ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕາລີບານ ຫວັງຈະລົມກັບ ສຫລ ເລື້ອງປ່ອຍຕົວ ຊະເລີຍເສິກ ຫລັງຈາກຍຸຕິການເຈລະຈາ ກັບລັດຖະບານກາບູລ


ນັກລົບຂອງກຸ່ມຕາລີບານ ທີ່ຖືກຂັງໄວ້ຢູ່ໃນຄຸກ Pul-e-Charkhi ໃນນະຄອນຫລວງກາບູລ (ພາບຖ່າຍໃນວັນທີ 14 ທັນວາ, 2019)
ນັກລົບຂອງກຸ່ມຕາລີບານ ທີ່ຖືກຂັງໄວ້ຢູ່ໃນຄຸກ Pul-e-Charkhi ໃນນະຄອນຫລວງກາບູລ (ພາບຖ່າຍໃນວັນທີ 14 ທັນວາ, 2019)

ກຸ່ມຕາລີບານໃນອັຟການິສຖານເວົ້າໃນວັນອັງຄານວານນີ້ວ່າ ບັດນີ້ພວກເຂົາ ເຈົ້າຈະເຂົ້າຫາພວກອາເມຣິກັນ ເພື່ອແກ້ໄຂບັນຫາ ການປ່ອຍຊະເລີຍເສິກ ພາຍຫລັງທີ່ໄດ້ບອກໃຫ້ທີມງານດ້ານວິຊາການຂອງຕົນຢູ່ໃນນະຄອນຫລວງ ກາບູລວ່າ ໃຫ້ຍຸຕິການເຂົ້າຮ່ວມໃນສິ່ງທີ່ພວກເຂົາເຈົ້າເອີ້ນວ່າ “ການປະຊຸມ ທີ່ບໍ່ມີປະໂຫຍດຫຍັງທັງຫລາຍ” ກັບບັນດາຜູ້ຕາງໜ້າຂອງລັດຖະບານ ອັຟ ການິສຖານແລ້ວ.

ການປ່ອຍຕົວຊະເລີຍເສິກ ຂອງກຸ່ມຕາລີບານ 5,000 ຄົນ ແມ່ນນອນຢູ່ໃນ ສັນຍາທັງຫລາຍທີ່ໄດ້ໃຫ້ໄວ້ຢູ່ໃນຂໍ້ຕົກລົງທີ່ເປັນຂີດໝາຍທີ່ເຊັນກັນລະຫວ່າງ ສະຫະລັດ ກັບກຸ່ມຕາລີບານໃນເດືອນກຸມພາຜ່ານມາ.

“ພວກເຮົາຈະສົນທະນາກັບພວກອາເມຣິກັນ ແລະເຕືອນໃຫ້ພວກເຂົາເຈົ້າຮູ້ ວ່າ ເຂົາເຈົ້າເປັນຜູ້ໃຫ້ສັນຍາແລ້ວ ເຂົາເຈົ້າຕ້ອງປະຕິບັດໃຫ້ໄດ້. ຖ້າຫາກ ພວກເຂົາເຈົ້າປະຕິບັດໄດ້ ຂັ້ນຕອນອັນນີ້ (ຂອງການເລີ້ມເຈລະຈາກັບພວກ ອັຟກາ ນິສຖານອື່ນໆ) ກໍຈະກ້າວໄປໄດ້. ຖ້າຫາກພວກເຂົາເຈົ້າບໍ່ປະຕິບັດ ຕາມນັ້ນ, ຂັ້ນຕອນນີ້ ກໍຈະບໍ່ກ້າວໄປໄດ້ອີກ,” ນັ້ນຄືຄໍາເວົ້າຂອງ ທ່ານ ຊູ ເຮລ ຊາຮີນ, ໂຄສົກຂອງທີມງານດ້ານການເມືອງຂອງກຸ່ມຕາລີບານ ຢູ່ທີ່ ນະຄອນໂດຮາ ທີ່ກ່າວຕໍ່ວີໂອເອ.

ທ່ານໄດ້ປະກາດການຕັດສິນໃຈໃນການເລື່ອນການເຈລະຈາກັບລັດຖະບານ ຂອງອັຟການິສຖານໃນຕອນເຊົ້າໆ ຂອງວັນອັງຄານວານນີ້ ຢູ່ໃນການຂຽນ ລົງໃນທວີດເຕີຫລາຍຄັ້ງ.

ທ່ານຊາຮີນເວົ້າວ່າ ລັດຖະບານຂອງປະທານາທິບໍດີອາສຣາຟ ການີ ບໍ່ປະຕິ ບັດຕາມຄໍາສັນຍາ ທີ່ໄດ້ໃຫ້ໄວ້ ຢູ່ໃນກອງປະຊຸມຜ່ານທາງວີດິໂອ ໃນເດືອນ ແລ້ວນີ້ ທີ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງສະຫະລັດ ແລະຄະນະກໍາມະ ການສາກົນຂອງສະພາກາແດງອີກດ້ວຍ.

ທ່ານຊາຮີນເວົ້າວ່າ “ພວກເຮົາໄດ້ຕົກລົງກັນວ່າ ພວກຊະເລີຍເສິກຈະຖືກ ປ່ອຍຕົວໃນວັນທີ 31 ມີນາຜ່ານມາ. ພວກເຮົາຖືກບອກໃຫ້ສົ່ງທີມງານດ້ານວິຊາການໄປນະຄອນຫວງກາບູລ ເພື່ອລະບຸຕົວ ແລະຢັ້ງຢືນສະເລີຍເສິກ ຂອງພວກເຮົາ. ເມື່ອພວກເຮົາສົ່ງທີມງານຂອງພວກເຮົາໄປ, ລັດຖະບານ ກາບູລບໍ່ໄດ້ປະຕິບັດຕາມສັນຍາເລີຍ. ກົງການຂ້າມ ລັດຖະບານນັ້ນກັບໃຊ້ ກົນລະວິທີ ເຮັດໃຫ້ມັນຫລ້າຊ້າໄປ.”

ແຕ່ວ່າ ລັດຖະບານຂອງອັຟການິສຖານ ກັບຕໍາໜິການຫລ້າຊ້ານັ້ນວ່າເປັນ ຍ້ອນພວກກຸ່ມຕາລີບານ. ທ່ານ ມາຕິນ ເບັກ, ຫົວໜ້າຂອງຄະນະກໍາມະ ການດ້ານການປົກຄອງທ້ອງຖິ່ນອິດສະຫລະກ່າວຕໍ່ພວກນັກຂ່າວ ໃນວັນຈັນ ຜ່ານມາຢູ່ໃນນະຄອນຫລວງກາບູລວ່າ ລັດຖະບານຂອງອັຟການິສຖານໄດ້ ກຽມພ້ອມແລ້ວທີ່ຈະປ່ອຍຕົວຊະເລີຍເສິກຂອງກຸ່ມຕາລີບານ 400 ຄົນໃນທັນ ທີທັນໃດ ແຕ່ວ່າກຸ່ມຕາລີບານຜັດຢາກໃຫ້ປ່ອຍຕົວບັນດາຜູ້ບັນຊາການຂັ້ນສູງ 15 ຄົນ ທີ່ໄດ້ມີສ່ວນກ່ຽວຂ້ອງກັບການໂຈມຕີຄັ້ງໃຫຍ່ຕ່າງໆ ແລະເຊື່ອກັນ ວ່າ ຈະເປັນໄພຂົ່ມຂູ່ທາງດ້ານຄວາມໝັ້ນຄົງຢ່າງໜັກນັ້ນ.

ທ່ານກ່າວອີກວ່າ ຖ້າຫາກບັນດາຜູ້ບັນຊາການເຫລົ່ານັ້ນ ໄດ້ກັບຄືນໄປ ຍັງ ສະໜາມລົບອີກ, ມັນກໍອາດຈະພາໃຫ້ບາງແຂວງ ຕົກໄປຢູ່ໃນກໍາມືຂອງກຸ່ມ ຕາລີບານກໍເປັນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG