ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ສະຫະພາບອາຟຣິກາ ປະເຊີນກັບ ວິກິດການ ໃນຊູດານໃຕ້


ຄວັນໄຟພຸ້ງຂຶ້ນສູ່ທ້ອງຟ້າ ເທິງນະຄອນຫຼວງ Juba ຂອງ ຊູດານໃຕ້, ວັນທີ10 ກໍລະກົດ 2016. ລະເບີດແຕກ ແລະ ການ
ຍິງອາວຸດໜັກ ສັ່ນສະເທືອນ ຕົວເມືອງ ໃນຂະນະທີ່ເກີດການ
ປະທະກັນ ລະຫວ່າງ ກອງກຳລັງຂອງລັດຖະບານ ກັບກອງ
ກຳລັງຝ່າຍຄ້ານ ຍັງມີຢູ່ຕໍ່ເນື່ອງ.
ຄວັນໄຟພຸ້ງຂຶ້ນສູ່ທ້ອງຟ້າ ເທິງນະຄອນຫຼວງ Juba ຂອງ ຊູດານໃຕ້, ວັນທີ10 ກໍລະກົດ 2016. ລະເບີດແຕກ ແລະ ການ ຍິງອາວຸດໜັກ ສັ່ນສະເທືອນ ຕົວເມືອງ ໃນຂະນະທີ່ເກີດການ ປະທະກັນ ລະຫວ່າງ ກອງກຳລັງຂອງລັດຖະບານ ກັບກອງ ກຳລັງຝ່າຍຄ້ານ ຍັງມີຢູ່ຕໍ່ເນື່ອງ.

ບັນດາຜູ້ນຳ ຂອງສະຫະພາບອາຟຣິກາ ຊຶ່ງກຳລັງປະເຊີນໜ້າກັບ ຄວາມຮ້າຍແຮງ ເຖິງ ແກ່ຊີວິດ ຢູ່ໃນຊູດານໃຕ້ ແລະ ຄວາມກຽດຊັງ ທີ່ເພີ່ມຂຶ້ນຕໍ່ສານອາດຊະຍາກຳສາກົນ ກຳລັງເຕົ້າໂຮມກັນຢູ່ໃນນະຄອນຫຼວງ ຂອງປະເທດ ຣວັນດາ ເພື່ອກອງປະຊຸມສຸດຍອດ ຄັ້ງທີ 27 ຂອງພວກເພິ່ນ ທີ່ຈະເປີດຂຶ້ນຢ່າງເປັນທາງການ ໃນວັນອາທິດມື້ນີ້.

ກອງປະຊຸມສຸດຍອດ ມີຂຶ້ນຫຼັງຈາກເກີດການຕໍ່ສູ້ກັນຫຼາຍມື້ ລະຫວ່າງກຳລັງຝ່າຍປໍລະປັກ ທີ່ເຮັດໃຫ້ມີການເສຍຊີວິດ ຫຼາຍຮ້ອຍຄົນ ຢູ່ໃນຊູດານໃຕ້ ພ້ອມທັງມີການເຕືອນຄັ້ງໃໝ່ ຂອງອົງການສະຫະປະຊາຊາດ ຕໍ່ “ຄວາມຫາຍານະ” ທີ່ໃກ້ຈະເກີດຂຶ້ນ ຖ້າສັນຍາສະ ຫງົບເສິກ ທີ່ບອບບາງ ຊຶ່ງໄດ້ບັນຫລຸເມື່ອສັບປະດາແລ້ວນີ້ ຢູ່ໃນນະຄອນຫຼວງຈູບາ ຂອງຊູດານໃຕ້ນັ້ນ ຫາກຫລົ້ມແຫລວ.

ຢ່າງໜ້ອຍ 300 ຄົນ ໃນຕົວເມືອງ ໄດ້ຖືກຂ້າຕາຍ ລະຫວ່າງ ວັນທີ 8 ຫາ 11 ເດືອນ ກໍລະກົດ ຜ່ານມາ ໃນການສູ້ລົບກັນ ລະຫວ່າງກອງກຳລັງທີ່ພັກດີ ຕໍ່ປະທານາທິບໍດີ ທ່ານ Salva Kiir ກັບ ກອງກຳລັງຂອງຮອງປະທານາທິບໍດີ ຜູ້ທີໜຶ່ງ ທ່ານ Riek Machar ທີ່ເປັນຝ່າຍຄ້ານມາໄດ້ດົນນານ ກ່ອນທີ່ຄວາມຮຸນແຮງ ຈະສະຫງົບລົງ.

ມັນຍັງບໍ່ມີຄວາມຈະແຈ້ງເທື່ອວ່າ ທະວີບອາຟຣິກາທີ່ມີ 53 ປະເທດ ຈະແກ້ໄຂວິກິດການ ຢູ່ໃນຊູດານໃຕ້ ປະເທດໜຶ່ງຂອງທະວີບອາຟຣິກາທີ່ຫາກໍ ຕັ້ງຂຶ້ນມາໃໝ່ໆ ຊຶ່ງບໍ່ໄດ້ເປັນ ສະມາຊິກຂອງສະຫະພາບ ອາຟຣິການີ້ ໄດ້ແນວໃດ. ບັນດາເຈົ້າໜ້າທີ່ອົງການສະຫະ ປະຊາຊາດ ກ່າວວ່າ ສະພາບການຢູ່ໃນປະເທດທີ່ທຸກຍາກດັ່ງກ່າວ ແມ່ນຮ້າຍແຮງ ຫຼາຍຂຶ້ນ ໂດຍການລັກເອົາອາຫານ 4 ພັນ 5 ຮ້ອຍໂຕນ ທີ່ໄດ້ຖືກຈັດສັນນຳສົ່ງໃຫ້ແກ່ ພົນລະເຮືອນ ທີ່ມີຄວາມຕ້ອງການຫຼາຍທີ່ສຸດນັ້ນໄປ.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ເມື່ອສອງສາມມື້ ບໍ່ດົນມານີ້ ໄດ້ກົດດັນ ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ໃຫ້ວາງ ມາດຕະການຫ້າມສົ່ງອາວຸດ ແກ່ຊູດານໃຕ້ ພ້ອມດ້ວຍການວາງມາດຕະການລົງໂທດ ທີ່ແນເປົ້າໝາຍ ໃສ່ພວກທີ່ພົບເຫັນວ່າ ຮັບຜິດຊອບ ສຳລັບການສູ້ລົບກັນ ຄັ້ງຫຼ້າສຸດນີ້. ແຕ່ບໍ່ມີການກະທຳຢ່າງເປັນທາງການເທື່ອ ໂດຍການຈັດຕັ້ງ ທີ່ມີສະມາຊິກ 15 ປະເທດ ຈາກທະວີບອາຟຣິກາດັ່ງກ່າວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Leaders of the African Union, facing the aftermath of deadly violence in South Sudan and rising antipathy toward the International Criminal Court, are gathering in the Rwandan capital for their 27th summit, which formally opens Sunday.

The summit follows days of fighting between rival forces and hundreds of deaths in South Sudan, as well as new U.N. warnings of imminent "catastrophe" if a fragile truce reached earlier in the week in the capital, Juba, fails to hold.

At least 300 people in the city were killed between July 8 and 11, in fighting between forces loyal to President Salva Kiir and longtime opponent, First Vice President Riek Machar, before violence subsided.

It remains unclear how the 53-nation body will formally address the crisis in South Sudan - Africa's newest nation, which is not an AU member. U.N. officials say conditions in the impoverished country have been dramatically worsened by the theft of 4,500 tons of food supplies earmarked for the nation's neediest civilians.

U.N. Secretary-General Ban Ki-moon has in recent days pressed the U.N. Security Council to impose an arms embargo on South Sudan, along with targeted sanctions against those found responsible for the latest fighting.But no formal action has yet been taken by the 15-member body.

XS
SM
MD
LG