ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງ ໃນອັຟການິສຖານ ຍັງຄົງດໍາເນີນຕໍ່ໄປ ເພື່ອຕໍ່ຕ້ານ ການໂຈມຕີໂຮງຮຽນ ​ທີ່​ເຮັດ​ໃຫ້ 53 ຄົນ​ເສຍ​ຊີ​ວິດ

ຍິງສາວອາຍຸ 19 ປີຄົນນຶ່ງ ນັ່ງ ແລ້ວຮ້ອງໄຫ້ ຢູ່ແປ້ນມ້າທີ່ນາງນັ່ງຢູ່ ໃນມື້ທີ່ການລະເບີດສະຫຼະຊີບ ຢູ່ທີ່ສູນກາງການສຶກສາ ຮາຊາຣາ, ໃນວັນທີ 1 ຕຸລາ 2022.
ຍິງສາວອາຍຸ 19 ປີຄົນນຶ່ງ ນັ່ງ ແລ້ວຮ້ອງໄຫ້ ຢູ່ແປ້ນມ້າທີ່ນາງນັ່ງຢູ່ ໃນມື້ທີ່ການລະເບີດສະຫຼະຊີບ ຢູ່ທີ່ສູນກາງການສຶກສາ ຮາຊາຣາ, ໃນວັນທີ 1 ຕຸລາ 2022.

ນັກຮຽນຍິງໃນປະເທດອັຟການິສຖານ ພາກັນອອກໄປຢູ່ຖະໜົນເປັນມື້ທີສາມ​ລຽນ​ຕິດ ໃນວັນຈັນວານນີ້ ເພື່ອປະທ້ວງຂໍຄວາມເປັນທໍາ ໃຫ້ກັບຜູ້ເຄາະຮ້າຍຈາກເຫດລະເບີດສະ​ຫຼະ​ຊີບ ຢູ່ທີ່ສູນກາງການສຶກສາ ໃນນະຄອນຫຼວງກາບູລ, ເຊິ່ງໃນຂະນະນີ້ ຈໍານວນຜູ້ເສຍຊີວິດ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ອົງ​ການ​ໃຫ້​ຄວາມຊ່ວຍເຫຼືອ ຂອງສະປະຊາຊາດ ຢູ່ໃນອັຟການິສຖານ ຫຼື UNAMA ເປີດເຜີຍວ່າ ຄວາມແຮງຂອງລະເບີດໃນວັນສຸກທີ່ຜ່ານມາ ໄດ້ສັງຫານຢ່າງນ້ອຍ 53 ຄົນ, ລວມທັງເດັກຍິງ ແລະແມ່ຍິງ 46 ຄົນ, ແລະຜູ້ບາດເຈັບອີກຫຼາຍກວ່າ 110 ຄົນ.

“ແມ່ຍິງ ແລະເດັກນ້ອຍ ແມ່ນຜູ້ເຄາະຮ້າຍທີ່ເປັນເປົ້າໝາຍຫຼັກ. ຈໍານວນຜູ້ເສຍຊີວິດ ແລະບາດເຈັບ ມີທ່າອ່ຽງເພີ້ມຂຶ້ນ,” ອົງການ​ UNAMA ໄດ້ຂຽນ​ລົງ​ໃນທວິດເຕີ້ ມື້ວັນຈັນວານນີ້. “ທີມສິດທິມະນຸດຂອງພວກເຮົາ ຍັງຄົງດໍາເນີນການບັນທຶກລາຍລະອຽດ ກ່ຽວກັບການກໍ່ອາຊະຍາກໍາທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ລວມມີການກວດກາຄວາມເປັນຈິງ ແລະການສ້າງຕັ້ງຂໍ້ມູນທີ່ໜ້າເຊື່ອຖືໄດ້ ເພື່ອຕໍ່ຕ້ານການປະຕິເສດ ແລະການແກ້ໄຂໃໝ່.”

ແມ່ຍິງຄົນນຶ່ງຊ້ອນຢູ່ທ້າຍລົດຈັດ ເພື່ອຊອກຫາຍາດພີ່ນ້ອງຂອງລາວໃນໂຮງໝໍນະຄອນຫຼວງກາບູລ ເມື່ອວັນທີ 30 ກັນຍາ 2022, ລຸນຫຼັງມີເຫດການການລະເບີດ ຢູ່ທີ່ສູນກາງການຮຽນຮູ້ ໃນຂົງເຂດ ດັດທ໌-ອີ-ບາຊີ ບໍລິເວນນະຄອນຫຼວງຂອງປະເທດອັຟການິສຖານ.

ການໂຈມຕີດັ່ງກ່າວ ແມ່ນມີເປົ້າໝາຍໃສ່ສູນກາງການກວດວິຊາຢູ່ຂົງເຂດ ດັດທ໌-ອີ-ບາຊີ (Dasht-e-Barchi), ໂດຍຕັ້ງຢູ່ທາງທິດຕາເວັນຕົກ ຂອງນະຄອນຫຼວງກາບູລ ທີ່ເປັນບ່ອນຢູ່ອາໄສຂອງຊຸມຊົນຮາຊາຣາ ທີ່​ນັບ​ຖື​ສາສະ​ໜາ​ອິ​ສ​ລາມ​ນິ​ກາຍ​ຊີ​ໄອ​ທ໌ ເຊິ່ງເປັນຊົນກຸ່ມນ້ອຍໃນອັຟການິສຖານ.

ຜູ້ລອດຊີວິດເລົ່າໃຫ້ຟັງວ່າ ມີເດັກນ້ອຍ ຊາຍ ແລະຍິງລວມທັງໝົດ 400 ຄົນ, ໄດ້ຖືກແບ່ງແຍກຈາກກັນດ້ວຍຜ້າກັ້ງ ຕາມຄໍາສັງຂອງກຸ່ມຕາລິບານ, ມີການສອບເສັງເຂົ້າມະຫາວິທະຍາໄລແບບຫຼອກລວງ ໃນເວລາທີ່ມືລະເບີດ ໄດ້ບີບຄະນວນລະເບີດຂຶ້ນຢູ່ໃນພາກສ່ວນຂອງເດັກນ້ອຍຍິງ.

ລັດຖະບານອິສລາມຂອງກຸ່ມຕາລິບານ ໄດ້ຖືກຕ້ອງຕິຢ່າງຮຸນແຮງ ເນື່ອງຈາກມີຄວາມລົ້ມແຫຼວໃນການຈັດຕັ້ງຄວາມໝັ້ນຄົງ ກ່ຽວກັບສິ່ງທີ່ກຸ່ມ​ປົກ​ປ້ອງສິດທິມະ ນຸດມອງວ່າ ເປັນການກໍ່ກວນຊົນກຸ່ມນ້ອຍຂອງອັຟການິສຖານຫຼາຍທີ່ສຸດ. ການລະເມີດສິດທິດັ່ງກ່າວ ໄດ້ຊຸກຍູ້ເຮັດໃຫ້ເກີດຄວາມຮຸນແຮງຂຶ້ນທັງພາຍໃນ ແລະຕ່າງປະເທດ, ເຊິ່ງເປັນແຮງຜັກດັນເຮັດໃຫ້ນັກຮຽນຍິງທັງຫຼາຍໃນຫຼາຍໂຕເມືອງພາກັນຈັດການປະທ້ວງ.

ເຄື່ອງຂອງຕ່າງໆຂອງ ອືມ ອາລ-ບານິນ, ຜູ້ທີ່ຖືກສັງຫານໃນເຫດການການລະເບີດສະຫຼະຊີບ ຢູ່ໃນສູນກາງການກວດວິຊາ ໃນຂົງເຂດ ດັດທ໌-ອີ-ບາຊີ ທາງພາກຕາເວັນຕົກຂອງນະຄອນຫຼວງກາບູລ, ວັນທີ 2 ຕຸລາ 2022.
ເຄື່ອງຂອງຕ່າງໆຂອງ ອືມ ອາລ-ບານິນ, ຜູ້ທີ່ຖືກສັງຫານໃນເຫດການການລະເບີດສະຫຼະຊີບ ຢູ່ໃນສູນກາງການກວດວິຊາ ໃນຂົງເຂດ ດັດທ໌-ອີ-ບາຊີ ທາງພາກຕາເວັນຕົກຂອງນະຄອນຫຼວງກາບູລ, ວັນທີ 2 ຕຸລາ 2022.

ໃນວັນຈັນວານນີ້, ນັກສຶກສາມະຫາວິທະຍາໄລຫຼາຍສິບຄົນ ໄດ້ພາກັນອອກມາເດີນ​ຂະ​ບວນຜ່ານຖະໜົນຂອງເມືອງ ມາຊາ-ອີ-ຊາຣີຟ (Mazar-e-Sharif), ເຊິ່ງເປັນເມືອງຫຼວງຂອງແຂວງບາລຄ໌ (Balkh) ທີ່ຕັ້ງຢູ່ທາງທິດເໜືອຂອງປະເທດ, ໂດຍຮຽກຮ້ອງ​ຂໍຄວາມຍຸຕິທໍາໃຫ້ກັບຜູ້ເຄາະຮ້າຍຈໍານວນຫຼາຍ.

ກອງກໍາລັງຄວາມໝັ້ນຄົງຂອງກຸ່ມຕາລີບານ ໄດ້ຖືກກ່າວຫາວ່າຂັງກຸ່ມນັກສຶກສາຍິງໄວ້ຢູ່ໃນຫໍພັກຂອງພວກເຂົ້າເຈົ້າ ເພື່ອປ້ອງກັນພວກເຂົາເຈົ້າບໍ່ໃຫ້ເຂົ້າຮ່ວມໃນການໂຮມຊຸມນຸມ, ອີງຕາມວີດີໂອຕ່າງໆຂອງສື່ສັງຄົມ. VOA ບໍ່ສາມາດກວດກາເບິ່ງຄວາມຈິງ ກ່ຽວກັບພາບວີດີໂອທີ່ເປີດເຜີຍໃຫ້ເຫັນເດັກນ້ອຍຍິງຄົນນຶ່ງກໍາລັງພະຍາຍາມທັບມ້າງ ລັອກຂອງປະຕູທີ່ປິດກັ້ນ ດ້ວຍກ້ອນຫິນ ແຕ່ບໍ່ປະສົບຜົນສໍາເລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG