ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອັ​ຟ​ກາ​ນິ​ສ​ຖານ ກຽມ​ຈັດການ​ເລືອກ​ຕັ້ງຂຶ້ນ ທ້າມ​ກາງຄວາມ​ຢ້ານ​ກົວ​ວ່າ ຈະ​ມີ​ການ​ໂຈມ​ຕີ ການ​ສໍ້ໂກງ ແລະ​ຄວາມ​ວຸ້ນ​ວາຍ​


ຮູບປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣັ​ຟ ກາ​ນີ, ຜູ້ສະ​ໝັກ​ໃຫ້​ຖືກ​ເລືອກ​ຕັ້ງ​ຄືນອີກ ຕິດ​ຢູ່​ກະ​ດານ​ຂ່າວໃຫຍ່ ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ ແຫ່ງນຶ່ງ​ໃນ​ນະ​ຄອນ​ກາ​ບູ​ລ ໃນ​ວັນ​ທີ 25 ກັນ​ຍາ, 2019
ຮູບປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣັ​ຟ ກາ​ນີ, ຜູ້ສະ​ໝັກ​ໃຫ້​ຖືກ​ເລືອກ​ຕັ້ງ​ຄືນອີກ ຕິດ​ຢູ່​ກະ​ດານ​ຂ່າວໃຫຍ່ ໃນ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ ແຫ່ງນຶ່ງ​ໃນ​ນະ​ຄອນ​ກາ​ບູ​ລ ໃນ​ວັນ​ທີ 25 ກັນ​ຍາ, 2019

ທ້າມ​ກາງ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ການກໍ່​ຄວາມ​ຮຸນ​ແຮງ, ການ​ສໍ້ໂກງ, ແລະ​ຄວາມ​ໂກ​ລະ​ຫົນ​ວຸ້ນ​ວາຍ​ທີ່​ອາດ​ເກີດ​ຂຶ້ນ ​ຫລັງຈາກ​ມີ​ການ​ເລືອກ​ຕັ້ງນັ້ນ ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງພາ​ກັນ​ສະ​ຫລຸບ​ການ​ໂຄ​ສະ​ນາ​ຫາ​ສຽງທີ່​ດຳ​ເນີນ​ໄປເປັນ​ເວ​ລາ​ 60 ວັນຂອງ​ພວກ​ເພິ່ນ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານໃນ​ວັນ​ພຸດ​ວານນີ້, ສອງວັນ​ກ່ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງເອົາ​ປະ​ທາ​ນາ​ທິ​ບໍ​ດີຈະ​ຈັດ​ຂຶ້ນຕາມ​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ.

ພວກ​ຝ່າຍ​ຄ້ານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ສ​ຣັ​ຟ ກາ​ນີ (Ashraf Ghani) ທີ່​ລົງ​ສະ​ໝັກ ​ໃຫ້​ໄດ້​ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ 2 ນັ້ນ​ ໄດ້​ກ່າວ​ຫາທ່ານ​ວ່າ ໃຊ້​ຊັບ​ສິນ​ຂອງ​ລັດ​ ຢູ່​ຕະ​ຫລອດ​ໄລ​ຍະ​ທີ່​ທຳການ​ໂຄ​ສະ​ນາ​ຫາ​ສຽງນັ້ນ.

ທ່ານ ອັບ​ດຸ​ລ​ລາ ອັບ​ດຸ​ລ​ລາ (Abdullah Abdullah), ຊຶ່ງ​ເປັນ​ຜູ້​ນຶ່ງທີ່ນອນ​ຢູ່​ໃນ​ຈຳ​ນວນຜູ້ສະ​ໝັກ​ເລືອກ​ຕັ້ງທີ່​ມີ​ຄະ​ແນນ​ນຳ​ໜ້າໝູ່ ທີ່​ຢູ່​ໃນ​ການຕົກ​ລົງໃຫ້​ກຳ​ອຳ​ນາດ​ຮ່ວ​ມກັນ​ ກັບທ່ານ​ການີຄື​ກັນ​ມາ​ໄດ້ 5 ປີ ແລ້ວນັ້ນ ເວົ້າ​ວ່າ​ທ່ານ​ກາ​ນີ ກຳ​ລັງ​ເສຍ​ໄຊ​ໄປ ແລະ​ພະ​ຍາ​ຍາມ​ທີ່​ຈະ​ “ໃຫ້ໄດ້​ໄຊ​ຊະ​ນະໂດຍ​ການ​ສໍ້ໂ​ກງ, ແຕ່​ວ່າ​ ພວກ​ເຮົາຈະ​ບໍ່​ປ່ອຍ​ໃຫ້​ເພິ່ນເຮັດ​ແນວ​ນັ້ນ​ໄດ້."

ທ່ານ ກູ​ລ​ບັດ​ດິນ ເຮັກ​ແມັດ​ຢາ (Gulbuddin Hekmatyar) ທີ່​ເປັນ​ຜູ້​ສະ​ໝັກ ຄົນ​ນຶ່ງ ແລະ​ເປັນ​ອະ​ດີດຂຸນ​ເສິກ​ທີ່​ຍອມຮັບ​ເອົາ​ຂໍ້​ຕົກ​ລົງ​ທີ່​ທ່ານ​ກາ​ນີສະ​ເໜີ​ໃຫ້ ໄດ້​ເຕືອນ​ວ່າ ຈະ​ມີ​ຜົນ​ຕາມ​ມາ​ອັນ​ອ້າຍ​ແຮງ​ຖ້າ​ຫາກ​ການ​ເລືອກ​ຕັ້ງ​ບໍ່​ເປັນ​ໄປ​ຢ່າງ​ເສ​ລີ ແລະ​ຍຸ​ຕິ​ທຳ.

ທ່ານ​ກ່າວ​ຢູ່​ໃນ​ຄຳ​ສຳ​ພາດ​ກັບ​ອົງ​ການ​ຂ່າວເອ​ພີ​ວ່າ "ສະ​ຖາ​ນະ​ການ​ຈະ​ກັບ​ກາຍ​ ຮ້າຍ​ແຮງ​ຂຶ້ນເກີນ​ຄວາມ​ສາ​ມາດ​ຂອງ​ທຸກ​ຄົນ​ທີ່​ຈະ​ຄວບ​ຄຸມ​ໄດ້, ແລະ​ແມ່ນແຕ່​ລັດ​ຖະ​ບານກັບ​ກຳ​ລັງ​ຂອງ​ຕ່າງ​ຊາດ​ກໍ​ຈະ​ບໍ່​ສາ​ມາດ​ຍຸ​ຕິ​ມັນ​ໄດ້.”

ໃນ​ການ​ກ່າວ​ຕໍ່​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ຢູ່​ໃນ​ນະ​ຄອນ​ຫລວງ​ກາ​ບູ​ລນັ້ນ ທ່ານ ເຮັກ​ແມັດ​ຢາ (Hekmatyar) ໄດ້​ເຕືອນ​ວ່າ ການ​ກ່າວ​ຫາ​ວ່າ​ມີ​ການ​ສໍ້​ໂກງສາ​ມາດ​ນຳ​ໄປ​ສູ່​ການກໍ່​ຄວາມ​ຮຸນ​ແຮງກໍ​ເປັນ​ໄດ້.

ທ່ານ​ກ່າວ​ວ່າ: "ຈົ່ງ​ຢ່າ​ເຮັດ​ໃຫ້​ພວກ​ເຮົາ​ກິນ​ແໜງທີ່​ໄດ້​ກັບ​ຄືນ​ມາ. ຈົ່ງ​ຢ່າ​ເຮັດ​ໃຫ້​ພວກ​ເຮົາ​ກິນ​ແໜງທີ່ໄດ້​ຮ່ວມ​ເຂົ້າ​ຂັ້ນ​ຕອນການເລືອກ​ຕັ້ງ, ​ຢ່າ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ໄດ້ໃຊ້​ວິ​ທີ​ການ​ອື່ນ. ພວກ​ເຮົາ​ສາ​ມາດ​ເຮັດ​ແນວນັ້ນ​ໄດ້ ແລະ​ພວກ​ເຮົາ​ເຄີຍ​ມີ​ປະ​ສົບ​ການແລ້ວ​ວ່າ ພວກ​ເຮົາ​ສາ​ມາດ​ເຮັດແນວນັ້ນ​ໄດ້.

ທ່ານ​ຍັງ​ໄດ້​ເຕືອນ​ຄູ່​ຮ່ວມ​ປະ​ຕິ​ບັດ​ງານຕ່າງ​ປະ​ເທດຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​ອີກວ່າ ​ບໍ່​ໃຫ້​ພະ​ຍາ​ຍາມ​ຈັດ​ການ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ.

ພ​າຍ​ຫລັງ​ທີ່​ມີ​ການ​ກ່າວ​ຫາ​ຢ່າງກວ້າງ​ຂວາງ​ວ່າການ​ສໍ້​ໂກງ​ຢ່າງໃຫຍ່ໄດ້ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ ​ຢູ່ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີປີ 2014, ສະ​ຫະ​ລັດ​ກໍ​ໄດ້​ຍື່ນ​ມືເຂົ້າ​ໄປ​ແຊກ​ແຊງ. ໃນ​ຕອນນັ້ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານ ຈອນ ແຄ​ຣີ ໄດ້​ຊ່ວຍໄກ່​ເກ່ຍ​ໃຫ້​ມີ​ການ​ຕົກ​ລົງ​ກັນ ​ລະ​ຫວ່າງ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ທີ່​ນຳ​ໜ້າ​ສອງ​ທ່ານ. ທ່ານ​ກາ​ນີ (Ghani) ກາຍ​ເປັນປະ​ທາ​ນາ​ທິ​ບໍ​ດີ ແລະ​ທ່ານ​ອັບ​ດຸ​ລ​ລາ (Abdullah) ໄດ້​ຮັບ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ບໍ​ລິ​ຫານ​ປະ​ເທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG