ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີທີການ ຄວບຄຸມຫຍ້າ (ວີດິໂອ)


ພວກຊາວສວນ ພາກັນຫລົກຫຍ້າ ຢູ່ຕາມຄູປູກ strawberry ຢູ່ສວນແຫ່ງນຶ່ງ ນອກເມືອງ Salinas ລັດຄາລິຟໍເນຍ
ພວກຊາວສວນ ພາກັນຫລົກຫຍ້າ ຢູ່ຕາມຄູປູກ strawberry ຢູ່ສວນແຫ່ງນຶ່ງ ນອກເມືອງ Salinas ລັດຄາລິຟໍເນຍ
ມີທ່ານຜູ້ຟັງທ່ານນຶ່ງຕັ້ງຄໍາຖາມວ່າ “ເມື່ອໃດຕົ້ນພືດ ຈຶ່ງຖືວ່າ
ເປັນຫຍ້າ?” ພວກນັກຊ່ຽວຊານທີ່ມະຫາວິທະຍາໄລ Penn
State ໃນລັດ Pennsylvania ມີຄໍາຕອບງ່າຍໆ ດັ່ງນີ້: ຕົ້ນ
ພືດຖືວ່າເປັນຫຍ້າ ກໍເມື່ອຄຸນນະພາບທີ່ບໍ່ດີຂອງມັນ ມີຫລາຍ
ກວ່າຄຸນນະພາບທີ່ດີ.

ລອງພິຈາລະນາຂໍ້ແຕກຕ່າງອັນນີ້ເບິ່ງ: ພືດຫລືຜັກແຕ່ລະຕົ້ນ
ຈະຜະລິດແກ່ນ ໄດ້ ຫລາຍໆຮ້ອຍແກ່ນ. ແຕ່ວ່າ ຫຍ້າແຕ່ລະ
ຕົ້ນຈະສາມາດຜະລິດໄດ້ ຫລາຍໝື່ນ ຫລືຫລາຍແສນແກ່ນ
ອອກມາ. ແລະແກ່ນເຫລົ່ານັ້ນ ບາງອັນກໍຝັງຢູ່ໃນພື້ນດິນ ແລະ
ສາມາດຢູ່ໄດ້ເຖິງ 40 ປີ ຫລືດົນກວ່ານັ້ນ.

ການຖອນຮາກ ຫລື ການກໍາຈັດ ຫຍ້າ ໝາຍເຖິງການທີ່ເຮົາ
ຕ້ອງໄດ້ເອົາ ທັງແກ່ນແລະຮາກຂອງມັນອອກໃຫ້ໝົດ ເພື່ອບໍ່
ໃຫ້ມັນກັບຄືນມາເຕີບໃຫຍ່ຂຶ້ນໄດ້ອີກ. ແຕ່ວ່າ ນົກ, ລົມ ແລະ
ອາກາດ ສາມາດທີ່ຈະນໍາເອົາຕົ້ນຫຍ້າເຫລົ່ານີ້ ກັບຄືນສູ່ດິນ
ໄດ້ອີກ ລຸນຫລັງທີ່ເຮົາກໍາຈັດມັນໄປແລ້ວ.

ວິທີທີ່ນິຍົມເຮັດກັນຫລາຍກວ່າໝູ່ ເພື່ອແກ້ໄຂບັນຫາຫຍ້າ ກໍຄືການຄວບຄຸມມັນ ເພື່ອໃຫ້
ເຮົາສາມາດໃຊ້ດິນຕອນນັ້ນ ປູກພືດຜັກໄດ້. ພວກນັກຊ່ຽວຊານແນະນໍາໃຫ້ໃຊ້ວິທີການ
ຄວບຄຸມຫຍ້າ 2 ຫລື ຫລາຍວິທີ ດ້ວຍກັນ.

ການໃຊ້ຢາເຄມີຂ້າຫຍ້າ ຫລືການໃຊ້ວິທີການແບບທໍາມະຊາດ ເຊັ່ນໃຊ້ແປ້ງສາລີ ສາມາດ
ທີ່ຈະສະກັດກັ້ນ ບໍ່ໃຫ້ຫຍ້າໃຫຍ່ຂຶ້ນໄດ້. ການປູກພືດຜັກຖີ່ໆຕິດໆກັນ ກໍສາມາດເປັນການ
ຄວບຄຸມຫຍ້າແບບທໍາມະຊາດໄດ້ ເພາະມັນບໍ່ມີບ່ອນວ່າງ ໃຫ້ຫຍ້າເກີດຂຶ້ນ ຫລື ເຕີບໃຫຍ່
ຂະຫຍາຍໂຕໄດ້.

ເບິ່ງວີດິໂອເລື້ອງນີ້ ແລະຮຽນພາສາອັງກິດໄປພ້ອມ:



ທ່ານ Bill Curran ເປັນອາຈານສອນ ວິຊາວິທະຍາສາດກ່ຽວກັບຫຍ້າ ທີ່ມະຫາວິທະຍາ
ໄລ Penn State ໃນລັດ Pennsylvania. ທ່ານກ່າວວ່າ ວິທີນຶ່ງທີ່ໃຊ້ກັນທົ່ວໄປ ເພື່ອຄວບ
ຄຸມຫຍ້າ ກໍຄືການປູກຜັກແບບຖີ່ໆຕິດກັນ.

ທ່ານອະທິບາຍວ່າ ພືດຜັກຊະນິດຕ່າງໆທີ່ປູກຖີ່ໆຕິດກັນໄດ້ແລະໃຫຍ່ໄວນັ້ນ ເວລາມັນ
ອອກໃບໃຫຍ່ ຈະເປັນຄັນຮົ່ມກວມດິນ ກັນແສງແດດ ແລະຈະສາມາດຊ່ວຍຄວບຄຸມ
ຫຍ້າໄດ້ ເພາະວ່າຫຍ້າຕ້ອງການແສງແດດເພື່ອຈະເຕີບໂຕໄດ້. ສະນັ້ນ ການບັງແສງ
ແດດໄວ້ກໍແມ່ນ ຈະຫລຸດຜ່ອນການເຕີບໂຕຂອງຫຍ້າ. ວິທີການຄວບຄຸມແບບອື່ນ ກໍ
ລວມມີການຂຸດພວນດິນຂຶ້ນມາ, ຫລົກຫຍ້າອອກ ຫລືປົກຫຍ້າໄວ້ ດ້ວຍກາບໄມ້, ເສດ
ຜັກຫລືຕົ້ນພືດ ທີ່ລົກອອກຈາກສວນ ແລະວັດຖຸອື່ນໆ. ແຕ່ວ່າແມ່ນແຕ່ກາບໄມ້ ກໍຍັງມີ
ຂໍ້ຈໍາກັດຂອງມັນ. ຫຍ້າສາມາດທີ່ຈະປະປົນໄປນໍາກາບໄມ້ໄດ້ ຄືກັນກັບທີ່ມັນສາມາດ
ປະປົນຢູ່ນໍາດິນ, ແກ່ນຜັກ ຟາງແລະສັດ. ແຕ່ວ່າ ສັດເຊັ່ນ ແກະ ຫລືແບ້ ແມ່ນກິນຫຍ້າ.
ສະນັ້ນ ພວກເຂົາສາມາດຊ່ວຍຄວບຄຸມຫຍ້າທາງຊີວະພາບໄດ້. ແມ່ນແຕ່ແມງໄມ້ ແລະ
ສິ່ງທີ່ມີຊີວິດອື່ນໆໃນທໍາມະຊາດ ກໍສາມາດທີ່ຈະຄວບຄຸມຫຍ້າທາງຊີວະພາບໄດ້ເຊັ່ນກັນ.

ການປ້ອງກັນການແຜ່ລາມຂອງຫຍ້າ ກໍເປັນພາກສ່ວນສໍາຄັນໃນການຄວບຄຸມຫຍ້າ. ພວກລົດທີ່ໃຊ້ໃນຟາມຫລືສວນ ບໍ່ຄວນເອົາເຂົ້າໄປໃນເຂດທີ່ມີຫຍ້າຫລາຍ. ແຕ່ຖ້າ ເຮັດເຊ່ນນັ້ນບໍ່ໄດ້ ກໍໃຫ້ລ້າງອອກກ່ອນ ແລະລ້າງອຸບປະກອນທີ່ໃຊ້ ກັບລ້າງເກີບຂອງ ທ່ານນໍາ.
ບາງຄົນກໍຈູດເຜົາຫຍ້າ ຫລືຂຸດຂຸມເລິກໆ ຝັງມັນ.
XS
SM
MD
LG