ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກວິທະຍາສາດ ຈາກ ເບີກີນາ ຟາໂຊ ໄດ້ຮັບລາງວັນ ຄົ້ນຄວ້າ ພະຍາດໄຂ້ຍຸງ (ວີດິໂອ)


African Scientist’s Research on Mosquito Swarms Wins Award
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
ນັກວິທະຍາສາດ​ທ່ານ​ນຶ່ງ​ ຈາກ​ປະ​ເທດ Burkina Faso ​ໄດ້​ຮັບ
​ລາງວັນສົ່ງ​ເສີມ​ການ​ວິ​ໄຈ​ທາງ​ວິທະຍາສາດ​ຂອງ​ອັງກິດ​ຫຼື
Britain’s Royal Society ສຳລັບ​ການ​ຄົ້ນຄວ້າ​ຂອງ​ທ່ານ​ກ່ຽວ
ກັບ​ຊ່ອງ​ທາງ​ໃໝ່ ​ທີ່​ແນ​ເປົ້າ​ໃສ່​ຝູງ​ຍຸງທີ່​ຮັບຜິດຊອບ​ໃນ​ການ​ແຜ່​
ລະບາດ​ຂອງ​ໂຣກມາ​ລາ​ເຣຍຫຼື​ໂຣກ​ໄຂ້ຍຸງ​ນັ້ນ. ບັນດາ​ນັກວິທະ
ຍາ​ສາດ​ກ່າວ​ວ່າ ມັນ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ພັດທະນາ​ເຄື່ອງ​ມືແນວ​
ໃໝ່​ເພື່ອ​ຮັບ​ມື​ກັບໂຣກດັ່ງກ່າວ ​ໃນ​ຂະນະ​ທີ່ເຊື້ອມາລາ​ເຣຍ ​ແລະ​ໂຕ​ຍຸງ​ທີ່ເປັນ​ຜູ້​ແຜ່ຜາຍ​ໂຣກ
ດັ່ງກ່າວ​ອອກ​ໄປພວມສ້າງພູມຕ້ານທານ​ຕໍ່​ຢາປົວ​ແລະ​ຢາຂ້າ​ແມງ​ໄມ້ທີ່​ມີ​ຢູ່​ນັ້ນ. ສິງ​ຈະ​ນຳ​ເອົາ​
ລາຍ​ງານເລື້ອງ​ນີ້​ຂອງ​ຜູ້​ສື່​ຂ່າວ​ວີ​ໂອ​ເອຈາກກຸງ​ລອນ​ດອນມາສະ​ເໜີທ່ານ ​ຕໍ່​ໄປ.

ລິງໂດຍກົງ

ເບີກີນາ ຟາໂຊ ມີ​ອັດຕາ​ຄົນ​ທີ່​ເປັນ​ໂຣກ​ໄຂ້ຍຸງ​ສູງ​ທີ່​ສຸດ​ໃນ​ໂລກ.

ຫຼັງ​ຈາກ​ທຳ​ການ​ສຶກສາ​ຄົ້ນຄວ້າໃນ​ປະ​ເທດ​ຝຣັ່ງ ​ແລະ​ສະຫະລັດ​ອາ​ເມຣິກາ​ແລ້ວ Dr. Abdoulaye
Diabate ​ກໍໄດ້​ເດີນທາງ​ກັບ​ຄືນ​ປະ​ເທດ​ເພື່ອ​ດຳ​ເນີນ​ການ​ຄົ້ນຄວ້າ​ກ່ຽວກັບ​ການ​ຂະ
ຫຍາຍ​ພັນ​ຂອງ​ພວກ​ໂຕ​ຍຸງ.

ການ​ຄົ້ນ​ພົບ​ຂອງ​ທ່ານໄດ້ກໍ່​ໃຫ້​ເກີດ​ຄວາມ​ສົນ​ໃຈແກ່​ບັນດາ​ນັກວິທະຍາສາດ​ ໃນ​ທົ່ວ​ໂລກ.Dr. Abdoulaye ກ່າວ​ວ່າ:

“ສິ່ງ​ສຳຄັນ​ກ່ຽວ​ກັບ​ລະ​ບົບ​ແຜ່ພັນ​ຂອງ​ຍຸງ ​ກໍ​ແມ່ນ​ວ່າ ​ເວລາ​ເຮົາ​ເຂົ້າ​ໄປ​ໃນ​ທົ່ງ​ບ່ອນ​ໃດບ່ອນ​ນຶ່ງ ພວກ​ເຮົາ​ຈະ​ເຫັນ​ພວກໂຕຍຸງ​ບິນ​ເປັນ​ຝູງຢູ່ບ່ອນ​ດຽວ​ນັ້ນ​ໃນ​ແຕ່​ລະ​ມື້.
ສິ່ງ​ທີ່​ວ່ານີ້​ເຮັດ​ໃຫ້ງ່າຍ​ທີ່​ສຸດ​ທີ່​ຈະ​ແນ​ເປົ້າ ​ແລະ​ຮັບ​ມື​ກັບ​ພວກ​ໂຕ​ຍຸງ ​ແລະ​ເຫັນ​ຊ່ອງ​ທາງ​ທີ່​ຈະ​ເຮັດວິທີ​ໃດ ເພື່ອລົດ​ຜ່ອນ​ຄວາມ​ໜາ​ແໜ້ນ​ຂອງ​ພວກ​ໂຕ​ຍຸງ​ນັ້ນ​ລົງ​ໄດ້​."

Dr. Diabate ​ໄດ້​ພົບ​ເຫັນ​ວ່າ ໃນ​ລະດູຝົນທີ່ Burkina Faso ພວກ​ເຮືອນ​ຊານ​ບາງ​ຫຼັງ​ມີ​ຍຸງ​ຢູ່​ໃນ​ຮອດ 900 ​ໂຕ.

ການ​ພົບ​ເຫັນ​ທີ່​ວ່າ ​ພວກ​ໂຕ​ຍຸງ​ບິນ​ເປັນ​ຝູງໄປນຳ​ກັນ ​ເພື່ອ​ໄປ​ແຜ່ພັນ​ໃນ​ບ່ອນ​ດຽວກັນ​ໃນ​ທຸກໆປີ​ນັ້ນ ສະ​ແດງ​ໃຫ້​ເຫັນ​ໂອກາດ​ ເພື່ອ​ກໍ່ກວນ​ຮູບ​ແບບ​ການ​ແຜ່ພັນ​ຂອງ​ພວກ​ໂຕ​ຍຸງ​ນັ້ນ. Dr. Diabate ​ເພັ່ງ​ເລັງ​ຄວາມ​ຄິດ​ໃສ່​ພວກ​ຍຸງ​ໂຕ​ຜູ້ ຊຶ່ງ​ທ່ານ​ກ່າວ​ວ່າ:

"ຖ້າ​ເຮົາ​ສາມາດ​ບັນລຸ​ຄວາມ​ສຳ​ເລັດ​ໃນ​ການ​ຂ້າ​ພວກ​ຍຸງ​ໂຕ​ຜູ້​ແລ້ວ ອັນ​ທີ່​ເກີດ​ຂຶ້ນ​ຕໍ່​ໄປ​ນັ້ນ
ກໍ​ແມ່ນ​ວ່າ ພວກ​ເຮົາ​ມີ​ແນວ​ໂນ້ມອຽງ​ທີ່​ແຂງ​ແຮງ​ໃນ​ອັດຕາ​ສ່ວນ​ລະຫວ່າງ​ພວກ​ຍຸງ​ໂຕ​ຜູ້​
ແລະ​ໂຕ​ແມ່. ດັ່ງ​ນີ້​ພວກ​ເຮົາ​ຈະ​ມີ​ຍຸງ​ໂຕ​ແມ່​ຫຼາຍ​ກວ່າ​ໂຕ​ຜູ້. ​ແລະ​ເພາະວ່າ​ພວກ​ຍຸງ​ໂຕ​ແມ່
​ຕ້ອງການ​ຍຸງ​ໂຕ​ຜູ້​ເພື່ອ​ທຳ​ການ​ແຜ່ພັນ ​ຊຶ່ງຫຼັງຈາກ​ນັ້ນຈຶ່ງ​ຈະ​ສາມາດ​ອອກ​ໄຂ່​ໄດ້. ຍ້ອນ​
ເຫດ​ນີ້ ຖ້າ​ບໍ່​ມີຍຸງ​ໂຕ​ຜູ້​ແລ້ວ ກໍ​ຈະບໍ່​ມີ​ການ​ແຜ່ພັນ ບໍ່​ມີ​ໄຂ່ ​ແລະ​ກໍ​ບໍ່​ມີ​ຍຸງ ​ແລະ​ໃນ​ກໍລະນີ​
ນີ້ ກໍ​ຈະ​ບໍ່​ມີ​ໂຣກມາຣາ​ເຣຍ.”

ການ​ສຶກສາ​ຄົ້ນຄວ້າ​ດັ່ງກ່າວເປີດ​ປະຕູ​ສຳລັບ​ການ​ໃຊ້​ເທັກ​ໂນ​ໂລ​ຈີ​ໃນ​ການ​ຄວບ​ຄຸມ​ຍຸງ
​ແບບ​ໃໝ່ ​ເຊັ່ນ ການ​ຄວບ​ຄຸມ​ຍຸງ​ແລະ​ເທັກ​ນິກ​ໃນ​ການ​ເຮັດ​ໃຫ້​ພວກ​ແມງ​ໄມ້​ເປັນ​ໝັນ
ຫຼືບໍ່​ສາມາດ​ແຕກ​ແມ່​ແຜ່​ລູກ​ອອກ​ນັ້ນ.

Dr.Diabate ຈະ​ໄດ້​ຮັບ​ລາງວັນເປັນ​ເງິນ​ຈຳນວນ 95 ພັນ​ດອນ​ລາ​ ໃນ​ການ​ຄົ້ນຄວ້າ
ຂອງ​ທ່ານ​ ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ລາງວັນ​ຂອງ​ສະມາຄົມ​ສົ່ງ​ເສີມ​ການ​ວິ​ໄຈ​
ທາງ​ວິທະຍາສາດ​ Pfizer ປະຈຳ​ປີ 2013 ຂອງ​ອັງກິດ ຫຼື Royal Society Pfizer
Award.

ສາດສະດາຈານ Sir Brian Greenwood ທີ່​ສະ​ຖາ​ບັນ​ອະນາ​ໄມ​ແລະ​ການ​ແພດ
​ເຂດ​ຮ້ອນ ​ໃນກຸງ​ລອນ​ດອນ ໄດ້​ເປັນ​ສະມາຊິກ​ຄົນ​ນຶ່ງ​ຂອງ​ຄະນະ​ກຳມະການ​ຄັດ​ເລືອກ​
ການ​ໃຫ້​ລາງວັນ​ດັ່ງກ່າວ ຊຶ່ງ​ທ່ານ​ກ່າວ​ວ່າ:

“ມາ​ຮອດ​ປັດຈຸບັນ​ນີ້ ພວກ​ເຮົາ​ໄດ້​ກາງ​ຕໍ່​ຫຼາຍ​ໂພດ​ ໃນ​ການ​ໃຊ້​ມຸ້ງ​ອາບ​ນ້ຳ​ຢາຕໍ່​ຕ້ານ​ຍຸງ ​
ແຕ່​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ​ການ​ຕ້ານທານຂອງ​ພວກ​ຍຸງຕໍ່​ຢາຂ້າ​ຍຸງ ທີ່​ກຳລັງ​ໃຊ້ກັບມຸ້ງ​
ນັ້ນ . ​ແລະ​ດັ່ງ​ນີ້ ການ​ພັດທະນາຫາ​ຊ່ອງ​ທາງ​ໃໝ່ທີ່​ແທ້​ຈິງ​ໃນ​ການ​ຄວບ​ຄຸມ​ໂຣກໄຂ້ຍຸງ​
ແບບໃໝ່​ນີ້​ ແມ່ນ​ສຳຄັນ​ຫຼາຍ.

​ເຖິງ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ທາງ​ດ້ານ​ວິທະຍາສາດ​ກໍ​ຕາມ ​ແຕ່​ໂຣກ​ໄຂ້ຍຸງ​ຍັງ​ເອົາ​ຊີວິດຜູ້​ຄົນ​
ໄປ​ປະມານ 660 ພັນ​ຄົນ ​ໃນ​ແຕ່ລະ​ປີ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ພວກ​ເດັກນ້ອຍ.
ບໍລິສັດ GlaxoSmithKline ​ຂອງອັງກິດ ວາງ​ແຜນ​ທີ່​ຈະ​ຍື່ນ​ຄຳ​ຮ້ອງ​ເພື່ອຢາກຈຳໜ່າຍ
ຢາ​ວັກ​ຊິນ​ກັນ​ໂຣກມາລາ​ເຣຍ ຊະນິດ​ທຳ​ອິດຂອງ​ໂລກ​ຄັ້ງ​ທຳ​ອິດ​ ທີ່​ເອີ້ນວ່າ ຢາ RTS,S.​
ອົງການ​ອະນາ​ໄມ​ໄລ​ກ ກ່າວ​ວ່າ ອາດຈະ​ມີ​ການ​ໃຊ້​ຢາ​ວັກ​ຊິນ​ດັ່ງກ່າວ​ນີ້​ໄດ້ ​ພາຍ​ໃນ​ປີ
2015. ສາດສະດາຈານ Greenwood ​ໄດ້​ຊ່ອຍ​ໃນ​ການ​ຄົ້ນ​ຄວ້າ​ຢາ​ວັກ​ຊິນ​ດັ່ງກ່າວ ຊຶ່ງ​
ທ່ານກ່າວ​ວ່າ :

“ມັນ​ອາດ​ຈະ​ປ້ອງ​ກັນ​ໄດ້​ປະມານ 50 ​ເປີ​ເຊັນ​ສຳລັບ​ພວກ​ເດັກນ້ອຍ​ທີ່ມີ​ອາຍຸ​ແກ່​ແລ້ວ ປະ
ມານ 3 ຫຼື 4 ຂວບ. ​ແຕ່​ເປັນ​ໜ້າ​ເສຍ​ໃຈ​ ທີ່​ຢາ​ວັກ​ຊິນ​ດັ່ງກ່າວ ​ມີ​ປະສິດທິ​ຜົນ​ໜ້ອຍ​ກວ່າ
ສຳລັບພວກ​ເດັກນ້ອຍ​ທີ່ຍັງ​ມີ​ອາຍຸ​ອ່ອນໆຊຶ່ງ​ເປັນ​ພວກ​ທີ່​ພວກ​ເຮົາ​ຢາກ​ປ້ອງ​ກັນ​ນັ້ນ. ​ແລະ
​ນີ້ ​ແມ່ນ 50 ​ເປີ​ເຊັນ ບໍ່​ແມ່ນ 100 ​ເປີ​ເຊັນ​ເຕັມ ທີ່​ພວກ​ເຮົາ​ຢາກ​ປ້ອງ​ກັນ​ນັ້ນ. ​ແຕ່​ມັນ
ເປັນບາດກ້າວ​ອັນ​ນຶ່ງ ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ."

​ໃນ​ຂະນະ​ດຽວ​ກັນ Dr. Diabate ກ່າວ​ວ່າ ທ່ານ​ຫວັງ​ວ່າ ການ​ໄດ້​ຮັບ​ລາງວັນ​ນີ້ ຈະ​ດົນ
ບັນດານ​ໃຫ້​ພວກ​ນັກ​ຄົ້ນຄວ້າ​ໃນ​ທົ່ວ​ທະວີບອາ​ຟຣິກາ​ເພັ່ງ​ເລັງ​ໃສ່​ການ​ແກ້​ບັນຫາ​ໂຣກ​ໄຂ້ຍຸງ​ນີ້.
XS
SM
MD
LG