ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກລົບ ກຸ່ມ al-Shabab ເຂົ້າຍຶດເອົາ ຄ້າຍທະຫານ ໂຊມາເລຍ


ແຜນທີ່ປະເທດໂຊມາເລຍ
ແຜນທີ່ປະເທດໂຊມາເລຍ

ພວກ​ນັກ​ລົບຂອງ​ກຸ່ມ al-Shabab ​ໄດ້​ເຂົ້າ​ຍຶດ​ເອົາ​ຄ້າຍແຫ່ງ​ນຶ່ງຂອງກຳລັງ​ທະຫານ​ເຄນ​ຢາ​ ແລະໂຊ​ມາ​ເລຍ ຢູ​ໃນ​ເມືອງ​ Kulbiyow ຊຶ່ງຕັ້ງຫ່າງ​ຈາກ ​ຊາຍແດນ​ເຄນ​ຢາ 18 ກິ​ໂລ​ແມັດ​ ອີງ​ຕາມ​ການ​ບອກ​ເລົ່າ​ຂອງ​ພວກ​ຊາວບ້ານ​ຕໍ່ວີ​ໂອ​ເອພະ​ແນ​ກພາສາ​ໂຊ​ມາ​ເລຍ.

ອາດ​ມີ​ພວກ​ນັກ​ລົບ​ຂອງ​ກຸ່ມ al-Shabab ຫລາຍ​ສິບ​ຄົນ​ແລະ​ທະຫານ​ເສຍ​ຊີວິດ ​ແຕ່​ຈຳ ນວນ​ຈຳນວນ​ດັ່ງກ່າວ​ນີ້​ແມ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກວດ​ສອບ​ເທື່ອ.

ຊາວບ້ານ​ສອງ​ຄົນກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ໂຈມຕີ​ເມືອງດັ່ງກ່າວ ແລະ​ຍຶດ​ເອົາ​ຄ້າຍ​ທະຫານ ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້.

ການ​ໂຈມ​ຕີ​ໄດ້​ເລີ້​ມ​ເກີດຂຶ້ນ ​ເວລາ​ລົດ​ບັນທຸກ​ຄັນ​ນຶ່ງ​ ທີ່​ເຕັມ​ໄປ​ດ້ວຍ​ລະ​ເບີດ​ໄດ້​ແຕກ​ຂຶ້ນ​ຢູ່​ໃນ​ຄ້າຍ ຕິດຕາມ​ມາ​ດ້ວຍ​ ການ​ຍິງ​ຕໍ່ສູ້​ກັນຢ່າງດຸ​ເດືອດ ​ແລະ​ການ​ໂຈມ​ຕີ​ດ້ວຍ​ກຳລັງ​ພາກພື້ນດິນ.

​ເຈົ້າ​ໜ້າ​ທີ່​ທະຫານ​ໂຊ​ມາ​ເລຍ​ຄົນ​ນຶ່ງ​ກ່າວ​ຕໍ່​ວີ​ໂອ​ເອວ່າ “​ເຮືອບິນ​ນ້ອຍ​ສັງ​ເກດ​ການ​ທີ່​ບໍ່​ມີ​ຄົນ​ຂັບໄດ້​ເຫັນ​ພວກ​ນັກ​ລົບກຸ່ມ​ al-Shabab ເຄື່ອນ​ກຳລັງເຂົ້າ​ມາ.” ທ່ານ​ກ່າວ​ວ່າ ກອງ​ທະຫານ “​ໄດ້​ຍິງ​ລູກປືນ​ຄົກ” ​ເຂົ້າໃສ່​ພວກຫົວ​ຮຸນ​ແຮງ ແຕ່​ບໍ່​ປະສົບ​ຜົນສຳ​ເລັດ​ທີ່​ຈະ​ຢຸດ​ຢັ້ງ​ເຂົາ​ເຈົ້າ ​ແລະຕໍ່​ມາ​ພວກ​ຫົວ​ຮຸນ​ແຮງ​ໄດ້​ຂັບ​ລົດ “ບັນທຸກ​ລະ​ເບີດ​ສອງ​ຄັນ​ແລ່ນ​ເຂົ້າ​ມາ​ໃນ​ຄ້າຍ.”

ກຳລັງ​ທະຫານ​ຈຳນວນນ້ອຍ​ໆຂອງ​ໂຊ​ມາ​ເລ​ຍແລະ​ເຄນ​ຢາ ​ໄດ້​ຕໍ່ສູ້​ເພື່ອ​ຕ້ານ​ຢັນ​ການ​ໂຈມ​ຕີ​ຂອງພວກ​ຫົວ​ຮຸນ​ແຮງ al-Shabab ​ແຕ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ບີບ​ຄະ​ນວນ​ລະ​ເບີດໃຫ້​ແຕກຂຶ້ນຕື່ມ ​ແລະ​ສືບ​ຕໍ່​ບຸກ​ໂຈມ​ຕີ​ຢ່າງ​ໜັກ​ໜ່ວງ.

ຊາວ​ບ້ານ​ກ່າວ​ວ່າ ການ​ສູ້​ລົບກັນ​ໄດ້​ແກ່ຍາວ​ມາ​ເປັນ​ເວລາ​ດົນກວ່າ 90 ນາທີ ​ໃນ​ຂະນະ​ທີ່​ພວກ​ຫົວ​ຮຸນ​ແຮງມີ​ກຳລັງ​ຫລາຍ​ກວ່າ​ທະຫານ​ໂຊ​ມາ​ເລຍແລະ​ເຄນ​ຢາ.

ພວກ​ຊາວບ້ານ​ກ່າວ​ວ່າ ພວກ​ນັກ​ລົບຂອງ​ກຸ່ມ Al-Shabab ​ເວລາ​ນີ້​ ໄດ້ຄວບ​ຄຸມຄ້າຍ​ທະຫານ​ທັງ​ໝົດ ​ແລະ​ຈູດ​ລົດ​ທະຫານ.

​ເວັບ​ໄຊ​ຂອງກຸ່ມ al-Shabab ກ່າວ​ວ່າ​ ພວກ​ນັກ​ລົບ​ຂອງ​ເຂົາ​ເຈົ້າ ​ໄດ້​ພາກັນ “​ເຂົ້າ​ຍຶດ​ເອົາ​” ຄ້າຍທະຫານ​ດັ່ງກ່າວ.

ພວກ​ຊາວບ້ານ​ກ່າວຕື່ມ​ວ່າ ພວກ​ຫົວ​ຮຸນ​ແຮງ​ ໄດ້​ເລີ້ມບຸກໂຈມ​ຕີ​ ຈາກ​ເມືອງ Badhadhe ທີ່ຕັ້ງຢູ່​ໃກ້ໆ​ນັ້ນ.

ຈຳນວນ​ຂອງ​ຜູ້​ທີ່​ບາດ​ເຈັບ​ລົ້ມຕາຍ ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ກັນ​ເທື່ອ​ໃນ​ເວລາ​ນີ້.

​Kulbiyow ​ເປັນ​ເມືອງ​ນຶ່ງຂອງ​ໂຊ​ມາ​ເລຍ ທີ່​ຕັ້ງຢູ່​ໃນ​ເຂດ Lower Jubba ​ໃກ້ກັບ​ຊາຍ​ແດນ​ເຄນ​ຢາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG