ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການກໍ່ສ້າງ ສະໜາມບິນ ຫົວພັນ ໄດ້ກ້າວໜ້າຮອດ 35 ເປີເຊັນແລ້ວ


ພື້ນທີ່ການກໍ່ສ້າງສະໜາມບິນແຂວງ ຫົວພັນ.
ພື້ນທີ່ການກໍ່ສ້າງສະໜາມບິນແຂວງ ຫົວພັນ.

ການກໍ່ສ້າງສະໜາມບິນຢູ່ແຂວງຫົວພັນທີ່ລົງທຶນ ແລະ ດຳເນີນ ການກໍ່ສ້າງໂດຍກຸ່ມບໍລິສັດຈາກ ຫວຽດນາມ ໄດ້ຄືບໜ້າໄປແລ້ວ 35 ເປີເຊັນ ຫາແຕ່ກໍຍັງຖືວ່າຊັກຊ້າກວ່າແຜນການທີ່ວາງເອົາໄວ້.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ການຂົນສົ່ງ ເປີດເຜີຍວ່າໂຄງການກໍ່ສ້າງ ສະໜາມບິນໃໝ່ຂອງແຂວງຫົວພັນທີ່ຕັ້ງຢູ່ ບ້ານໜອງຄ້າງ ເມືອງ ຊຳເໜືອ ທີ່ລົງທຶນ ແລະ ດຳເນີນການກໍ່ສ້າງໂດຍກຸ່ມບໍລິສັດ Hoang Anh Gia Lai ຈາກ ຫວຽດນາມ ນັບຈາກປີ 2014 ເປັນຕົ້ນມາຈົນເຖິງປະຈຸບັນນີ້ໄດ້ຄືບໜ້າໄປແລ້ວປະມານ 35 ເປີເຊັນ ແຕ່ກໍຖືວ່າຊັກ ຊ້າກວ່າແຜນການທີ່ວາງໄວ້ໃນທຸກໆດ້ານ.

ທັງນີ້ໂດຍນອກຈາກຈະມີສາເຫດມາຈາກສະພາບພູມອາກາດ ເຊັ່ນຝົນຕົກທີ່ເປັນອຸປະສັກທັງ ຕໍ່ການດຳເນີນງານກໍ່ສ້າງ ແລະ ການຂົນສົ່ງວັດຖຸອຸປະກອນຕ່າງໆແລ້ວ ກໍຍັງມີສາເຫດສຳຄັນ ຈາກການກໍ່ສ້າງທີ່ບໍ່ໄດ້ມາດຕະຖານຕາມແບບທີ່ທາງການລາວ ກຳນົດອີກດ້ວຍ ເຊິ່ງໄດ້ເປັນ ຜົນເຮັດໃຫ້ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຕ້ອງອອກຄຳສັ່ງໃຫ້ກຸ່ມບໍລິສັດ Hoang Anh Gia Lai ໂຈະການກໍ່ສ້າງສະໜາມບິນດັ່ງກ່າວ ເປັນການຊົ່ວຄາວໃນຊ່ວງກາງປີ 2015 ທີ່ຜ່ານມາ ດັ່ງທີ່ທ່ານ ບຸນຈັນ ໄດ້ໃຫ້ການຢືນຢັນວ່າ.

ທ່ານ ບຸນຈັນ ສິນທະວົງ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມ
ທ່ານ ບຸນຈັນ ສິນທະວົງ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມ

"ໂຄງການກໍ່ສ້າງເດີ່ນບິນໜອງຄ້າງອັນນີ້ນີ່ ເປັນບັນຫາທີ່ສຳຄັນ ຂ້າພະເຈົ້າກໍໄດ້ເມືອເບິ່ງກໍໄດ້ເຫັນສະພາບຕົວຈິງຈະຕ້ອງໄດ້ ເບິ່ງເພາະວ່າ ການກໍ່ສ້າງບໍ່ໄປຕາມມາດຕະຖານເທັກນິກເພາະ ວ່າ ມາດຕະຖານເທັກນິກການກໍ່ສ້າງສະໜາມບິນເປັນຕະຖານ ເທັກນິກທີ່ຕ້ອງການ ຄວາມແໜ້ນສູງ."

ທັງນີ້ໂດຍລັດຖະບານ ລາວ ໄດ້ຕົກລົງໃນສັນຍາລົງທຶນເພື່ອສ້າງ ສະໜາມບິນໃໝ່ 2 ແຫ່ງຢູ່ໃນແຂວງຫົວພັນ ແລະ ອັດຕະປືເມື່ອປີ 2013 ທີ່ຜ່ານມາ ໂດຍກຸ່ມບໍລິສັດ Hoang Anh Gia Lai ໄດ້ຕົກ ລົງເປັນຝ່າຍການລົງທຶນໃຫ້ກ່ອນທັງ 2 ແຫ່ງໃນມູນຄ່າລວມຫຼາຍກວ່າ 110 ລ້ານໂດລາແບ່ງ ເປັນ 36.19 ລ້ານໂດລາ ແລະ 74 ລ້ານໂດລາ ສຳລັບການກໍ່ສ້າງສະໜາມບິນ ອັດຕະປື ແລະ ຫົວພັນ ຕາມລຳດັບ.

ສຳລັບສະໜາມບິນສາກົນທີ່ແຂວງອັດຕະປື ໄດ້ກໍ່ສ້າງສຳເລັດ ແລະ ຈັດພິທີເປີດໃຊ້ຢ່າງເປັນ ທາງການໃນທ້າຍເດືອນພຶດສະພາ 2015 ທີ່ຜ່ານມາ ໂດຍສະໜາມບິນຢູ່ຫ່າງຈາກເຂດເທດ ສະບານແຂວງ ອັດຕະປື 5 ກິໂລແມັດມີທາງແລ່ນຂຶ້ນ ແລະ ລົງຍາວ 1,850 ແມັດ ກວ້າງ 30 ແມັດທີ່ສາມາດຮອງຮັບເຮືອບິນຂະໜາດ 70 ຫາ 100 ບ່ອນນັ່ງ ຊຶ່ງຖືເປັນໂຄງການໄລຍະທີ 1 ສ່ວນໄລຍະທີ 2 ນັ້ນກໍຈະຂະຫຍາຍທາງແລ່ນໃຫ້ກວ້າງຂຶ້ນເປັນ 45 ແມັດ ຍາວ 3,000 ແມັດ ເພື່ອສາມາດຮອງຮັບເຮືອບິນຂະໜາດ 150 ຫາ 205 ບ່ອນນັ່ງ ໂດຍມີກຳນົດກໍ່ສ້າງແລ້ວສຳເລັດພາຍໃນປີ 2020.

ໂດຍສະໜາມບິນແຫ່ງໃໝ່ຂອງແຂວງ ອັດຕະປື ທີ່ຕັ້ງຢູ່ເທິງເນື້ອທີ່ 165 ເຮັກຕາໃນເຂດເມືອງ ໄຊເສດຖານີ້ ເປັນໂຄງການສຳຄັນທີ່ຢູ່ໃນແຜນການພັດທະນາຊາຍແດນ ລະຫວ່າງ ລາວ ກັບ ກຳປູເຈຍ ແລະ ຫວຽດນາມ ໃຫ້ເປັນເຂດພັດທະນາເສດຖະກິດຢ່າງຮອບດ້ານ ແຕ່ວ່າລັດຖະ ບານ ລາວ ກໍຍັງຂາດແຄນງົບປະມານຢ່າງຫຼວງຫຼາຍ ຈຶ່ງຕ້ອງກູ້ຢືມຈາກກຸ່ມບໍລິສັດ ຫວຽດ ນາມ ເປັນດ້ານຫຼັກ.

ແຕ່ສຳລັບສະໜາມບິນຢູ່ທີ່ແຂວງຫົວພັນ ນັ້ນຍັງບໍ່ມີຄວາມຊັດເຈນວ່າຈະກໍ່ສ້າງສຳເລັດເມື່ອ ໃດແທ້ຫາກແຕ່ວ່າທາງການ ລາວ ກໍໄດ້ອະນຸມັດໃຫ້ກຸ່ມບໍລິສັດ Hoang Anh Gia Lai ຈາກ ຫວຽດນາມ ສາມາດດຳເນີນການກໍ່ສ້າງສະໜາມບິນດັ່ງກ່າວໄດ້ແລ້ວ ຊຶ່ງໝາຍຄວາມວ່າເມື່ອ ການກໍ່ສ້າງສະໜາມບິນແຂວງຫົວພັນ ແລ້ວສົມບູນແລ້ວນັ້ນ ລັດຖະບານ ລາວ ກໍຈະຕ້ອງຊຳ ລະເງິນກູ້ ແລະ ດອກເບ້ຍຄືນໃຫ້ກຸ່ມບໍລິສັດ Hoang Anh Gia Lai ຢ່າງຄົບຖ້ວນ ໂດຍສາ ມາດທີ່ຈະຫັກຈາກສ່ວນຜົນປະໂຫຍດທີ່ລັດຖະບານ ລາວ ໄດ້ຮັບຈາກກິດຈະການທີ່ກຸ່ມບໍລິ ສັດດັ່ງກ່າວລົງທຶນໃນ ລາວ ໄດ້ດ້ວຍ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫຼາດຮຸ້ນ ຫວຽດນາມ ທີ່ມີການລົງທຶນທັງໃນ ແລະ ຕ່າງປະເທດ ໂດຍສະລັບໃນ ລາວ ນັ້ນກໍໄດ້ເນັ້ນໜັກການລົງທຶນ ໃນດ້ານການປູກຢາງພາລາ, ການຂູດຄົ້ນແຮ່ທາດ, ການກໍ່ສ້າງເຂື່ອນຜະລິດໄຟຟ້າ ແລະ ອຸດ ສາຫະກຳການແປຮູບໄມ້ ຊຶ່ງຄິດເປັນມູນຄ່າການລົງທຶນໃນ ລາວ ຮວມກັນຫຼາຍກວ່າ 1,000 ລ້ານໂດລາ ໂດຍນັບເປັນກຸ່ມຜູ້ລົງທຶນລາຍໃຫຍ່ທີ່ສຸດໃນແຂວງອັດຕະປື ອີກດ້ວຍ.

XS
SM
MD
LG