ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

​ຊາວ​ອັ​ຟ​ກາ​ນິ​ສ​ຖານ ​ໄດ້​ຮັບຄວາມ​ສະ​ຫງົບ ເປ​ັນ​ການ​ຊົ່ວ​ຄາວ


Afghanistan - Taliban Deal -- USAGM
please wait

No media source currently available

0:00 0:02:34 0:00

ຫຼັງຈາກໄດ້ເກີດບັນຫາຂັດແຍ້ງ ແກ່ຍາວມາໄດ້ 19 ປີ ທີ່ໄດ້ເອົາຊີວິດຜູ້ຄົນໄປແລ້ວ ຫຼາຍ
ກວ່າ 100,000 ຄົນ ສົງຄາມຢູ່ໃນອັຟການິສຖານ ໃນທີ່ສຸດ ກໍອາດຈະສິ້ນສຸດລົງ. ມາຈົນ ຮອດເວລານີ້ ເບິ່ງຄືວ່າທຸກພັກຝ່າຍຕ່າງກໍໃຫ້ການເຄົາລົບຕໍ່ຂໍ້ຕົກລົງຫຼຸດຜ່ອນຄວາມຮຸນ
ແຮງ ຊຶ່ງເປັນການຢຸດຍິງບາງສ່ວນ ທີ່ເລີ້ມມີຜົນບັງຄັບໃຊ້ ໃນມື້ວັນເສົາອາທິດແລ້ວ. ແຕ່
ດັ່ງທີ່ນັກຂ່າວວີໂອເອ Ayesha Tanzeem ລາຍງານມາວິກິດການທາງດ້ານການເມືອງ ພາຍໃນພວມຂົ່ມຂູ່ທີ່ຈະເຮັດໃຫ້ຂັ້ນຕອນດັ່ງກ່າວ ປະສົບກັບບັນຫາ. ໄພສານຈະນຳເອົາ
ລາຍລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.


ດ່ານກວດ ​ເຊີ ພູ​ລ (Sur Pul) ທີ່ຕັ້ງຢູ່ເທິງທາງຫຼວງ ແຕ່ກາບູລ ຫາການດາຮາ ເຄີຍຖືກ
ໂຈມຕີຢ່າງຕໍ່ເນື່ອງໂດຍກຸ່ມກະບົດຕາລີບານ. ນັບແຕ່ເລີ້ມ ມີການຢຸດຍິງ ເປັນບາງສ່ວນ
ມາ ພວກທະຫານທີ່ປະຈຳການຢູ່ດ່ານກວດແຫ່ງນີ້ ຮູ້ສຶກໂລ່ງອົກໂລ່ງໃຈຫຼາຍຂຶ້ນ.

ທ້າວອັບດູລ ກາຊິມ ທະຫານກອງທັບແຫ່ງຊາດອັຟການິສຖານ ກ່າວເປັນພາສາພາສ
ໂທວ່າ "ພວກເຮົາເຄີຍປະເຊີນ ກັບການໂຈມຕີ ແບບບໍ່ຢຸດຢັ້ງ. ທຸກໆມື້ ທຸກໆຄືນ ພວກ
ເຮົາປະເຊີນກັບຄວາມຫຍຸ້ງຍາກຢ່າງໃຫຍ່ຫຼວງ. ແຕ່ດຽວນີ້ ສະຖານະການແມ່ນດີຂຶ້ນ
ຫຼາຍ."

ມັນເປັນຄວາມຈິງ ເຊັ່ນດຽວກັນ ກັບພວກເຈົ້າຂອງຮ້ານ ໃນຕະຫລາດ ເມືອງດູ​ຣາ​ນີ
(Durarani) ແຂວງວໍແດັກ. ພວກເຂົາເຈົ້າໄດ້ພາກັນເພີ້ມຊົ່ວໂມງໃນການເຮັດທຸລະ ກິດຂອງພວກເຂົາເຈົ້າຂຶ້ນຕື່ມ.

ທ່ານໂອເມີ ຄານ ເຈົ້າຂອງຮ້ານ ກ່າວເປັນພາສາພາສໂທວ່າ "ຂ້ອຍເຄີຍປິດຮ້ານໃນເວ
ລາ 5 ໂມງແລງ ແຕ່ດຽວນີ້ມີການຢຸດຍິງແລ້ ຂ້ອຍປິດຮ້ານໃນເວລາ 6 ໂມງ. ທຸກໆຄົນ
ພາກັນດີໃຈ. ພວກເຮົາບໍ່ໄດ້ຍິນສຽງປືນເລີຍ ໃນໄລຍະສອງສາມມື້ຜ່ານມານີ້."

ຫຼັງຈາກສົງຄາມທີ່ແກ່ຍາວມາໄດ້ 19 ປີ ສະຫະລັດແລະພວກກະບົດຕາລີບານໄດ້ຕົກ
ລົງໃຫ້ມີການຢຸດຍິງເປັນບາງສ່ວນ ນຶ່ງອາທິດ. ໃນຕອນທ້າຍຂອງການຢຸດຍິງ ຖ້າທຸກ
ສິ່ງທຸກຢ່າງ ຫາກດຳເນີນໄປດ້ວຍດີ ພວກເຂົາເຈົ້າກໍຈະລົງນາມ ໃນຂໍ້ຕົກລົງ ໃນວັນທີ
29 ກຸມພາ ຢູ່ທີ່ນະຄອນຫຼວງໂດຮາ ຂອງປະເທດກາຕ້າ.

ຂໍ້ຕົກລົງດັ່ງກ່າວ ຈະກຳນົດແຜນທີ່ໃນການຖອນທະຫານສະຫະລັດອອກຈາກອັຟກາ
ນິສຖານ ຊຶ່ງເປັນນຶ່ງໃນຄຳໝັ້ນສັນຍາທີ່ປະທານາທິບໍດີດໍໂນລ ທຣຳໄດ້ໃຫ້ໄວ້ ໃນລະ
ຫວ່າງການໂຄສະນາຫາສຽງ.

ນອກນັ້ນແລ້ວ ມັນຍັງບັງຄັບໃຫ້ກຸ່ມຕາລີບານ ເປີດການເຈລະຈາ ກັບພັກຝ່າຍຕ່າງໆ
ໃນອັຟການິສຖານ ຮວມທັງລັດຖະບານນຳດ້ວຍ ກ່ຽວກັບອະນາຄົດປະເທດຂອງເຂົາ
ເຈົ້າ.

ສ່ວນຢູ່ວໍຊິງຕັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມ
ພຽວກ່າວໃນວັນອັງຄານແລ້ວນີ້ວ່າ ເປົ້າໝາຍກໍແມ່ນເພື່ອໃຫ້ບັນລຸການແກ້ໄຂ ຢູ່ໃນ
ອັຟການິສຖານ.

ທ່ານໄມຄ໌ ພອມພຽວ ກ່າວວ່າ "ການປະຕິບັດງານຂອງພວກເຮົາໄດ້ກຳນົດໄວ້ຢ່າງຈະ
ແຈ້ງ. ພວກເຮົາຕ້ອງການໃຫ້ຄວາມຊ່ວຍເຫຼືອ ແລະສະໜອງໂຄງຮ່າງ ເພື່ອໃຫ້ຊາວ ອັຟການິສຖານ ຊຶ່ງໃນທີ່ສຸດ ກໍສາມາດໄດ້ຮັບຜົນ ທີ່ຢູ່ພາຍໃຕ້ການນຳພາ ຂອງຊາວ
ອັຟການິສຖານ ຂັບດັນໂດຍຊາວອັຟການິສຖານ ແລະເປັນການແກ້ໄຂໄລຍະຍາວ ທີ່ປະຊາຊົນຊາວອັຟການິສຖານທຸກໆຄົນ ສາມາດຮັບ​ເອົາໄດ້."

ແຕ່ລັດຖະບານອັຟການິສຖານ ພວມຕົກຢູ່ໃນສະພາບຄວາມວຸ້ນວາຍ ຫຼັງຈາກການ
ເລືອກຕັ້ງປະທານາທິບໍດີ ຊຶ່ງຜູ້ສະໝັກທັງສອງຄົນ ຄືປະທານາທິບໍດີອາສຣາຟ ການີ ແລະຄູ່ແຂ່ງຂອງທ່ານ ທ່ານອັບດູລລາ ອັບດູລລາ ຕ່າງກໍປະກາດວ່າ ຕົນເປັນຜູ້ໄດ້ຮັບ
ໄຊຊະນະ.

ການປະເຊີນໜ້າຢ່າງຂົມຂື່ນ ມີຂຶ້ນໃນຂະນະທີ່ພວກນັກການເມືອງໃນອັຟການິສຖານ
ຄວນມີຄວາມເປັນເອກກະພາບກັນກ່ຽວກັບວ່າຈະເຈລະຈາກັບພວກກະບົດຕາລີບານ
ແບບໃດ ນັ້ນຄືຄວາມເຫັນຂອງນັກວິເຄາະໄມໂກ ກູແກລແມນ.

ທ່ານໄມໂກ ກູແກລແມນ ຈາກສະຖາບັນວິລສັນກ່າວຜ່ານທາງສໄກປ໌ວ່າ "ແລະຈົນ
ຮອດບັດນີ້ ໃນເວລາທີ່ທ່ານ ຕ້ອງການທີ່ສຸດ ເພື່ອສ້າງແນວໂຮມຮ່ວມກັນ ຄວາມ
ແຕກແຍກທີ່ມີມາເປັນເວລາຊ້ານານເຫຼົ່ານີ້ຢູ່ໃນພາຍໃນຊົນຊັ້ນການເມືອງ ອັຟກາ
ນິສຖານໄດ້ເພີ້ມທະວີຄວາມຮ້າຍແຮງຂຶ້ນຕືີ່ມຍ້ອນວິກິດການທາງດ້ານການເມືອງ ທີ່ເກີດມາຈາກການເລືອກຕັ້ງ."

ການນຳເອົາພັກຝ່າຍຕ່າງໆຂອງອັຟການິສຖານ ໃຫ້ເຂົ້າມາຮ່ວມ ໃນຄະນະຜູ້ຕາງ
ໜ້ານຶ່ງດຽວ ເພື່ອເຈລະຈາ ກັບພວກກະບົດຕາລີບານ ກໍມີຄວາມຫຍຸ້ງຍາກຢູ່ແລ້ວ. ພວກນັກສັງເກດການເວົ້າວ່າ ວິກິດການນີ້ ມີແຕ່ຈະເຮັດໃຫ້ ການເຈລະຈາ ຫຍຸ້ງ
ຍາກຂຶ້ນຕື່ມ.

After 19 years of a grueling conflict that has claimed the lives of more than one-hundred thousand people, the war in Afghanistan may finally be coming to an end. So far, all sides seem to be respecting an agreement to reduce violence, a partial truce that came into effect last Saturday. But as VOA's Ayesha Tanzeem reports, an internal political crisis has threatened to derail the process.

The Sur Pul check post on the Kabul-Kandahar highway used to constantly be under attack by the Taliban. Since the start of the partial truce, the soldiers guarding the post are breathing a sigh of relief.

Abdul Qasim, Afghan National Army:

"We used to face relentless attacks. Every day, every night we faced immense difficulties. Now things are much better."

The same is true for shopkeepers in the Durrani bazaar in Wardak province. They've even increased their business hours.

Omer Khan, Shopkeeper:

"I used to close my shop at 5 p.m. but now that there is a cease fire, I close my shop at 6 p.m. Everyone is happy. We have not heard any gunfire in the last two days."

After 19 years of war, the United States and the Taliban agreed to a week-long partial truce. At the end of it, if all goes well, they will sign a deal on the 29th of February in Qatar's capital Doha.

The deal outlines a roadmap for the withdrawal of U.S. troops from Afghanistan, one of President Donald Trump's campaign promises.

It also requires the Taliban to negotiate with other Afghans, including the government, on the future direction of their country.

In Washington, U.S. Secretary of State Mike Pompeo said Tuesday the goal is to reach an Afghan solution.

(Mike Pompeo, U.S. Secretary of State:
"Our mission set is very clear. We want to assist and provide structure so that the Afghans can ultimately get an outcome that is led by Afghanis, driven by Afghanis and is a long-term solution that all the people of Afghanistan can live with."

But the Afghan government is in turmoil following presidential elections in which two candidates, incumbent Ashraf Ghani and rival Abdullah Abdullah, have declared victory.

The bitter standoff comes at a time when Afghan politicians should be building consensus on how to negotiate with the Taliban, says analyst Michael Kugelman.

Michael Kugelman, Woodrow Wilson Center:
"And yet, at that very moment when you most need that common united front, these long-standing divides within the Afghan political class have exacerbated because of this political crisis coming out of the election."

Getting various the Afghan factions to come together in one representative team to negotiate with the Taliban was already difficult. Observers say this crisis has just added to it.

XS
SM
MD
LG