ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ໄດ້ເຕືອນລ່ວງໜ້າ ເຖິງໄພຂົ່ມຂູ່ ຈາກນິວເຄຼຍ ຂອງເກົາຫຼີເໜືອ ກ່ອນ ກອງປະຊຸມສຸດຍອດ ຄັ້ງທີສອງ


Report Warns of N. Korea Nuclear Threat Ahead of Trump-Kim Summit
please wait

No media source currently available

0:00 0:02:53 0:00

ລາຍງານໄດ້ເຕືອນລ່ວງໜ້າ ກ່ຽວກັບໄພຂົ່ມຂູ່ ຈາກນິວເຄຼຍ ຂອງເກົາຫຼີເໜືອ

ມີລາຍງານສອງເລື້ອງອອກມາໃນເດືອນນີ້ທີ່ເວົ້າເຖິງໄພຂົ່ມຂູ່ຈາກໂຄງການອາວຸດນິວ
ເຄຼຍຂອງເກົາຫຼີເໜືອ. ໃນຂະນະດຽວກັນ ທຳນຽບຂາວ ກໍສືບຕໍ່ວາງແຜນ ທີ່ຈະຈັດ
ກອງປະຊຸມສຸດຍອດອີກຄັ້ງນຶ່ງ ລະຫວ່າງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລທຣຳ
ກັບຜູ້ນຳເກົາຫຼີເໜືອ ທ່ານກິມຈົງອຶນ. ພວກນັກຊ່ຽວຊານທັງຫຼາຍເຕືອນວ່າ ກອງປະຊຸມ
ສຸດຍອດຄັ້ງນີ້ ຈະຕ້ອງມີໝາກຜົນທີ່ເປັນແກ່ນສານຫຼາຍກວ່າຄັ້ງທຳອິດ. ນັກຂ່າວວີໂອ
ເອ ປະຈຳທຳນຽບຂາວ ແພັດຊີ ວີດາກຸສວາລາ ມີລາຍລະອຽດເພີ້ມຕື່ມດັ່ງ ສາລີ ຈະສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ໄພຂົ່ມຂູ່ຈາກໂຄງການອາວຸດນິວເຄຼຍຂອງເກົາຫຼີເໜືອ ແມ່ນຍັງເປັນຈິງຢູ່ຕາມເຄີຍ. ດັ່ງທີ່ລາຍງານໃໝ່ ໂດຍສູນກາງຍຸດທະສາດແລະການສຶກສາຄົ້ນຄວ້າໄດ້ຊີ້ໃສ່
ຊາຍໂນ-ຣີ.

ສະຖານທີ່ນິວເຄຼຍທີ່ຢູ່ຫ່າງ 200 ກິໂລແມັດ ເໜືອຂຶ້ນໄປຈາກເຂດປອດທະຫານກັບ
ເກົາຫຼີໃຕ້ ທັງເປັນນຶ່ງໃນຈຳນວນຖານລູກສອນໄຟທີ່ບໍ່ໄດ້ປະກາດໃຫ້ຊາບ 20 ແຫ່ງ ໂດຍພຽງຢາງ. ທ່ານນາງ ລີຊາ ຄອລລິນ ຈາກສູນກາງ ຊີແອັສໄອແອັສ ກ່າວວ່າ “ມັນ
ສະແດງໃຫ້ເຫັນວ່າ ໂຄງການລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອແລະໂຄງ
ການອາວຸດນິວເຄຼຍ ຂອງເຂົາ ແມ່ນມີຄວາມສະຫຼັບສັບຊ້ອນຫຼາຍກວ່າ ທັງມີຫຼາຍ
ກວ່າ ທີ່ມະຫາຊົນໄດ້ຮູ້ເຫັນນຳ. ລາຍງານນີ້ສະໜັບສະໜູນຫຼືເວົ້າແທ້ແລ້ວ ແມ່ນສົ່ງ
ເສີມການຄົ້ນພົບ ຂອງລາຍງານດ້ານການປ້ອງກັນລູກສອນໄຟຂອງລັດຖະບານສະ
ຫະລັດ ທີ່ຫາກໍອອກໄປໃນອາທິດແລ້ວນີ້.

ໃນວັນທີ 18 ມັງກອນ ທຳນຽບຂາວ ໄດ້ປະກາດວ່າ ປະທານາທິບໍດີ ທຣຳ ກັບຜູ້ນຳ
ເກົາຫຼີເໜືອ ກິມຈົງອຶນ ຈະພົບພໍ້ກັນອີກ ໃນເດືອນໜ້າ. ປະທານາທິບໍດີທຣຳກ່າວວ່າ
“ກິມຈົງອຶນ ແມ່ນຢາກໃຫ້ມີປະຊຸມດັ່ງກ່າວນັ້ນແທ້ໆ ແລະຂ້າພະເຈົ້າກໍຄືກັນ. ພວກ
ເຮົາໄດ້ສ້າງຄວາມກ້າວໜ້າຫຼາຍ ຊຶ່ງສື່ມວນຊົນບໍ່ໄດ້ລົງຂ່າວໝົດ.”ແຕ່ພວກນັກຊ່ຽວ
ຊານຫຼາຍທ່ານ ບໍ່ໄດ້ຣັບຄວາມໝັ້ນໃຈ ວ່າໄດ້ມີຄວາມກ້າວໜ້າ ນັບຕັ້ງແຕ່ຜູ້ນຳທັງ
ສອງໄດ້ພົບພໍ້ກັນ ທີ່ສິງກະໂປ ໃນເດືອນມິຖຸນາປີກາຍນີ້. ທ່ານ ສກັອດ ສນາຍເດີ ປະ
ຈຳສະພາພົວພັນຕ່າງປະເທດກ່າວວ່າ “ພວກເຮົາໄດ້ຮູ້ເລື້ອງ ສິ່ງດັ່ງກ່າວພໍຄາວໆ ແຕ່
ບໍ່ໄດ້ມີຫຽັງ ທີ່ເປັນແກ່ນສານມາພ້ອມ, ເພາະສະນັ້ນ ພວກເຮົາຈຶ່ງຈຳເປັນ ຕ້ອງໄດ້
ຊອກຫາວິທີການດຳເນີນງານໄປ ເພື່ອໃຫ້ຮູ້ວ່າ ທັງສອງ ຈະເດີນໄປນຳກັນແບບໃດ.”

ກອງປະຊຸມສຸດຍອດຄັ້ງທຳອິດ ເຍືອງໃຫ້ເຫັນຫົວເລື້ອງ ແຕ່ໄດ້ມີຖະແຫຼງການແບບ
ກວ້າງໆອອກມາ ເພື່ອມຸ້ງໜ້າໄປສູ່ການບັນລຸເລື້ອງປົດອາວຸດນິວເຄຼຍ. ພວກນັກຊ່ຽວ
ຊານທັງຫຼາຍກ່າວວ່າ ກອງປະຊຸມສຸດຍອດຄັ້ງທີສອງນີ້ ຢ່າງໜ້ອຍ ຈະຕ້ອງໄດ້ມີການ
ສະແດງອອກມາໃຫ້ເຫັນ ການດຳເນີນງານໄປສູ່ການປົດອາວຸດນິວເຄຼຍ ແລະການ
ຫຼຸດຜ່ອນຄວາມເຄັ່ງຕຶງລົງນຳ ດັ່ງທ່ີທ່ານນາງ ລີຊາ ຄອລລິນ ຈາກສູນກາງ ຊີແອັສໄອ
ແອັສເວົ້າວ່າ “ຖ້າພວກເຮົາຢູ່ໃນຖານະແຫ່ງອຸດົມການ ສະຫະລັດກໍຈະຕ້ອງໄປຊອກ
ຄົ້ນຫາເອົາບັນຊີຂອງສະຖານທີ່ທົດລອງອາວຸດນິວເຄຼຍຂອງເກົາຫຼີເໜືອທຸກບ່ອນ ທຸກ
ບ່ອນທີ່ພວກເຂົາຜະລິດວັດຖຸສຳລັບອາວຸດນິວເຄຼຍ ບ່ອນທີ່ພວກເຂົາຜະລິດລູກສອນ
ໄຟຂ້າມທະວີບ ແລະຖານທີ່ຕັ້ງນິວເຄຼຍຕ່າງໆຂອງເກົາຫຼີເໜືອ.

ທັ້ງນີ້ ມັນໝາຍຄວາມວ່າ ເປັນໂຄງການຟ່າຝືນລ່ວງລໍ້າ ຊຶ່ງພຽງຢາງໄດ້ປະຕິເສດບໍ່
ຍອມຮັບ ຊຶ່ງຢ້ານວ່າ ເກົາຫຼີເໜືອຈະຖືກໂຈມຕີໄດ້ງ່າຍໂດຍການທະຫານຂອງສະຫະ
ລັດ. ນອກຈາກນັ້ນແລ້ວ ພຽງຢາງກໍຍັງຢາກໃຫ້ຜ່ອນເບົາລົງ ເລື້ອງການລົງໂທດນຳ ຊຶ່ງເປັນເລື້ອງທີ່ວໍຊິງຕັນບໍ່ຢາກເຮັດ.

ພວກນັກວິຈານທັງຫຼາຍກ່າວວ່າ ກອງປະຊຸມສຸດຍອດຄັ້ງທີສອງ ທີ່ບໍ່ມີຫຽັງເປັນແກ່ນ
ສານພໍທໍ່ໃດ ອາດເປັນການສ້າງຄວາມຮ້າຍແຮງກໍເປັນໄດ້ ດ່ັງທ່ານ ສກັອດ ສນາຍເດີ
ຈາກສະຖາບັນພົວພັນຕ່າງປະເທດເວົ້າວ່າ“ຖ້າມັນເປັນແນວນັ້ນ ເວົ້າແທ້ແລ້ວ ພວກ
ເຮົາກໍຈະວ່າ ໂອເຄ ກິມຈົງອຶນ ກໍຈະເປັນກິມຈົງອຶນຕໍ່ໄປ ເພິ່ນກໍຈະຖືກຍອມຮັບວ່າ
ເປັນຜູ້ນຳຂອງປະເທດທີ່ມີອາວຸດນິວເຄຼຍ ຊ້ອງໜ້າໂລກທັງມວນ ແລະພວກປະເທດ
ອື່ນໆ ກໍຈະຮັບເອົາວ່າ ນັ້ນເປັນສັນຍານທີ່ວ່າ ໂອເຄແລ້ວ ທີ່ຈະຕ້ອງໄດ້ປະຕິບັດຕໍ່.

ນັ້ນກໍໝາຍຄວາມວ່າ ເກົາຫຼີເໜືອຈະເປັນປະເທດມະຫາອຳນາດປະເທດນຶ່ງ ທີ່ມີອາ
ວຸດນິວເຄຼຍ ລຸນຫຼັງທີ່ຖອນໂຕອອກຈາກສົນທິສັນຍາຫ້າມເຜີຍແພ່ນິວເຄຼຍ ປີ 1968
ໃນປີ 2003. ພວກນັກຊ່ຽວຊານທັງຫຼາຍ ເປັນຫ່ວງວ່າປະເທດອື່ນໆ ກໍອາດຈະຢາກ
ສ້າງອາວຸດນິວເຄຼຍຂຶ້ນມາເຊັ່ນກັນ.

ອີງຕາມສື່ມວນຊົນຂອງເກົາຫຼີເໜືອແລ້ວແມ່ນວ່າ ທ່ານ ກິມເວົ້າວ່າ ເພິ່ນເຊື່ອໃຈ “ແນວຄິດແບບສ້າງສັນ” ຂອງທ່ານ ທຣຳ. ທຳນຽບຂາວເວົ້າວ່າ ກອງປະຊຸມສຸດຍອດ
ຄັ້ງທີສອງ ມີກຳນັດໃສ່ເວລາໃດເວລານຶ່ງ ໃນທ້າຍເດືອນກຸມພານີ້.

ເຊີນອ່ານເລື້ອງນີ້ຕ່ືມເປັນພາສາອັງກິດ

XS
SM
MD
LG