ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຮອງເຈົ້າແຂວງ ການ​ດາ​ຮາ ໃນອັຟການິສຖານ ຖືກຍິງຕາຍ ທີ່ ມະຫາວິທະຍາໄລ


ແຜນທີ່ແຂວງ Kandahar ອັຟການິສຖານ
ແຜນທີ່ແຂວງ Kandahar ອັຟການິສຖານ

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ຮອງ​ເຈົ້າ​ແຂວງ
​ແຂວງ Kandahar ​ໃນ​ພາກ​ໃຕ້ ​ໄດ້​ຖື​ກຍິງ​ຕາຍທີ່​ມະຫາວິ
ທະຍາ​ໄລ​ແຫ່ງ​ນຶ່ງ​ບ່ອນ​ທີ່​ທ່ານ​ໄດ້​ເຂົ້າ​ຮຽນ​ຢູ່​ໃນ​ຫ້ອງ​ນຶ່ງ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ Abdul Qadeem Patyall ​
ໄດ້​ເສຍຊີວິດ​ໃນ​ວັນ​ອາທິດ​ວານ​ນີ້ ຫຼັງ​ຈາກ​ມື​ປືນ​ຄົນ​ນຶ່ງ​ເປີດ
​ສາກ​ຍິງ​ປືນ​ໃສ່​ທ່ານ​ຜ່ານ​ປ່ອງຢ້ຽມຫ້ອງ​ຮຽນ​ເຂົ້າ​ໄປ ທີ່​ມະຫາ
ວິທະຍາ​ໄລ Kandahar ນັ້ນ.

ອົງການ​ຂ່າວ AP ກ່າວ​ວ່າ ທ່ານ Patyall ກຳລັງ​ຮຽນ​ເປັນ
​ນາຍ​ຄູ.

ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ ​ເຖິງ​ຢ່າງ​ໃດ​ກໍ​ດີ ກຸ່ມ​ຕາ​ລີ​ບັນ ​ໄດ້​ເພີ່ມ​ການ​ໂຈມ​ຕີ​ຂອງ​ພວກ​ເຂົາ​ຂຶ້ນ​ໃສ່​ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ​ກຳລັງ​ຮັກສາ​ຄວາ​ມປອດ​ໄພ ​ໃນ​ຂະນະ​ທີ່​ພວກ​ທະຫານ​ແນວ​ໂຮມ​ສ່ວນ​ຫລາຍ​ກຳລັງ​ກະກຽມ​ເພື່ອ​ຖອນ​ອອກ​ຈາກ​ອັຟກາ​ນິສຖານ​ໃຫ້​ໝົດ​ໄປ​ພາຍ​ໃນ​ທ້າຍ​ປີ​ນີ້.

XS
SM
MD
LG