ທາງການອາລຈີເຣຍເວົ້າວ່າ ຈໍານວນຜູ້ເສຍຊີວິດໃນວິກິດການຈັບຕົວປະ ກັນຢູ່ໂຮງກັ່ນແກັສທໍາມະຊາດແຫ່ງນຶ່ງນັ້ນ ອາດມີເພີ່ມຂຶ້ນ. ລັດຖະບານອາລຈີເຣຍເວົ້າໃນວັນອາທິດມື້ນີ້ວ່າ ມີຫຼາຍປະເທດທີ່ແຈ້ງບອກວ່າ ພົນລະ ເມືອງຂອງຕົນຍັງຫາຍສາບສູນ ຫຼັງຈາກເຫດ ການນອງເລືອດຢູ່ທີ່ໂຮງກັ່ນແກັສທໍາມະຊາດໃນພາກຕາເວັນອອກຂອງອາລຈີເຣຍ ໄດ້ຍຸດຕິລົງ.
ເມື່ອວັນເສົາວານນີ້ ກະຊວງພາຍໃນຂອງປະເທດ Algeria ເວົ້າວ່າ ວິກິດການຕົວປະກັນຂອງຊາດໄດ້ສິ້ນສຸດລົງ ພ້ອມກັບຕົວປະກັນ 23 ຄົນແລະ ພວກຫົວຮຸນແຮງ 32 ຄົນ ຖືກສັງຫານ .
ທ່ານ David Cameron ນາຍົກລັດຖະມົນຕີອັງກິດກ່າວໃນວັນອາທິດມື້ນີ້ວ່າ ມີການຢືນ ຢັນວ່າ ຊາວອັງກິດສາມຄົນໄດ້ເສຍຊີວິດ ແລະເຊື່ອວ່າອີກສາມຄົນກໍໄດ້ຖືກສັງຫານແລ້ວເຊັ່ນກັນ. ກ່ອນໜ້ານີ້ ທາງການສະຫະ ລັດກໍເວົ້າວ່າ ຊາວອະເມຣິກັນຢ່າງໜ້ອຍຄົນນຶ່ງເສຍຊີວິດ.
ກະຊວງພາຍໃນຂອງອາລຈີເຣຍຖະແຫຼງວ່າ ກໍາລັງຮັກສາຄວາມປອດໄພ ໄດ້ປະຕິບັດການກູ້ໄພແລະປ່ອຍຕົວປະກັນຊາວຕ່າງຊາດ 107 ຄົນ ແລະຊາວອາລຈີເຣຍ 685 ຄົນ.
ອົງການຂ່າວ APS ຂອງທາງການອາລຈີເຣຍ ເວົ້າວ່າ ກໍາລັງປະຕິບັດ ການພິເສດຂອງປະເທດ ໄດ້ບຸກເຂົ້າໄປຍັງໂຮງກັ່ນແກັສທໍາມະຊາດໃນ ຕອນເຊົ້າຂອງວັນເສົາ ໃນການບຸກໂຈມຕີບັ້ນສຸດທ້າຍ ຕໍ່ພວກອີສລາມຫົວ ຮຸນແຮງ ທີ່ຈັບຕົວປະກັນຫຼາຍສິບຄົນໄວ້ ຢູ່ໃນໂຮງງານແກັສທໍາມະຊາດ ກາງທະເລຊາຍແຫ່ງນັ້ນ.
ຝຣັ່ງກ່າວສະໜັບສະໜຸນວິທີການຮັບມືກັບສະຖານະການຂອງອາລຈີເຣຍເມື່ອວັນເສົາວານນີ້ ໂດຍເວົ້າວ່າ ມັນເປັນການຕອບໂຕ້ທີ່ເໝາະສົມທີ່ສຸດ ເນື່ອງຈາກບໍ່ສາມາດເຈລະຈາຕໍ່ຮອງກັນໄດ້ ກັບກຸ່ມກໍ່ການຮ້າຍນັ້ນ.
ທີ່ວໍຊິງຕັນ ປະທານາທິບໍດີບາຣັກ ໂອບາມາ ໄດ້ປະນາມພຶດຕິກໍາຂອງພວກລັກພາຕົວ ໂດຍກ່າວຖິ້ມໂທດທັງໝົດໃສ່ພວກເຂົາ.
ທ່ານ Phillip Hammond ລັດຖະມົນຕີປ້ອງກັນປະເທດອັງກິດ ກໍເວົ້າວ່າ ພວກກໍ່ການຮ້າຍເປັນຜູ້ຮັບຜິດຊອບແຕ່ຝ່າຍດຽວ ຕໍ່ການເສຍຊີວິດຂອງພວກຕົວປະກັນນັ້ນ.
ຕົວປະກັນຊາວຕ່າງປະເທດ ທີ່ໂຮງກັ່ນແກັສທໍາມະຊາດ ທາງພາກຕາເວັນ ອອກຂອງປະເທດອາລຈີເຣຍ ເຊື່ອກັນວ່າມີຫຼາຍໆຊົນຊາດນໍາກັນ ນັບຕັ້ງແຕ່ຄົນອາເມຣິກັນ ອັງກິດ ຍີ່ປຸ່ນ ນໍເວ ໂຣມາເນຍ ຟິລິບປິນ ຝຣັ່ງ ມາເລເຊຍ ແລະອອສເຕຣຍ. ໂຮງກັ່ນແກສທໍາມະຊາດດັ່ງກ່າວເປັນການລົງ ທຶນຮ່ວມ ຂອງອາລຈີເຣຍ ອັງກິດ ແລະນໍເວ. ສ່ວນທາງການຍີ່ປຸ່ນກໍເວົ້າວ່າ ພົນລະເມືອງຂອງຕົນຫຼາຍຄົນຫາຍສາບສູນເຊ່ນກັນ.