ການຕໍ່ສູ້ກັນທາງດ້ານການເມືອງ ລະຫວ່າງສອງຜູ້ສະໝັກ
ເລືອກຕັ້ງປະທານາທິບໍດີອັຟການິສຖານ ທ່ານ Ashraf
Ghani ແລະທ່ານ Abdullah Abdullah ເບິ່ງຄືວ່າຈະ
ບໍ່ຍຸດຕິລົງ ຈົນກວ່າຄະນະກຳມະການການເລືອກຕັ້ງຂອງ
ປະເທດ ຈະປະກາດຜູ້ຊະນະການເລືອກຕັ້ງໃນວັນທີ 14
ຜ່ານມານີ້ ອອກມາໃຫ້ຊາບຢ່າງຈະແຈ້ງ ໃນອີກ ປະມານ
2 ອາທິດ. ຜູ້ສື່ຂ່າວວີໂອເອ Sharon Behn ລາຍງານມາ
ຈາກນະຄອນຄາບູລ ວ່າຊາວອັຟການິສຖານສາມັນທຳມະ
ດາ ຫວັງວ່າ ຄູ່ແຂ່ງຂັນທັງສອງ ຈະໄກ່ເກ່ຍຄວາມເຫັນແຕກ
ຕ່າງກັນຂອງພວກເຂົາເຈົ້າ ເພື່ອຜົນປະໂຫຍດຂອງປະເທດ
ຊາດ ຊຶ່ງສິງຈະນຳມາສະເໜີທ່ານ.
ການດຳເນີນຊີວິດໄດ້ກັບຄືນມາສູ່ສະພາບປົກກະຕິຢູ່ຕາມ ຖະໜົນຫົນທາງສາຍ
ຕ່າງໆໃນນະຄອນຫຼວງຄາບູລ. ພວກຜູ່ປ່ອນບັດທີ່ໄດ້ທ້າທາຍຕໍ່ການຂົ່ມຂູ່ຂອງກຸ່ມ
ຕາລີບານ ແລະອອກໄປປ່ອນບັດຂອງເຂົາເຈົ້າ ເພື່ອເລືອກເອົາປະທານາທິບໍດີ
ຄົນໃໝ່ໃນທ້າຍອາທິດແລ້ວນີ້ ບັດນີ້ແມ່ນພາກັນເພ່ງເລັງໃສ່ອະນາຄົດ.
ນາຍ Syed Masood Islami ທີ່ຫວ່າງງານ ກ່າວວ່າ ລາວຫວັງວ່າ ຜູ້ໃດກໍຕາມທີ່
ຊະນະການເລືອກຕັ້ງ ຈະເຄື່ອນໄຫວໄປໄກກ່ວາການເມືອງຂອງພັກ ແລະເຮັດວຽກ
ເພື່ອຜົນປະໂຫຍດຂອງປະເທດຊາດ.
ນາຍ Islami ເວົ້າວ່າ “ຂ້ອຍຂໍຮ້ອງໃຫ້ ປະທານາທິບໍດີຄົນຕໍ່ໄປ ນຳເອົາຄວາມ
ໝັ້ນຄົງປອດໄພມາສູ່ອັຟການິສຖານ. ເວລາໃດເຮົາມີສິ່ງນັ້ນແລ້ວ ເສດຖະກິດ
ຂອງພວກເຮົາກໍຈະດີຂຶ້ນ ແລະເວລາໃດເສດຖະກິດດີຂຶ້ນແລ້ວ ພວກເຮົາກໍຈະ
ສາມາດມີວຽກມີການເຮັດ ແລະຄຸນນະພາບຂອງຊີວິດປະຊາຊົນກໍຈະດີຂຶ້ນ.”
ໃນວັນເສົາຜ່ານມານີ້ ປະຊາຊົນປະມານ 7 ລ້ານຄົນ ໄດ້ອອກໄປປ່ອນບັດເລືອກເອົາ
ລະຫວ່າງຜູ້ສະໝັກເລືອກຕັ້ງສອງຄົນ ຄື ທ່ານ Ashraf Ghani ອະດີດເຈົ້າໜ້າທີ່ທະ
ນາຄານໂລກ ແລະທ່ານ Abdullah Abdullah ອະດີດລັດຖະມົນຕີຕ່າງປະເທດ ໃຫ້ເປັນຜູ້ນຳຂອງປະເທດຄົນຕໍ່ໄປ.
ທ່ານ Mir Ahmed Joyenda ນັກວິເຄາະປະຈຳ ໜ່ວຍງານການຄົ້ນຄວ້າແລະການ
ຕີລາຄາຂອງອັຟການິສຖານ ກ່າວວ່າ ການເລືອກຕັ້ງຄັ້ງນີ້ ເປັນຈຸດຫົວລ້ຽວຫົວຕໍ່
ສຳລັບປະເທດ
ທ່ານ Joyenda ເວົ້າວ່າ “ບັດນີ້ ຫຼັງຈາກຫຼາຍຮ້ອຍປີຜ່ານມາ ໃນທີ່ສຸດປະຊາຊົນ
ອັຟການິສຖານ ກໍໄດ້ມາຮອດຈຸດທີ່ເຂົາເຈົ້າລົງຄວາມ ເຫັນໄດ້ວ່າການປ່ອນບັດ
ຂອງເຂົາເຈົ້າສາມາດປ່ຽນຊະຕາກຳ ແລະພົມລິຂິດຂອງເຂົາເຈົ້າໄດ້.”
ທ່ານ Jan Kubis ຜູ້ຕາງໜ້າພິເສດສະຫະປະຊາຊາດ ປະຈຳອັຟການິສຖານໄດ້
ເຕືອນກ່ຽວກັບອັນຕະລາຍຕ່າງໆ ຂອງການແບ່ງແຍກກັນ ຄົນລະຂົ້ວທາງການເມືອງ.
ທ່ານ Kubis ກ່າວວ່າ “ໃນທີ່ສຸດ ເມື່ອໃດມັນເປັນທີ່ຈະແຈ້ງວ່າ ຜູ້ໃດຈະໄດ້
ເປັນປະທານາທິບໍດີຄົນຕໍ່ໄປຂອງປະເທດແລ້ວ ກໍຈະມີຂໍ້ຕົກລົງເຊັ່ນກັນ
ກ່ຽວກັບວ່າປະທານາທິບໍດີຄົນນີ້ຈະຮ່ວມໄມ້ຮ່ວມມືດ້ວຍວິທີໃດກັບປະຊາ
ຊົນ ກັບກຸ່ມ ແລະກັບທີມ ຂອງອີກຄົນນຶ່ງນັ້ນ ເພາະວ່າອັນນີ້ບາງທີ ອາດຈະ
ເປັນຫົນທາງໄປສູ່ ອະນາຄົດຂອງປະເທດ.”
ແຕ່ວ່າຄູ່ແຂ່ງທັງສອງ ທັງທ່ານ Abdullah Abdullah ແລະທ່ານ Ashraf Ghani
ຕ່າງອ້າງຫລັກຖານວ່າ ມີການສໍ້ໂກງການເລືອກຕັ້ງ ແລະປາກົດວ່າ ຍັງໄກຫຼາຍ
ທີ່ຈະພ້ອມໃຫ້ການຮ່ວມໄມ້ຮ່ວມມືກັນທາງດ້ານການເມືອງນັ້ນ.
ບັນດາຜູ້ນຳນາໆຊາດແລະພາຍໃນປະເທດ ກ່າວວ່າ ມັນເປັນສິ່ງສຳຄັນທີ່ສຸດ ທີ່
ຄະນະກຳມະການເລືອກຕັ້ງຂອງອັຟການິສຖານ ຈະຕ້ອງດຳເນີນການ ກ່ຽວກັບ
ລາຍງານການສໍ້ໂກງຕ່າງໆ ແລະມອບຜົນການເລືອກຕັ້ງທີ່ໜ້າເຊື່ອຖືໄດ້ ໃຫ້ແກ່
ປະຊາຊົນ.
ທ່ານ Joyenda ກ່າວວ່າ ປະເທດກຳລັງປະເຊີນກັບບັນຫາທ້າທາຍຕ່າງໆ ຫຼາຍເກີນ
ກ່ວາທີ່ຈະສາມາດຮັບມືກັບການປະທະກັນທາງດ້ານການເມືອງ ທີ່ສ້າງຄວາມແຕກ
ແຍກກັນນັ້ນໄດ້.
ທ່ານ Joyenda ກ່າວວ່າ “ການກໍ່ການກະບົດເປັນການທ້າທາຍອັນນຶ່ງ
ການເຂົ້າແຊກແຊງຂອງພວກປະເທດເພື່ອນບ້ານກໍເປັນການທ້າທາຍ
ການສໍ້ລາດບັງຫລວງກໍເປັນການທ້າທາຍ ເລື້ອງຕົວບັດກັດໝາຍກໍເປັນ
ການທ້າທາຍ ການຍຶດເອົາທີ່ດິນກໍເປັນການທ້າທາຍ ເລື້ອງມາເຟຍກໍ
ເປັນການທ້າທາຍ ການຟອກເງິນກໍເປັນການທ້າທາຍຄືກັນ ມີການທ້າ
ທາຍຫຼາຍຢ່າງຫລາຍປະການ. ຖ້າບໍ່ມີຮ໋ວມໄມ້ຮ່ວມມືຈາກທັງສອງຝ່າຍ
ແລ້ວ ພວກເຮົາຈະບໍ່ສາມາດແກ້ໄຂເລື້ອງເຫຼົ່ານີ້ ແລະບັນຫາເຫຼົ່ານີ້ໄດ້.”
ຄາດກັນວ່າ ຈະຮູ້ຈັກຜົນຂັ້ນຕົ້ນຂອງການເລືອກຕັ້ງ ໃນວັນທີ 2 ກໍລະກົດຕໍ່ໜ້ານີ້
ແລະຈະມີການປະກາດຜົນການເລືອກຕັ້ງຂັ້ນສຸດທ້າຍໃຫ້ຮູ້ ໃນວັນທີ 22 ກໍລະກົດ.