ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຊ່ວຍເຫຼືອຢ້ານວ່າ ການຕໍ່ສູ້ເພື່ອກອບກູ້ເອົາ ເມືອງ Mosul ຈະເປັນການຫາຍານະ


ຂະບວນລົດຂອງກອງກຳລັງຮັກສາຄວາມປອດໄພ ອີຣັກ ເຄື່ອນຍ້າຍເຂົ້າເຂດນອກຂອງເມືອງ Mosul, 12 ຕຸລາ, 2016.
ຂະບວນລົດຂອງກອງກຳລັງຮັກສາຄວາມປອດໄພ ອີຣັກ ເຄື່ອນຍ້າຍເຂົ້າເຂດນອກຂອງເມືອງ Mosul, 12 ຕຸລາ, 2016.

ພົນລະເຮືອນຫຼາຍກວ່າ 62,000 ເຊື່ອວ່າໄດ້ໜີອອກຈາກເມືອງ Mosul ໃນບໍ່ເທົ່າໃດສັບ ປະດາທີ່ຜ່ານມາ ໃນຂະນະທີ່ກອງກຳລັງ ອີຣັກ ກຽມພ້ອມສຳລັບການໂຈມຕີຄັ້ງສຸດທ້າຍ ເພື່ອຍຶດເມືອງຄືນຈາກ ກຸ່ມກໍ່ການຮ້າຍລັດອິສລາມ. ແລະ ມັນເປັນການບົ່ງບອກເພີ່ມເຕີມ ວ່າ ພວກເຂົາເຈົ້າອາດຈະເປັນຈຳນວນຄົນກຸ່ມສຸດທ້າຍ ທີ່ຈະຫຼົບອອກມາໄດ້ຢ່າງປອດ ໄພ.

ແມ່ນກະທັ້ງທີ່ມີການເຈລະຈາກັນໂດຍບັນດາເຈົ້າໜ້າທີ່ ສະຫະລັດ ແລະ ອີຣັກ ກ່ຽວກັບ ການຈັດຕັ້ງເສັ້ນທາງທີ່ປອດໄພ ແລະ ສູນກວດກາທີ່ຄວບຄຸມໂດຍລັດຖະບານ ເພື່ອຮັບມື ກັບການຫຼັ່ງໄຫຼຂອງພົນລະເຮືອນທີ່ຫຼົບໜີອອກຈາກເມືອງກໍຕາມ, ກຸ່ມຊ່ວຍເຫຼືອກ່າວວ່າ ພວກເຂົາເຈົ້າເຫັນສິ່ງທີ່ບົງບອກເຖິງຄວາມຈິງຈັງ ກ່ຽວກັບ ການກະກຽມທີ່ພຽງພໍສອງ ສາມຢ່າງເທົ່ານັ້ນຂອງ ອີຣັກ.

ແທນທີ່, ພວກເຂົາເຈົ້າກ່າວວ່າ ພວກນັກວາງແຜນກອງທັບ ອີຣັກ ເບິ່ງຄືວ່າຈະມີຄວາມ ຕັ້ງໃຈໃນການຍຶດຄືນ ການຄວບຄຸມທຸກພາກສ່ວນ ຂອງເມືອງ Mosul ໃນຄວາມພະຍາ ຍາມທີ່ຈະເຮັດໃຫ້ແນ່ໃຈວ່າ ບໍ່ມີພວກນັກຮົບ IS ຫຼື ພົນລະເຮືອນຜູ້ບໍລິສຸດຄົນໃດສາມາດ ໜີອອກຈາກເມືອງໄດ້.

ກຳມະກອນ ກະກຽມເຕັ້ນທີ່ພັກຊົ່ວຄາວ ໃນເມືອງ Khazer ຕັ້ງຢູ່ພາກຕາເວັນຕົກຂອງເມືອງຫຼວງ Erbil ຂອງພາກພື້ນ Kurdistan, ອີຣັກ. 11 ຕຸລາ 2016 ສຳລັບປະຊາຊົນ ຜູ້ທີ່ຄາດວ່າຈະໜີ ອອກຈາກເມືອງ Mosul ເມື່ອການຕໍ່ສູ້ເອົາເມືອງ Mosul ໄດ້ເລີ່ມຂຶ້ນ.
ກຳມະກອນ ກະກຽມເຕັ້ນທີ່ພັກຊົ່ວຄາວ ໃນເມືອງ Khazer ຕັ້ງຢູ່ພາກຕາເວັນຕົກຂອງເມືອງຫຼວງ Erbil ຂອງພາກພື້ນ Kurdistan, ອີຣັກ. 11 ຕຸລາ 2016 ສຳລັບປະຊາຊົນ ຜູ້ທີ່ຄາດວ່າຈະໜີ ອອກຈາກເມືອງ Mosul ເມື່ອການຕໍ່ສູ້ເອົາເມືອງ Mosul ໄດ້ເລີ່ມຂຶ້ນ.

ນັກຄົ້ນຄວ້າອາວຸໂສຊາວ ອີຣັກ ຂອງອົງການສິ້ງຊອມສິດທິມະນຸດ ທ່ານນາງ Belkis Wille ໄດ້ກ່າວຕໍ່ວີໂອເອວ່າ “ສິ່ງທີ່ພວກເຮົາໄດ້ ຍິນກໍແມ່ນວ່າ ລັກສະນະຂອງການປະ ຕິບັດການຕອນນີ້ ໄດ້ປ່ຽນແປງ ໄປຢ່າງເລິກເຊິ່ງ ແລະ ສິ່ງທີ່ກອງທັບກຳລັງເວົ້າເຖິງ ໃນຕອນນີ້ແມ່ນ ການປະຕິບັດການເຊິ່ງປະຊາກອນໃນທ້ອງຖິ່ນຈະຖືກປິດລ້ອມໄປນຳ, ຈະເວົ້າແນວນັ້ນກໍໄດ້.”

ທ່ານນາງໄດ້ກ່າວວ່າ “ພວກເຂົາເຈົ້າກຳລັງຮຽກຮ້ອງໃຫ້ບັນດາພົນລະເຮືອນໃນເມືອງ Mosul ປັກທຸງຂາວໄວ້ຢູ່ປາກປະຕູຂອງພວກເຂົາເຈົ້າ ແລະ ໃຫ້ຢູ່ໃນເຮືອນນັ້ນ.”

ສະພາອົບພະຍົບ ນໍເວ ເຊິ່ງໄດ້ຊ່ວຍເຫຼືອປະຊາຊົນ ອີຣັກ ເກືອບ 38,000 ຄົນຜູ້ທີ່ໄດ້ຫຼົບ ໜີອອກຈາກເມືອງ Mosul ພ້ອມກັບຈາກຂົງເຂດທີ່ຢູ່ອ້ອມຂ້າງໃນຄ້າຍ Debaga, ແມ່ນ ໄດ້ຕື່ນຢ້ານເຊັ່ນກັນ.

ຜູ້ອຳນວຍການປະຈຳປະເທດ ຂອງສະພາອົບພະຍົບ ນໍເວ ທ່ານ Wolfgang Gressmann ໄດ້ກ່າວວ່າ “ມັນບໍ່ມີການກຳນົດເສັ້ນທາງ ທີ່ປອດໄພເພື່ອອະນຸຍາດໃຫ້ ປະຊາຊົນຫຼົບໜີໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG