ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກ່ອນ​ການ​ໂອ້​ລົມ ລະ​ຫວ່າງ ​ປ. ໄບ​ເດັນ ແລະ​ ປ. ​ສີ ສະ​ຫະ​ລັດ ​ໄດ້​ເຕື​ອນ ກ່ຽວ​ກັບ​ຄວາມ​ສ່ຽງ ທີ່​ຈະ​ເກີດ​ອຸບ​ປະ​ຕິ​ເຫດ​ ໃນ​ທ​ະ​ເລ​ຈີນ​ໃຕ້


ແຟ້ມ - ເຮືອ​ບິນ​ຖິ້ມ​ລ​ະ​ເລີດກອງ​ທັບ​ຈີນ​H-6 ​ບິນ​ຜ່ານ​ເຂດ​ນ່ານ​ຟ້າ​ລະ​ຫວ່າງ​ເກາະໂອ​ກີ​ນາ​ວາ ແລະ​ເກາະ​ມີ​ຢາ​ໂກະ ໃນ​ພາກ​ໃຕ້​ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 27 ຕຸ​ລາ 2013.
ແຟ້ມ - ເຮືອ​ບິນ​ຖິ້ມ​ລ​ະ​ເລີດກອງ​ທັບ​ຈີນ​H-6 ​ບິນ​ຜ່ານ​ເຂດ​ນ່ານ​ຟ້າ​ລະ​ຫວ່າງ​ເກາະໂອ​ກີ​ນາ​ວາ ແລະ​ເກາະ​ມີ​ຢາ​ໂກະ ໃນ​ພາກ​ໃຕ້​ຂອງ​ຍີ່​ປຸ່ນ ເມື່ອ​ວັນ​ທີ 27 ຕຸ​ລາ 2013.

ສະ​ຫະ​ລັດ​ກ່າວ​ວ່າ “ມັນ​ເປັນ​ພຽງ​ເວ​ລາ​ເທົ່າ​ນັ້ນ” ກ່ອນ​ທີ່​ຈະ​ເກີດອຸບ​ປະ​ຕິ​ເຫດ​ອັນສຳ​ຄັນ ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ໃນ​ຂະ​ນະ​ທີ່ກອງ​ທັບ​ຈີນ​ຍັງ​ສືບ​ຕໍ່​ໃນ​ອັນ​ທີ່​ສະ​ຫະ​ລັດ​ເອີ້ນ​ວ່າ ການ​ປະ​ພຶດ​ແບບຍົ້ວ​ຍຸທ້າ​ທາຍ ແລະ​ເວົ້າ​ວ່າວໍ​ຊິງ​ຕັນ​ຢາກໃຫ້ມີ​ການ​ເປີດຊ​ອ່ງ​ທາງ ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ກັບ​ປັກ​ກິ່ງ ເພື່ອ​ປ້ອງ​ກັນບໍ່​ໃຫ້ມີການ​ຄຳ​ນວນ​ທີ່​ຜິດ​ພາດ​ເກີດ​ຂຶ້ນ.

ການ​ເຕືອນ​ຢ່າງ​ຈະ​ແຈ້ງ​ດັ່ງ​ກ່າວ ມີ​ຂຶ້ນ​ກ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານໂຈ ໄບ​ເດັນ ​ຈະ​ໂອ້​ລົມ​ທາງ​ອອນ​ລາຍ​ນ໌ ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ວັນ​ພະ​ຫັດມື້ນີ້.

ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້ ​ບັນ​ດາເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ສະ​ຫະ​ລັດ ແລະ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາໄດ້​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ຊັ່ງ​ຊາ​ທີ່​ວ່າ​ ຈີນ​ເປັນ​ບັນ​ຫາ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງສະ​ຫະ​ລັດ ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.

ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ກິດ​ຈະ​ການ​ເອ​ເຊຍ​ປາ​ຊີ​ຟິກ ທ່ານ​ນາງ​ຈຸງ ແພັກ ກ່າວ​ວ່າ “ການ​ຂະ​ຫຍາຍ​ຕົວ​ຂອງ ສ​ປ​ ຈີນ ແລະ​ການ​ອ້າງ​ກຳ​ມະ​ສິດ​ທາງ​ທະ​ເລ​ແບບ​ຜິດ​ກົດ​ໝາຍ​ໃນ​ທະ​ເລ​ຈີນ​ໃຕ້ ພ້ອມ​ກັບ​ການ​ເອົາ​ມາດ​ຕະ​ການ​ແບບຍົ້ວ​ຍຸ​ທ້າ​ທາຍ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ອ້າງ​ເອົາ​ກຳ​ມະ​ສິດ​ເຫຼົ່າ​ນັ້ນ ມີ​ສ່ວນ​ພາ​ໃຫ້​ເກີດ​ຄວາມ​ບໍ່​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ.” ທ່ານ​ນາງ​ໄດ້​ໝາຍ​ເຖິງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ໂດຍ​ອ້າງ​ໃສ່​ອຸບ​ປະ​ຕິ​ເຫດ 3 ຄົ້ງ​ໃນ​ໄລ​ຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້ ທ່ານ​ນາງ​ແພັກໄດ້​ກ່າວ​ຕໍ່​ສູນ​ກາງ​ຍຸດ​ທະ​ສາດ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ປະ​ເທດຫຼື CSIS

ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ວໍ​ຊິງ​ຕັນ​ວ່າ ກຳ​ປັ່ນ​ຂອງ ສ​ປ ຈີນ​ໄດ້​ລົບ​ກວນ​ການ​ຄົ້ນ​ຄວ້າ​ແລະ​ກິດ​ຈະ​ກຳ​ການ​ສຳ​ຫຼວດ​ຫາ​ພະ​ລັງ​ງານ ຢູ່​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ຟີ​ລິບ​ປິນ​ໃນ​ທະ​ເລ​ຈີນ​ໃຕ້.

ໃນ​ຂະ​ນະ​ດຽວ​ກັນ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຫ້າ​ແຈຮັບ​ຜິດ​ຊອບ​ກິດ​ຈະ​ການ​ເອ​ເຊຍ​ກໍ​ໃຫ້ຄວາມ​ເຫັນ​ເພີ້ມ​ຕື່ມ​.

“ໃນທັ​ດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ ການ​ປະ​ພຶດ​ແບບ​ຮຸກ​ຮານ​ແລະ​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຂົ່ມ​ຂູ່​ທີ່​ສຳ​ຄັນ​ສຸດ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຂົງ​ເຂດ​ໃນ​ທຸກມື້ນີ້ ຮວມ​ທັງ​ຢູ່​ໃນ​ທະ​ເລ​ຈີນ​ໃຕ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຮັບ​ຜິດ​ຊອບ​ກິດ​ຈະ​ການ​ຄວາມ​ໝັ້ນ​ຄົງ​ ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ທ່ານ​ອີ​ລາຍ ແຣັດ​ເນີ (Ely Ratner.)

ທ່ານ​ແຣັດ​ເນີ​ກ່າວ​ວ່າ ມີ “ການ​ກະ​ທຳ​ແບບ​ບໍ່​ປອດ​ໄພ​ແລະ​ບໍ່​ເປັນ​ມື​ອາ​ຊີບ​ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ” ໂດຍ​ກຳ​ປັ່ນ​ກອງ​ທັບ​ເຮືອ​ແລະ​ກອງ​ທັບ​ອາ​ກາດ​ຂອງຈີນ​ຢູ່​ໃນ​ຂົງ​ເຂດ ໂດຍ​ອ້າງ​ຕົວ​ຢ່າງ​ທີ່​ຮວມ​ທັງ​ເຮືອ​ບິ​ນ​ລົບ J-16 ຂອງ​ຈີນ​ໄດ້​ສະ​ກັດ​ກັ້ນ​ແບບ​ເປັນ​ອັນ​ຕະ​ລາຍ ຕໍ່​ເຮືອ​ບິນ​ສັງ​ເກດ​ການ​ຂອງອອ​ສ​ເຕ​ຣ​ເລຍ ຢູ່​ໃນ​ເຂດ​ນ່ານ​ຟ້າ​ສາ​ກົນ ເໜືອ​ທະ​ເລ​ຈີນ​ໃຕີ​ເມື່ອ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ.

ທ່ານ​ແຣັດ​ເນີ ກ່າວ​ຕື່ມ​ວ່າ “ສ​ປ ຈີນ​ຍັງ​ສືບ​ຕໍ່​ເອົາ​ທ່າ​ທີ​ແບບ​ແຂງ​ກະ​ດ້າງ​ຂອງ​ຕົນ​ຢູ່​ໃນເຂດຊາຍ​ແດນ ທີ່​ມີ​ການ​ຂັດ​ແຍ້ງກັບ​ອິນ​ເດຍ ແລະ​ເໜືອ​ຂຶ້ນ​ໄປ​ ໃນ​ບໍ​ລິ​ເວນ​ຊ່ອງ​ແຄບ​ໄຕ້​ຫວັນ. ຢູ່​ໃນ​ຂົງ​ເຂດ​ເຫຼົ່າ​ນີ້ ສ​ປ ຈີນ​ໄດ້​ປ່ຽນ​ສະຖາ​ນະ​ພາບທີ່​ຢູ່​ໃນ​ປັດ​ຈຸ​ບັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG