທັກໂນໂລຈີ ດຽວນີ້ແມ່ນກຳລັງທຳການຜັກດັນພູມສາດການເມືອງ, ບໍລິສັດຕ່າງໆຄື TikTok ແລະ ບໍລິສັດເທັກໂນໂລຈີອື່ນໆຂອງ ຈີນ ແມ່ນກຳລັງເປັນເປົ້າໝາຍການໂຈມຕີຂອງລັດຖະບານ ສະຫະລັດ.”

Kevin Mayer, a former executive at Disney, recently started his new role as TikTok’s new CEO. He must prove to American lawmakers, regulators and consumers that they can trust the Chinese-owned app with their data, which analysts say won’t be easy. VOA’s Adrianna Zhang has more.

TikTok has been long criticized as a threat to its users’ privacy and U.S. national security.

Earlier this year, U.S. Senators Josh Hawley (R-Mo.) and Rick Scott (R-Fla.) introduced legislation to ban all federal employees from using TikTok on government devices, because of concern over the Chinese government accessing the date of American users.

Analysts say this is a real danger.

“When I think about the risks of downloading or using these apps from China, it's that we're looking at risk. And by risk, it's the risk of the CCP saying, you know, let's break glass in case of emergency. And it's in those instances where they might look at their national intelligence laws and ask companies for data.”

In company statements, TikTok says it takes privacy seriously and is committed to ensuring that TikTok continues to be safe for its users.

TikTok now has an American CEO, 58-year-old Kevin Mayer, who is also the COO of

ByteDance, TikTok’s Chinese parent company.

But while Mayer is American, some experts say he still must answer to the Chinese executives who run the company.

(( Abishur Prakash, Center for Innovating the Future ))

“it could go either way. He could end up being a puppet. You could end up really just doing the bidding of ByteDance. But it could also be that because he comes from such a high position in Disney, because the ambitions and vision of TikTok are so high that ByteDance really listens to him and takes his input and augments and strategy.”

With the U.S. and Chinese relationship increasingly strained over trade and the coronavirus pandemic, U.S. regulators are subjecting Chinese tech companies like TikTok to even more scrutiny.

So, hiring American executives, say analysts, may not make a difference.

(( Abishur Prakash, Center for Innovating the Future ))

“It may have worked in the past. But it's not going to work the same way now because post COVID, the relationship between the US and China has changed so dramatically. And because technology is now driving geopolitics, companies like TikTok and all Chinese technology companies are really going to be in the crosshairs of the US government.”

XS
SM
MD
LG