ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຳວ່າ ຊາວຕ່າງປະເທດ ເມື່ອເວົ້າເຖິງ ພວກຄົນເຂົ້າເມືອງ ອາດຈະບໍ່ໃຊ້ກັນອີກ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພວມເຊັນດຳລັດ ທີ່ທຳນຽບຂາວ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພວມເຊັນດຳລັດ ທີ່ທຳນຽບຂາວ.

ພວກຄົນເຂົ້າເມືອງ ໄດ້ຖືກກ່າວເຖິງໃນຊື່ “ຊາວຕ່າງປະເທດ” ຢູ່ໃນກົດໝາຍ ຂອງສະຫະ ລັດ ແຕ່ຄຳເວົ້າດັ່ງກ່າວ ສຳລັບຫຼາຍໆຄົນແລ້ວ ແມ່ນເບິ່ງກັນວ່າເປັນຄຳເວົ້າທີ່ດູຖູກ ຊຶ່ງອາດຈະມີການໃຊ້ຄຳເວົ້າອື່ນແທນໃນໄວໆນີ້. ນັກຂ່າວວີໂອເອ Veronica Balderas Iglesias ໄດ້ໂອ້ລົມກັບພວກທີ່ເຫັນພ້ອມແລະບໍ່ເຫັນພ້ອມກັບການປ່ຽນແປງດັ່ງກ່າວ ຊຶ່ງໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງເຊລາ ຊັງຕີອາໂກ ທີ່ຢູ່ພາຍໃຕ້ໂຄງການດາກາ ຫຼືໂຄງການທີ່ພວກຖືກນຳເຂົ້າມາໃນສະຫະລັດໃນຕອນທີ່ຍັງເປັນເດັກນ້ອຍຢູ່ນັ້ນ ກ່າວວ່າ:

“ຄຳວ່າຊາວຕ່າງປະເທດ ຫຼື alien ນີ້ ຖ້າເຈົ້າເວົ້າກັບຄົນອາເມຣິກັນ ກັບພວກທີ່ຖືສັນຊາດ ມັນກໍຈະບໍ່ມີຜົນກະທົບຫຍັງຕໍ່ພວກເຂົາເຈົ້າ ຍ້ອນເຂົາເຈົ້າບໍ່ຮູ້ຈັກວ່າ ມີຫຍັງແດ່ຕ້ອງໄດ້ຕໍ່ສູ້ກັບ ຄຳເວົ້າດັ່ງກ່າວ ແລະການຕໍ່ສູ້ເພື່ອໃຫ້ເໝາະທີ່ຈະເຂົ້າໄປຢູ່ໃນນັ້ນ ການຕໍ່ສູ້ເພື່ອພິສູດເຈົ້າເອງວ່າ ຢູ່ໃນປະເທດແລ້ວ.”

ນາງເຊລາ ຊັງຕີອາໂກ ມີອາຍຸ 2 ປີເຄິ່ງ ເວລາພໍ່ແມ່ຂອງນາງ ອອກຈາກເມັກຊິໂກມາ ເພື່ອຊອກຫາຄວາມໄຝ່ຝັນຕາມແບບສະບັບອາເມຣິກັນ ດ້ວຍການເດີນທາງເຂົ້າມາໃນສະຫະລັດ. ນາງໄດ້ຕົບມືຊົມເຊີຍ ໃຫ້ຂໍ້ສະເໜີ ຂອງປະທານາທິບໍດີໂຈ ໄບເດັນ ທີ່ໄດ້ຮ້ອງຂໍ ໃຫ້ລັດຖະສະພາ ລຶບຄຳວ່າ “ຊາວຕ່າງປະເທດ” ອອກຈາກກົດໝາຍຄົນເຂົ້າເມືອງ ແລະປ່ຽນເປັນ ຄຳວ່າ “ບໍ່ແມ່ນສັນຊາດ” ຊຶ່ງເປັນຄຳເວົ້າທີ່ຂ້ອນຂ້າງເປັນກາງຫຼາຍຂຶ້ນ. ນາງເຊລາ ຊັງຕີອາໂກ ກ່າວວ່າ:

“ຂ້ອຍຮູ້ສຶກມີອາລົມຫຼາຍ ຍ້ອນສຳລັບຂ້ອຍແລ້ວ ມັນຄືກັນກັບວ່າ ເປັນຫຍັງຈຶ່ງເອີ້ນຂ້ອຍວ່າ “ຊາວຕ່າງປະເທດ” ຖ້າຂ້ອຍເປັນຂອງເຈົ້າ. ຂ້ອຍເສຍພາສີໃຫ້ເຈົ້າ ຂ້ອຍຊ່ວຍຜູ້ຄົນຂອງເຈົ້າ. ດັ່ງນັ້ນ ຂ້ອຍຈຶ່ງເຫັນພ້ອມນຳຢ່າງແນ່ນອນວ່າ ມີບາງຢ່າງທີ່ຕ້ອງໄດ້ມີການປ່ຽນແປງ ຍ້ອນມັນມີຄວາມໝາຍ ຫຼາຍໄປກວ່າຄຳເວົ້າ.”

ໂດຍຖືວ່າ ມັນເປັນຄຳເວົ້າທີ່ “ດູຖູກ” ທາງລັດຄາລີຟໍເນຍຈຶ່ງໄດ້ຫ້າມບໍ່ໃຫ້ໃຊ້ຄຳເວົ້າດັ່ງກ່າວນີ້ ຢູ່ໃນກົດໝາຍແຮງງານ ສະບັບປີ 2015.

ສ່ວນຢູ່ນະຄອນນິວຢອກ ໄດ້ເລີ້ມມີການເອົາມາດຕະການໃນປີກາຍນີ້.

ທ່ານຟຣັງຊິສໂກ ໂມຢາ ສະມາຊິກສະພາເທດສະບານນະຄອນນິວຢອກໃຫ້ຄວາມເຫັນກ່ຽວກັບເລື້ອງນີ້ຜ່ານທາງສໄກປ໌ວ່າ:

“ພວກເຮົາພວມເອົາຄຳວ່າ ຊາວຕ່າງປະເທດອອກ ແລະໃສ່ຄຳວ່າ ບໍ່ແມ່ນສັນຊາດແທນ. ບ່ອນ ໃດທີ່ມີເອກກະສານທາງກົດໝາຍຫຼືເອກກະສານຢ່າງເປັນທາງການທີ່ມາຈາກເມືອງແລະກໍເຊັ່ນດຽວກັນ ຢູ່ໃນກົດບັດຂອງເມືອງພວກເຮົາ. ພວກເຮົາຈຶ່ງບໍ່ມີການຟ້ອງຮ້ອງ ແລະພວກເຮົາກໍບໍ່ໄດ້ປະສົບກັບບັນຫາໃດໆ.”

ແຕ່ການກະທຳດັ່ງກ່າວແມ່ນໄດ້ຮັບການຄັດຄ້ານຢ່າງແຂງຂັນຈາກວົງການພວກນິຍົມແນວທາງເດີມ.

ທ່ານແອນດຣູ ອາເທີ (Andrew Arthur) ຈາກສູນກາງ ການສຶກສາ ກ່ຽວກັບພວກຄົນເຂົ້າເມືອງ ກ່າວຜ່ານທາງສໄກປ໌ວ່າ:

“ມັນເປັນຄຳເວົ້າທີ່ເຄີຍໃຊ້ກັນມາໂດຍສະມາຊິກສະພາຫຼາຍຄົນ. ຄວາມຈິງແລ້ວຢູ່ໃນການໂຕ້ຖຽງຂອງສານສູງສຸດເມື່ອໄວໆມານີ້ຄຳວ່າ ‘ຊາວຕ່າງປະເທດທີ່ຜິດກົດໝາຍ’ ຖືກກ່າວເຖິງຫຼາຍໆເທື່ອ ຫຼາຍສິບເທື່ອ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງບໍ່ເຫັນວ່າ ມັນໄຮ້ຄວາມເປັນມະນຸດຢູ່ໃສ ຂ້າພະເຈົ້າເຫັນວ່າມັນເປັນການພັນລະນາໃຫ້ເຫັນເຖິງພາບທີ່ແຈ້ງຂຶ້ນ.”

ທ່ານນາງລໍຣາ ຣີສ (Lora Reis) ທີ່ເຮັດວຽກຢູ່ກະຊວງຮັກສາຄວາມປອດໄພພາຍໃນຂອງລັດຖະບານອະດີດປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ກ່າວຕໍ່ຕ້ານພວກຄົນເຂົ້າເມືອງ ໃນໄລຍະສີ່ປີີທີ່ຜ່ານມານີ້. ທ່ານນາງລໍຣາ ຣີສ ນັກຄົ້ນຄວ້າອະວຸໂສ ທີ່ Heritage Foundation ກ່າວຜ່ານທາງສໄກປ໌ວ່າ:

“ພາຍໃຕ້ກົດໝາຍລັດຖະບານກາງແລ້ວ ບຸກຄົນໃດກໍຕາມທີ່ຢູ່ໃນປະເທດນີ້ ທີ່ບໍ່ໄດ້ເປັນສັນຊາດກໍແມ່ນຄົນຕ່າງປະເທດ ແລະຖ້າຊາວຕ່າງປະເທດມາຢູ່ທີ່ນີ້ໂດຍບໍ່ໄດ້ຮັບອະນຸຍາດແລ້ວ ເຂົາເຈົ້າກໍເປັນພວກຜິດກົດໝາຍ. ນັ້ນຄວນຈະເປັນ ທີ່ຈົບສິ້ນຂອງເລື້ອງລາວທັງໝົດ.”

ພວກສະໜັບສະໜຸນກ່າວວ່າ ການປ່ຽນຄຳວ່າ “ຊາວຕ່າງປະເທດ” ຈະບໍ່ມີຜົນກະທົບຫຍັງ ຕໍ່ການເຮັດວຽກ ຂອງກົດໝາຍຄົນເຂົ້າເມືອງ ແຕ່ມັນຈະໃຫ້ສັນຍານວ່າ ອາເມຣິກາຍັງເປັນປະເທດທີ່ໃຫ້ການຕ້ອນຮັບຢູ່.

ທ່ານນາງເຈນນີ ຊອນ ທະນາຍຄວາມຄົນເຂົ້າເມືອງຈາກອົງການອາຣີເພື່ອຄວາມຍຸຕິທຳ ກ່າວຜ່ານທາງສໄກປ໌ວ່າ:

“ມັນມີເຫດຜົນແລະວິທີທາງກົດໝາຍທີ່ຈະປ່ຽນສຳນວນຄຳເວົ້າແລະເຮັດໃຫ້ມັນທຳງານໄດ້. ຄຳວ່າ ບໍ່ແມ່ນສັນຊາດ ທີ່ຈິງແລ້ວອາດຈະເປັນຄຳເວົ້າແບບເຊື້ອເຊີນຫຼາຍກວ່າ ແລະສະທ້ອນໃຫ້ເຫັນຊ່ອງທາງ ທີ່ສັງຄົມຂອງພວກເຮົາໃນສະພາບທີ່ເປັນຈິງ.”

ແລະນັ້ນມີຄວາມໝາຍແນວໃດແນວນຶ່ງ.

ທ້າວໂກລ ຊອຍ (Glo Choi) ຄົນເຂົ້າເມືອງຈາກເກົາຫຼີ ຜູ້ຊຶ່ງເມື່ອໄວໆມານີ້ໄດ້ສູນເສຍວີຊາຊົ່ວຄາວນັ້ນ ຫວັງວ່າຈະໄດ້ກ້າວໄປສູ່ເສັ້ນທາງໃນການໄດ້ຮັບສັນຊາດ ພາຍໃຕ້ລັດຖະບານທ່ານໄບເດັນ ທີ່ມີນະໂຍບາຍຄົນເຂົ້າເມືອງເປັນມີດຫຼາຍກວ່າແຕ່ກ່ອນ. ທ້າວໂກລ ຊອຍ ເວົ້າວ່າ:

“ຂ້ອຍຫວັງວ່າ ມັນຈະປ່ຽນການຮັບຮູ້ ກ່ຽວກັບຄຳວ່າຄົນເຂົ້າເມືອງແມ່ນຫຍັງ? ພຽງແຕ່ຍ້ອນເຈົ້າເປັນຄົນມີຕົ້ນຕໍມາຈາກບ່ອນອື່ນ ບໍ່ໄດ້ໝາຍຄວາມວ່າເຈົ້າຈະບໍ່ສາມາດຮ້ອງບ່ອນນີ້ວ່າ ບ້ານຢູ່ອາໄສໄດ້ ແລະ ມັນກໍບໍ່ໄດ້ໝາຍຄວາມວ່າເຈົ້າມາຢູ່ທີ່ນີ້ບໍ່ໄດ້.”

ຖ້າການປ່ຽນແປງຫາກມີຂຶ້ນແທ້ ທ້າວຊອຍເວົ້າວ່າ ມັນຈະຕິດຕາມມາດ້ວຍກົດໝາຍຕ່າງໆ ເພື່ອຊ່ວຍພວກທີ່ ຍ້ອນເຫດຜົນທີິ່ເກີນໄປກວ່າການຄວບຄຸມຂອງພວກເຂົາເຈົ້າຍັງສືບຕໍ່ເປັນຄົນທີ່ບໍ່ມີເອກກະສານຢູ່ໃນສະຫະລັດນັ້ນ. ທ້າວຊອຍກ່າວວ່າ:

“ສິດທິມະນຸດບໍ່ມີພົມແດນ. ແນວຄິດກ່ຽວກັບສິດທິມະນຸດກໍແມ່ນວ່າ ເຈົ້າເກີດມາກັບມັນ. ຂ້ອຍບໍ່ຕ້ອງການທີ່ຈະເປັນຄົນຕ່າງປະເທດ ຢູ່ໃນບ້ານຂອງຂ້ອຍເອງ.”

Biden Immigration Alien -- USAGM
please wait

No media source currently available

0:00 0:03:22 0:00

Immigrants are referred to as “aliens” in U.S. laws, but the term, seen by many as derogatory, could be replaced soon. VOA’s Veronica Balderas Iglesias spoke to those in favor and against the proposed change.

Seila Santiago/DACA Beneficiary:

“The word alien, if you say it to an American, to a citizen, it’s not going to affect them because they don't know what it is to struggle with that term and the struggle to fit in, the struggle to prove yourself in the country.”

Seila Santiago was two-and-a-half years old when her parents left Mexico to pursue the American dream, immigrating to the U.S.She applauds President Joe Biden’s proposal asking Congress to remove the word “alien” from immigration laws – and change it to “noncitizen” – a more neutral term.

Seila Santiago/DACA Beneficiary:

“I get so emotional because to me it’s like, why call me an “alien” if I belong to you. I pay your taxes; I help your people. So I definitely agree that’s something that has to be changed because it’s more than just a word.”

Considering it “derogatory” California banned the term from its labor code in 2015.

New York City started taking action last year.

Francisco Moya/New York City Council Member:

“We are taking the word alien and putting “noncitizen.”Wherever there is any type of legal document or official document that comes from the city, and also in any of our city charter. We have not had any lawsuits; we haven’t run into any issues.”

But there is fierce opposition in U.S. conservative circles.

Andrew Arthur/Center for Immigration Studies:

“It’s a term that has been used by many members of Congress. In fact, in a recent Supreme Court argument the word ‘illegal alien’ was any number of times, tens of times. So I don’t see it as dehumanizing, I view it as descriptive.”

Lora Ries worked in the Department of Homeland Security under former President Donald Trump, who stoked anti-immigrant fervor over the last four years.

Lora Ries /Senior Research Fellow, The Heritage Foundation:

“Under federal law, any individual in this country who is not a citizen is an alien. And if the alien is here without permission they are here illegally. That should be the end of the story.”

Changing the word “alien” wouldn’t affect the way U.S. immigration laws work, say advocates.

But it would signal that America is still a welcoming country.

Jenny Seon/Immigration Attorney, Ahri For Justice:

“There are logical and legal ways to change the terminology and make it work. The word noncitizen would actually be more inviting and reflect the way our society actually is.”

And that means something.

Korean Glo Choi, who recently lost a temporary visa, hopes for a path to U.S. citizenship under the more immigrant friendly Biden administration.

He says eliminating the word “alien” is personal.

Glo Choi-Korean Immigrant:

“I hope it changes the perception of what an immigrant is. Just because you are originally from somewhere else, it doesn’t mean you can’t call a place home, and it doesn’t mean that you don’t belong in a place.”

If the change happens, Choi says, it should be followed up by laws to help those who,

for reasons beyond their control, are still undocumented in the United States.

Glo Choi-Korean Immigrant:

“Human rights has no borders. The idea of human rights is that you are born with it. I need to not be an alien, in my own home.”

XS
SM
MD
LG