ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

AirAsia ສາຍການບິນ ລາຄາຖືກ ບໍ່ເຄີຍປະສົບ ອຸບັດຕິເຫດ ຮ້າຍແຮງ ມາກ່ອນ


ເຮືອບິນ AirAsia ລຸ້ນ Airbus A320-200 ແມ່ນອາຍພົ່ນ 200 ທີ່ນັ່ງຈອດຢູ່ທີ່ ສະຖານີລາຄາຖືກ KLIA2 ໃນສະໜາມບິນ ນະຄອນ Sepang, ປະເທດມາເລເຊຍ, ວັນທີ 10 ພະຈິກ 2014.
ເຮືອບິນ AirAsia ລຸ້ນ Airbus A320-200 ແມ່ນອາຍພົ່ນ 200 ທີ່ນັ່ງຈອດຢູ່ທີ່ ສະຖານີລາຄາຖືກ KLIA2 ໃນສະໜາມບິນ ນະຄອນ Sepang, ປະເທດມາເລເຊຍ, ວັນທີ 10 ພະຈິກ 2014.

ສາຍ​ການບິນ AirAsia ຊຶ່ງເຮືອບິນອາຍພົ່ນໂດຍສານ ທີ່​ບັນທຸກ
162 ຄົນ ໄດ້ຫາຍ​ສາບ​ສູນ​ໄປ ​ໃນ​ທະ​ເລຈາ​ວາ ​ເມື່ອ​ວັນ​ອາທິດ​
ກ່ອນ​ນີ້ ​ໃນ​ລະຫວ່າງ ທີ່​ບິນ​ຢູ່​ທ່າມກາງ​ພາຍຸນັ້ນ ​ໄດ້ຖືກ​ສ້າງຕັ້ງ
ຂຶ້ນ​ເປັນ​ສາຍ​ການບິນ​ ທີ່​ມີ​ລາຄາ​ຖືກ​ໃນ ​ເອ​ເຊຍ ​ແລະ
ອອສ​ເຕຣ​ເລຍ ​ແລະ ບໍ່​ເຄີຍປະສົບ​ກັບ​ອຸບັດ​ຕິ​ເຫດ​ເຖິງ​ແກ່​
ຊີວິດ​ມາ​ກ່ອນ.

ສາຍ​ການບິນ​ດັ່ງກ່າວ ດຽວ​ນີ້ ​ໄດ້ນຳ​ສົ່ງຜູ້​ໂດຍສານ ຫຼາຍກວ່າ
40 ລ້ານ​ຄົນ ຕໍ່​ປີ ​ໄປ​ຍັງ​ 100 ຈຸດໝາຍ​ປາຍ​ທາງ ​ແລະ ມີຝຸງ​
ເຮືອບິນ​ອາຍ​ພົ່ນຈຳນວນ 160 ລຳ.

​ແຕ່​ເມື່ອ 12 ປີ ກ່ອນ​ນັ້ນ ​ໃນ​ຕອນ​ທີ່​ຫາ​ກໍສ້າງຕັ້ງຂຶ້ນມາ ສາຍ​ການບິນ AirAsia ​ແມ່ນ​
ບໍ່​ມີ​ຫຍັງ​ເລີຍ.

ຫົວແຮງຂັບ​ດັນ​ຂອງສາຍ​ການບິນ AirAsia ກໍ​ແມ່ນ ຫົວໜ້າບໍລິຫານ ນັກ​ລົງທຶນຊາວ
​ມາ​ເລ​ເຊຍ ​ໄວ 50 ປີ ທ່ານ Tony Fernandes ອະດີດ​ຜູ້​ບໍລິຫານ​ອຸດສາຫະກຳດົນຕີ
ຜູ້​ທີ່​ໄດ້​ສ້າງຕັ້ງບໍລິສັດ Tune Air ​ໃນ​ປີ 2001 ດ້ວຍແນວຄິດ​ວ່າ ຈະ​ເຮັດ​ໃຫ້ການ​ເດີນ
ທາງໆ​ອາກາດ ມີ​ໃຫ້ຄົນ​ສ່ວນ​ໃຫຍ່​ ນຳ​ໃຊ້​ໃນ​ລາຄາ​ທີ່​ຖືກ. ໜຶ່ງ​ປີ​ຕໍ່​ມາ ທ່ານ ​ແລະ​ບັນດາ
ຫຸ້ນ​ສ່ວນ ​ໄດ້​ຊື້​ເອົາ​ສາຍ​ການບິນ AirAsia ທີ່​ຂາດ​ທຶນ​ຢູ່​ນັ້ນ ​ໃນ​ລາຄາ​ທີ່​ຍ່ອມ​ເຍົາ ​ໂດຍ​
ຣິງກິດ​ຂອງ​ມາ​ເລ​ເຊຍ ຊຶ່ງ​ມີຄ່າຢູ່ປະມານ 25 ​ເຊັນ ຕໍ່ນຶ່ງຣິງກິດ ​ໃນ​ເວລາ​ນັ້ນ.

ດ້ວຍ​ລາຄາປີ້​ທີ່ຕ່ຳ​ນັ້ນ ຄຳ​ຂວັນ ​ການ​ຕະຫລາດ​ຂອງ​ສາຍ​ການບິນ​ນັ້ນ ​ແມ່ນ​ງ່າຍໆ ວ່າ
“ດຽວ​ນີ້ ໝົດ​ທຸກ​ຄົນ​ສາມາດ ຂີ່​ຍົນ​ໄດ້.” ​ ແຕ່​ຝຸງ​ຍົນ​ຂອງ​ຕົນ​ນັ້ນ ​ໃນຕອນນັ້ນ ມີ​
ເຮືອບິນຂະໜາດ​ກາງພຽງ​ 2 ລຳ​ເທົ່າ​ນັ້ນ.

ສາຍ​ການບິນ​ AirAsia ກ່າວວ່າ ພາຍ​ໃນ 2 ປີ ທ່ານ Fernandes ​ແລະ ບັນດາເພື່ອນ
ຜູ້​ລົງທຶນຂອງ​ທ່ານ ​ໄດ້​ຊຳລະໜີ້ຄືນ ຈຳນວນ 11 ລ້ານ​ດອນ​ລາ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ກູ້​ຢືມ​
ມາ​ຊື້​ເອົາ​ສາຍ​ການບິນ AirAsia ນັ້ນ. AirAsia ​ໄດ້​ເລີ້ມ​ຕົ້ນດ້ວຍ​ພະນັກງານ​ຈຳນວນ 250 ຄົນ ​ແລະ ດຽວ​ນີ້ ມີພະນັກງານ​ຈຳນວນ 15,000 ຄົນ.

ທ່ານ Fernandes ​ໄດ້​ຂໍອະ​ໄພ​ໂທດ​ຢ່າງ​ກວ້າງຂວາງ ກ່ຽວກັບອຸບັດ ເຫດເຮືອບິນ​ຕົກ​ ໂດຍ​ກ່າວ​ວ່າ ສາຍ​ການບິນ “ຈະ​ບໍ່ໜີ​ໄປ​ຈາກ​ ຄວາມ​ຮັບຜິດຊອບ​ໃດ​ໆ ຂອງ​ພວກ​ເຮົາ” ຕໍ່​ບັນດາ​ຄອບຄົວ​ຜູ້​ເຄາະຮ້າຍ ​ເຖິງ​ແມ່ນ​ວ່າ ຂອບ​ເຂດ​ຂອງການ​ຊົດ​ເຊີຍຕ່າງໆ​
ນັ້ນ ຍັງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ອອກ​ມາ​ເທື່ອ.

ທ່ານ Fernandes ​ເວົ້າອີກ​ວ່າ “ຂ້າພະ​ເຈົ້າຂໍອະ​ໄພ​ໂທດ ຢ່າງ​ຫລວງຫຼາຍ ຕໍ່​ອັນ​ທີ່​ພວກເຂົາ​ເຈົ້າກຳລັງປະສົບ​ຢູ່​ໃນ​ຂະນະ​ນີ້ ຂ້າພະ​ເຈົ້າ ​ເປັນ​ຜູ້ນຳ​ຂອງ​ບໍລິສັດ​ນີ້
ຂ້າພະ​ເຈົ້າຮັບເອົາຄວາມ​ຮັບຜິດຊອບທັງ​ໝົດ.”

XS
SM
MD
LG