ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄທ ແລະຈີນ ເລີ້ມລົງມື ເຮັດໂຄງການ ສ້າງທາງລົດໄຟ ຄວາມໄວສູງ ແລ້ວ


ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ (ກາງ) ແລະທ່ານຫວາງ ຊຽວເຕົາ (Wang Xiaotao) (ກາງ ຢູ່ເບື້ອງຊ້າຍ) ຜູ້ຕາງໜ້າລັດຖະບານຈີນ ເຂົ້າຮ່ວມພິທີວາງສີລາລືກ ໃນການສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ນະຄອນບາງກອກຫາ ນະຄອນຣາຊະສິມມາ ໃນວັນທີ 21 ທັນວາ 2017.
ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ (ກາງ) ແລະທ່ານຫວາງ ຊຽວເຕົາ (Wang Xiaotao) (ກາງ ຢູ່ເບື້ອງຊ້າຍ) ຜູ້ຕາງໜ້າລັດຖະບານຈີນ ເຂົ້າຮ່ວມພິທີວາງສີລາລືກ ໃນການສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ນະຄອນບາງກອກຫາ ນະຄອນຣາຊະສິມມາ ໃນວັນທີ 21 ທັນວາ 2017.

ການສ້າງສາຍທາງລົດໄຟເຊື່ອມຕໍ່ລະຫວ່າງໄທ ແລະຈີນທີ່ລໍຖ້າມາເປັນເວລາດົນນານ
ແລະຈະເຮັດໃຫ້ໄທ, ລາວ ແລະຈີນເຊື່ອມຕໍ່ຫາກັນນັ້ນ ໄດ້ເລີ້ມຕົ້ນຂຶ້ນຢ່າງເປັນທາງ
ການ ໃນວັນພະຫັດວານນີ້ ໂດຍມີພິທີວາງສີລາລືກຢູ່ໃນນະຄອນຣາຊະສິມມາ ຢູ່ທາງ
ພາກຕາເວັນອອກສຽງເໜືອຂອງໄທ.

ໄລຍະທີນຶ່ງຂອງໂຄງການ ຊຶ່ງມີທາງລົດໄຟຄວາມໄວສູງຍາວ 250 ກິໂລແມັດ ຫລື
155 ໄມລ໌ ເຊື່ອມຕໍ່ບາງກອກຫາ ນະຄອນຣາຊະສິມມາ ຄາດວ່າຈະເລີ້ມໃຊ້ງານໄດ້
ໃນປີ 2021. ສາຍທາງລົດໄຟທີ່ເຕັມສ່ວນ ຄາດວ່າຈະຍາວ 873 ກິໂລແມັດ ຫລື 542
ໄມລ໌ ໂດຍເຊື່ອມຕໍ່ໄທໃສ່ກັບລາວ ຢູ່ເມືອງໜອງຄາຍ ທາງພາກຕາເວັນອອກສຽງເໜືອ
ຂອງໄທ. ມັນເປັນສ່ວນນຶ່ງຂອງການພັກດັນດ້ານພື້ນຖານໂຄງລ່າງໃນການສ້າງແລວ
ທາງ ແລະຫົນທາງທີ່ເປັນຄວາມພະຍາຍາມອັນຫຍິ່ງໃຫຍ່ຂອງປັກກິ່ງ ຊຶ່ງແນ່ໃສ່ສ້າງ
ເສັ້ນທາງສາຍໄໝ ໃນຍຸກສະໄໝໃໝ່ ທີ່ເຊື່ອມຕໍ່ຈີນໃສ່ກັບເສດຖະກິດຂອງປະເທດ
ອື່ນ ໃນຂົງເຂດເອເຊຍຕາເວັນອອກ ແລະເອເຊຍກາງ ໂດຍທາງບົກ ແລະຕໍ່ໃສ່ເຂດ
ຕາເວັນອອກກາງ ແລະຢູໂຣບໂດຍທາງທະເລ.

ແຕ່ວ່າ ໂຄງການຂອງໄທ ທີ່ເລີ້ມຂຶ້ນໃນປີ 2014 ໂດຍການມີພົບປະກັນຢ່າງເປັນທາງ
ການນັ້ນ ໄດ້ຊັກຊ້າຍ້ອນສາເຫດຕ່າງໆ ຊຶ່ງໃນນັ້ນລວມມີທັງການຊບໍ່ຕົກລົງກັນໄດ້
ໃນດ້ານການອອກແບບ ແລະການໃຫ້ທຶນໃນຮູບແບບການຊ່ວຍເຫລືອທາງດ້ານເທັກນິກ.

ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ຈັນໂອຊາ ເປັນປະທານຂອງພິທີດັ່ງກ່າວ ທີ່ຈັດ
ຂຶ້ນໃນວັນພະຫັດວານນີ້ ເພື່ອເລີ້ມຕົ້ນການກໍ່ສ້າງສ່ວນທີນຶ່ງຂອງທາງລົດໄຟ ທີ່ມີ
ຄວາມຍາວ 3.5 ກິໂລແມັດ.

ຢູ່ໃນຄໍາປາໄສຂອງທ່ານນັ້ນ ທ່ານປຣະຍຸດກ່າວວ່າ “ປະເທດໄທໄດ້ພັດທະນາໃນທຸກ
ດ້ານເພື່ອໃຫ້ກາຍເປັນສູນກາງຂອງການເຊື່ອມຕໍ່ ແລະເສັ້ນທາງນີ້ແມ່ນເອົາກໍາປູເຈຍ,
ລາວ, ມຽນມາ ແລະ ຫວຽດນາມ ເຊື່ອມຕໍ່ໃສ່ກັບຈີນ. ອີງຕາມກະຊວງຂົນສົ່ງຂອງໄທ
ພາກສ່ວນທີນຶ່ງຂອງທາງລົດໄຟນີ້ ຈະສໍາເລັດພາຍໃນຫົກເດືອນ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG