ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອັ​ຟ​ກາ​ນິ​ສ​ຖານ ເວ​ເນ​ຊູ​ເອ​ລາ ແມ່ນຮວມ​ຢູ່​ໃນ​ບັນ​ດາຜູ້​ສະ​ໝັກ ເອົາ​ບ່ອນ​ນັ່ງ ໃນ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ


​ແຟ້ມ - ພາບ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ເຈ​ນີ​ວາ ເມື່ອ​ວັນ​ທີ 12 ກັນ​ຍາ 2022.
​ແຟ້ມ - ພາບ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ເຈ​ນີ​ວາ ເມື່ອ​ວັນ​ທີ 12 ກັນ​ຍາ 2022.

The U.N.

ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງ​ຄານມື້ນີ້ ເພື່ອ​ເພີ້​ມ​ຊື່​ຂອງ 14 ປະ​ເທດ ເຂົ້າ​ໃນ​ສະ​ພາ​ສິ​ດ​ທິ​ມະ​ນຸດ​ ຊຶ່ງ​ຮວມ​ຢູ່​ໃນ​ບັນ​ດາ​ປະ​ເທດ​ເຫຼົ່າ​ນີ້ ກໍ​ມີ​ປະ​ເທດ​ສະ​ໝັກ​ທີ່​ມີ​ປະ​ຫວັດ​ບໍ່​ດີ​ໃນ​ດ້ານ​ສິດ​ທິ​ມະ​ນຸດ ຮວມ​ທັງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ເວ​ເນ​ຊູ​ເອ​ລາ.

ມີ 17 ປະ​ເທດ ຈາກ 5 ເຂດ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ແຕ່​ມີ​ພຽງ 2 ກຸ່ມ​ເທົ່າ​ນັ້ນ ຄື​ຈາກ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ ແລະ​ລາ​ຕິນ​ອາ​ເມ​ຣິ​ກາ​ ພ້ອມ​ກັບ​ທະ​ເລ​ຄາ​ຣິບບຽນ ທີ່​ປະ​ເຊີນ​ກັບ​ການ​ແຂ່ງ​ຂັນ​ຢ່າງ​ແທ້​ຈິງ. ສ່ວນ​ອີກ 3 ກຸ່ມນັ້ນ ແມ່ນ​ລົງ​ສະ​ໝັກ “ບໍ່​ໄດ້​ເວົ້າ​ເຖິງ​ປະ​ຫວັດທີ່​ຜ່ານ​ມາຂອງ​ຜູ້​ສະ​ໝັກ​ເລີຍ” ແຕ່​ແນວ​ໃດ​ກໍ​ຕາມ ຍັງມີ​ຄວາມ​ຕ້ອງ​ການສຽງ​ສ່ວນ​ຫຼາຍ ຈາກ​ການລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ລັບ ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະ​ພາ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ທີ່​ນະ​ຄອນ​ເຈ​ນີ​ວາ.

ສ່ວນ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ແມ່ນ​ຢູ່​ໃນ​ກຸ່ມ​ທີ່​ມີ​ການ​ແຂ່ງ​ຂັນ. ປະ​ເທດ​ດັ່ງ​ກ່າວ​ຈະ​ປະ​ເຊີນ​ໜ້າ​ກັບ​ຊີ​ເລ ແລະ​ຄອ​ສ​ຕາ​ຣິ​ກາ ເພື່ອ​ເລືອກ​ເອົາ 2 ບ່ອນ​ນັ່ງ​ສຳ​ລັບ​ສະ​ພາ​ສິດ​ທິ​ມະ​ນຸດ.

ທ່ານ​ຫລຸຍ​ ຊາກບອນ​ໂນ ຜູ້​ອຳ​ນວຍ​ການ​ຂອງ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “​ການ​ກ່າວ​ໂຈມ​ຕີ​ແກ້​ແຄ້ນ​ຂອງເວ​ເນ​ຊູ​ເອ​ລາຕໍ່​ພວກ​ຕ້ອງ​ຕິ​ລັດ​ຖະ​ບານ ເຮັດ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ບໍ່​ເໝາະ​ສົມ​ທີ່​ຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ຢູ່​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ການ​ກັບ​ຄືນ​ເຂົ້າ​ໄປ​ນັ່ງ​ຢູ່​ໃນ​ສະ​ພາ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານ​ທີ່​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດຈະ​ບ່ອນ​ທຳ​ລາຍ​ຕໍ່​ຄວາ​ມ​ໜ້າ​ເຊື່ອ​ຖື​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໂດຍ​ການ​ໃຫ້​ລາງວັນ​ແກ່​ເຈົ້າ​ໜ້າ​ທີ່​ເວ​ເນ​ຊູ​ເອ​ລາ​ໃນ​ການ​ມີ​ບົດ​ບາດ​ເພື່ອ​ຊັ່ງ​ຊາ​ເບິ່ງ​ປະ​ຫວັດ​ການ​ນັບ​ຖື​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ຕ່າງໆ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ເອງກົດ​ຂີ່​ປະ​ຊາ​ຊົນ​ຢ່າ​ງ​ໂຫດ​ຮ້າຍ.”

ຄະ​ນະ​ຄົ້ນ​ຫາ​ຄວາມ​ຈິງ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ລາຍ​ງານ​ເມື່ອ​ເດືອນ​ກັນ​ຍາ​ຜ່ານ​ມາ​ນີ້​ວ່າ ​ອົງ​ການ​ສືບ​ລັບ​ຂອງປະ​ທາ​ນາ​ທິ​ບໍ​ດີ​ນິ​ໂກ​ລາ​ສ ມາ​ດູ​ໂຣ ໄດ້​ທຳ​ການ​ກົດ​ຂີ່​ພວກ​ຝ່າຍ​ຄ້ານ ດ້ວຍ​ການ​ຈັບ​ກຸມ​ຄຸມ​ຂັງ​ຕາມ​ອຳ​ເພີ​ໃຈ ແລະ​ທຳ​ການ​ທໍ​ລະ​ມານ ຊຶ່ງ​ເທົ່າ​ກັບ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ. ໃນ​ມື້​ວັນ​ສຸກ ສະ​ພາ​ສິດ​ທິ​ມະ​ນຸດ​ໄດ້​ຕໍ່​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຕື່ມ​ອີກ 2 ປີ.

ລັດ​ຖະ​ບາ​ນ​ມາ​ດູ​ໂຣ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ກ່າ​ວ​ຫານີ້ ໂດຍ​ເວົ້າ​ວ່າ “ບໍ່​ຖືກ​ຕ້ອງ​ແລະ​ບໍ່​ມີ​ມູນ​ຄວາມ​ຈິງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG