ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ປະນາມ ການໂຈມຕີ ກົງສຸນ ສຫລ ຢູ່ ອັຟການິສຖານ (ສະໄລດ໌)


ຄວັນພວມພຸ່ງຂຶ້ນ ຈາກບໍລິເວນໃກ້ໆກົງສຸນ ສຫລ ທີ່ເມືອງ Herat ຫຼັງຈາກມີການໂຈມຕີ ດ້ວຍລະເບີດລົດ (13 ກັນຍາ 2013)
ຄວັນພວມພຸ່ງຂຶ້ນ ຈາກບໍລິເວນໃກ້ໆກົງສຸນ ສຫລ ທີ່ເມືອງ Herat ຫຼັງຈາກມີການໂຈມຕີ ດ້ວຍລະເບີດລົດ (13 ກັນຍາ 2013)
ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ປະນາມ
ການໂຈມຕີສະຖານກົງສຸນສະຫະລັດ ຢູ່ເມືອງ Herat ໃນພາກ ຕາເວັນຕົກອັຟການິສຖານໂດຍພວກຫົວຮຸນແຮງທີ່ໄດ້ສັງຫານ
ທະຫານຍາມ ທີ່ເປັນຊາວອັຟການິສຖານ 3 ຄົນ ແລະນາຍພາ
ສາອີກຜູ້ນຶ່ງ. ນອກນັ້ນຍັງມີອີກ 20 ກວ່າຄົນໄດ້ຮັບບາດເຈັບໃນ
ການໂຈມຕີດັ່ງກ່າວ.

ສະພາຄວາມໝັ້ນຄົງໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງທີ່ນຳ
ອອກເຜີຍແຜ່ ໃນຕອນແລງຂອງວັນສຸກວານນີ້ວ່າ “ການກໍ່ການ
ຮ້າຍໃນທຸກຮູບແບບແລະການສະແດງອອກ ແມ່ນເປັນອາດຊະ
ຍາກຳແລະບໍ່ສາມາດທີ່ຈະສະແດງໃຫ້ເຫັນວ່າເປັນການກະທຳ ທີ່ຖືກຕ້ອງຫຼືສົມເຫດສົມຜົນໄດ້.”

ເຈົ້າໜ້າທີ່ເວົ້າວ່າ ພວກທາລີບານໄດ້ພົວພັນກັບການຍິງຕໍ່ສູ້ແລະການໂຈມຕີດ້ວຍລະເບີດ ສະຫຼະຊີບ ຢູ່ນອກກົງສຸນສະຫະລັດໃນຕອນເຊົ້າຂອງມື້ວັນສຸກວານນີ້. ກຳລັງຮັກສາຄວາມ ສະຫງົບຂອງນາໆຊາດ ໄດ້ຍິງຕອບໂຕ້ ແລະເຈົ້າໜ້າທີ່ກ່າວວ່າ ພວກຫົວຮຸນແຮງທັງໝົດ ຊຶ່ງບາງຄົນໃສ່ເສື້ອໃຫຍ່ບັນຈຸລະເບີດ ໄດ້ຖືກສັງຫານ ໃນການຍິງຕໍ່ສູ້ກັນ.

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວວ່າ ການກໍ່ການຮ້າຍໃດໆກໍຕາມບໍ່ສາມາດທີ່ ຈະຕ່າວປີ້ນເສັ້ນທາງໄປສູ່ສັນຕິພາບພາຍໃຕ້ການນຳພາຂອງຊາວອັຟການິສຖານ ປະຊາ ທິປະໄຕແລະສະຖຽນລະພາບ ຢູ່ໃນອັຟການິສຖານໄດ້.

ການໂຈມຕີຂອງພວກຫົວຮຸນແຮງ ໄດ້ເພີ້ມທະວີຂຶ້ນ ໃນໄລຍະສອງສາມອາທິດຜ່ານມາ
ໃນຂະນະທີ່ກອງກຳລັງຂອງນາໆຊາດພາຍໃຕ້ການນຳພາຂອງສະຫະລັດພວມຫຼຸດການ ມີໜ້າ ຢູ່ໃນອັຟການິສຖານລົງ ກ່ອນການຖອນກຳລັງທັງໝົດ ອອກຈາກປະເທດດັ່ງກ່າວ ພາຍໃນທ້າຍປີໜ້າ.

ທ່ານນາງ Marie Harf ໂຄສົກຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ບໍ່ມີຄົນ ອາເມຣິກັນບາດເຈັບລົ້ມຕາຍ ແຕ່ປະການໃດ ໃນການໂຈມຕີກົງສຸນສະຫະລັດເທື່ອນີ້.

XS
SM
MD
LG