ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງປະຊຸມເລື້ອງບັນຫາມົນລະພິດ ແນເປົ້າໝາຍໃສ່ສູງຫຼາຍ ໃນການຕັດຈຳນວນຄົນຕາຍລົງ


ທີ່ຄຸ້ມ ຣາຊຕຣາປາຕີ ພາວັນ ແຫ່ງອິນເດຍ ຫຼືຄຸ້ມ ວັງປະທາ
ນາທິບໍດີ ມອງເຫັນໄດ້ແຕ່ບາງສ່ວນ ຍ້ອນເມກໝອກກຸ້ມ ເວ
ລາລົດລາອັ່ງອໍ ຕາມຖະໜົນ ສາຍທາງທຳພິທີຕ່າງໆໃນນະ
ຄອນຫຼວງນິວແດນລີ ທີ່ອິນເດຍ ໃນວັນທີ 1 ພະຈິກ 2018.
ທີ່ຄຸ້ມ ຣາຊຕຣາປາຕີ ພາວັນ ແຫ່ງອິນເດຍ ຫຼືຄຸ້ມ ວັງປະທາ ນາທິບໍດີ ມອງເຫັນໄດ້ແຕ່ບາງສ່ວນ ຍ້ອນເມກໝອກກຸ້ມ ເວ ລາລົດລາອັ່ງອໍ ຕາມຖະໜົນ ສາຍທາງທຳພິທີຕ່າງໆໃນນະ ຄອນຫຼວງນິວແດນລີ ທີ່ອິນເດຍ ໃນວັນທີ 1 ພະຈິກ 2018.

ບັນດາຜູ້ເຂົ້າຮ່ວມ ໃນກອງປະຊຸມສາກົນ ທີ່ບໍ່ເຄີຍມີມາກ່ອນຂອງອົງການອະນາໄມ
ໂລກເລື້ອງອາກາດມົນລະພິດ ໄດ້ຮັບເອົາແຜນການ ທີ່ຈະຫຼຸດຜ່ອນອາກາດມົນລະ
ພິດລົງ ຊຶ່ງແຕ່ລະປີ ໄດ້ເອົາຊີວິດຜູ້ຄົນໄປໄວກວ່າເທົ່າທີ່ຄວນ ເປັນຈຳນວນທີ່ກະປະ
ມານວ່າ ມີເຈັດລ້ານຄົນນັ້ນ. ລີຊາ ສລາຍນ໌(Lisa Schlein) ສົ່ງລາຍງານກ່ຽວ
ກັບຜົນຂອງກອງປະຊຸມດັ່ງກ່າວ ມາວີໂອເອ ຈາກສູນກາງຂອງ WHO ທີ່ນະຄອນ
ເຈນິວາ ດັ່ງ ສາລີ ຈະສເນີທ່ານ ໃນອັນດັບຕໍ່ໄປ.

ອົງການອະນາໄມໂລກ ຫຼື WHO ເອີ້ນກອງປະຊຸມດັ່ງກ່າວວ່າ ເປັນຜົນສຳເລັດຢ່າງ
ໃຫຍ່ຫຼວງ ໂດຍໃຫ້ຂໍ້ສັງເກດວ່າ ມີ 900 ຄົນ ເຂົ້າຮ່ວມ ຊຶ່ງເກີນລະດັບຄາດໝາຍ
ສອງເທົ່າ. ຍິ່ງໄປກວ່ານັ້ນ ອົງການດັ່ງກ່າວຍັງເວົ້າວ່າ 70 ປະເທດ ສະມາຊິກ ອົງການ
ຕ່າງໆທີ່ບໍ່ຂຶ້ນກັບລັດຖະບານ ແລະພວກເຂົ້າຮ່ວມອື່ນໆ ກໍໄດ້ອາສາສະໝັກຮັບເອົາ
ບົດບາດໄປປະຕິບັດ ເພື່ອຫຼຸດຜ່ອນອາກາດເສຍດັ່ງກ່າວ.

ທ່ານນາງ ມາເຣັຍ ແນຣາ ຜູ້ອຳນວຍການພະແນກສາທາລະນະສຸກແລະສະພາບ
ແວດລ້ອມຂອງອົງການ WHO ກ່າວວ່າ ອົງການດັ່ງກ່າວ ສວມບົດບາດເປັນຜູ້ນຳພາ
ໃນການວາງແນວທາງ ເພື່ອຮັບມືກັບບັນຫາມົນລະພິດ ເພື່ອໃຫ້ໂລກນີ້ ເປັນບ່ອນທີ່
ສະອາດແລະມີສຸຂະພາບດີກວ່າເກົ່າ.

ທ່ານນາງ ເເນຣາ ເວົ້າວ່າ “ໃນຖານະເປັນອົງການສາທາລະນະສຸກຂອງໂລກເຊັ່ນ
ກັນອົງການ WHO ໄດ້ຕັ້ງພັນທະທີ່ເຂັ້ມແຂງໄວ້ ໂດຍເລີ້ມຕັ້ງແຕ່ການສະເໜີໃຫ້ມີ


ເປົ້າໝາຍການດຶງດູດຈິດໃຈ ໃຫ້ທຳການຫຼຸດຜ່ອນລົງໃຫ້ໄດ້ ສອງສ່ວນສາມ ຂອງຈຳນວນຄົນຕາຍ ທີ່ເປັນຍ້ອນມົນລະພິດ ພາຍໃນປີ 2030. ແລະນີ້ ແມ່ນເປັນການທ້າທາຍອັນໃຫຍ່ຫຼວງແທ້ໆ ຊຶ່ງພວກເຮົາຈະຕ້ອງກະທຳ ແລະພວກເຮົາກໍຈະຮຽກຮ້ອງ ໃຫ້ທຸກໆຄົນ ກະທຳເຊັ່ນນັ້ນ.”

ທ່ານນາງເເນຣາ ກ່າວວ່າ ບົດບາດອັນຮີບດ່ວນ ແມ່ນມີຄວາມຈຳເປັນ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ. ທ່ານນາງກ່າວວ່າ ຍົກຕົວຢ່າງເຊັ່ນ ພວກຜູ້ຄົນທັງ
ຫຼາຍ ຈຳເປັນຕ້ອງຢຸດເຊົາຈູດເຜົາສິ່ງຂອງແລະສິ່ງເສດເຫຼືອ ຕະຫຼອດທັງເສດເຫຼືອ
ຂອງການກະເສດນຳ. ທ່ານນາງເວົ້າວ່າ ພວກເຂົາເຈົ້າຈຳເປັນຈະຕ້ອງໄດ້ເຊົາໃຊ້
ເຊື້ອໄຟຊີວະພາບ. ທ່ານນາງເວົ້າຕື່ມວ່າ ພວກຄົນຢູ່ໃນອັຟຣິກາ ແລະເຂດອື່ນໆ ບ່ອນທີ່ຜູ້ຄົນມີຄວາມຈຳເປັນຢ່າງຫຼວງຫຼາຍນັ້ນ ຕ້ອງໄດ້ຊ່ອຍເຫຼືອ ເພື່ອໃຫ້ບັນລຸ
ເປົ້າໝາຍດັ່ງກ່າວ ຊຶ່ງທ່ານນາງເວົ້າວ່າ:

“ ພວກເຮົາຈຳເປັນຈະຕ້ອງໄດ້ປົດປ່ອຍພວກຄົນ 3 ພັນລ້ານຄົນນັ້ນ ຊຶ່ງທຸກມື້ນີ້ ພວກເຂົາເຈົ້າຍັງອາໄສກາງຕໍ່ ນຳເຊື້ອໄຟຊີວະພາບຢູ່ ຢູ່ຕາມບ້ານເຮືອນ ເພື່ອ
ການຫຸງຕົ້ມ ເພື່ອອາຍອຸ່ນ ແລະເພື່ອແສງສະວ່າງ. ພວກເຮົາຈະຕ້ອງເຮັດໃຫ້ແນ່
ໃຈວ່າ ພວກເຂົາເຈົ້າ ຈະມີແຫຼ່ງພະລັງງານທີ່ສະອາດໄວ້ໃຊ້ສອຍ.”

ອົງການອະນາໄມໂລກວາງແຜນວ່າ ຈະມີລະບົບຕິດຕາມເບິ່ງ ເພື່ອຢາກຮູ້ວ່າ
ພັນທະເຫຼົ່ານັ້ນຈະຖືກປະຕິບັດ ໂດຍພວກເຂົ້າຮ່ວມໃນກອງປະຊຸມ. ລະບົບດັ່ງ
ກ່າວ ມີເປົ້າໝາຍໄວ້ ເພື່ອວັດແທກຄວາມກ້າວໜ້າ ທີ່ເຮັດຂຶ້ນມາ ເພື່ອມຸ້ງໜ້າ
ໄປສູ່ການບັນລຸສຸຂະພາບ ທີ່ດີກວ່າເກົ່າສຳລັບໝົດທຸກຄົນ ໂດຍປາດສະຈາກອາ
ກາດທີ່ເປິເປື້ອນ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG