ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດ-19 ເຮັດໃຫ້ການຂົນສົ່ງສິນຄ້າ ຂອງສາຍການບິນ Southwest ຫລາຍກວ່າ ຄົນໂດຍສານ


ພະນັກງານກໍາລັງເອົາເຄື່ອງຂອງອອກຈາກເຮືອບິນລໍານຶ່ງຂອງສາຍການບິນ Southwest ໃນສະໜາມບິນແອັດແລນຕາ, ລັດຈໍເຈຍ
ພະນັກງານກໍາລັງເອົາເຄື່ອງຂອງອອກຈາກເຮືອບິນລໍານຶ່ງຂອງສາຍການບິນ Southwest ໃນສະໜາມບິນແອັດແລນຕາ, ລັດຈໍເຈຍ

ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ທີ່ເປັນເຫດໃຫ້ຫລາຍປະເທດທົ່ວໂລກ ລວມທັງສະຫະລັດ ປິດປະເທດໄວ້ ໃນໄລຍະໃກ້ຄຽງກັນ ນັບແຕ່ຕົ້ນປີນີ້ເປັນຕົ້ນມານັ້ນ ໄດ້ເຮັດໃຫ້ມີການປ່ຽນແປງ ໄປຢ່າງຫລວງຫລາຍ ບໍ່ພຽງແຕ່ຢູ່ໃນກິດຈະວັດປະຈໍາວັນຂອງບຸກຄົນ ທັງຍັງຢູ່ໃນເກືອບໝົດທຸກຂົງເຂດວຽກງານ ແລະເສດຖະກິດຂອງໂລກຕະຫລອດ. ເຊັ່ນດຽວກັນຢູ່ໃນຂະແໜງ ການຂົນສົ່ງທາງອາກາດຢູ່ໃນ ສະຫະລັດນັ້ນ ໂດຍລວມແລ້ວແມ່ນ
ມີການບໍລິການຂອງສາຍການບິນຕ່າງໆ ຫລຸດລົງຢ່າງຫລວງຫລາຍ ນັບແຕ່ມີການປິດປະເທດ ແລະ ລັດຕ່າງໆ ໄວ້ ໂດຍສະເພາະ ແມ່ນຢູ່ໃນຊ່ວງເດືອນມີນາຫາເດືອນ ເມສານັ້ນ ແມ່ນມີການປ່ຽນແປງຫລາຍ ອີງຕາມການບອກເລົ່າຂອງທ່ານ ບຸນປະສົງ ວົງສໍາພັນ, ພະນັກງານຂົນເຄື່ອງສິນຄ້າຂອງບໍລິສັດເຊົາແວສ (Southwest Airline), ຢູ່ໃນສະໜາມບິນຮາດສຟຽວ-ແຈກຊັນແອັດແລນຕາ (Hartsfield-Jackson Atlanta), ລັດຈໍເຈຍ ທີ່ເປັນສະໜາມໃຫຍ່ ແລະມີຄົນ ເດີນທາງ ໄປມາໃນ ຈໍານວນຫລາຍທີ່ສຸດຂອງໂລກ ຊຶ່ງກໍຄືຕາມປົກກະຕິແລ້ວ ແມ່ນ ຫລາຍກວ່າ 62 ລ້ານຄົນຕໍ່ປີ.

ລໍ້ໃສ່ເຄື່ອງຂອງສາຍການບິນ Southwest ຢູ່ສະໜາມບິນສາກົນຂອງນະຄອນແອັດແລນຕາ, ລັດຈໍເຈຍ
ລໍ້ໃສ່ເຄື່ອງຂອງສາຍການບິນ Southwest ຢູ່ສະໜາມບິນສາກົນຂອງນະຄອນແອັດແລນຕາ, ລັດຈໍເຈຍ

ແຕ່ວ່າຫລັງຈາກມີການລະບາດຢ່າງໜັກຂອງພະຍາດໂຄວິດ-19 ນີ້ແລ້ວ ສາຍ ການບິນຕ່າງໆ ລວມທັງສາຍການບິນຂອງບໍລິສັດເຊົາແວສ (Southwest Airline), ຊຶ່ງເປັນບໍລິສັດ ສະໜອງການບໍລິການການບິນ ພາຍໃນປະເທດທີ່ ໃຫຍ່ແຫ່ງນຶ່ງຂອງສະຫະລັດ ແມ່ນມີການປ່ຽນແປງຫລາຍ. ນຶ່ງໃນການປ່ຽນ ແປງ ທີ່ສັງເກດໄດ້ຢ່າງຈະແຈ້ງທີ່ສຸດ ກໍຄືມີຈໍານວນຄົນໂດຍສານຂອງບໍລິສັດ ເຊົາແວສ (Southwest Airline), ເດີນທາງໄປຜ່ານສະໜາມບິນດັ່ງກ່າວ ມີ ຈໍານວນຫລຸດລົງປະມານ 90 ເປີເຊັນ ຊຶ່ງເປັນການຫລຸດລົງຫລາຍຢ່າງເປັນ ປະຫວັດການ. ແຕ່ການຂົນສົ່ງສິ່ງຂອງເກັບມີຫລາຍຂຶ້ນ ກວ່າເກົ່າ ໃນຂະນະ ທີ່ຈໍານວນຖ້ຽວບິນຫລຸດລົງພຽງແຕ່ປະມານ 60 ເປີເຊັນ ເທົ່ານັ້ນ ຖ້າທຽບໃສ່ ເມື່ອກ່ອນ ດັ່ງທີ່ຜູ້ກ່ຽວເປີເຜີຍຢູ່ວີໂອເອຟັງວ່າ:

ເມື່ອຖາມເຖິງຈໍານວນຂອງຜູ້ໂດຍສານ, ຜູ້ກ່ຽວຕອບວ່າ:

ຜູ້ກ່ຽວຍັງເວົ້າອີກວ່າໃນໄລຍະສອງອາທິດຜ່ານມານີ້ ເຖິງແມ່ນວ່າ ຈະເລີ້ມມີການເປີດປະເທດແລະ ເປີດລັດຄືນເປັນບາງສວນແລ້ວກໍຕາມ ແຕ່ການເດີນທາງໄປມາທາງອາກາດນີ້ ຍັງບໍ່ທັນກັບຄືນໄປສູ່ສະພາບປົກກະຕິໄດ້ເທື່ອ ແລະຜູ້ເດີນທາງສ່ວນໃຫຍ່ກໍຍັງແມ່ນພະນັກງານ ແລະເຈົ້າໜ້າທີ່ ທີ່ຈໍາເປັນ ເຊັ່ນພວກນັກຊ່ຽວຊານການແພດ ຫລືທ່ານໝໍ ຫລືບຸກຄົນສໍາ ຄັນອື່ນໆ ເທົ່ານັ້ນ. ແລະຜູ້ກ່ຽວໃຫ້ຂໍ້ສັງເກດວ່າ ຍັງອີກດົນທີ່ສະພາບການຂົນສົ່ງຜູ້ໂດຍສານທີ່ຫລຸດລົງໃນຊ່ວງປິດປະເທດນີ້ ຈະກັບຄືນໄປສູ່ສະພາບເດີມໄດ້ ເວັ້ນເສຍແຕ່ວ່າ ຈະມີການສັກຢາວັກຊິນກັນພະຍາດນີ້ ຊຶ່ງຈະເຮັດໃຫ້ຜູ້ຄົນທົ່ວໄປ ແລະຄອບຄົວຮູ້ສຶກໝັ້ນໃຈໃນດ້ານຄວາມປອດໄພ ຈາກການຕິດພະຍາດນີ້ຫລາຍຂຶ້ນໃນເວລາເດີນທາງ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເປັນພາສາອັງກິດ:

More Cargoes Transported by Southwest Airline than Passengers During Country’s Lockdown over Covid-19 Concerns

Southwest Airline has transported more cargos than passengers to and from the world’s busiest Hartsfield-Jackson Atlanta airport, GA, as the number of passengers drop 90% and the number of flights fall more than 60% since country’s lockdown in March, said a Lao-American ramp agent at the airport.

XS
SM
MD
LG