ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ປ່ອນບັດ ລັດອາລາບາມາ ຈະຕັດສິນໃຈ ກ່ຽວກັບການແຂ່ງຂັນເອົາ ສະມາຊິກສະພາສູງທີ່ສຳຄັນ


Alabama Voters to Decide Key Senate Race
please wait

No media source currently available

0:00 0:02:19 0:00

ໃນວັນທີ 12 ທັນວາ ມື້ອື່ນນີ້ ບັນດາຜູ້ມີສິດປ່ອນບັດຢູ່ລັດອາລາບາມາ ຈະພາກັນໄປ
ປ່ອນ​ບັດເລືອກເອົາສະມາຊິກພັກເດໂມແຄຣັດ ທ່ານດັກ ໂຈນສ໌ ຫລືສະມາຊິກພັກຣີພັບ
ບລິກັນ ທ່ານຣອຍ ມໍຣ ເປັນສະມາຊິກສະ ພາສູງສະຫະລັດ. ສິ່ງທີ່ພາໃຫ້ເກີດຄວາມສັບ
ສົນ ໃນການແຂ່ງຂັນນີ້ ກໍຄື ມີລາຍງານວ່າ ທ່່ານມໍຣ ອະດີດຫົວໜ້າຜູ້ພິພາກສາສານສູງ
ຂອງລັດ ໄດ້ມີການພົວພັນ ໃນການປະພຶດທາງເພດທີ່ບໍ່ເໝາະສົມກັບເດັກຍິງອາຍຸ 14
ປີ ຕິດຕາມມາດ້ວຍການກ່າວຫາຕ່າງໆເພີ້ມເຕີມຈາກພວກແມ່ຍິງຈຳນວນນຶ່ງກ່ຽວກັບ
ທ່ານມໍຣ. ນັກຂ່າວວີໂອເອ ເດໂບຣາ ບລູມ ໄດ້ໂອ້ລົມກັບບັນດາຜູ້ມີສິດປ່ອນບັດ ຢູ່ທີ່ມັນ
ໂກແມຣີ ລັດອາລາບາມາ ກ່ຽວກັບການເລືອກຕັ້ງດັ່ງກ່າວ ຊຶ່ງ​ກິ່ງ​ສະຫວັນ​ ຈະ​ນໍາລາຍ
ລະອຽດມາສະ​ເໜີ​ທ່ານ.


ການເລືອກຕັ້ງພິເສດຢູ່ລັດອາລາບາມາ ທາງພາກໃຕ້ຂອງສະຫະລັດ ໄດ້ມີການສົນທະ
ນາກັນ ຢູ່ທົ່ວປະເທດ. ທ່ານຣອຍ ມໍຣ ທີ່ສັງກັດພັກຣີພັບ ບລິກັນ ແລະທ່ານດັກ ໂຈນສ໌ ທີ່ສັງກັດພັກເດໂມແຄຣັດ ກຳລັງແຂ່ງຂັນເອົາບ່ອນນັ່ງ ຢູ່ສະພາສູງສະຫະລັດ ​ຊຶ່ງເປັນ
ການແຂ່ງຂັນ ທີ່ຈະມີຜົນຕິດຕາມ ຢູ່ໃນຂອບເຂດທີ່ກວ້າງໄກຂອງປະເທດ. ຜູ້ໃດກໍຕາມ
ທີ່ຊະນະບໍ່ພຽງແຕ່ຈະໄດ້ໄປນະຄອນຫລວງວໍຊິງຕັນ ແຕ່ເຂົາເຈົ້າອາດປ່ຽນແປງຄວາມ
ກໍ້າເກິ່ງດ້ານອຳນາດຢູ່ໃນສະພາສູງ. ການໄດ້ຮັບໄຊຊະນະຂອງທ່ານມໍຣອາດໝາຍ
ຄວາມວ່າ ພັກຣີພັບບລິກັນ ຈະໄດ້ກຳສຽງສ່ວນຫຼາຍ ແໜ້ນຂຶ້ນ​ກວ່າເກົ່າ. ແຕ່ວ່າຖ້າຫາກ
ທ່ານໂຈນສ໌ຫາກໄດ້ຮັບໄຊຊະນະ ພັກເດໂມແຄຣັດ ອາດຈະຮູ້ສຶກມີຄວາມກ້າຫານຫຼາຍ
ຂຶ້ນ ແລະອາດຈະທຳການທ້າທາຍຫຼາຍ ຂຶ້ນ ຕໍ່ລັດຖະບານຂອງປະທານາທິບໍດີທຣໍາ.

ປະທານາທິບໍດີ ດໍໂນລ ທຣໍາ ກ່າວວ່າ “ພວກເຮົາບໍ່ຕ້ອງການຜູ້ນິຍົມຫົວເສລີຢູ່ທີ່ນັ້ນ
ທີ່ີ​ເປັນສະມາຊິກພັກເດໂມແຄຣັດ.”

ຢູ່ໃນລັດ ທີ່ນິຍົມແນວທາງເດີມ ຄືດັ່ງລັດອາລາບາມາ ທ່ານຣອຍ ມໍຣ ອາດ ເບິ່ງຄືວ່າ ເປັນການເລືອກເອົາທີ່ເຫັນໄດ້ແຈ້ງ.

ແຕ່ການກ່າວຫາ ກ່ຽວກັບ ການລວນລາມທາງເພດ ກຳລັງເປັນເງົາມືດບົດບັງ ການ
ສະໝັກຂອງທ່ານ. ແມ່ຍິງຫລາຍໆຄົນພາກັນກ່າວຫາທ່ານມໍຣ ໄດ້ເຂົ້າໄປຫາເຂົາເຈົ້າ
ໃນເວລາທີ່ເຂົາເຈົ້າຍັງເປັນສາວນ້ອຍຢູ່.

ແມ່ຍິງຄົນນຶ່ງກ່າວອ້າງວ່າ ທ່ານມໍຣ ຈັບບາຍນາງເມື່ອສີ່ສິບປີກ່ອນ ໃນຂະນະທີ່ລາວ ຂັບລົດພານາງກັບບ້ານຈາກວຽກ. ນາງກ່າວວ່າ ນາງມີອາຍຸໄດ້ສິບຫົກປີໃນເວລານັ້ນ.

ນາງບິວເວີລີ ຢັງ ແນລສັນ ຜູ້ກ່າວຫາທ່ານມໍຣເວົ້າວ່າ “ຂ້ອຍຕື່ນຕົກໃຈ. ທ່ານຍັງ
ໄດ້ພະຍາຍາມດຶງເສື້ອຂ້ອຍອອກ. ຂ້ອຍຄິດວ່າລາວຈະຂົ່ມຂືນຂ້ອຍ.”

ທ່ານມໍຣ ໄດ້ປະຕິເສດຕໍ່ການກ່າວຫາ ແລະເວົ້າວ່າ ເຂົາເຈົ້າຕ້ອງການທີ່ຈະສ້າງຄວາມ
ເຊື່ອມເສຍ ໃຫ້ແກ່ການໂຄສະນາຫາສຽງຂອງທ່ານ.

ທ່ານຣອຍ ມໍຣ ກ່າວວ່າ “ການກ່າວຫາເຫຼົ່ານີ້ແມ່ນບໍ່ຖືກຕ້ອງຢ່າງສິ້ນເຊີງ. ມັນເປັນ​ເລື້ອງທີ່ມີຈຸດປະສົງຮ້າຍ. ໂດຍສະເພາະຢ່າງຍິ່ງຂ້າພະເຈົ້າບໍ່ຮູ້ພວກແມ່ຍິງ ເຫລົ່າ
ນີ້ ແລະຂ້າພະເຈົ້າ ບໍ່ເຄີຍມີສ່ວນກ່ຽວຂ້ອງໃດໆ ໃນການລວນລາມທາງເພດກັບຜູ້
ໃດເລີຍ.”

ເຖິງແມ່ນມີເລື້ອງດັ່ງກ່າວນີ້ ແຕ່ພວກປ່ອນບັດຫລາຍໆຄົນກໍບໍ່ສົນໃຈ ຊຶ່ງພາກັນມີ
ຄວາມສົງໄສໃນການກ່າວຫາຕໍ່ທ່ານ.

ທ່ານເດວິດ ເຣ ຜູ້ມີສິດປ່ອນບັດຢູ່ລັດອາລາບາມາ ກ່າວວ່າ “ການກ່າວຫາເຫຼົ່ານີ້ ແມ່ນຜິດພາດທັງໝົດ. ຂ້າພະເຈົ້າຮູ້ຜູ້ຊາຍຄົນນີ້. ຂ້າພະເຈົ້າຮູ້ວ່າທ່ານມີຈຸດຢືນ
ແບບໃດ.”

ນາງທັນຍາ ເຈັນກິນສ໌ ຜູ້ມີສິດປ່ອນບັດຢູ່ລັດອາລາບາມາ ກ່າວວ່າ “ພວກເຮົາ ແມ່ນ
ຢູ່ພາຍໃຕ້ລະບົບ ຈະເປັນຜູ້ບໍລິສຸດຈົນກວ່າພິສູດວ່າມີຄວາມຜິດ. ເພາະສະນັ້ນ ຂ້າ
ພະເຈົ້າຮູ້ສຶກວ່າ ພວກເຮົາໄດ້ເລີ້ມດຳເນີນການໄປໃນທາງທີ່ບໍ່ດີ ໂດຍມີຫລາຍຄົນ
ຖືກກ່າວຫາ ແລະຖືກກ່າວຫາໃນສິ່ງທີ່ໄດ້ເກີດຂຶ້ນ ເມື່ອ 20 ຫາ 30 ປີກ່ອນ.”

ແຕ່ຄົນອື່ນໆມີຄວາມຮູ້ສຶກທີ່ແຕກຕ່າງ ໂດຍຕັດສິນໃຈໄປແລ້ວ ຢາກເຫັນທ່ານໂຈນສ໌ ​ເຂົ້າຮັບໜ້າທີ່ນີ້.

ທ່ານແຮຣີ ທຣັສໂລ ຜູ້ປ່ອນບັດຢູ່ລັດອາລາບາມາ ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນ
ຈະບໍ່ມີກຽດສັກ​ສີເລີຍ ສຳລັບລັດອາລາບາມາ ທີ່ຈະມີຜູ້ຕາງໜ້າແຫ່ງຊາດຄືກັບ
ທ່ານຣອຍມໍຣ. ມັນຈະບໍ່ດີສຳລັບປະເທດຊາດ ບໍ່ດີສຳລັບລັດ.”

ບັນດາສະມາຊິກສະພາສູງກ່າວວ່າ ຖ້າຫາກ​ແມ່ນທ່ານມໍຣ ເປັນຜູ້ຊະນະ ທ່ານຈະປະ
ເຊີນໜ້າກັບການສືບສວນດ້ານຈັນຍາບັນ ຢູ່ໃນສະພາສູງສະຫະລັດ.

ແຕ່ທ່ານຈະໄປເຖິງຂັ້ນນັ້ນຫລືບໍ່ ແມ່ນຂຶ້ນຢູ່ກັບຊາວລັດອາລາບາມາ ຈະເປັນຜູ້ຕັດ
ສິນໃຈ.

ໃນຂະນະທີ່ຜູ້ຄົນຢູ່ໃນທົ່ວປະເທດ ພາກັນຈັບຕາເບິ່ງດ້ວຍຄວາມກັງວົນ.

XS
SM
MD
LG