ດ້ວຍຫົວກົ້ມລົງເບິ່ງໂທລະສັບມືຖືຢູ່ນັ້ນ, ກຸ່ມຂອງນັກຮຽນ ອາເມຣິກັນ ຜິວດຳ ໄດ້ພາກັນກວດຜ່ານບັນຊີສື່ສັງຄົມຂອງເຂົາເຈົ້າ. ໃນວັນທີ່ພິເສດນີ້, ບັນດາຜູ້ປ່ອນບັດໄວໜຸ່ມໃນລັດ ຄາໂຣໄລນາໃຕ້ ທີ່ວ່ານີ້ ໄດ້ກວດເບິ່ງຂໍ້ມູນ ກ່ຽວກັບ ການເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2020 ແລະ ບັນດາຜູ້ລົງແຂ່ງຂັນໃນການເລືອກຕັ້ງດັ່ງກ່າວ.
ນາງ ໂມນີກ ແດນຽລ, ນັກສຶກສາປີສຸດທ້າຍຢູ່ມະຫາວິທະຍາໄລ ລັດ ຄາໂຣໄລນາໃຕ້ ໃນເມືອງ ອໍເຮນຈ໌ເບີກ ໄດ້ກ່າວວ່າ “ເມື່ອຂ້າພະເຈົ້າຊອກຫາຂໍ້ມູນ ກ່ຽວກັບ ການໂຄສະນາຫາສຽງເອົາຕຳແໜ່ງປະທານາທິບໍດີ, ຂ້າພະເຈົ້າເຂົ້າໄປເບິ່ງຂ່າວໃນບັນຊີ ທວິດເຕີ, ເຟສບຸກ ແລະ ອິນສຕາແກຣມ ຂອງຂ້າພະເຈົ້າ.
ນາງ ແດນຽລ, ແມ່ນຄືກັບຄົນອື່ນໆໃນມະຫາວິທະຍາໄລທີ່ມີຄົນຜິດດຳຢ່າງຫຼວງຫຼາຍຮຽນຢູ່ນັ້ນ, ຍັງບໍ່ໄດ້ຕັດສິນໃຈເທື່ອວ່າຈະສະໜັບສະໜູນຜູ້ໃດໃນການເລືອກຕັ້ງຂັ້ນຕົ້ນປະທານາທິບໍດີຂອງ ພັກເດໂມແຄຣັດ ໃນລັດໃນວັນທີ 29 ກຸມພານີ້.
ຍິ່ງໄປກວ່ານັ້ນ, ພວກນັກສຶກສາເວົ້າວ່າ ເຂົາເຈົ້າບໍ່ໄດ້ສົນໃຈກັບການໂຄສະນາ ກ່ຽວກັບ ການໂຄສະນາຫາສຽງທີ່ບໍ່ມີວັນຈົບໃນໂທລະພາບ ແລະ ໄດ້ຫັນໄປຫາສື່ສັງຄົມສຳລັບຂໍ້ມູນ ກ່ຽວກັບ ວ່າຈະຕັດສິນເອົາຜູ້ລົງແຂ່ງຂັນຄົນໃດ.
ການສຶກສາໂດຍໜ່ວຍບໍລິການຈັດອັນດັບ Nielsen ໄດ້ເປີດເຜີຍວ່າ ຄົນອາເມຣິກັນ ຜິວດຳ ແມ່ນນຶ່ງໃນຜູ້ທີ່ໃຊ້ສື່ສັງຄົນຫຼາຍທີ່ສຸດຂອງປະເທດ, ໂດຍສະເພາະເມື່ອມັນກ່ຽວຂ້ອງກັບການເມືອງປະທານາທິບໍດີ.
ການນຳໃຊ່ຢ່າງຫຼວງຫຼາຍນັ້ນ ໄດ້ເຮັດໃຫ້ຊົນກຸ່ມນ້ອຍດັ່ງກ່າວ ຕົກເປັນເປົ້າໝາຍຂອງການປະຕິບັດການບິດເບືອນຂໍ້ມູນໂດຍ ຣັດເຊຍ ໃນປີ 2016, ເຊິ່ງແມ່ນຂໍ້ເທັດຈິງທີ່ລາຍງານຄະນະກຳມະການສືບລັບສະພາສູງ ສະຫະລັດ ໄດ້ຢືນຢັນປີກາຍນີ້. ລາຍງານດັ່ງກ່າວໄດ້ສະຫຼຸບວ່າ ຜູ້ແຊກແຊງ ຣັດເຊຍ ໄດ້ແນເປົ້າໃສ່ຊາວ ອາເມຣິກັນ ຜິວດຳໃນສື່ສັງຄົມຫຼາຍກວ່າກຸ່ມອື່ນໆໃນລະຫວ່າງການໂຄສະນາຫາສຽງປະທານາທິບໍດີປີ 2016.
ເປົ້າໝາຍຂອງພວກເຂົາແມ່ນເພື່ອແຊກແຊງການເລືອກຕັ້ງປະທານາທິບໍດີ ສະຫະລັດ ລະຫວ່າງ ທ່ານນາງ ຮິລແລຣີ ຄລິນຕັນ ກັບທ່ານ ດໍໂນລ ທຣຳ. ດຽວນີ້, ເຟສບຸກ ແມ່ນກຳລັງພະຍາຍາມທີ່ຈະປ້ອງກັນການແຊກແຊງຂອງຕ່າງປະເທດ ຫຼັງຈາກຍັກໃຫຍ່ດ້ານສື່ສັງຄົມດັ່ງກ່າວໄດ້ເປີດຜີຍໃນເດືອນຕຸລາທີ່ຜ່ານມາວ່າ ການປະຕິບັດການທີ່ມີຫ້ອງການໃນປະເທດ ຣັດເຊຍ ໄດ້ແນເປົ້າໃສ່ການໂຄສະນາຫາສຽງປະທານາທິບໍດີພັກເດໂມແຄຣັດ ຫຼາຍບ່ອນ. ມັນໄດ້ເປັນການພະຍາຍາມເພື່ອແຊກແຊງການແຂ່ງຂັນປີ 2020 ໂດຍກົງທີ່ຖືກຮັບຊາບເປັນຄັ້ງທຳອິດ. ໃນອາທິດທີ່ຜ່ານມາ, ໄດ້ມີລາຍງານອອກມາວ່າ ບັນດາເຈົ້າໜ້າທີ່ສືບລັບອາວຸໂສ ສະຫະລັດ ໄດ້ບອກບັນດາສະມາຊິກສະພາ ອາເມຣິກັນ ວ່າ ຣັດເຊຍ ໄດ້ແຊກແຊງໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີ ສະຫະລັດ ປີ 2020.
With heads tilted down over smartphones, a group of African American students swiped through their social media accounts. On this particular day, these young South Carolina voters search for information about the 2020 U.S. presidential election and the candidates in the race.
"When I look for information about the presidential campaigns, I go to my social media news feeds on Twitter, Facebook and Instagram," said Monique Daniel, a senior at South Carolina State University in Orangeburg.
Daniel, like others on this predominantly black college campus, hasn't decided who to support in the state's upcoming Democratic presidential primary on Feb. 29.
Increasingly, the students say they ignore the endless campaign ads blanketing the television airwaves and turn to social media for information on which to judge candidates.
A study by the Nielsen ratings service revealed African Americans were among the nation's top consumers of social media, especially when it came to presidential politics.
The strong engagement made the minority group the target of a Russian disinformation campaign in 2016, a fact that a U.S. Senate Intelligence Committee report confirmed last year. The report concluded that Russian influencers targeted African Americans on social media more than any other group during the 2016 presidential campaign.
Its goal was to influence the U.S. presidential election between Hillary Clinton and Donald Trump. Now, Facebook is trying to guard against foreign interference after the social media giant revealed last October a Russiabased operation that targeted several Democratic presidential campaigns. It was the first known attempt to interfere directly in the 2020 contest.
Last week, reports surfaced that senior U.S. intelligence officials told American lawmakers that Russia has been interfering in the 2020 U.S. presidential contest.