ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນັກເຄື່ອນໄຫວ ຮຽກຮ້ອງຕໍ່ທ່ານບລິງເກັນ ເພື່ອທວງໃຫ້ ມີຄວາມຮັບຜິດຊອບ ສຳລັບການ​ກໍ່ຄວາມໂຫດຮ້າຍ ໃນເອທິໂອເປຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂຕນີ ບລິງເກັນ ເດີນທາງຮອດສະໜາມບິນສາກົນ ໂບເລ ໃນນະຄອນຫຼວງອາດິສອາບາບາ ຂອງເອທິໂອເປຍ, ວັນທີ 14 ມີນາ 2023, ເພື່ອການຢ້ຽມຢາມຢ່າງເປັນທາງການ.
ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂຕນີ ບລິງເກັນ ເດີນທາງຮອດສະໜາມບິນສາກົນ ໂບເລ ໃນນະຄອນຫຼວງອາດິສອາບາບາ ຂອງເອທິໂອເປຍ, ວັນທີ 14 ມີນາ 2023, ເພື່ອການຢ້ຽມຢາມຢ່າງເປັນທາງການ.

ບ່ອນຢຸດແວ່ແຫ່ງທຳອິດ ໃນການເດີນທາງຢ້ຽມຢາມສອງປະເທດໃນເຂດອາຟຣິກາ ຂອງລັດຖະມົນຕີການຕ່າງປະເທດ ສະຫະລັດ ແອນໂຕນີ ບລິງເກັນ ແມ່ນ ອາດິສອາບາບາ ນະຄອນຫຼວງຂອງເອທິໂອເປຍ.

ການເດີນທາງຄັ້ງນີ້ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງສະຫະລັດ ທີ່ຈະພົວ ພັນຢ່າງເລິກເຊິ່ງກັບປະເທດໃນທະວີບດັ່ງກ່າວ. ສາຍສຳພັນ ລະຫວ່າງສະຫະ ລັດ ແລະເອທິໂອເປຍ ໄດ້ປະສົບກັບຄວາມເຄັ່ງຕຶງໃນສອງປີຜ່ານມາ ຍ້ອນສົງ ຄາມກາງເມືອງທີ່ໂຫດຮ້າຍ ເຮັດໃຫ້ພົນລະເຮືອນປະມານ 500,000 ຄົນເສຍຊີວິດ ເນື່ອງຈາກຄວາມຮຸນແຮງ ຄວາມອຶດຢາກ ແລະການຂາດແຄນໃນດ້ານການເບິ່ງແຍງທາງການແພດ. ແລະອີກຫຼາຍພັນຄົນ ໄດ້ຖືກພັດພາກຈາກຖິ່ນຖານ.

ທ່ານບລິງເກັນ ມີກຳນົດຈະພົບປະກັບນາຍົກລັດຖະມົນຕີ ຂອງເອທິໂອເປຍ ທ່ານອາບີ ອາເມດ ໃນວັນພຸດມື້ນີ້. ທ່ານຍັງຄາດໝາຍວ່າ ຈະພົບປະກັບບັນ ດາເຈົ້າໜ້າທີ່ຂອງທິເກຣ ນຳດ້ວຍ.

ການເດີນທາງຂອງທ່ານ ຈະເພັ່ງເລັງໃສ່ເລື້ອງການຈັດຕັ້ງປະຕິບັດຂໍ້ຕົກລົງສັນຕິພາບ ທີ່ໄດ້ຖືກໄກ່ເກ່ຍເມື່ອເດືອນພະຈິກທີ່ຜ່ານມາ ທີ່ໄດ້ຍຸຕິການສູ້ລົບກັນ ໃນຂົງເຂດທິເກຣ ທາງພາກເໜືອຂອງປະເທດ.

In his first stop on a two-country visit to Africa, U.S. Secretary of State Antony Blinken is in Ethiopia's capital, Addis Ababa.

The trip is part of an effort to deepen U.S. engagement with the continent. U.S.-Ethiopia relations have been strained in the past two years due to a brutal civil war that left an estimated 500,000 civilians dead due to violence, starvation and lack of medical attention. Thousands more were displaced.

Blinken is scheduled to meet with Ethiopian Prime Minister Abiy Ahmed on Wednesday. He is also expected to meet with Tigrayan officials.

His trip will focus on the implementation of a peace deal brokered last November that ended hostilities in the country's northern Tigray region.

XS
SM
MD
LG