ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະຕຸລາການ ສະຫະລັດ ຟ້ອງຮ້ອງ ເຈົ້າໜ້າທີ່ ສືບລັບ ຣັດເຊຍ ນາງ ມາເຣຍ ບູຕີນາ


ນາງ ມາເຣຍ ບູຕີນາ, ຜູ້ນຳຂອງອົງການສະໜັບສະໜູນການໃຊ້ປືນໃນ ຣັດເຊຍ, ກ່າວຄຳປາໄສຕໍ່ຝູງຄົນ ໃນລະຫວ່າງການຂຸມນຸມສະໜັບສະໜູນການພົກປືນສັ້ນຢ່າງຖືກກົດໝາຍ. ນະຄອນຫຼວງ ມົສກູ, ຣັດເຊຍ. 21 ເມສາ, 2013.
ນາງ ມາເຣຍ ບູຕີນາ, ຜູ້ນຳຂອງອົງການສະໜັບສະໜູນການໃຊ້ປືນໃນ ຣັດເຊຍ, ກ່າວຄຳປາໄສຕໍ່ຝູງຄົນ ໃນລະຫວ່າງການຂຸມນຸມສະໜັບສະໜູນການພົກປືນສັ້ນຢ່າງຖືກກົດໝາຍ. ນະຄອນຫຼວງ ມົສກູ, ຣັດເຊຍ. 21 ເມສາ, 2013.

ຄະນະຕຸລາການລັດຖະບານກາງໃນວັນອັງຄານວານນີ້ ໄດ້ຟ້ອງຮ້ອງແມ່ຍິງຊາວ ຣັດ
ເຊຍ ຄົນນຶ່ງ ໃນຂໍ້ກ່າວຫານຶ່ງ ຖານສົມຮູ້ຮ່ວມຄິດຕໍ່ຕ້ານ ສະຫະລັດ ແລະ ອີກນຶ່ງຂໍ້ຫາ
ຖານເຮັດວຽກຢ່າງຜິດກົດໝາຍ ໃນຖານະສາຍລັບຂອງລັດຖະບານຕ່າງປະເທດ ທີ່
ເຊື່ອມໂຍງ ກັບແຜນການລັບ ເພື່ອເຂົ້າແຊກແຊງໃນການເມືອງ ຂອງ ອາເມຣິກາ ໃນ
ໄລຍະເວ ລາກ່ອນການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2016.

ນາງ ມາເຣຍ ບູຕີນາ, ຜູ້ສະໜັບສະໜູນສິດທິໃນການໃຊ້ປືນ ທີ່ມີສາຍ ພົວພັນອັນໃກ້
ຊິດກັບສະມາຄົມປືນຍາວແຫ່ງຊາດ ຫຼື NRA, ໄດ້ຖືກ ຈັບກຸມ ໃນວັນອາທິດທີ່ຜ່ານມາ
ໃນຂໍ້ກ່າວຫາ ກ່ຽວກັບ ການປະຕິບັດ ງານເປັນສາຍລັບ ທີ່ບໍ່ໄດ້ລົງທະບຽນ ຂອງລັດຖະ
ບານຕ່າງປະເທດ ຢູ່ໃນ ສະຫະລັດ ໂດຍບໍ່ໄດ້ແຈ້ງໃຫ້ລັດຖະມົນຕີກະຊວງຍຸຕິທຳຮູ້,
ຕາມທີ່ກົດໝາຍກຳນົດໄວ້. ຂໍ້ກ່າວຫາອັນທີສອງ ໄດ້ຖືກເພີ່ມເຂົ້າ ໃນການຟ້ອງຮ້ອງ
ເຊິ່ງໄດ້ປະກາດໃນວັນອັງຄານວານນີ້.

ນາງ ບູຕີນາ ອາຍຸ 29 ປີໄດ້ຖືກກ່າວຫາວ່າ ເຮັດວຽກຢ່າງລັບໆ ເພື່ອສ້າງສາຍພົວພັນ
ສ່ວນຕົວ ກັບຜູ້ມີອິດທິພົນຊາວ ອາເມຣິກັນ ແລະເຂົ້າ ຫາອົງການຈັດຕັ້ງຕ່າງໆ ທີ່ມີ
ສ່ວນກ່ຽວຂ້ອງກັບການເມືອງ, ເຊັ່ນ ອົງ ການ NRA, ໃນຈຸດປະສົງເພື່ອຂະຫຍາຍຜົນ
ປະໂຫຍດ ຂອງ ຣັດເຊຍ ໃນ ສະຫະລັດ.

ອີງຕາມການຟ້ອງຮ້ອງນັ້ນ, ນາງ ບູຕີນາ ໄດ້ປະຕິບັດແຜນການຕາມ ການຊີ້ນຳຂອງ
ເຈົ້າໜ້າທີ່ລັດຖະບານ ຣັດເຊຍ ຄົນນຶ່ງ. ຜູ້ໃຫ້ປາກຄຳ ບໍ່ໄດ້ບອກຊື່ເຈົ້າໜ້າທີ່ ຣັດເຊຍ
ທີ່ນາງໄດ້ເຮັດວຽກໃຫ້, ແຕ່ການອະທິ ບາຍຂອງລາວແມ່ນກົງກັບທ່ານ ອາເລັກແຊນ
ເດີ ທໍຊິນ (Alexander Torshin), ຮອງຜູ້ວ່າການທະນາຄານກາງຂອງ ຣັດເຊຍ ແລະ
ອະດີດ ສະມາຊິກສະພາສູງໃນພັກສາມັກຄີ ຣັດເຊຍ ຂອງປະທານາທິບໍດີ ວລາດິເມຍ
ປູຕິນ.

ນາງ ບູຕີນາ ແລະ ທ່ານ ທໍຊິນ ໄດ້ກໍ່ຕັ້ງອົງການສິດທິໃນການໃຊ້ປືນ ຫຼື The Right
to Bear Arms, ເຊິ່ງເປັນອົງການທີ່ສະໜັບສະໜູນ ການໃຊ້ປືນ, ແບບດຽວກັບອົງ
ການ NRA ໃນປີ 2012.

ທ່ານ ທໍຊິນ ໄດ້ກາຍເປັນສະມາຊິກຕະຫຼອດຊີວິດຂອງອົງການ NRA ແລະ ທັງສອງ
ຄົນແມ່ນໄດ້ເຂົ້າຮ່ວມໃນການປະຊຸມ ສະໜັບສະໜູນປືນ ປະຈຳປີໃນ ສະຫະລັດ ຢ່າງ
ເປັນປະຈຳ ໃນສອງສາມປີທີ່ຜ່ານມາ, ອີງ ຕາມໜ້າສື່ສັງຄົມຂອງເຂົາເຈົ້າ.

ບັນດາໄອຍະການ ສະຫະລັດ ໄດ້ກ່າວຫາ ນາງ ບູຕີນາ ວ່າ ໄດ້ພະ ຍາຍາມທີ່ຈະສ້າງ
ສາຍພົວພັນອັນໃກ້ຊິດກັບອົງການ NRA ເປັນທາງຜ່ານຫາພັກຣີພັບບລີກັນ ໃນລະ
ຫວ່າງການເລືອກຕັ້ງປະທານາທິບໍດີປີ 2016. ເປົ້າໝາຍກໍແມ່ນເພື່ອຄອບງຳສິ່ງທີ່
ຣັດເຊຍ ເຫັນວ່າເປັນນະ ໂຍບາຍທີ່ “ເປັນແງ່ລົບ ແລະ ຮຸນແຮງ” ຂອງພັກຣີພັບບລີ
ກັນທີ່ມີຕໍ່ ຣັດເຊຍ, ອີງຕາມ ອີແມລຈາກນາງ ບູຕີນາ ທີ່ຖືກດັກສະກັດໄດ້ໂດຍອົງການ
ສັນຕິບານກາງ ຫຼື FBI ແລະ ໄດ້ອ້າງອີງ ໃນການຟ້ອງຮ້ອງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG