ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດພັນທະມິດ ຕັດສິນໃຈ ໃນການອະນຸມັດລະບົບການປ້ອງກັນ​ໄພທາງອາກາດ ໃຫ້ແກ່ຢູເຄຣນ


Allies to Decide on Air Defense Systems for Ukraine
please wait

No media source currently available

0:00 0:02:23 0:00

ລາຍງານກ່ຽວກັບ ການຕັດສິນໃຈຂອງບັນດາປະເທດພັນທະມິດ ໃນການອະນຸມັດ ລະບົບປ້ອງກັນໄພທາງອາກາດ ໃຫ້ແກ່ຢູເຄຣນ.

ບັນດາຜູ້ນໍາຂອງກຸ່ມ 7 ປະເທດ ທີ່ຮັ່ງມີທີ່ສຸດກ່າວວ່າ ພວກເຂົາເຈົ້າຈະສະໜັບສະໜຸນຢູເຄຣນ ໃຫ້ “ດົນເທົ່າທີ່ສົງຄາມຈະເກີດຂຶ້ນ” ລຸນຫຼັງການໂຈມຕີດ້ວຍລູກສອນໄຟຂະໜາດໃຫຍ່ ຂອງ ຣັດເຊຍ ໃນຕົ້ນອາທິດນີ້. ມີການຄາດຄະເນວ່າ ບັນດາປະເທດພັນທະມິດຕາເວັນຕົກຈະພາກັນຕັດສິນໃຈໃນໄວໆນີ້ວ່າຈະອະນຸມັດລະບົບປ້ອງກັນໄພທາງອາກາດທີ່ມີປະສິດທິພາບສູງຕາມຄໍາຮ້ອງຂໍຈາກປະທານາ ທິບໍດີຂອງຢູເຄຣນ ທ່ານວລາດີເມຍ ເຊເລັນສະກີຫຼືບໍ່. ຫົວໜ້ານັກຂ່າວປະຈໍາທໍານຽບຂາວ ແພັດຊີ ວິດາກຸສວາລາ ມີລາຍງານຫຼ້າສຸດກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການໂຈມຕີທາງອາກາດໃສ່ ຢູເຄຣນ ຂອງ ຣັດເຊຍ ໃນວັນຈັນທີ່ຜ່ານມານີ້ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 19 ຄົນ, ສົ່ງຜົນເຮັດໃຫ້ມີການປະຊຸມສຸກເສີນທາງອອນລາຍລະຫວ່າງບັນ​ດາຜູ້ນໍາ​ຂອງ​ກຸ່ມ 7 ປະເທດທີ່ຮັ່ງມີທີ່ສຸດໃນໂລກໃນວັນອັງຄານທີ່ຜ່ານມາ, ພ້ອມດ້ວຍປະທານາທິບໍດີຂອງຢູເຄຣນ ທ່ານວລາດີເມຍ ເຊເລັນສກີ. ທ່ານ ເຊເລັນສກີ ກ່າວວ່າ:

“ພວກເຮົາຍັງມີລາຍລະອຽດຂອງຖະແຫຼງການຈາກກຸ່ມ G-7 ເຊັ່ນກັນ, ໂດຍສະເພາະ ຜູ້ທິ່ຮັບຜິດຊອບຕໍ່ການກ່ໍການຮ້າຍ ຢູ່ໃນຢູເຄຣນ ທັງໝົດເຫຼົ່ານັ້ນ ຈະຕ້ອງຖືກນໍາມາສູ່ຄວາມຍຸຕິທໍາ. ເລີ້ມຕົ້ນດ້ວຍຜູ້ນໍາທາງການເມືອງຄົນປັດຈຸບັນຂອງ ຣັດເຊຍ ແລະລົງທ້າຍດ້ວຍທຸກຄົນ ຜູ້ທີ່ມີສ່ວນໃນການກໍ່ການຮ້າຍເຫຼົ່ານີ້.”

ໂຄສົກຂອງທໍານຽບຂາວ ທ່ານນາງຄາຣີນ ຊັງ-ປີແອ ກ່າວວ່າ ບັນດາຜູ້ນໍາຂອງກຸ່ມ G-7 ໄດ້ພະຍາຍາມປະສານງານຮ່ວມກັນໃນການຈັດສົ່ງຄວາມຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງ, ເສດຖະກິດ, ແລະດ້ານມະນຸດສະທໍາໃຫ້ແກ່ ຢູເຄຣນ.

ທ່ານນາງຄາຣີນ ຊັງ-ປີແອ, ໂຄສົກຂອງທໍານຽບຂາວ ກ່າວວ່າ “ປະທານາທິບໍດີ ໄບເດັນ ຍັງໄດ້ປຶກສາຫາລືກັບຄູ່ຮ່ວມໃນ​ກຸ່ມ G-7 ວ່າ ມີສິ່ງໃດທີ່ພວກເຮົາສາມາດປະຕິບັດງານຮ່ວມກັນ ເພື່ອຈັດລະດັບຄວາມສໍາຄັນ ສໍາລັບຄວາມສາມາດທາງດ້ານຄວາມໝັ້ນຄົງໃຫ້ແກ່ຢູເຄຣນ, ເຊິ່ງເຄີຍເປັນ ແລະຈະຍັງຄົງເປັນຄວາມສໍາຄັນສໍາລັບສະຫະລັດຕໍ່ໄປ.”

ມົສກູ, ເຊິ່ງເຄີຍລະດົມປະຊາຊົນບາງສ່ວນຂອງພວກເຂົາ ກ່າວວ່າ ການຊ່ວຍເຫຼືອທາງທະຫານໃຫ້ແກ່ຢູເຄຣນເພີ້ມເຕີມ, ໝາຍເຖິງການເພີ້ມຄວາມສາມາດໃນການຂັດແຍ້ງລະຫວ່າງ ຣັດເຊຍ ແລະອົງການ NATO ຂຶ້ນຕື່ມ.

ແຕ່ນັກສັງເກດການກ່າວວ່າ ລະບົບການປ້ອງກັນທາງອາກາດ ມີຄວາມຈໍາເປັນ ບໍ່ພຽງແຕ່ເພື່ອປົກປ້ອງພົນລະເຮືອນເທົ່ານັ້ນ ແຕ່ເພື່ອຄວາມຮູ້ສຶກທີ່ເປັນປົກກະຕິຢູ່ໃນ ຢູເຄຣນ.

ທ່ານນາງເບັກກາ ວັສເຊີ (Becca Wasser), ສະມາຊິກອາວຸໂສຈາກສູນກາງຄວາມໝັ້ນຄົງໃໝ່ ຂອງປະຊາຊົນຊາວອາເມຣິກັນ ກ່າວຜ່ານທາງສໄກປ໌ວ່າ:

“ສໍາລັບຄວາມພະຍາຍາມສຸດທ້າຍ, ແລະສໍາລັບການກັບຄືນມາຂອງປະຊາຊົນຊາວຢູເຄຣນບາງຄົນ ຜູ້ທີ່ພາກັນໜີອອກໄປນັບຕັ້ງແຕ່ການຮຸກຮານຂອງຣັດເຊຍ. ແລະເປົ້າໝາຍຢູ່ທີ່ນີ້ສໍາລັບປະທານາທິບໍດີ ເຊເລັນສະກີ ກໍຄື ການເລີ້ມຕົ້ນລະບົບເສດຖະກິດຂອງປະເທດ ຢູເຄຣນ, ເຊິ່ງໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ນັບຕັ້ງແຕ່ການເຂົ້າມາຮຸກຮານຂອງ ຣັດເຊຍ.”

ສະຫະລັດ ໄດ້ມຸ່ງໝັ້ນໃຫ້ຄວາມຊ່ວຍເຫຼືອທາງດ້ານຄວາມໝັ້ນຄົງແກ່ປະເທດຢູເຄຣນ ຫຼາຍກວ່າ 16 ຕື້ໂດລາ ນັບຕັ້ງແຕ່ການຮຸກຮານຢູເຄຣນ ຂອງ ຣັດເຊຍ ເມື່ອເດືອນກຸມພາທີ່ຜ່ານມາ.

ທ່ານລຸກ ຄັອຟເຟ (Luke Coffey), ຈາກສະຖາບັນ ຮັດສັນ ກ່າວວ່າ:

“ສະຫະລັດ ແລະບັນດາປະເທດພັນທະມິດຂອງພວກເຮົາ ໄດ້ມອບລະບົບປ້ອງກັນທາງອາກາດບາງອັນໃຫ້ແກ່ປະເທດຢູເຄຣນ, ແຕ່ບໍ່ມີອັນໃດຢູ່ໃນລະດັບຍຸດທະສາດທີ່ມີຂະໜາດໃຫຍ່ ຕົວຢ່າງເຊັ່ນ ລະບົບປ້ອງກັນລູກສອນໄຟ Patriot.”

ທໍານຽບຂາວຈະບໍ່ໃຫ້ການຢືນຢັນວ່າ ກໍາລັງພິຈາລະນາຈັດສັນລະບົບປ້ອງກັນລູກສອນໄຟ Patriot ຂອງພວກເຂົາ ເຊິ່ງສາມາດຕອບໂຕ້ຍຸດທະສາດຂອງລູກສອນໄຟຂີປະນາວຸດ, ລູກສອນໄຟນໍາວິຖີ ແລະເຮືອບິນທັນສະໄໝ ຫຼືບໍ່.

ທ່ານຈອນ ເຄີບີ, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດກ່າວວ່າ:

“ພວກເຮົາຍັງຄົງວາງແຜນທີ່ຈະຈັດສົ່ງລະບົບການປ້ອງກັນທາງອາກາດໄປໃຫ້ ຢູເຄຣນ ຕໍ່ໄປ, ແລະເມື່ອມີອັນໃດທີ່ຈະປະກາດກ່ຽວກັບເລື້ອງນັ້ນ, ພວກເຮົາຈະປະຕິບັດດັ່ງທີ່ພວກເຮົາໄດ້ດໍາເນີນການໃນຊ່ວງເວລາ 8 ເດືອນທີ່ຜ່ານມາ.”

ການຊ່ວຍເຫຼືອດ້ານອາວຸດ ແລະຄວາມປອດໄພອື່ນໆຈະມີການປຶກສາຫາລື ຢູ່ທີ່ການປະຊຸມຂອງກຸ່ມປຶກ​ສາຫາລືກັນທາງດ້ານຄວາມໝັ້ນຄົງຂອງຢູເຄຣນໃນມື້ວັນພຸດ, ຢູ່ທີ່ນະຄອນຫຼວງບຣັສເຊີລສ໌.

Leaders of the Group of Seven wealthiest nations say they will support Ukraine for “as long as it takes” following Russia’s major missile strikes earlier this week. Western allies are expected to decide soon whether to approve Ukrainian President Volodymyr Zelenskyy’s request for more modern and effective air defense systems. White House bureau chief Patsy Widakuswara has the latest.

Russia's airstrikes on Ukraine Monday have killed at least 19 people, prompting an emergency virtual meeting between the leaders of the world’s wealthiest nations, the G-7, on Tuesday and Ukrainian President Volodymyr Zelenskyy.

Volodymyr Zelenskyy, Ukrainian President, In Ukrainian

"We also have a detailed statement from the Group of Seven, in particular, that all those responsible for terror against Ukraine will be brought to justice. Starting with the current political leadership of Russia and ending with everyone who serves these terrorist interests."

G-7 leaders coordinated efforts to provide Ukraine with economic, security and humanitarian assistance, said White House press secretary Karine Jean-Pierre.

Karine Jean-Pierre, White House Press Secretary

“President Biden has also discussed with G-7 partners what more we can do together to prioritize air defense capabilities for Ukraine, which has been and will continue to be a U.S. priority.”

Moscow, which has been partially mobilizing its population, said that more Western military aid for Ukraine means further escalation and a possible clash between Russia and NATO.

But observers say air defense systems are necessary not only to protect civilians but to create a sense of normalcy in Ukraine.

Becca Wasser, Center for a New American Security

“To eventually try and get some of the Ukrainians who have fled since Russia's invasion to return. And the aim here for President Zelenskyy is to restart Ukraine’s economy, which has taken a massive blow since Russia's invasion.”

The U.S. has committed more than $16 billion in security assistance for Ukraine since Russia’s invasion in February.

Luke Coffey, Hudson Institute

“The U.S. and our partners have given Ukraine some air defense systems, but nothing on the big strategic level like the Patriot missile defense system, for example.”

The White House would not confirm whether it’s considering providing the Patriot missile defense system, which can counter tactical ballistic missiles, cruise missiles and advanced aircraft.

Voice of John Kirby, National Security Council Spokesperson

“We plan to continue to provide air defense systems to Ukraine. And when there's something to announce in that regard, we'll do that as we have for the last eight months.”

XS
SM
MD
LG