ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຄົນ​ເສຍ​ຊີ​ວິດຍ້ອນ ເຫດ​ແຜ່ນ​ດິນ​ໄຫວ ໃນອາລ​ບາ​ເນຍ ເພີ້ມ​ຂຶ້ນ​ຢ່າງ​ໜ້ອຍ​​ເຖິງ 30 ຄົນ ​ແລ້ວ


ພະ​ນ​ັກ​ງານ​ກູ້​ໄພ​ສຸກ​ເສີນ​ເຮັດ​ວຽກ ຢູ່​​ບ່ອນ​ທີ່​ຕຶກ​ຫລັງ​ນຶ່ງ​ພັງ​ລົງ​ມາ ຢູ່​ເມືອງ Durres ພາຍ​ຫລັງ​ທີ່ມີ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ທີ່ເຮັດ​ໃຫ້​ອາ​ລ​ບາ​ເນຍສັ່ນ​ສະ​ເທືອນນັ້ນ (ພາບ​ຖ່າຍວັນ​ທີ 27 ພະ​ຈິກ, 2019 ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ)
ພະ​ນ​ັກ​ງານ​ກູ້​ໄພ​ສຸກ​ເສີນ​ເຮັດ​ວຽກ ຢູ່​​ບ່ອນ​ທີ່​ຕຶກ​ຫລັງ​ນຶ່ງ​ພັງ​ລົງ​ມາ ຢູ່​ເມືອງ Durres ພາຍ​ຫລັງ​ທີ່ມີ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ທີ່ເຮັດ​ໃຫ້​ອາ​ລ​ບາ​ເນຍສັ່ນ​ສະ​ເທືອນນັ້ນ (ພາບ​ຖ່າຍວັນ​ທີ 27 ພະ​ຈິກ, 2019 ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ)

ຈຳ​ນວນ​ຄົນ​ເສຍ​ຊີ​ວິດຍ້ອນເຫດ​ແຜ່ນ​ດິນ​ໄຫວທີ່ແຮງທີ່​ສຸດ​ຕໍ່ອາລ​ບາ​ເນຍ ໃນ​ຮອບ​ຫລາຍກວ່າ 3 ທົດ​ສະ​ວັດ​ຜ່ານ​ມາໄດ້​ເພີ້ມ​ຂຶ້ນ​ຢ່າງ​ໜ້ອຍເຖິງ 30 ຄົນ​ແລ້ວ ໃນ​ວັນ​ພຸດ​ວານນີ້ ໃນ​ຂະ​ນະ​ທີ່​ປະ​ເ​ທດດັ່ງ​ກ່າວ​ພາ​ກັນໄວ້​ອາ​ໄລ​ເປັນ​ເວ​ລາ 1 ວັນຢູ່ນັ້ນ.

​ສຽງ​ຂອງ​ທ່ານ​ນາງ ອອ​ລ​ຕາ ຊັກ​ຄາ (Olta Xhaçka), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ສັ່ນເຊັນໃນ​ຂະ​ນະ​ທີ່ທ່າ​ນ​ນາງອ່ານ​ລາຍຊື່​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຢູ່ນັ້ນ.
ນອນຢູ່​ໃນ​ຈຳ​ນວນ​ຄົນ​ທີ່​ເສຍ​ຊີ​ວິດທີ່ລວມທັງ​ເດັກ​ນ້ອຍນັ້ນ, ຢ່າງ​ໜ້ອຍ​ມີ 14 ຄົນ ​ເສຍ​ຊີ​ວິດ​ຢູ່​ໃນ​ເມືອງດູ​ເຣັ​ສ (Durres) ​ເມືອງ​ແຄມ​ທະ​ເລແຫ່ງ​ນັ້ນ, ຢ່າງ​ໜ້ອຍ 15 ຄົນ​ ເສຍ​ຊີ​ວິດ​ຢູ່​ໃນບ້ານທູ​ເມນ (Thumane) ​ແລະ​ອີກ​ຢ່າງ​ໜ້ອຍ 1 ຄົນ ​ເສຍ​ຊີ​ວິດ​ຢູ່​ໃນ​ເມືອງເຄີ​ບິນ (Kurbin). ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ຈຳ​ນວນ​ຄົນ​ເສຍ​ຊີ​ວິດອາດ​ຈະ​ເພີ້ມ​ຂຶ້ນ​ໄປ​ອີກ, ໂດຍ​ທີ່​ມີ​ບາງ​ຄົນ​ກໍ​ຍັງ​ບໍ່​ທັນ​ໄດ້​ຖືກ​ພົບ​ເຫັນ​ເທື່ອ. ອີກ​ຫລາຍ​ຮ້ອຍ​ຄົນທີ່​ຖືກ​ບາດ​ເຈັບ​ໄດ້​ຖືກ​ນຳ​ສົ່ງ​ໄປ​ຫາ​ໂຮງ​ໝໍ.

ລັດ​ຖະ​ບານ​ໄດ້​ປະ​ກາດ​ສະ​ພາບ​ສຸກ​ເສີນ​ຢູ່​ໃນ​ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ກະ​ທົບ​ຫລາຍ​ທີ່​ສຸດນັ້ນ, ໃນ​ຂະ​ນະ​ທີ່​ພວກ​ນັກ​ກູ້​ໄພ​ສືບ​ຕໍ່​ດຶງ​ເອົາ​ຄົນ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ​ຢູ່ນັ້ນ.

ທີມ​ງານ​ກູ້​ໄພ​ຕ່າງໆ ແລະ​ທີມ​ງານ​ພິ​ເສດ​ໄດ້​ແຈກ​ຢາຍ​ກັນອອກ​ໄປ​ຈາກບັນ​ດາ ປະ​ເທດ​ເພື່ອນ​ບ້ານ ໂກ​ໂຊ​ໂວ, ອີ​ຕາ​ລີ ແລະ​ກ​ຣີ​ສ.

ຄະ​ນະ​ກໍ​າ​ມາ​ທິ​ການ​ຢູ​ໂຣບ​ຂຽນ​ຢູ່​ໃນ​ທວີດ​ເຕີວ່າ ຕົນຢືນ​ຢູ່​ຄຽງ​ຂ້າງອາລ​ບາ​ເນຍ “ໃນ​ເວ​ລາ​ທີ່​ປະ​ສົບ​ຄວາມ​ຫຍຸ້ງ​ຍາກຄື​ແນວນີ້ ​ທີ່​ເກີດ​ຂຶ້ນ​ພາຍ​ຫລັງ​ເຫດ​ແຜ່ນ​ດິນ​ໄຫວດັ່ງ​ກ່າວ."
ຖະ​ແຫ​ລງ​ການ​ສະ​ບັບ​ນຶ່ງ​ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ​ເວົ້າ​ວ່າ "ພວກ​ເຮົາ​ໄດ້​ລະ​ດົມ​ເອົາ​ການ​ຊ່ວຍ​ເຫລືອ​ໃນ​ທັນ​ທີ​ທັນ​ໃດ ເພື່ອ​ຊ່ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ, ແລະລະ​ດົມເອົາ​ທີມ​ງານ​ກູ້​ໄພ​ຈາກ​ອີ​ຕາ​ລີ, ກ​ຣີ​ສ ແລະ​ໂຣ​ມາ​ເນຍ ທີ່​ກຳ​ລັງ​ເດີນ​ທາງ​ໄປ​ຍັງ​ທີ່ນັ້ນ​ຢູ່."

ນອກນັ້ນ ​ການ​ຊ່ວຍ​ເຫລືອ​ຈາກ​ຝ​ຣັ່ງ, ເທີ​ກີ, ເຊີ​ເບຍ ແລະ​ສະ​ຫະ​ລັດ​ກໍໄດ້​ໄປ​ເຖິງ​ທີ່ນັ້ນ​ແລ້ວ.

ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ຍັງ​ໄດ້​ສົ່ງຖະ​ແຫລງ​ການ​ສະ​ບັບ​ນຶ່ງ ເພື່ອສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ໄປ​ຍັງ​ທີ່ນັ້ນ​ອີກ​ດ້ວຍ.

“ສະ​ຫະ​ລັດ​ແມ່ນ​ຢືນ​ຢູ່​ຄຽງ​ຂ້າງເພື່ອນ​ຂອງ​ພວກ​ເຮົາ​ໃນອາລ​ບາ​ເນຍ, ດັ່ງ​ດຽວ​ກັນກັບຊາວ​ອາ​ເມ​ຣິ​ກັນ ແລະຊາວອາລ​ບາ​ເນຍລ້ວນ​ແຕ່​ຢືນ​ຢູ່​ຄຽງ​ຂ້າງກັນ​ສະ​ເໝີ​ໃນ​ເວ​ລາປະ​ສົບກັບ​ຄວາມ​ຫຍຸ້ງ​ຍາກ. ພວກ​ເຮົາ​ຈະ​ສືບ​ຕໍ່​ຕິດ​ຕາມສະ​ພາບ​ການ​ຢ່າງ​ໃກ້​ຊິດ ແລະ​ກຽມ​ພ້ອມ​ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອທຸກ​ເວ​ລາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG