ສີ່ຄົນໄດ້ເສຍຊີວິດເວລາເຮືອບິນເຮລິຄອບເຕີລຳນຶ່ງທີ່ຮັບ
ເໝົາ ໂດຍອົງການນາຍແພດ ບໍ່ມີພົມແດນ ໄດ້ຕົກຢູ່ທາງ
ພາກຕາເວັນອອກສຽງເໜືອຂອງປະເທດເນປານທີ່ປະສົບ
ກັບຄວາມເສຍຫາຍຮ້າຍແຮງ ຈາກແຜ່ນດິນໄຫວນັ້ນ ໃນ
ວັນອັງຄານວານນີ້.
ຊາກສົບຂອງຜູ້ຊາຍສາມຄົນ ແລະຜູ້ຍິງຄົນໜຶ່ງ ໄດ້ຖືກຄົ້ນພົບແລ້ວ ແລະຕຳ ຫລວດ
ກູ້ໄພ ໄດ້ພະຍາຍາມສົ່ງຊາກສົບພວກກ່ຽວ ໄປຍັງນະຄອນຫລວງ Kathmandu.
ລັດຖະບານ ແລະອົງການຊ່ວຍເຫລືອຕ່າງໆ ໄດ້ໃຊ້ເຮືອບິນເຮລິຄອບເຕີ ໃນການນຳ
ເອົາເຄຶ່ອງບັນເທົາທຸກໄປຊ່ວຍເຂດພູຜາທີ່ໄດ້ຮັບຄວາມເສຍຫາຍຍ້ອນ ບໍ່ມີຖະໜົນ
ຫົນທາງ ຈຶ່ງເຮັດໃຫ້ການຂົນສົ່ງທັງໝົດ ເປັນໄປບໍ່ໄດ້ນັ້ນ.
ແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 7.8 ໄດ້ສັ່ນສະເທືອນປະເທດທີ່ຕັ້ງຢູ່ໃນ ເຂດພູ
ຫິມະໄລດັ່ງກ່າວ ເມື່ອວັນທີ 25 ເດືອນເມສາ ເຮັດໃຫ້ມີຜູ້ເສຍຊີວິດກວ່າ 8,000 ຄົນ
ແລະອີກປະມານກວ່າ 2 ລ້ານຄົນ ຄວາມຕ້ອງການອາຫານ ນ້ຳ ດື່ມນ້ຳໃຊ້ ແລະທີ່ພັກ
ພາອາໄສ ຢ່າງຮີບດ່ວນ.
ໃນວັນທີ 12 ເດືອນພຶດສະພາຜ່ານມານີ້ ກໍໄດ້ເກີດແຜ່ນດິນໄຫວຂະໜາດແຮງຄັ້ງທີສອງ ຢູ່ໃນປະເທດດັ່ງກ່າວອີກ ຊຶ່ງເປັນມື້ດຽວກັນກັບທີ່ເຮືອບິນເຣລິຄອບເຕີ UH-1Y Huey
ໄດ້ຕົກໃນຂະນະປະຕິບັດງານການຊ່ວຍເຫລືອ ຢູ່ທາງພາກເໜືອຂອງປະເທດ. ທະຫານ
ມາຣິນສະຫະລັດ ຫົກຄົນ ແລະທະຫານເນປານສອງຄົນ ໄດ້ເສຍຊີວິດ.
Four people were killed when a helicopter chartered by the aid group Doctors Without Borders crashed in quake-damaged northeastern Nepal on Tuesday.
The bodies of three men and a woman were recovered and police rescuers were trying to return the bodies to Kathmandu.
The government and aid agencies have had to use helicopters to carry relief materials to mountainous regions where damage or the lack of existing roads has made delivery of aid all but impossible.
The 7.8 magnitude quake, which rattled the Himalayan nation on April 25, killed more than 8,000 people, and left around 2 million more in urgent need of food, water and shelter.
On May 12, a second major earthquake hit the country, the same day that a UH-1Y Huey helicopter crashed while on an aid mission in the north of the country. Six U.S. Marines and two Nepalese soldiers were killed.