ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະມັດຊາໃຫຍ່ ສປຊ ຈະຈັດກອງປະຊຸມ ສຸກເສີນ ກ່ຽວກັບ ນະຄອນ ເຈຣູຊາແລັມ


ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ຄັດຄ້ານຮ່າງຍັດຕິທີ່ຖືກເຮັດຂຶ້ນໂດຍ ອີຈິບ ກ່ຽວກັບ ການຕັດສິນໃຈເມື່ອບໍ່ດົນມານີ້ ເລື່ອງ ສະຖານະ
ພາບຂອງນະຄອນ ເຈຣູຊາແລັມໃນລະຫວ່າງກອງປະຊຸມ
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກ່ຽວກັບ
ສະຖານະການໃນເຂດຕາເວັນອອກກາງ ລວມທັງປາແລັສ
ໄຕນ໌ ທີ່ສຳນັກງານອົງການສະຫະປະຊາຊາດ ໃນນະຄອນ
ນິວຢອກ. 18 ທັນວາ, 2017.
ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ຄັດຄ້ານຮ່າງຍັດຕິທີ່ຖືກເຮັດຂຶ້ນໂດຍ ອີຈິບ ກ່ຽວກັບ ການຕັດສິນໃຈເມື່ອບໍ່ດົນມານີ້ ເລື່ອງ ສະຖານະ ພາບຂອງນະຄອນ ເຈຣູຊາແລັມໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກ່ຽວກັບ ສະຖານະການໃນເຂດຕາເວັນອອກກາງ ລວມທັງປາແລັສ ໄຕນ໌ ທີ່ສຳນັກງານອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ. 18 ທັນວາ, 2017.

ສະມັດຊາໃຫຍ່ອົງການສະຫະປະຊາຊາດ ມີກຳນົດທີ່ຈະຈັດກອງປະຊຸມສຸກເສີນ ທີ່ບໍ່
ຄ່ອຍເກີດຂຶ້ນ ໃນວັນພະຫັດມື້ອື່ນ ເພື່ອພິຈາລະນາຍັດຕິປະຕິເສດການຮັບຮູ້ນະຄອນ
ເຈຣູຊາແລັມວ່າ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ ໂດຍ ສະຫະລັດ ນັ້ນ.

ທູດພິເສດ ປາແລັສໄຕນ໌ ປະຈຳອົງການສະຫະປະຊາຊາດ ທ່ານ ຣີຢາດ ມັນຊໍ ໄດ້ຂໍໃຫ້
ຈັດກອງປະຊຸມດັ່ງກ່າວ ແລະ ໄດ້ກ່າວວ່າ ທ່ານຫວັງວ່າມັນຈະໄດ້ຮັບ “ການສະໜັບ
ສະໜູນຢ່າງຖ້ວມລົ້ນ” ສຳລັບຮ່າງຍັດຕິທີ່ວ່ານັ້ນ.

ປະເທດ ອີຈິບ ໄດ້ນຳສະເໜີຮ່າງມະຕິ ກ່ຽວກັບ ການຕັດສິນໃຈຂອງ ສະຫະລັດ ຕໍ່ສະ
ພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນວັນ ຈັນທີ່ຜ່ານມາ, ແຕ່ ສະຫະລັດ
ໄດ້ໃຊ້ອຳນາດໃນການຄັດຄ້ານຂອງ ເຂົາເຈົ້າເພື່ອກີດກັ້ນມັນ ໃນຂະນະທີ່ 14 ປະ
ເທດສະມາຊິກຂອງສະ ພາ ໄດ້ລົງຄະແນນສຽງສະໜັບສະໜູນ.

ການລົງຄະແນນສຽງ ຂອງສະມັດຊາໃຫຍ່ຈະ ກ່ຽວກັບ ຍັດຕິທີ່ພັນລະນາເຖິງໃຈ
ຄວາມອັນດຽວກັນ, ແຕ່ຈະບໍ່ມີນໍ້າໜັກເທົ່າກັບມາດຕະການ ຂອງສະພາຄວາມໝັ້ນ
ຄົງ. ມະຕິຂອງສະມັດຊາໃຫຍ່ ແມ່ນບໍ່ມີຂໍ້ຜູກມັດ, ແຕ່ມັນຈະສາມາດນຳເອົາຜົນສະ
ທ້ອນທາງການເມືອງຕາມມາພາຍຫຼັງມາໃຊ້.

ທູດ ສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ ນິກກີ ເຮລີ ໄດ້ເຕືອນ
ກ່ອນການລົງຄະແນນສຽງວ່າ ທ່ານນາງຈະຕິດຕາມ ເບິ່ງ ວິທີທີ່ຄົນອື່ນໆລົງຄະແນນ
ສຽງ ແລະ ລາຍງານກັບຄືນຫາປະທາ ນາທິບໍດີ ດໍໂນລ ທຣຳ.

ທ່ານນາງໄດ້ກ່າວວ່າ “ສະຫະລັດ ຈະເກັບກຳລາຍຊື່ໄວ້.”

ທ່ານ ທຣຳ ໄດ້ກ່າວໃນສັບປະດາທີ່ຜ່ານມາວ່າ ການຕັດສິນໃຈຂອງທ່ານ ເພື່ອຮັບຮູ້
ນະຄອນ ເຈຣູຊາແລັມວ່າ ເປັນນະຄອນຫຼວງຂອງປະເທດ ອິສຣາແອລ ແລະ ໃນທີ່
ສຸດຈະຍ້າຍສະຖານທູດ ສະຫະລັດ ຈາກນະ ຄອນຫຼວງ ແທລ ອາວີຟ ໄປທີ່ນັ້ນ ແມ່ນ
“ການຮັບຮູ້ເຖິງຄວາມເປັນຈິງ.” ທ່ານກ່າວວ່າ ນະຄອນ ເຈຣູຊາແລັມ ບໍ່ແມ່ນພຽງແຕ່
ເປັນນະຄອນ ຫຼວງຂອງປະຊາຊົນຊາວ ຢິວ ເທົ່ານັ້ນ, ແຕ່ມັນແມ່ນນະຄອນຫຼວງ ທາງ
ການເມຶືອງໃນຍຸກໃໝ່ຂອງ ອິສຣາແອລ.

ບັນດານັກວິຈານກ່າວວ່າ ການເຄື່ອນໄຫວຂອງທ່ານ ທຣຳ ຂັດຕໍ່ນະໂຍບາຍທີ່ມີມາດົນ
ນານ ຂອງ ສະຫະລັດ ແລະ ການຢືນຢັນ ຂອງອົງການສະຫະປະຊາຊາດ ທີ່ສະຖານະ
ພາບຂອງນະຄອນ ເຈຣູຊາ ແລັມ ຄວນເປັນພາກສ່ວນນຶ່ງຂອງຂໍ້ຕົກລົງສັນຕິພາບທີ່
ໄດ້ເຈລະຈາກັນ ລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌.

ອິສຣາແອລ ຖືວ່ານະຄອນ ເຈຣູຊາແລັມ ວ່າເປັນນະຄອນຫຼວງຂອງ ເຂົາເຈົ້າມາຕະ
ຫຼອດ, ໃນຂະນະທີ່ຊາວ ປາແລັສໄຕນ໌ ຢາກໃຫ້ພາກ ຕາເວັນອອກຂອງນະຄອນ
ເຈຣູຊາແລັມ ເປັນນະຄອນຫຼວງຂອງລັດຕົນ ໃນອະນາຄົດ ແລະ ກ່າວວ່າ ສະຫະລັດ
ບໍ່ແມ່ນຄູ່ຮ່ວມງານ ທີ່ໜ້າເຊື່ອຖືໄດ້ ໃນຂະບວນການສັນຕິພາບອີກຕໍ່ໄປແລ້ວ.

ລັດຖະບານທ່ານ ທຣຳ ກ່າວວ່າ ເຂົາເຈົ້າມີຄວາມໝາຍໝັ້ນຕໍ່ການແກ້ ໄຂບັນຫາສອງ
ລັດໃນເຂດຕາເວັນອອກກາງ ແລະ ທີ່ຕັ້ງຂອງສະຖານ ທູດຂອງເຂົາເຈົ້າ ບໍ່ຄວນມີ
ຄວາມສຳພັນກັບການເຈລະຈາ.

XS
SM
MD
LG