ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມສຸດຍອດ ກ່ຽວກັບ ດິນຟ້າອາກາດ ຂອງອາຟຣິກາ ເປີດຂຶ້ນຢູ່ໃນ ນະຄອນຫຼວງໄນໂຣບີ ຂອງເຄັນຢາ


ປະທານາທິບໍດີ ຂອງເຄັນຢາ ທ່ານວີລລ້ຽມ ຣູໂຕ ກ່າວປາໄສ ເປັນຂີດໝາຍໃນລະຫວ່າງພິທີເປີດກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ຂອງອາຟຣິກາ ປີ 2023 ຢູ່ທີ່ Kenyatta International Convention Centre ໃນນະຄອນຫຼວງ ໄນໂຣບີ ຂອງເຄັນຢາ ເມື່ອວັນທີ 4 ກັນຍາ 2023.
ປະທານາທິບໍດີ ຂອງເຄັນຢາ ທ່ານວີລລ້ຽມ ຣູໂຕ ກ່າວປາໄສ ເປັນຂີດໝາຍໃນລະຫວ່າງພິທີເປີດກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ຂອງອາຟຣິກາ ປີ 2023 ຢູ່ທີ່ Kenyatta International Convention Centre ໃນນະຄອນຫຼວງ ໄນໂຣບີ ຂອງເຄັນຢາ ເມື່ອວັນທີ 4 ກັນຍາ 2023.

ກອງ​ປະ​ຊຸມ​ສຸດຍອດ​ ກ່ຽວ​ກັບ ​ດິນ​ຟ້າອາ​ກາດຄັ້ງ​ທຳ​ອິດ​ຂອງ ອາ​ຟ​ຣິ​ກາ ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ຈັນ​ມື້ນີ້​ ຢູ່​ນະ​ຄອນຫຼວງ ໄນ​ໂຣ​ບີ, ປະ​ເທດ ເຄັນ​ຢາ.

ປະທານາທິບໍດີຂອງເຄັນຢາ ທ່ານ ວີລລຽມ ຣູໂຕ ໄດ້ເປີດງານເຕົ້າໂຮມກັນ ໄລຍະສາມວັນ ຫຼັງຈາກທີ່ໄດ້ເດີນທາງໄປຍັງງານນີ້ ໃນລົດໄຟຟ້າຂະໜາດ ນ້ອຍ ແທນທີ່ວ່າຈະໄປດ້ວຍຂະບວນລົດຂອງລັດຖະບານ ດັ່ງທີ່ອົງການຂ່າວ ເອພີ ໄດ້ລາຍງານ.

ທະວີບ ອາຟຣິກາ ເຊິ່ງເປັນຖິ່ນຖານບ້ານເກີດຂອງປະຊາຊົນຫຼາຍກວ່ານຶ່ງຕື້ຄົນ, ແມ່ນໄດ້ຮັບຜົນກະທົບຫຼາຍທີ່ສຸດໂດຍການປ່ຽນແປງຂອງດິນຟ້າອາກາດ, ແຕ່ໄດ້ມີສ່ວນໜ້ອຍທີ່ສຸດຕໍ່ສາເຫດຂອງ​ມັນ.

ນຶ່ງໃນສິ່ງທ້າທາຍທັງຫຼາຍທີ່ທະວີບແຫ່ງນີ້ ກຳລັງປະເຊີນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນການຂາດແຄນແຫລ່ງຊັບພະຍາກອນ ເພື່ອເກັບກຳຂໍ້ມູນພຽງພໍທີ່ຈະພະຍາກອນອາກາດໄດ້.

ໃນຫຼາຍໆແຫ່ງຂອງໂລກ ການພະຍາກອນອາກາດ ເປັນເຫດການປະຈຳວັນ ທີ່ຊ່ອຍໃຫ້ປະຊາຊົນຕັດສິນໃຈວ່າ ພວກເຂົາຄວນແຕ່ງກາຍແນວໃດ ຫຼື ບ່ອນໃດທີ່ພວກເຂົາເຈົ້າຄວນເດີນທາງໄປ ຫຼືແມ່ນກະທັ້ງເວລາໃດທີ່ພວກເຂົາ ເຈົ້າຄວນໄປຫາສະຖານທີ່ຫລົບໄພ.

ຢູ່ໃນອາຟຣິກາ ກາດຂາດແຄນຂອງການພະຍາກອນອາກາດ ແມ່ນບໍ່ສາມາດ ຊ່ອຍເຫຼືອປະຊາຊົນໃນດ້ານການຕັດສິນໃຈຂັ້ນພື້ນຖານ ເຊັ່ນວ່າ ພວກເຂົາເຈົ້າ ຄວນຈະປູກພືດ ຫຼືວ່າ ຈະຫລົບໜີ.

“ເລື້ອງການໂຕ້ແຍ້ງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ກ້າວ​ເຂົ້າ​ສູ່ຍຸກສະໄໝໃໝ່ແລ້ວ. ມັນບໍ່ພຽງແຕ່ກ່ຽວກັບການແກ້ໄຂເລື້ອງສະພາບແວດ ລ້ອມ ຫຼື ບັນຫາການພັດທະນາອີກຕໍ່ໄປ ຫາກແຕ່ກ່ຽວກັບການແກ້ໄຂເລື້ອງ ຂອງການປ່ຽນແປງຂອງດິນຟ້າອາກາດ ໃນຮູບ​ແບບຂອງຄວາມເປັນທຳ” ລັດຖະມົນຕີສະພາບແວດລ້ອມຂອງເຄັນຢາ ທ່ານນາງ ຊອຍປານ ຕູຢາ ໄດ້ກ່າວໃນຄຳປາໄສຂອງທ່ານນາງ ເມື່ອວັນຈັນມື້ນີ້. ທ່ານນາງກ່າວຕື່ມວ່າ “ຖ້າພວກເຮົາບໍ່ພັດທະນາມາດຕະການຕ່າງໆໃນການແກ້ໄຂທີ່ເໝາະສົມ ເພື່ອຮັບມືກັບວິກິດການດ້ານການປ່ຽນແປງຂອງດິນຟ້າອາກາດ ມັນກໍຈະທຳ ລາຍພວກເຮົາ.”

The first African Climate Summit began Monday in Nairobi.

Kenyan President William Ruto opened the three-day gathering, after traveling to the venue in a small electric car, the Associated Press reported, instead of the usual government convoy.

The African continent, home to more than a billion people, is affected the most by climate changes, but contributes the least to its causes.

One of the challenges the continent faces in dealing with climate change is a lack of resources to gather enough data to forecast the weather.

In much of the world, forecasting the weather is a daily event, helping people to decide how they should dress or where they should travel or even when they should shelter in place.

In Africa, the lack of weather forecasting fails to help the population with basic decisions, like whether they should plant crops or flee.

"The climate change debate has entered a new era. It is no longer just about tackling an environmental or development problem, but about addressing climate change in the context of justice," Kenyan Environment Minister Soipan Tuya said in her address Monday. "If we do not develop adequate response measures to deal with climate change crisis, it will destroy us."

Some information for this report came from the Associated Press and Reuters.

XS
SM
MD
LG