ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແມ່ຍິງອັຟການິສຖານ ມຸ້ງໝັ້ນທີ່ຈະປົກປ້ອງສິດທິຂອງພວກເຂົາໄວ້ ທີ່ຕໍ່ສູ້ຊະນະມາໄດ້ ຢ່າງຍາກລຳບາກ


ພວກນັກລົບກຸ່ມຕາລີບານຕິດອາວຸດ ທີ່ເຫັນຢູ່ໃນແຂວງຮາຣັດ ຂອງອັຟການິສຖານ, ວັນທີ 27 ພຶດສະພາ 2016.
ພວກນັກລົບກຸ່ມຕາລີບານຕິດອາວຸດ ທີ່ເຫັນຢູ່ໃນແຂວງຮາຣັດ ຂອງອັຟການິສຖານ, ວັນທີ 27 ພຶດສະພາ 2016.

ບັນດາຜູ້ນຳເພື່ອສິດທິແມ່ຍິງໃນອັຟການິສຖານ ແລະບັນດານັກເຄື່ອນໄຫວເພື່ອສິດທິມະນຸດ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບສິ່ງໄດ້ຮັບມາຈາກການຕໍ່ສູ້ທີ່ຍາກລຳບາກມາຍາວນານເຖິງ 20 ປີນັ້ນ ແມ່ນຢູ່ພາຍໃຕ້ໄພຂົ່ມຂູ່ຈາກກຸ່ມຕາລີບານ ທີ່ເປັນໄປໄດ້ສູງວ່າ ຈະຟື້ນຕົວຄືນມາ ເມື່ອທະຫານຂອງສະຫະລັດແລະພັນທະມິດ ຖອນອອກໄປຈາກປະເທດໃນທ້າຍປີນີ້. ຊິນດີເຊນ ນັກຂ່າວອະວຸໂສດ້ານການທູດຂອງວີໂອເອ ມີລາຍງານກ່ຽວກັບຄວາມມຸ້ງໝັ້ນຂອງຫຼາຍໆຄົນທີ່ຈະປົກປ້ອງສິດທິທັງຫຼາຍເຫຼົ່ານັ້ນໄວ້ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂດຍທີ່ກຳລັງທະຫານສະຫະລັດແລະພັນທະມິດ ມີກຳນົດຈະຖອນອອກໄປຈາກ ອັຟການິສຖານ ພາຍໃນວັນທີ 11 ກັນຍາ ຈະມາເຖິງນີ້ ຄວາມກັງວົນໃຈພາຍໃນກຸ່ມພວກແມ່ຍິງແລະເດັກຍິງແມ່ນສູງ ຊຶ່ງພວກເຂົາຢ້ານວ່າ ສິດຂັ້ນພື້ນຖານທີ່ ໄດ້ຊະນະມາຢ່າງຍາກລຳບາດນັ້ນ ຈະສູນເສຍໄປ.

ທ່ານນາງໂຊເຮວລາ ເອີຣຟານີ ປະຊາຊົນໃນເມືອງເຮີຣາຕ ກ່າວໃນພາສາດາຣີ ວ່າ “ຄວາມເປັນຫ່ວງທີ່ ຂ້າພະເຈົ້າມີ ກ່ຽວກັບອະນາຄົດຂອງອັຟການິສຖານ ກໍແມ່ນວ່າ ແທ້ຈິງແລ້ວ ມັນເປັນໄປບໍ່ໄດ້ສຳລັບພວກແມ່ຍິງທີ່ຈະກັບຄືນໄປເມື່ອ 20 ປີກ່ອນ. ຖ້າກຸ່ມຕາລີບານ ຢາກເປັນພາກສ່ວນນຶ່ງໃນອະນາຄົດຂອງອັຟການິສຖານ, ພວກເຂົາຄວນເຂົ້າມາມີສ່ວນຮ່ວມໃນກອງປະຊຸມເຫຼົ່ານີ້ແລະໃຫ້ປະນີປະນອມກັນ.”

ເຖິງແມ່ນວ່າໃນປັດຈຸບັນນີ້ ສິດໃນການໄປເຂົ້າໂຮງຮຽນ ຢ່າງນ້ອຍສຸດມະຫາວິທະຍາໄລ ບໍ່ເປັນສາກົນເລີຍສຳລັບພວກຍິງສາວແລະແມ່ຍິງໃນທົ່ວອັຟການິສຖານ ໂດຍສະເພາະຢູ່ໃນພື້ນທີ່ຄວບຄຸມໂດຍກຸ່ມຕາລີບານ.

ພວກແມ່ຍິງສ່ວນນ້ອຍໄດ້ມີສ່ວນຮ່ວມໃນຂະບວນການສັນຕິພາບຂອງອັຟການິສຖານກັບກຸ່ມຕາລີບານ ແຕ່ບັນດາຜູ້ນຳທີ່ເປັນແມ່ຍິງ ພວມຮຽກຮ້ອງໃຫ້ພວກເຂົາມີບົດບາດຫຼາຍຂຶ້ນກວ່າເກົ່າ.

ທ່ານນາງໂຮສນາ ຈາລີລ ຮອງລັດຖະມົນຕີຮັບຜິດຊອບກິດຈະການຂອງແມ່ຍິງ ກ່າວວ່າ ທ່ານນາງຈະຄັດຄ້ານຕໍ່ຄວາມພະຍາຍາມໃດໆທີ່ຈະຫລຸດຜ່ອນສິດທິຂອງພວກແມ່ຍິງ.

ທ່ານນາງໂຮສນາ ຈາລີລ ກ່າວເປັນພາສາດາຣີວ່າ “ດ້ວຍການພັດທະນາດ້ານການເມືອງທີ່ບອບບາງໃນປະເທດນັ້ນ ຂ້າພະເຈົ້າສາມາດເວົ້າໄດ້ວ່າ ເປັນໄປໄດ້ສູງທີ່ຈະມີການຕໍ່ຕ້ານພາຍໃນພວກແມ່ຍິງ. ນອກຈາກວ່າ ຈະບໍ່ມີການປ່ຽນແປງພາຍໃນກະຊວງຂອງແມ່ຍິງ ແລະພວກເຮົາຈະສືບຕໍ່ຄັດຄ້ານ ຈົນກວ່່ານາທີສຸດທ້າຍຂອງສະຖານະການໃດໆທີ່ບໍ່ທຸ່ນທ່ຽງ.”

ທ່ານນາງຟາທີມາ ຈີລານີ ເປັນສະມາຊິກຂອງຄະນະເຈລະຈາຂອງລັດຖະບານ ອັຟການິສຖານ ໃນການເຈລະຈາສັນຕິພາບ.

ທ່ານນາງຟາທີມາ ຈີລານີ ກ່າວເປັນພາສາດາຣີ ວ່າ “ດຽວນີ້ ພວກເຮົາ ປະຊາ ຊົນຂອງອັຟການິສຖານ ຕ້ອງສາມັກຄີກັນ. ສ້າງຄວາມກ້າວໜ້າໄປສູ່ສັນຕິພາບໃຫ້ດີ. ອັນນີ້ ບໍ່ແມ່ນຄວາມຮັບຜິດຊອບຂອງພຽງແຕ່ຄະນະຜູ້ແທນສາທາລະນະລັດອິສລາມຂອງອັຟການິສຖານເທົ່ານັ້ນ ແຕ່ຍັງເປັນຄວາມຮັບຜິດຊອບຂອງຊາວອັຟການິສຖານ ຮວມທັງກຸ່ມຕາລີບານ ແລະພວກເຮົາ ໝົດທຸກຄົນ.”

ບັນດານັກເຄື່ອນໄຫວເພື່ອສິດທິມະນຸດ ເຫັນດີວ່າ ລະດັບຄວາມກັງວົນໃຈແມ່ນສູງໂດຍທີ່ພວກແມ່ຍິງຈະຖືກຕົກເປັນເປົ້າໝາຍໃນການໂຈມຕີຮ້າຍແຮງຕະຫຼອດໄລຍະຫົກເດືອນ. ທ່ານນາງ ປາທຣິດເຊຍ ໂກສແມນ ຂອງອົງການ Human Rights Watch ກ່າວວ່າ ສະຫະລັດ ແລະບັນດາປະເທດອືື່ນໆ ຍັງມີອໍານາດ ຕໍ່ລອງຢູ່ ດ້ວຍການໃຫ້ທຶນຊ່ອຍເຫຼືອ.

ທ່ານນາງ ໂກສແມນ ເວົ້າວ່າ “ປະເທດອັຟການິສຖານໃນເວລານີ້ ທັງໝົດ ຫຼື ເກືອບທັງໝົດ ກາງຕໍ່ຕ່າງປະເທດໃນດ້ານທຶນຮອນ ແລະທຶນທັງຫຼາຍອັນນັ້ນ ໂດຍສ່ວນໃຫຍ່ແລ້ວ ມາຈາກສະຫະລັດ ດັ່ງນັ້ນ ອັນນີ້ໝາຍຄວາມວ່າ ການຈ່າຍເງິນເດືອນແລະຄວາມຕ້ອງການໃດໆຂອງລັດຖະບານ ສຳລັບຫຼາຍໆໂຄງ ການທີ່ດຳເນີນການຢູ່ ສຳລັບໂຮງຮຽນ ສຳລັບທຸກສິ່ງທຸກຢ່າງ.”

ບັນດານັກຊ່ຽວຊານອື່ນໆ ເຫັນດີນຳ ແລະຮຽກຮ້ອງຕໍ່ປະຊາຄົມນານາຊາດເພື່ອເຮັດໃຫ້ເປັນທີ່ຈະແຈ້ງຕໍ່ກຸ່ມຕາລີບານ ວ່າ ສິດຂອງພວກແມ່ຍິງແມ່ນບໍ່ສາມາດເຈລະຈາໄດ້.

ທ່ານແດນນີລ ບອລສັນ ຈາກອົງການນີລະໂທດກຳສາກົນຂອງສະຫະລັດກ່າວຜ່ານທາງສໄກ້ປ໌ ວ່າ “ມັນຈະສູນເສຍໂອກາດສຳລັບປະຊາຄົມນານາຊາດທີ່ຈະກ່າວຕໍ່ກຸ່ມຕາລີບານວ່າ ຕາບໃດທີ່ເຈົ້າປະຕິບັດຕາມພັນທະດ້ານຄວາມປອດໄພຈຳນວນນຶ່ງທີ່ພວກເຮົາມີຢູ່ແລ້ວ ເຊັ່ນວ່າ ບໍ່ສະໜອງສະຖານທີ່ຫລົບລີ້ໃຫ້ແກ່ພວກກໍ່ການຮ້າຍຕ່າງປະເທດ ສິ່ງຕ່າງໆໃນລັກສະນະແບບນັ້ນ ພວກເຮົາແມ່ນບໍ່ມີຂໍ້ຄັດຂ້ອງ. ແລະພວກເຮົາກໍບໍ່ມີຄວາມຄາດໝາຍອື່ນຈາກເຈົ້າ.”

ບັນດານັກຊ່ຽວຊານດ້ານສິດທິມະນຸດ ເຫັນດີວ່າ ການມີສ່ວນຮ່ວມ ໃນຂະບວນການສັນຕິພາບຂອງອັຟການິຖານຂອງພວກແມ່ຍິງຫຼາຍຂຶ້ນ ກໍຈະໝາຍຄວາມວ່າ ຈະມີຄວາມປອດໄພທີ່ຫຼາຍຂຶ້ນກວ່າເກົ່າສຳລັບປະເທດທີ່ເບື່ອໜ່າຍກັບສົງຄາມນີ້.

ເບິ່ງວີດີໂອລາຍງານນີ້ ເປັນພາສາອັງກິດ

XS
SM
MD
LG