ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບ​ເຮືອ​ ສຫລ ​ສົ່ງ​ນັກ​ຊ່ຽວຊານ ກູ້​ໄພ​​ນໍ້າ​ເລິກ ​ໄປ​ຊອກ​ຫາ​ ເຮືອບິນ​ທີ່ຕົກ ໃນ ປາຊີ​ຟິກ ​


 ເຮືອບິນຂົນສົ່ງລຸ້ນ ຊີ 2 (C2)-ເອ ເກຣຮ້າວນ໌ ບິນລົງຈອດ ເທິງກຳປັ່ນບັນທຸກເຮືອບິນ ຢູເອັສເອັສ ແຮຣີ ເອັສ ທຣູແມນ (USS Harry S. Truman) ໃນວັນທີ 30 ກັນຍາ, 2015.
ເຮືອບິນຂົນສົ່ງລຸ້ນ ຊີ 2 (C2)-ເອ ເກຣຮ້າວນ໌ ບິນລົງຈອດ ເທິງກຳປັ່ນບັນທຸກເຮືອບິນ ຢູເອັສເອັສ ແຮຣີ ເອັສ ທຣູແມນ (USS Harry S. Truman) ໃນວັນທີ 30 ກັນຍາ, 2015.

ກອງທັບ​ເຮືອ​ສະຫະລັດ ​ໄດ້​ສົ່ງ​ທີ​ມນັກ​ຊ່ຽວຊານກູ້​ໄພນໍ້າ​ເລິກ ​ໄປ​ຊອກ​ຫາ​ເຮືອບິນ​
ຂົນ​ສົ່ງ ທີ່​ປະສົບອຸບັດຕິເຫດຕົກ ​ຢູ່​ໃນ​ເຂດ​ພາກ​ຕາ​ເວັນຕົກ​ຂອງ​ມະຫາ​ສະໝຸດປາ
ຊີ​ຟິກ ​ໃນເດືອນ​ພະຈິກ​ຜ່າ​ນມາ.

ກອງທັບ​ເຮືອ​ສະຫະລັດ ເວົ້າຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ ໃນຂະນະທີ່ "ບ່ອນຢູ່
ຫລ້າ​ສຸດ​ຂອງ​ເຮືອບິນ​ລໍາ​ດັ່ງກ່າວ ​ຢູ່ເທິງໜ້ານໍ້າ ແມ່ນເປັນທີ່ຮູ້ກັນແລ້ວ ​ແຕ່​ຄວາມ​ເລິກ​
ຂອງ​ນໍ້າຢູ່​ໃນ​ບໍລິເວນດັ່ງກ່າວ ທີ່​ເລິກ​ກວ່າ 16,000 ຟິດ ​ແມ່ນ​ເໜືອຄວາມ​ສາມາດ​ຂອງ​
ໜ່ວຍ​ກູ້​ໄພ​ທີ່​ຈະກູ້ເອົາເຮືອບິນດັ່ງກ່າວໄດ້."

ມີ 8 ຄົນໄດ້ຮັບການຊ່ອຍຊີວິດໄວ້ໄດ້ ປະມານ 40 ນາທີຫລັງຈາກເຮືອບິນຕົກ ແຕ່ມີ
ທະຫານ 3 ຄົນຍັງຫາຍສາບສູນຢູ່.

ຖະແຫຼງການຂອງກອງທັບເຮືອກ່າວວ່າ “ໄດ້ມີການດຳເນີນທຸກຄວາມພະຍາຍາມເພື່ອ
ຊອກຫາພວກທະຫານທີ່ຫາຍສາບສູນ.”

ພວກນັກຊ່ຽວຊານດ້ານເກັບກູ້ ທີ່ສົ່ງໄປຈາກວໍຊິງຕັນ ແມ່ນຈະນຳພາໂດຍຄະນະກຳ
ກັບນຳການເກັບກູ້ ແລະດຳນ້ຳຂອງກອງທັບເຮືອ. ຄະນະດັ່ງກ່າວນີ້ ຈະຂຶ້ນເຮືອທີ່ຍີ່
ປຸ່ນແລະຫລັງຈາກນັ້ນກໍຈະເດີນທາງໄປຍັງບ່ອນເກີດເຫດ ທີ່ພວກເຂົາເຈົ້າຈະຊອກ
ຫາເຄື່ອງສົ່ງສັນຍານຂອງເຮືອບິນ.

ກອງທັບເຮືອກ່າວເພີ້ມວ່າ “ຖ້າຫາກການຊອກຫາໄດ້ຮັບຜົນສໍາເລັດ ຈະມີການໃຊ້
ເຄື່ອງກູ້ໄພເພີ້ມຕື່ມອີກ ເພື່ອສໍາຫຼວດກວດກາ ແລະກອບກູ້ເອົາເຮືອບິນດັ່ງກ່າວ.”

ກຳປັ່ນຂອງກອງທັບເຮືອສະຫະລັດ ແລະ ກໍ່າປັ່ນກຳລັງປ້ອງກັນໂຕທາງທະເລຂອງ
ຍີ່ປຸ່ນ 8 ລໍາ ແລະຝູງເຮືອບິນລົບເຮລິຄອບເຕີຈຳນວນສາມລໍາ ພ້ອມກັບເຮືອບິນລາດ
ຕະເວນທາງທະເລ ໄດ້ກວດເບິ່ງເນື້ອທີ່ພື້ນທະເລເກືອບຮອດ 1000 ຕາຕະລາງໄມລ໌
ໃນເດືອນພະຈິກຜ່ານມາ ເພື່ອຊອກຫາທະຫານ ທີ່ຍັງຫາຍສາບສູນຢູ່.

ກອງທັບເຮືອ ສະຫະລັດ ກ່າວວ່າ ເຮືອບິນສອງໝາກປິ່ນລຸ້ນ ຊີ 2 (C2)-ເອ ເກຣ
ຮ້າວນ໌ ໄດ້ຕົກລົງໃສ່ທະເລ ຢູ່ໃນໄລຍະປະມານ 925 ກິໂລແມັດ ທາງທິດຕາເວັນ
ອອກສຽງໃຕ້ຂອງເກາະ ໂອກີນາວາ ໃນຂະນະທີ່ມັນກຳລັງບິນປະຕິບັດພາລະກິດ
ຕາມປົກກະຕິ ໂດຍນຳເອົາຜູ້ໂດຍສານ ແລະເຄື່ອງຂອງ ຈາກຖານທັບສະຫະລັດ
ຢູ່ໃນຍີ່ປຸ່ນ ໄປຍັງ ກຳປັ່ນບັນທຸກເຮືອບິນ ຢູແອັສແອັສ ຣໍໂນລ ເຣແກັນ ນັ້ນ.

ອ່ານຂ່າວເລື່ອງນີ້ເພີ່ມເປັນພາສາອັງກິດ

US Military Aircraft Carsh
please wait

No media source currently available

0:00 0:00:27 0:00

XS
SM
MD
LG