ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ອັຟການິສຖານ ໂຈມຕີ ການປະກາດບຸກໂຈມຕີ ຂອງກຸ່ມຕາລີບານ


ໃນພາບຖ່າຍວັນພຸດ ທີ 28 ກຸມພາ 2018,ເຮົາເຫັນປະທາ
ນາທິບໍດີ ອາຊຣັຟ ການີ ຂອງອັຟການິສຖານ, ກາງ, ກ່າວ
ຖະແຫລງ ຕໍ່ປະຊຸມ ຂະບວນການ ກາບູນ ຄັ້ງທີ 2 ຢູ່ທີ່ວັງປະທານາທິບໍດີ ໃນນະຄອນຫຼວງການບູລ.
ໃນພາບຖ່າຍວັນພຸດ ທີ 28 ກຸມພາ 2018,ເຮົາເຫັນປະທາ ນາທິບໍດີ ອາຊຣັຟ ການີ ຂອງອັຟການິສຖານ, ກາງ, ກ່າວ ຖະແຫລງ ຕໍ່ປະຊຸມ ຂະບວນການ ກາບູນ ຄັ້ງທີ 2 ຢູ່ທີ່ວັງປະທານາທິບໍດີ ໃນນະຄອນຫຼວງການບູລ.

ປະທານາທິບໍດີ ອາຊຣັຟ ການີ້ ຂອງອັຟການິສຖານ ໄດ້ທຳລາຍ ກຸ່ມ
ຕາລີບານ ສຳລັບ ການບຸກຄືບໜ້າ ດ້ວຍອັນທີ່ເອີ້ນວ່າ ການບຸກໂຈມຕີ
ປະຈຳປີໃນລະດູບານໃໝ່ ຂອງເຂົານັ້ນ ເຖິງແມ່ນວ່າ ການສະເໜີຂອງ
ທ່ານ ທີ່ “ເອື້ອເຟື້ອເພື່ອແພ່ທີ່ສຸດ” ສຳລັບການເຈລະຈາສັນຕິພາບ
ໄດ້ມີໄປແລ້ວກໍຕາມ.

ກຸ່ມຕາລີບານ ເມື່ອວັນພຸດຜ່ານມາ ໄດ້ເປີດສາກປະຕິບັດການໂຈມຕີ
ດ້ານທະຫານຄັ້ງໃໝ່ຂອງຕົນ ໂດຍຕັ້ງຊື່ລະຫັດວ່າ “ອາລ ຄານດັກ” ທີ່
ໝາຍຄວາມວ່າ ຂຸມຮ່ອງເລີກ.

ແຜນທີ່ເຂດແຂວງ ແຮລແມນດ໌ ຂອງອັຟການິສຖານ
ແຜນທີ່ເຂດແຂວງ ແຮລແມນດ໌ ຂອງອັຟການິສຖານ

ການປະຕິບັດດັ່ງກ່າວ ນັບແຕ່ນັ້ນມາ ໄດ້ນຳໄປສູ່ ການຈູ່ໂຈມແບບ
ກອງໂຈນ ທີ່ປະສານງານກັນ ຫຼາຍໆຄັ້ງ ແລະ ການວາງລະເບີດຫຼາຍຄັ້ງ
ຕໍ່ ກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ.

ໃນວັນເສົາວານນີ້ ກຸ່ມຕາລີບານ ສາມາດເຂົ້າຍຶດໄດ້ ໃຈກາງເມືອງ ຢູ່ໃນ
ແຂວງຄຸນດູສ ທາງພາກເໜືອ ທີ່ມີບັນຫາຫຍຸ້ງຍາກ ບ່ອນມີການໂຈມຕີ
ຂອງພວກກະບົດຂະໜາດໃຫຍ່ ເມື່ອສອງວັນກ່ອນນັ້ນ ໄດ້ສັງຫານ
ທະຫານ ອັຟການິສຖານ 14 ຄົນ.

ອີກເຫດການຕ່າງຫາກ ມືລະເບີດສະຫລະຊີບ ຕາລີບານຄົນນຶ່ງ ໄດ້ບີບ
ຂະນວນ ຂອງຜູ້ກ່ຽວ ໃຫ້ລະເບີດທີ່ບັນນຈຸຢູ່ ໃນລົດຄັນນຶ່ງແຕກຂຶ້ນ
ທີ່ຈອດໄວ້ຢູ່ໃກ້ໆກັບຖານທັບກອງທັບບົກ ອັຟການິສຖານ ຢູ່ໃນພາກ
ໃຕ້ຂອງແຂວງ ແຮລມັນ ເມື່ອຕອນເຊົ້າວັນເສົາວານນີ້ ເຊິ່ງໄດ້ສັງຫານ
ຢ່າງໜ້ອຍ 6 ຄົນ ແລະ ອີກຫຼາຍຄົນ ບາດເຈັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG