ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ແລະ ຄະນະທີ່ປຶກສາ ຈະພິຈາລະ ຍຸດ​ທະ​ສາດ​ໃໝ່ ສຳຫຼັບ ອັຟການິສຖານ


ທ່ານ Jim Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, (ຜູ້ທີ 3 ນັບຈາກດ້ານຂວາ) ຍ່າງຄຽງຂ້າງ ກັບທ່ານ David Clark ຈ່າເອກຂອງກອງບັນຊາການ ທະຫານສະຫະລັດ (ທາງຊ້າຍມື) ແລະນາຍພົນ Christopher Haas (ຜູ້ທີສອງຈາກດ້ານຂວາ) ໃນຂະນະທີ່ທ່ານໄປເຖິງກອງບັນຊາການໃຫຍ່
ກໍາລັງ ສະໜັບສະໜຸນ ຂອງທະຫານພັນທະມິດ ຢູ່ນະຄອນຫຼວງ Kabul ຂອງອັຟການິສຖານ ໃນວັນທີ 24 ເມສາ 2017.
ທ່ານ Jim Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, (ຜູ້ທີ 3 ນັບຈາກດ້ານຂວາ) ຍ່າງຄຽງຂ້າງ ກັບທ່ານ David Clark ຈ່າເອກຂອງກອງບັນຊາການ ທະຫານສະຫະລັດ (ທາງຊ້າຍມື) ແລະນາຍພົນ Christopher Haas (ຜູ້ທີສອງຈາກດ້ານຂວາ) ໃນຂະນະທີ່ທ່ານໄປເຖິງກອງບັນຊາການໃຫຍ່ ກໍາລັງ ສະໜັບສະໜຸນ ຂອງທະຫານພັນທະມິດ ຢູ່ນະຄອນຫຼວງ Kabul ຂອງອັຟການິສຖານ ໃນວັນທີ 24 ເມສາ 2017.

ຄະນະ​ລັດຖະບານ​ຂອງປະທານາທິບໍດີດໍ​ໂນ​ລ ທຣໍາ ໃກ້ຈະ​ຕັດສິນ​ໃຈ​ແລ້ວກ່ຽວກັບ
​ຍຸດ​ທະ​ສາດ​ໃໝ່ ສໍາລັບ​ສົງຄາມ ​ໃນ​ອັຟກາ​ນິສຖານ ທີ່​ແກ່ຍາວ​ມາ​ເປັນ​ເວລາ 16 ປີ
ຊຶ່ງ​ເປັນ​ການ​ຂັດ​ແຍ້​ງທີ່​ດົນ​ທີ່ສຸດ ​ໃນ​ປະຫວັດສາດ​ຂອງ​ສະຫະລັດ.

ກ່ອນ​ການ​ປະຊຸມ​ກັບ​ທ່ານ​ທຣໍາ​ໃນ​ວັນ​ສຸກ​ມື້ນີ້ນັ້ນ ທ່ານ Jim Mattis ລັດຖະມົນຕີ​
ກະຊວງ​ປ້ອງ​ກັນ​ປະ​ເທດ ບໍ່​ໄດ້ໃຫ້​ສັນຍາ​ນ​ໃດໆ ທີ່​ສະ​ແດງ​ໃຫ້​ຮູ້​ວ່າຍຸດ​ທະ​ສາດ​ດັ່ງ
ກ່າວ​ຈະ​ເປັນ​ແນວ​ໃດ.

​ໃນ​ການ​ກ່າວ​ຕໍ່ພວກ​ນັກ​ຂ່າ​ວ​ ຢູ່​ນະຄອນ​ວໍ​ຊິງ​ຕັນ ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Mattis ​
ເວົ້າວ່າ "ພວກ​ເຮົາໃກ້​ຈະຕັດສິນ​ໃຈ​ແລ້ວ ​ແລະ​ຂ້າພະ​ເຈົ້າຄາດ​ວ່າ ຈະ​ຢູ່ໃນ​ອະນາ​ຄົດ​
ອັນ​ໃກ້ໆນີ້ຫລະ."

ທ່ານ​ທຣໍາຈະ​ພົບ​ກັບ ຮອງ​ປະທານາທິບໍດີ Mike Pence ​ແລະ​ທີ​ມງານຄວາມໝັ້ນຄົງ​
ແຫ່ງຊາດ​ຂອງ​ທ່ານ ທີ່​ Camp David ທີ່​ເປັນບ່ອນ​ພັກຜ່ອນ​ ຂອງ​ປະທານາທິບໍດີ ຢູ່
​ໃນ​ລັດ Maryland.

ບັນດາທາງເລືອກຕ່າງໆ ລ​ວມມີ ການ​ສົ່ງ​ທະຫານ​ຫລາຍ​ພັນ​ຄົນໄປ​ຍັງ​ປະ​ເທດທີ່​ປະສົບ
​ກັບໄ​ພ​ສົງຄາມນັ້ນ ​ເພີ້ມອີກ ຫລືບໍ່ດັ່ງນັ້ນກໍ​ຖອນ​ກໍາລັງ​ທະຫານ​ທັງໝົດອອກ ​ໂດຍ​ປ່ອຍ
​ໃຫ້​ທະ​ຫານຮັບຈ້າງ​ຊ່ວຍ​ໃນ​ການ​ຄຸ້ມ​ຄອງສະຖານະ​ການ​ດ້ານ​ຄວາມໝັ້ນຄົງ​ທີ່ບອບ​ບາງ
ຂອງ​ປະເທດ​ນັ້ນ.

ພາຍຫລັງ​ທີ່​ໄດ້​ຮັບ​ການສະໜັບສະໜຸນຢ່າງ​ຫລວງຫລາຍຈາກ​ສະຫະລັດ ​ແລະຈາກ
ປະ​ເທດ​ທີ່​ເປັນ​ສະມາຊິກ​ອົງການ​ເນ​ໂຕ້ ປະ​ເທດ​ອື່ນ ມາ​ເປັນ​ເວລາ​ຫລາຍ​ປີ ກອງທັບ
ອັຟກາ​ນິສຖານ ຍັງ​ບໍ່ສາມາດ​ຕ້ານຢັນກັບ​ກຸ່ມ​ຕານ​ລີ​ບານບໍ່​ໄດ້​ດີ ຊຶ່ງ​ກຸ່ມ​ດັ່ງກ່າວ​ໃນໝໍ່ໆ​
ມານີ້ ​ໄດ້​ມີ​ຄວາມ​ກ້າວໜ້າຂຶ້ນຢູ່​ໃນອັຟກາ​ນິສຖານ ​ແລະໃນ​ເຂດ​ຊາຍ​ແດນ​ທີ່​ຕິດ​ກັບ​
ປາ​ກິ​ສຖານ. ບັນດາ​ນາຍ​ພົນ​ຂອງ​ສະຫະລັດ​ເວົ້າ​ເຖິງ​ການ​ຂັດແຍ້​ງດັ່ງກ່າ​ວວ່າ ​ເປັນ
"ສະຖານະ​ການ​ທີ່​ບໍ່​ໄປ​ບໍ່ມາ."

ທ່ານ​ທຣໍາ​ໄດ້​ມອບໝາຍ​ໃຫ້​ທ່ານ Mattis ​ຕັດສິນ​ວ່າ ​ຈະ​ເອົາ​ທະຫານ​ໄວ້​ໃນອັຟກາ​ນິສ
ຖານ ຫລາຍ​ປານ​ໃດ ​ແຕ່ໃນຫລາຍໆ​ເດືອນ​ຕໍ່ມາ ລະດັບທະຫານຂອງບັນດາປະ​ເທດ
​ພັນທະ​ມິດ​ຢູ່​ປະ​ເທດ​ດັ່ງກ່າວຍັງ​ບໍ່ປ່ຽນ​ແປງ​ແຕ່​ຢ່າງ​ໃດ. ທະຫານ​ສະຫະລັດ​ປະມານ
8,400 ຄົນ ​ແລະ​ທະຫານ​ຂອງ​ກຸ່ມມ​ນາ​ໂຕ້ ຄາດ​ຄະ​ເນ​ວ່າ​ມີ 5,000 ຄົນ ​ປະ​ຈໍາ​ຢູ່​ໃນ
​ປະ​ເທດ​ນັ້ນ ໂດຍ​ຕົ້ນຕໍ​ແລ້ວ ​ແມ່ນ​ທໍາໜ້າທີ່ເປັນທີ່​ປຶກສາ ​ແລະ​ທໍາ​ການຝຶກແອບຍົກ​
ລະດັບ​ຄວາມ​ສາມາດຂອງ​ທະຫານອັຟກາ​ນິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG