ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພື້ນທີ່ກະສິກຳ ໃນເຂດນະຄອນວຽງຈັນ ຫລຸດລົງ ຢ່າງຕໍ່ເນື່ອງ ຍ້ອນການພັດທະນາ


ຮູບແບບ ຂອງໂຄງການສວນນ້ຳ ທີ່ໜອງປານ ໃນນະຄອນວຽງຈັນ ລົງທຶນໂດຍ ກຸ່ມບໍລິສັດຈາກຈີນ
ຮູບແບບ ຂອງໂຄງການສວນນ້ຳ ທີ່ໜອງປານ ໃນນະຄອນວຽງຈັນ ລົງທຶນໂດຍ ກຸ່ມບໍລິສັດຈາກຈີນ

ພື້ນທີ່ກະສິກຳ ໃນເຂດນະຄອນວຽງຈັນ ຫລຸດລົງຢ່າງຕໍ່ເນື່ອງ ເພາະໄດ້ມີການຫັນປ່ຽນ
ທີ່ດິນໄປນຳໃຊ້ ໃນພາກການຜະລິດອື່ນໆຫຼາຍຂຶ້ນ ແຕ່ທາງການລາວ ກໍສົ່ງເສີມການ
ຜະລິດກະສິກຳ ທີ່ສະອາດ.

ທ່ານລິນຄຳ ດວງສະຫວັນ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ ນະຄອນວຽງຈັນ
ຢືນຢັນວ່າ ພື້ນທີ່ກະສິກຳ ໃນເຂດນະຄອນວຽງຈັນ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ໃນໄລຍະ
10 ປີ ມານີ້ ໂດຍມີສາເຫດ ມາຈາກການຫັນປ່ຽນທີ່ດິນໄປນຳໃຊ້ໃນພາກການຜະລິດ
ອື່ນໆ ຫຼາຍຂຶ້ນ ເຊັ່ນເຂດເສດຖະກິດພິເສດ ເຂດເສດຖະກິດສະເພາະ ແລະ ການຂະ
ຫຍາຍເຂດຕົວເມືອງ ເພື່ອພັດທະນາໃຫ້ເປັນເຂດທີ່ຢູ່ອາໄສ ສຳລັບ ຮອງຮັບຈຳນວນ
ປະຊາກອນ ທີ່ເພີ່ມຂຶ້ນນັບມື້ ເປັນຕົ້ນ.

ເຂດພື້ນທີ່ ສຳລັບຮອງຮັບ ການລົງທຶນ ໃນດ້ານອຸດສາຫະກຳ ໃນນະຄອນວຽງຈັນ
ເຂດພື້ນທີ່ ສຳລັບຮອງຮັບ ການລົງທຶນ ໃນດ້ານອຸດສາຫະກຳ ໃນນະຄອນວຽງຈັນ

ໂດຍທີ່ເຫັນໄດ້ຢ່າງຊັດເຈນ ກໍຄືພື້ນທີ່ປູກເຂົ້າໃນເຂດນະຄອນວຽງຈັນ ໄດ້ຫລຸດລົງ
ຈາກ 72,162 ເຮັກຕາ ໃນປີ 2016 ເປັນ 71,990 ເຮັກຕາ ໃນຕົ້ນປີ 2017 ແລະ
ຍັງຈະຫລຸດລົງອີກຢ່າງຕໍ່ເນື່ອງ ຫາກແຕ່ທາງການລາວ ກໍໝັ້ນໃຈວ່າ ຈະບໍ່ສົ່ງຜົນ
ກະທົ ບຕໍ່ຜົນຜະລິດເຂົ້າ ເພື່ອການບໍລິໂພກຢ່າງພຽງພໍ ໃນເຂດນະຄອນວຽງຈັນ
ຢ່າງແນ່ນອນ ເນື່ອງຈາກຜົນຜະລິດເຂົ້າໃນປັດຈຸບັນ ຍັງເກີນລະດັບການບໍລິໂພກ
ຄິດເປັນປະລິມານລວມເຖິງ 91,700 ໂຕນ ທີ່ໄດ້ສົ່ງໄປຂາຍ ໃນຕ່າງແຂວງ ແລະ
ທີ່ສຳຄັນ ກໍຄືທາງການລາວຍັງໄດ້ແນໃສ່ໃຫ້ການສົ່ງເສີມການຜະລິດກະສິກຳປອດ
ສານພິດ ຫຼື ກະສິກຳສະອາດອີກດວ້ວຍ ດັ່ງທີ່ທ່ານລິນຄຳ ຢືນຢັນວ່າ:

“ພວກເຮົາກໍເນັ້ນໃສ່ເລື່ອງການສົ່ງເສີມທາງດ້ານເທັກນິກ ຍົກສະມັດຖະພາບ
ແຕ່ວ່າຢູ່ໃນການປູກເຂົ້າຢູ່ນະຄອນຫຼວງວຽງຈັນ ຂອງພວກເຮົາ ເຮົາເນັ້ນໃສ່
ໃຫ້ມັນເປັນລັກສະນະ ກະສິກຳສະອາດ ເປັນເຂົ້າອິນຊີ ກະສິກຳສະອາດ
ປອດສານພິດ ແລ້ວກະເປັນມິດກັບສິ່ງແວດລ້ອມ ເນັ້ນໃສ່ໂຕນັ້ນເນາະ ທົ່ວ
ນະຄອນຫຼວງວຽງຈັນ ກະສິກຳລະແມ່ນພວກເຮົາເນັ້ນໃສ່ບັນຫາດັ່ງກ່າວ ເຖິງວ່າ
ພື້ນທີ່ໃນການຜະລິດຂອງພວກເຮົາ ສົມທຽບໃສ່ກັບຫຼາຍແຂວງ ມັນຈະບໍ່ເທົ່າ
ເຂົາເຈົ້າ ແຕ່ວ່າພວກເຮົາກໍໄດ້ເນັ້ນໃສ່ໃຫ້ມັນເປັນກະສິກຳສະອາດ.”

ທັງນີ້ໂດຍເປົ້າໝາຍທີ່ນຳຄັນຂອງການພັດທະນາການຜະລິດດ້ານກະສິກຳ ໃນ
ນະຄອນວຽງ ນັບຈາກປັດຈຸບັນ ໄປເຖິງປີ 2020 ກໍຄືການກ້າວໄປສູ່ການຜະລິດ
ທີ່ທັນສະໄໝ ດ້ວຍການນຳໃຊ້ເຄື່ອງກົນຈັກ ທີ່ທັນສະໄໝ ເຂົ້າໃນການຜະລິດ
ກະສິກຳຢ່າງກວ້າງຂວາງ ເພື່ອເປັນການເພີ່ມປະສິດທິພາບການຜະລິດໃຫ້ສູງຂຶ້ນ
ທັງຍັງຖືເປັນການແກ້ໄຂບັນຫາຂາດແຄນແຮງງານ ໃນພາກກະສິກຳ ອີກດ້ວຍ.

ໂດຍເປົ້າໝາຍຂອງການຈັດຕັ້ງປະຕິບັດ ນັບຈາກປັດຈຸບັນໄປຈົນເຖິງປີ 2020 ກໍຄື
ການນຳໃຊ້ເຄື່ອງກົນຈັກ ເພີ່ມຂຶ້ນ ເພື່ອຫລຸດຈຳນວນກຳລັງແຮງງານ ໃນພາກກະສິກຳ
ໃຫ້ໄດ້ປີລະ 10 ເປີເຊັນ ຊຶ່ງກໍຈະເປັນຜົນເຮັດໃຫ້ກຳລັງແຮງງານໃນພາກກະສິກຳ ໃນ
ນະຄອນວຽງຈັນ ຫລຸດລົງ ລະຫວ່າງ 40 ຫາ 50 ເປີເຊັນ ຂອງກຳລັງແຮງງານທັງໝົດ
ໃນປັດຈຸບັນ ພາຍໃນປີ 2020 ດັ່ງກ່າວ.

ໂດຍໃນປີ 2016 ກະເສດຕະກອນລາວ ສາມາດຜະລິສະບຽງອາຫານ ແລະ ສິນຄ້າ
ໄດ້ເພີ່ມຂຶ້ນຈາກປີ 2015 ເຊັ່ນຜະລິດພືດຜັກຕ່າງໆ ໄດ້ 1.7 ລ້ານໂຕນ ສາລີຫວານ
27,950 ໂຕນ ເຜືອກມັນ 330,900 ໂຕນ ໝາກໄມ້ 1.33 ລ້ານໂຕນ ສາລີລ້ຽງສັດ
1.2 ລ້ານໂຕນ ອ້ອຍ 2.1 ລ້ານໂຕນ ຖົ່ວເຫລືອງ-ຖົ່ວດິນ ເກີນກວ່າ 85,310 ໂຕນ
ໝາກເດືອຍ 271,000 ໂຕນ ມັນຕົ້ນ 2.4 ລ້ານໂຕນ ຢາສູບ 66,800 ໂຕນ ແລະ
ຕອບສະໜອງຊີ້ນສັດ ໃຫ້ປະຊາຊົນລາວ ໄດ້ທີ່ລະດັບ 65 ກິໂລກຣາມຕໍ່ຄົນຕໍ່ປີ ແລະ
ລັດຖະບານລາວ ຍັງໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ເຖິງ 5 ລ້ານ
ໂຕນ ໃນປີ 2020 ອີກດ້ວຍ.

ທັງນີ້ ທາງການລາວໄດ້ກຳນົດໃຫ້ 10 ແຂວງ ເປັນເຂດຈຸດສຸມໃນການປູກເຂົ້າ ຊຶ່ງ
ປະກອບດ້ວຍ ນະຄອນວຽງຈັນ ແຂວງຄຳມ່ວນ ສະຫວັນນະເຂດ ສາລະວັນ ຈຳປາສັກ
ບໍລິຄຳໄຊ ວຽງຈັນ ໄຊຍະບູລີ ຫລວງນ້ຳທາ ແລະ ບໍ່ແກ້ວ ຊຶ່ງຄາດວ່າ ຈະມີຜົນຜະລິດ
ເຂົ້າຮ່ວມກັນ ຄິດເປັນ 85 ເປີເຊັນ ຂອງຜົນຜະລິດເຂົ້າທັງໝົດ ໂດຍໃນປີ 2016
ກະເສດຕະກອນລາວ ໃນເຂດ 10 ແຂວງ ດັ່ງກ່າວນີ້ ກໍສາມາດຜະລິດເຂົ້າໄດ້ 3.4
ລ້ານໂຕນ ແລະຄາດວ່າ ເພີ່ມຂຶ້ນເປັນ 3.6 ລ້ານໂຕນ ໃນປີ 2017 ນີ້.

XS
SM
MD
LG