ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຈາກທ່ານທຣໍາແລ້ວ ຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ມີຄວາມຢາກໄດ້ພັນທະມິດ ທີ່ກາງຕໍ່ອາໄສ ໄດ້ຫຼາຍທີ່ສຸດ


ຢູ່ເຂດຍ່ານການຄ້າ Shinjuku ໃນນະຄອນໂຕກຽວຂອງຍີ່ປຸ່ນນັ້ນຄົນເບິ່ງໂທລະພາບໜ່ວຍນຶ່ງ ທີ່ສະແດງໃຫ້ເຫັນພາບຂອງທ່ານ Joe Biden, ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີໄດ້ຮັບການເລືອກຕັ້ງນັ້ນ ກ່າວຄໍາປາໄສຢູ່ໃນວັນທີ 8 ພະຈິກ, 2020,
ຢູ່ເຂດຍ່ານການຄ້າ Shinjuku ໃນນະຄອນໂຕກຽວຂອງຍີ່ປຸ່ນນັ້ນຄົນເບິ່ງໂທລະພາບໜ່ວຍນຶ່ງ ທີ່ສະແດງໃຫ້ເຫັນພາບຂອງທ່ານ Joe Biden, ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີໄດ້ຮັບການເລືອກຕັ້ງນັ້ນ ກ່າວຄໍາປາໄສຢູ່ໃນວັນທີ 8 ພະຈິກ, 2020,

ພາຍໃຕ້ການເປັນປະທານາທິບໍດີຂອງທ່ານ ໂຈ ໄບເດັນມີແນວໂນ້ມທີ່ຈະເຮັດໃຫ້ການພົວພັນຂອງສະຫະລັດກັບຂົງເຂດເອເຊຍຕາເວັນອອກສຽງໃຕ້ມີຄວາມເລິກເຊິ່ງຂຶ້ນ, ອີງຕາມຄໍາເວົ້າຂອງນັກວິເຄາະບາງຄົນ, ຊຶ່ງຈະສະເໜີເລື້ອງການຄ້າໃຫ້ແກ່ບັນດາປະເທດທີ່ມີເສດຖະກິດ ຖືກກະທົບຈາກການແຜ່ລະບາດຢ່າງໜັກຂອງພະຍາດ ແລະໄດ້ຮັບປະໂຫຍດດ້ານຄວາມໝັ້ນຄົງຕ້ານກັບຈີນທີ່ມີອິດ ທິພົນຢ່າງຫຼວງຫຼາຍຢູ່ໃນພາກພື້ນນັ້ນ - ແຕ່ກໍ່ຍັງນຳມາຊຶ່ງຄຳຖາມທີ່ເຮັດໃຫ້ບໍ່ສະບາຍໃຈກ່ຽວກັບເລື້ອງສິດທິມະນຸດແລະປະຊາທິປະໄຕ.

ຂົງເຂດເອເຊຍຕາເວັນອອກສຽງໃຕ້ຮູ້ຈັກທ່ານ ໄບເດັນດີຕັ້ງແຕ່ທີ່ທ່ານເປັນຮອງປະທານາທິບໍດີ ໃນຄະນະລັດຖະບານຂອງປະທານາທິບໍດີບາຣັກ ໂອບາມາ, ເຊິ່ງເປັນຜູ້ທີ່ມີນະໂຍບາຍ "ຄວາມສໍາຄັນຂອງເອເຊຍ" ໄດ້ໃຊ້ເງິນທຶນທາງການທູດ ແລະຊັບພະຍາກອນດ້ານການຄ້າທີ່ເປັນຍຸດທະສາດ ແລະດ້ານການປ້ອງກັນປະເທດສໍາລັບພາກພື້ນດັ່ງກ່າວເພື່ອແນໃສ່ຂະຫຍາຍເສດຖະກິດ ຂອງປະ ເທດທີ່ມີປະຊາກອນ 650 ລ້ານຄົນ ແລະ ກວດກາເບິ່ງບາດກ້າວເດີນຂອງຈີນ.

ແນວທາງຂອງປະທານາທິບໍດີ ດໍໂນລ ທຣໍາ ຕໍ່ສະມາຄົມບັນດາປະເທດຕາເວັນອອກສຽງໃຕ້ທີ່ມີສະມາຊິກ 10 ປະເທດນັ້ນ ແມ່ນໄດ້ເຫັນວ່າມີການຂາຍດ້ານອຸປະກອນປ້ອງກັນປະເທດ, ການຄ້າສອງຝ່າຍ ແລະຄຳໝັ້ນສັນຍາວ່າຈະໃຫ້ການສະໜັບສະໜູນໃນການປະເຊີນໜ້າກັບປັກກິ່ງທີ່ມີຖານທັບຂອງຕົນຢູ່ໃນເຂດທະເລຈີນໃຕ້ທີ່ມີການຂັດແຍ້ງກັນນັ້ນ ນັບມື້ນັບເພີ່ມຂຶ້ນ.

ແຕ່ວ່າ ທ່ານ ທຣໍາ ກໍໄດ້ນຳເອົາໄພຂົ່ມຂູ່ໄປສູ່ບັນດາປະເທດດຽວກັນນີ້ ກ່ຽວກັບເລື້ອງຂາດດຸນດ້ານການຄ້າ. ການຖອນຕົວຢ່າງກະທັນຫັນອອກຈາກການສ້າງຄູ່ຮ່ວມພາຄີຂ້າມມະຫາສະໝຸດປາຊີຟິກໃນສະໄໝທ່ານໂອບາມາພາຍຫຼັງທີ່ໄດ້ມີການເຈລະຈາມາໄດ້ຫຼາຍປີແລ້ວ ກ່ຽວກັບເຂດການຄ້າພາສີຕໍ່າທີ່ໃຫຍ່ທີ່ສຸດຂອງໂລກ ຊຶ່ງເຮັດໃຫ້ບັນດາພັນທະມິດຄິດສົງໄສວ່າ ສະຫະລັດຍັງຈະເປັນປະເທດທີ່ສາມາດກາງຕໍ່ອາໄສໄດ້ຫລືບໍ່ ໃນເລື້ອງການເປັນຄູ່ພາຄີໃນໄລຍະຍາວ.

ບັດນີ້ບັນດາຜູ້ນຳຂອງອາຊຽນຄາດວ່າ ທ້າຍອາທິດນີ້ຈະເຊັນສັນຍາການຄ້າທີ່ເປັນຄູ່ແຂ່ງກັບສິ່ງນັ້ນ ຊຶ່ງກໍຄືຄູ່ພາຄີທາງເສດຖະກິດຮອບດ້ານໃນພາກພື້ນເຊິ່ງສ້າງຂຶ້ນໂດຍຈີນ.

ພວກນັກວິເຄາະບາງຄົນຄາດຄະເນວ່າພາຍໃຕ້ທ່ານໄບເດັນ, ອາເມຣິກາຈະເປັນພັນທະມິດທີ່ສາມາດແຫລວເຫັນໄດ້ຢູ່ໃນຂົງເຂດນັ້ນຫລາຍກວ່າ.

ທ່ານ ອາເດ ວິຣະເຊນຈະຢາ (Ade M Wirasenjaya), ອາຈານສອນກ່ຽວກັບການພົວພັນສາກົນທີ່ມະຫາວິທະຍາໄລມູຮໍາມາດິຢາ ໂຢກິຢະກາຕາ (Muhammadiyah Yogyakarta), ໃນອິນໂດເນເຊຍກ່າວວ່າ "ທ່ານໄບເດັນຈະສ້າງນະໂຍບາຍການຕ່າງປະເທດຂອງສະຫະລັດຄືນໃໝ່ ໃນຂົງເຂດເອເຊຍຕາເວັນອອກສ່ຽງໃຕ້".

ທ່ານກ່າວຕໍ່ໄປວ່າ “ທ່ານໄບເດັນມີຄວາມນັບຖືທາງດ້ານການເມືອງໃນພັກເດໂມແຄຣັດ ແລະທ່ານໂອບາມາທີ່ເປັນຜູ້ດໍາລົງຕໍາແໜ່ງກ່ອນໜ້ານີ້. ທ່ານຈະມີຄວາມສຸກຂຸມ ແລະສ້າງຄວາມສຳພັນໃນແບບຫຼາຍຝ່າຍຫຼາຍກວ່າທ່ານທຣໍາ. "

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG