ພວກສະມາຊິກສະພານິຕິບັນຍັດຂອງອັຟການິສຖານປະຕິເສດ
ບໍ່ຮັບເອົາພວກທີ່ຖືກສະເໜີແຕ່ງຕັ້ງໃຫ້ເຂົ້າດຳລົງຕຳແໜ່ງຕ່າງໆ
ສ່ວນຫຼາຍ ໃນຄະນະລັດຖະບານໃໝ່ຂອງປະທານາທິບໍດີ Asraf
Ghani ນັ້ນ.
ໃນການລົງມະຕິກັນໃນວັນພຸດວານນີ້ ສະພາຕໍ່າ ໄດ້ປະຕິເສດຕໍ່
ພວກທີ່ຖືກສະເໜີແຕ່ງຕັ້ງ 10 ທ່ານໃນຈຳນວນທັງໝົດ 19 ທ່ານ
ທີ່ຖືກຄັດເລືອກມາໃຫ້ດຳລົງຕຳແໜ່ງໃນກະຊວງຕ່າງໆນັ້ນ. ໃນ
ບັນດາບຸກຄົນທີ່ຖືກປະຕິເສດນີ້ ກໍມີຮວມທັງທ່ານ Sher Moham
mad Karimi ທີ່ປະທານາທິບໍດີເລືອກມາເປັນລັດຖະມົນຕີປ້ອງ
ກັນປະເທດ ຊຶ່ງເວລານີ້ຜູ້ກ່ຽວເປັນຜູ້ບັນຊາການກອງທັບອັຟກາ
ນິສຖານນັ້ນ.
ພວກທີ່ໄດ້ຮັບການເຫັນດີຈາກສະພາ ແມ່ນຮວມທັງນາຍພົນ Noor-ul-Haq ໃຫ້ເປັນລັດ
ຖະມົນຕີກະຊວງພາຍໃນ ທ່ານSalahuddin Rabbaniເປັນລັດຖະມົນຕີກະຊວງການ
ຕ່າງປະເທດ ແລະອະດີດເອກອັກຄະລັດຖະທູດອັຟການິສຖານປະຈຳສະຫະລັດ ທ່ານ Eklil Hakimi ເປັນລັດຖະມົນຕີກະຊວງການເງິນ.
ນອກນັ້ນພວກສະມາຊິກສະພານິຕິບັນຍັດ ຍັງໄດ້ລົງມະຕິເຫັນດີ ໃຫ້ ທ່ານ Ramatullah Nabi ເປັນຜູ້ອຳນວຍການກົມສືບຂ່າວລັບເຊັ່ນກັນ.
ທ່ານ Daoud Sultanzoy ທີ່ປຶກສາຂອງປະທານາທິບໍດີ Ghani ກ່າວວ່າ ການທີ່ໄດ້ຮັບ
ຈຳນວນລັດຖະມົນຕີທີ່ຖືກເລືອກມາຕໍ່າ ນີ້ແມ່ນສືບເນື່ອງມາຈາກການຫຼິ້ນການເມືອງໃນ
ລັດຖະສະພານັ້ນ.
ທ່ານ Javid Faisal ຮອງໂຄສົກປະຈຳຫົວໜ້າບໍລິຫານ ທ່ານ Ab-dullah Abdullah ໄດ້ສະແດງຄວາມຜິດຫວັງອອກມາ ໂດຍກ່າວວ່າ ທັງທ່ານ Abdullah ແລະທ່ານ Ghani ໄດ້ດຳເນີນງານຢ່າງໜັກເພື່ອຄັດເລືອກເອົາພວກທີ່ຖືກສະເໜີແຕ່ງຕັ້ງ ທີ່ມີຄວາມສາມາດເຫຼົ່ານີ້.
ທ່ານ Faisal ກ່າວວ່າ “ລັດຖະສະພາບໍ່ໄດ້ໃຫ້ການຊ່ອຍເຫຼືອໃນການດຳເນີນຂັ້ນຕອນນີ້. ລັດຖະສະພາບໍ່ໄດ້ເອົາໃຈໃສ່ ນຳຄວາມຄາດຫວັງຂອງປະເທດຊາດ
ແຕ່ພວກເຮົາໃນຖານະລັດຖະບານ ເຄົາລົບນັບຖື ການຕັດສິນໃຈຂອງພວກສະມາຊິກສະພານັ້ນ.”
ມີຜູ້ຄົນຈຳນວນນຶ່ງ ທີ່ຖອນໂຕອອກຈາກການຮັບພິຈາລະນາເປັນຜູ້ທີ່ຖືກສະເໜີແຕ່ງ
ຕັ້ງນີ້ ຍ້ອນບັນຫາຂັດແຍ້ງຕ່າງໆກ່ຽວກັບການເປັນພົນລະເມືອງສອງປະເທດ ຫຼືບໍ່ກໍມີລະດັບການສຶກສາພຽງພໍທີ່ຈຳເປັນນັ້ນ.
ການເຄື່ອນໄຫວໃນວັນພຸດວານນີ້ ຂອງພວກສະມາຊິກສະພານິຕິບັນຍັດ ໄດ້ມີຂຶ້ນໃນເວ
ລາເກືອບ 4 ເດືອນ ຫຼັງຈາກທ່ານ Ghani ແລະຄູ່ແຂ່ງຂັນໃນການເລືອກຕັ້ງ ທີ່ຫັນມາເປັນຫົວໜ້າບໍລິຫານປະເທດນັ້ນໄດ້ເຂົ້າຮັບຕຳແໜ່ງ.
Afghan lawmakers have rejected the majority of President Ashraf Ghani's nominees for the new Cabinet.
In a vote Wednesday, the lower house of parliament rejected 10 of Mr. Ghani's 19 selections for ministerial jobs.Among them was his choice for defense minister, Sher Mohammad Karimi, who currently serves as chief of the Afghan army.
Those who won approval include General Noor-ul-Haq Ulomi as interior minister, Salahuddin Rabbani as foreign minister and the former Afghan ambassador to the United States, Eklil Hakimi, as finance minister.
Lawmakers also voted in favor of Rahmatullah Nabil to serve as director of the intelligence services.
Daoud Sultanzoy, advisor to President Ghani, said the low number of ministers elected was the result of political maneuvering in parliament.
Javid Faisal, the deputy spokesman for chief executive Abdullah Abdullah, expressed disappointment, saying both Mr.Abdullah and Mr. Ghani worked hard to put forward competent candidates.
"The parliament didn't contribute to this process," said Faisal. "The parliament didn't pay attention to the expectations of the nation, but still we, as the government respect their decision."
A number of individuals pulled out as nominees because of disputes over dual citizenship or not meeting the minimum education requirements.
Wednesday's action by lawmakers came nearly four months after Mr. Ghani and his election rival-turned-chief executive took office.