ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການອາຫານໂລກ ປະຈໍາອັຟການິສຖານ ກໍາລັງປະເຊີນກັບການຂາດແຄນເງິນທຶນຢ່າງໜັກ

ແຟ້ມຮູບ-ແມ່ຍິງອັຟການິສຖານຄົນນຶ່ງ ລໍຖ້າຮັບການແຈກຢາຍອາຫານ ໂດຍກຸ່ມຊ່ວຍເຫຼືອທາງດ້ານມະນຸດສະທໍາຂອງ ຊາອຸດີ ອາຣາເບຍ ທີ່ສູນກາງແຈກຢາຍໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ເມື່ອວັນທີ 25 ເມສາ 2022.
ແຟ້ມຮູບ-ແມ່ຍິງອັຟການິສຖານຄົນນຶ່ງ ລໍຖ້າຮັບການແຈກຢາຍອາຫານ ໂດຍກຸ່ມຊ່ວຍເຫຼືອທາງດ້ານມະນຸດສະທໍາຂອງ ຊາອຸດີ ອາຣາເບຍ ທີ່ສູນກາງແຈກຢາຍໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ເມື່ອວັນທີ 25 ເມສາ 2022.

ປະເທດອັຟການິສຖານກໍາລັງປະເຊີນກັບຄວາມອຶດຢາກຢ່າງຫຼວງຫຼາຍໃນອີກບໍ່ເທົ່າໃດເດືອນທີ່ຈະມາເຖິງນີ້ ເນື່ອງຈາກການ​ປະ​ຕິ​ບັດງານ ຂອງ​ອົງ​ການບັນເທົາທຸກ ປະ​ສົບກັບບັນຫາຂາດແຄນເງິນທຶນຈໍານວນຫຼາຍ.

ໂຄງການອາຫານໂລກ ຫຼື WFP ເປີດເຜີຍວ່າ ພວກເຂົາເຈົ້າກໍາລັງປະເຊີນກັບການຂາດແຄນເງິນທຶນຈໍານວນ 980 ລ້ານໂດລາ ສໍາລັບສະໜັບສະໜຸນການດໍາເນີນງານທາງດ້ານມະນຸດສະທໍາ ພາຍໃນໄລຍະເວລາອີກ 6 ເດືອນຂ້າງໜ້າ.

ທ່ານຟີລິບ ຄຣັອຟ (Philipe Kropf), ຫົວໜ້າສື່ສານຂອງໂຄງການອາຫານໂລກ ປະຈໍາອັຟການິສຖານ ບອກກັບ VOA ວ່າ “ການຂາດແຄນເງິນທຶນ ແລະການເພີ້ມຂຶ້ນຢ່າງໄວວາຂອງລາຄາສິນຄ້າ ໝາຍຄວາມວ່າ ໂຄງການອາຫານໂລກຖືກບັງຄັບໃຫ້ຕ້ອງໄດ້ຕັດສິນໃຈຫຼຸດການດໍາເນີນງານຫຼາຍໆຢ່າງຕັ້ງແຕ່ຕົ້ນປີ ໃຫ້ໜ້ອຍລົງມາທີ່ສຸດ ຕັ້ງແຕ່ເດືອນມິຖຸນາ ຫາເດືອນສິງຫາ, ໂດຍມຸ້ງເນັ້ນໃສ່ການຊ່ວຍເຫຼືອຊົ່ວຄາວໃຫ້ແກ່ປະຊາຊົນຈໍານວນ 10 ລ້ານຄົນ ທີ່ກໍາລັງປະເຊີນກັບໄພຄຸກຄາມຕໍ່ຊີວິດແລະຄວາມຕ້ອງການການຊ່ວຍເຫຼືອແບບຮີບດ່ວນທີ່ສຸດ.”

ແຟ້ມຮູບ-ປະຊາຊົນພາກັນຢືນລໍຖ້າຮັບການແຈກຢາຍເຂົ້າຈີ່ຟຣີ ເຊິ່ງເປັນສ່ວນນຶ່ງຂອງການໂຄສານາກ່ຽວກັບ ຊ່ວຍປະຊາຊົນຊາວອັຟການິສຖານຈາກຄວາມອຶດຢາກ ຢູ່ຕໍ່ໜ້າຮ້ານເຂົ້າຈີ່ໃນນະຄອນຫຼວງກາບູລ, ເມື່ອວັນທີ 18 ມັງກອນ 2022.
ແຟ້ມຮູບ-ປະຊາຊົນພາກັນຢືນລໍຖ້າຮັບການແຈກຢາຍເຂົ້າຈີ່ຟຣີ ເຊິ່ງເປັນສ່ວນນຶ່ງຂອງການໂຄສານາກ່ຽວກັບ ຊ່ວຍປະຊາຊົນຊາວອັຟການິສຖານຈາກຄວາມອຶດຢາກ ຢູ່ຕໍ່ໜ້າຮ້ານເຂົ້າຈີ່ໃນນະຄອນຫຼວງກາບູລ, ເມື່ອວັນທີ 18 ມັງກອນ 2022.

ປະຊາຊົນຊາວອັຟການິສຖານເກືອບ 19 ລ້ານຄົນ ເຊິ່ງມີຈໍານວນຫຼາຍກວ່າເຄິ່ງນຶ່ງຂອງຈໍານວນປະຊາກອນຊາວອັຟການິສຖານ ທີ່ໄດ້ຄິດໄລ່ມາ ແມ່ນກໍາລັງປະເຊີນກັບຄວາມອຶດຫິວຂັ້ນຮຸນແຮງ, ອີງຕາມການກ່າວ ຂອງອົງ​ການບັນເທົາທຸກຕ່າງໆ.

ມີຄວາມຕ້ອງການເງິນທຶນຢ່າງໄວວາເພື່ອຈັດຫາແລະເກັບສະ​ສົມສະບຽງບັນເທົາທຸກຕ່າງໆ ເຊິ່ງເປັນສ່ວນນຶ່ງຂອງປະເທດທີ່ບໍ່ມີທາງອອກສູ່ທະເລ ເນື່ອງຈາກບໍ່ສາມາດເຂົ້າເຖິງໄດ້ ໃນຊ່ວງລະດູໜາວ.

ທ່ານຄຣັອຟ ກ່າວວ່າ “ຖ້າພວກເຮົາຫາກບໍ່ປະສົບຜົນສໍາເລັດໃນການຈັດຫາເງິນທຶນ ແລະຈັດກຽມອາຫານໄວ້ກ່ອນທີ່ລະດູໜາວ ຈະເລີ້ມຕົ້ນຂຶ້ນໃນເດືອນຕຸລານີ້, ປະຊາຊົນຈໍານວນຫຼາຍກໍຈະອຶດຢາກ.”

ແຟ້ມຮູບ-ປະຊາຊົນຊາວອັຟການິສຖານ ພາກັນແບກກະເປົາເຂົ້າ, ເຊິ່ງເປັນສ່ວນນຶ່ງຂອງການຊ່ວຍເຫຼືອດ້ານມະນຸດສະທໍາ ທີ່ສົ່ງໃຫ້ປະເທດອັຟການິສຖານ ໂດຍຈີນ, ຢູ່ທີ່ສູນກາງການແຈກຢາຍໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ເມື່ອວັນທີ 7 ເມສາ 2022.

ເພື່ອປ້ອງກັນບໍ່ໃຫ້​ປະ​ສົບກັບຄວາມອຶດຫິວ ແລະການເສຍຊີວິດຢູ່ໃນປະເທດດັ່ງ​ກ່າວ, ອົງການສະຫະປະຊາຊາດໄດ້ຮ້ອງຂໍການບໍລິຈາກໃນຈໍານວນເງິນ 4 ຕື້ 400 ລ້ານໂດລາ ເມື່ອຕົ້ນປີນີ້. ຈົນເຖິງວັນທີ 28 ກໍລະກົດ, ເງິນທຶນທີ່ໄດ້ຮັບການສະໜັບສະໜຸນ ແມ່ນໜ້ອຍກວ່າ 45 ເປີເຊັນ ຂອງຈໍານວນທີ່ຮ້ອງຂໍ.

ສະຫະລັດ ເຊິ່ງເປັນປະເທດທີ່ບໍລິຈາກຫຼາຍທີ່ສຸດໃຫ້ແກ່ປະເທດອັຟການິສຖານ, ​ໂດຍໃຫ້ຄໍາໝັ້ນທີ່ຈະໃຫ້ເງິນປະມານ 460 ລ້ານໂດລາຕາມການຮ້ອງຂໍ, ຮອງລົງມາແມ່ນສະຫະລາດຊະອານາຈັກອັງກິດ ໃນຈໍານວນ 408 ລ້ານໂດລາ, ແລະທະນາຄານພັດທະນາເອເຊຍ ຫຼື ADB ໃນຈໍານວນ 380 ລ້ານໂດລາ ຕາມລໍາດັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG