ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼັງຈາກການບຸກລຸກ ຢູເຄຣນ ຂອງ ຣັດເຊຍ, ປະເທດໃນເຂດທະເລ ບາລຕິກ ໄດ້ທຳການຜັກດັນ ສຳລັບການມີໜ້າຢ່າງຖາວອນ ຂອງອົງການ NATO


ທະຫານ ຝຣັ່ງ ຈາກກອງທະຫານເທິງພູທີ 7, ໃສ່ຊຸດທະຫານຕິດກາອົງການ NATO ຢູ່ຖານທັບອາກາດ ອາມາຣີ, ປະເທດ ເອສໂຕເນຍ, 17 ມີນາ, 2022.
ທະຫານ ຝຣັ່ງ ຈາກກອງທະຫານເທິງພູທີ 7, ໃສ່ຊຸດທະຫານຕິດກາອົງການ NATO ຢູ່ຖານທັບອາກາດ ອາມາຣີ, ປະເທດ ເອສໂຕເນຍ, 17 ມີນາ, 2022.

ບັນດາປະເທດນ້ອຍໆໃນເຂດທະເລ ບາລຕິກ, ເຊິ່ງກອງທັບຂອງເຂົາເຈົ້າແມ່ນໄດ້ຖືກຂັດຂວາງບໍ່ໃຫ້ເຕີບໂຕໂດຍປະເທດ ຣັດເຊຍ ທີ່ຢູ່ໃກ້ຄຽງຂອງເຂົາເຈົ້ານັ້ນ, ແມ່ນກຳລັງທຳການຜັກດັນຂອງເຂົາເຈົ້າຄັ້ງໃໝ່ເພື່ອໃຫ້ອົງການ NATO ສ້າງຕັ້ງການມີໜ້າທີ່ໃຫຍ່ກວ່າ ແລະ ຖາວອນກວ່າ ໃນ​ດິນແດນຂອງເຂົາເຈົ້າລຸນຫຼັງການບຸກລຸກ ຢູເຄຣນ ຂອງ ຣັດເຊຍ.

ປະເທດ ແອັສໂ​ທເນຍ, ລັດເວຍ ແລະ ລິທົວເນຍ ທີ່ລວມປະຊາກອນເຂົ້າກັນແມ່ນມີພຽງປະມານ 6 ຄົນນັ້ນ, ແມ່ນໄດ້ຖືກພິຈາລະນາມາດົນນານແລ້ວວ່າ ເປັນບາງປະເທດຂອງອົງການ NATO ທີ່ມີຄວາມສ່ຽງທີ່ສຸດ. ປະເທດດັ່ງກ່າວໄດ້ເຂົ້າຮ່ວມພັນທະມິດກອງທັບຕາເວັນຕົກໃນປີ 2004 ແຕ່ໄດ້ເຊື່ອມຕໍ່ກັບປະ ເທດ ຢູໂຣບ ທີ່ເຫຼືອຂອງອົງການ NATO ດ້ວຍເສັ້ນທາງທີ່ຄັບແຄບເທົ່ານັ້ນ, ເຊິ່ງນອນຢູ່ລະຫວ່າງເຂດແດນຂອງເມືອງ ຄາລີນິນກຣາດ ທີ່ມີ ຣັດເຊຍ ຕິດອາວຸດຢ່າງໜັກ ແລະ ປະເທດ ເບລາຣຸສ ທີ່ເປັນພັນທະມິດຂອງ ຣັດເຊຍ.

ເຂດ ບາລຕິກ, ເຊິ່ງແມ່ນລັດອະດີດສະຫະພາບ ໂຊຫວຽດ ນັ້ນ, ໄດ້ຕິດຕາມດ້ວຍຄວາມເປັນຫ່ວງໃນຂະນະທີ່ ມົສກູ ພະຍາຍາມທີ່ຈະອ້າງອິດທິພົນໃນທົ່ວ ຢູໂຣບ ຕາເວັນອອກອີກຄັ້ງ. ແຕ່ແນວໃດກໍຕາມ, ເຂົາເຈົ້າຍັງໄດ້ຮັບການສະໜັບສະໜູນໃນຂະນະທີ່ບັນດາປະເທດຕາເວັນຕົກໄດ້ເສີມສ້າງພັນທະມິດອົງການ NATO ໃນການຕອບໂຕ້ຕໍ່ການບຸກລຸກ ຢູເຄຣນ ຂອງ ຣັດເຊຍ.

ອົງການ NATO ບໍ່ມີກອງກຳລັງໃນພາກຕາເວັນອອກຂອງພັນທະມິດດັ່ງກ່າວຈົນຮອດປີ 2014, ເວລາທີ່ເຂົາເຈົ້າໄດ້ຕັດສິນໃຈທີ່ຈະສົ່ງກຸ່ມຕໍ່ສູ້ 4 ກຸ່ມຈາກຫຼາຍປະເທດຜັດປ່ຽນກັນໄປເຂດທະເລ ບາລຕິກ ນັ້ນ ແລະ ປະເທດ ໂປແລນ ໃນການຕອບໂຕ້ຕໍ່ການເຂົ້າຍຶດຄອງແຫຼມ ໄຄຣເມຍ ຂອງ ຣັດເຊຍ. ການມີໜ້າຂອງອົງການ NATO ໄດ້ແຂງແກ່ນຂຶ້ນຕື່ມປີນີ້ ຫຼັງຈາກ ຣັດເຊຍ ໄດ້ໂຈມຕີ ຢູເຄຣນ. ໂດຍລວມແລ້ວ, ບັນດາປະເທດເຂດທະເລ ບາລຕິກ ມີກອງທະຫານຕ່າງປະເທດຂອງອົງການ NATO ຢູ່ປະມານ 7,700 ຄົນ, ຫຼາຍເກືອບສອງເທົ່າເມື່ອທຽບກັບຕົ້ນປີນີ້.

ແຕ່ແມ່ນກະທັ້ງດ້ວຍການເສີມສ້າງດັ່ງກ່າວ, ກອງກຳລັງ NATO ໃນເຂດທະ ເລ ບາລຕິກ ມີຄວາມເປັນໄປໄດ້ວ່າຈະບໍ່ສາມາດເອົາຊະນະການບຸກລຸກຂະໜາດໃຫຍ່ຂອງ ຣັດເຊຍ ໄດ້, ບັນດາຜູ້ນຳ ບາລຕິກ ໄດ້ເຕືອນ. ລັດຖະມົນຕີປ້ອງກັນປະເທດ ລັດເວຍ ທ່ານ ອາທິສ ພາບຣິກສ໌ (Artis Pabriks) ໄດ້ກ່າວຕໍ່ວີໂອເອໃນການສຳພາດວ່າ “ຖ້າພວກເຮົາຢາກຈະມີຄວາມພ້ອມຈາກນາທີທຳອິດຂອງການໂຈມຕີທຸກຊະນິດ ເພື່ອປ້ອງກັນປະຊາຊົນຂອງພວກເຮົາ, ແລະ ຖ້າເຈົ້າຢາກໃຫ້ປະຊາຊົນ ລັດເວຍ ມີຄວາມຮູ້ສຶກປອດໄພຄືກັບປະຊາຊົນຂອງ ຝຣັ່ງ, ອັງກິດ, ສເປນ ແລະ ເຢຍຣະມັນ ນັ້ນ, ມັນຕ້ອງມີການມີໜ້າຖາວອນທີ່ວ່ານີ້ ແລະ ມີອາວຸດ ແລະ ຄວາມສາມາດຫຼາຍຂຶ້ນ.”

ບັນດາຜູ້ນຳເຂດທະເລ ບາລຕິກ ແມ່ນໄດ້ທຳການຜັກດັນມາດົນນານແລ້ວ ສຳ ລັບການປະຈຳການຖາວອນຂອງກອງທະຫານ ສະຫະລັດ, ໂດຍໄດ້ພິຈາລະນາມັນເປັນການຍັບຢັ້ງທີ່ດີທີ່ສຸດຕໍ່ການບຸກລຸກຂອງ ຣັດເຊຍ. ປັດຈຸບັນນີ້, ກອງທະ ຫານ ສະຫະລັດ ແມ່ນສ່ວນນຶ່ງຂອງກຸ່ມຕໍ່ສູ້ໝູນວຽນໃນເຂດທະເລ ບາລຕິກ ຂອງອົງການ NATO,​ ເຊິ່ງຖືກນຳໜ້າໂດຍ ເຢຍຣະມັນ, ອັງກິດ ແລະ ການາດາ. ໃນລະຫວ່າງການເດີນທາງຢ້ຽມຢາມເຂດທະເລ ບາລຕິກ ໃນຕົ້ນເດືອນນີ້, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າ “ການສົ່ງກອງທະຫານຖາ ວອນໄປເພີ່ມເຕີມ” ແມ່ນໄດ້ຖືກພິຈາລະນາ​ ເປັນພາກສ່ວນນຶ່ງ ຂອງການທົບທວນທີ່ກວ້າງຂວາງ ໃນທ່າທີການປ້ອງກັນປະເທດຂອງ NATO. ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆ. ແຕ່ ສະຫະລັດ ແມ່ນບໍ່ເຕັມໃຈທີ່ຈະຈັດກອງກຳລັງໄປປະຈຳການຖາວອນ ຢູ່ໜ້າປະຕູຂອງ ຣັດເຊຍ, ໂດຍຢ້ານວ່າ ມັນຈະເຮັດໃຫ້ສາຍພົວພັນກັບ ມົສກູ ວຸ້ນວາຍຂຶ້ນຕື່ມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG