ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະສະຕຣີໝາຍເລກນຶ່ງ ທ່ານນາງຈີລ ໄບເດັນ ເປັນເຈົ້າພາບຈັດງານລ້ຽງບາບີຄິວ ສໍາລັບຄອບຄົວທະຫານ ຢູ່ທີ່ເດີ່ນຫຍ້າທາງທິດໃຕ້ຂອງທໍານຽບຂາວໃນຕອນບ່າຍຂອງມື້ວັນຈັນນີ້. ໃນມື້ດຽວກັນຫຼັງຈາກນັ້ນ ພວກເຂົາເຈົ້າຈະເບິ່ງການສະແດງຈູດດອກໄມ້ໄຟ ໃນວັນປະກາດເອກະລາດ ຢູ່ທີ່ສະໜາມຫຼວງແຫ່ງຊາດ.
ວັນທີ 4 ກໍລະກົດ, ອາດຈະເປັນວັນທີ່ຮັກຊາດຫຼາຍທີ່ສຸດ ໃນປະຕິທິນຂອງສະ ຫະລັດ. ວັນປະກາດເອກະລາດ ແມ່ນການສະເຫຼີມສະຫຼອງການຕັດສິນໃຈຂອງ 13 ອານານິຄົມດັ້ງເດີມ ເພື່ອປະຕິເສດການປົກຄອງຂອງອັງກິດ ແລະກໍ່ຕັ້ງສະ ຫະລັດອາເມຣິກາຂຶ້ນມາ. ຢ່າງໃດກໍຕາມ, ການຕັດສິນໃຈດັ່ງກ່າວບໍ່ໄດ້ເກີດຂຶ້ນໃນມື້ວັນທີ 4 ກໍລະກົດ.
ໂຕແທນຂອງບັນດາອານານິຄົມຕ່າງໆ ໄດ້ລົງຄະແນນສຽງໃນມື້ວັນທີ 2 ກໍລະ ກົດ 1776. ສອງມື້ຫຼັງຈາກນັ້ນ, ພວກເຂົາເຈົ້າຈຶ່ງໄດ້ອະນຸມັດການປະກາດວັນເອກະລາດ, ຊຶ່ງເອກະສານດັ່ງກ່າວ ໄດ້ໃຫ້ການອະທິບາຍກ່ຽວກັບການລົງຄະ ແນນສຽງ. ໃນເວລານັ້ນ ຫຼາຍໆຄົນເຊື່ອວ່າ ປະເທດຈະຕ້ອງມີການສະເຫຼີມສະ ຫຼອງວັນຊາດ ໃນມື້ວັນທີ 2 ກໍລະກົດ, ເຊິ່ງເປັນວັນຄົບຮອບ ຂອງການລົງຄະ ແນນສຽງ. ຢ່າງໃດກໍຕາມ, ສໍາເນົາເອກະສານຂອງການປະກາດດັ່ງກ່າວ ໄດ້ຖືກສົ່ງຕໍ່ກັນໄປ ຢ່າງກ້ວາງຂວາງວ່າ ວັນທີ 4 ກໍລະກົດ ກາຍມາເປັນວັນທີ່ຈະຕ້ອງລະລຶກເຖິງ.
ລັກສະນະໃນການສະເຫຼີມສະຫຼອງວັນທີ 4 ກໍລະກົດລວມມີການສວນສະໜາມ, ການກິນເຂົ້າປ່າ ຫຼືທີ່ສວນສາທາລະນະ, ການກ່າວຄໍາປາໄສຕ່າງໆທາງການເມືອງ ແລະການຈູດດອກໄມ້ໄຟ.
ຢ່າງໃດກໍຕາມ, ການເປັນທາດຂອງຄົນຜິວດໍາ ໄດ້ມີການປະຕິບັດຢ່າງກວ້າງ ຂວາງຂອງອານານິຄົມຕ່າງໆ ໃນຂະນະທີ່ບັນພະບຸລຸດທີ່ອາໄສຢູ່ແຫ່ງນີ້ກໍໄດ້ ດໍາເນີນງານເພື່ອໃຫ້ໄດ້ຮັບອິດສະຫຼະພາບຂອງພວກເຂົາຈາກອັງກິດ.
ແມ່ນຫຍັງທີ່ຊາວອານານິຄົມທັງຫຼາຍຕ້ອງການສຳລັບພວກເຂົາເຈົ້າ, ພວກເຂົາສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ການເປັນທາດຂອງພວກເຂົາເຈົ້າ ມີສິດໂດຍຊອບທໍາເຊັ່ນກັນ, ເຖິງແມ່ນວ່າ ການປະກາດດັ່ງກ່າວ ຈະລວມທັງຂໍ້ຄວາມນີ້ທີ່ວ່າ “ພວກເຮົາຖືວ່າ ຄວາມຈິງດັ່ງກ່າວເຫຼົ່ານີ້ ປາກົດຢ່າງແຈ່ມແຈ້ງຢູ່ໃນໂຕຂອງມັນເອງ, ທີ່ວ່າ ທຸກໆຄົນຖືກສ້າງຂຶ້ນມາຢ່າງເທົ່າທຽມກັນ, ວ່າພວກເຂົາ ເຈົ້າໄດ້ຮັບໂດຍຜູ້ສ້າງຂອງພວກເຂົາເຈົ້າ ດ້ວຍສິດທິທີ່ບໍ່ສາມາດຖອດຖອນໄດ້ ອັນໄດ້ມາຕັ້ງແຕ່ເກີດ ເຊິ່ງທັງໝົດນີ້ລວມມີ ຊີວິດ, ເສລີພາບ ແລະການຊອກຫາຄວາມສຸກທັງຫຼາຍເຫຼົ່ານັ້ນ.”
ປະເທດອາເມຣິກາ ພົບກັບຄວາມຫຍຸ້ງຍາກກ່ຽວກັບຄວາມບໍ່ສອດຄ່ອງກັນຕັ້ງ ແຕ່ນັ້ນເປັນຕົ້ນມາ.