ພາຍຫຼັງຈາກການປະກາດຂອງອະດີດປະທານາທິບໍດີດໍໂນລ ທຣຳ ທີ່ວ່າ ທ່ານ ລົງແຂ່ງຂັນເອົາຕຳແໜ່ງໃນທຳນຽບຂາວ ປີ 2024 ເຮັດໃຫ້ບັນດາກຸ່ມສະໜັບສະໜຸນທີ່ອ່ຽງຊ້າຍ ກຳລັງປຸກລະດົມເພື່ອກີດກັນການເປັນຜູ້ສະໝັກຂອງທ່ານ ພາຍໃຕ້ ຂໍ້ກຳນົດຂອງລັດຖະທຳມະນູນ ທີ່ບໍ່ຄ່ອຍຮູ້ຈັກກັນ ທີ່ອີງຕາມບົດບາດຂອງທ່ານທຣຳ ໃນການໂຈມຕີຫໍລັດຖະສະພາ ສະຫະລັດ ຫຼື US Capitol ໃນວັນທີ 6 ເດືອນມັງກອນ.
ຂໍ້ກຳນົດດັ່ງກ່າວ ວັກທີ 3 ຂອງບົດແກ້ລັດຖະທຳມະນູນສະຫະລັດ ຂໍ້ທີ 14 ກ່າວວ່າ “ບໍ່ມີຜູ້ໃດ” ຄວນດຳລົງຕຳແໜ່ງໃດໆ ໃນລັດຖະບານກາງ ຫຼື ໃນລັດ ຜູ້ທີ່ກ່ອນໜ້ານີ້ ໄດ້ສາບານໂຕ “ທີ່ຈະສະໜັບສະໜຸນລັດຖະທຳມະນູນ” ແລະ ຕໍ່ຈາກນັ້ນ “ໄດ້ມີສ່ວນພົວພັນໃນການກໍໍ່ກະບົດດ້ວຍຄວາມຮຸນແຮງ ຫຼື ການຕໍ່ ຕ້ານຂັດຂວາງອຳນາດການປົກຄອງ” ຫຼື “ໃຫ້ການຊ່ອຍເຫຼືອ ຫຼື ໃຫ້ກຳລັງໃຈແກ່ພວກສັດຕູ” ຂອງສະຫະລັດ.
ຊຶ່ງເປັນທີ່ຮູ້ຈັກກັນດີ ໃນ “ມາດຕາການຕັດສິດ” ມັນໄດ້ຖືກຮັບຮອງເອົາ ຫຼັງຈາກສົງຄາມກາງເມືອງຂອງອາເມຣິກາ ໃນລະຫວ່າງປີ 1861 ຫາ 1865 ເພື່ອສະກັດກັ້ນບັນດາສະມາຊິກຂອງສະຫະພັນລັດພາກໃຕ້ ຫຼື Confederacy ໃຫ້ເຂົ້າຮັບຕຳແໜ່ງ ໃນຊ່ວງໄລຍະຫຼັງສົງຄາມ.
ມາດຕາດັ່ງກ່າວ ບໍ່ໄດ້ຖືກນຳໃຊ້ເລີຍ ຫຼັງຈາກທີ່ລັດຖະສະພາ ໄດ້ຮັບຜ່ານກົດໝາຍໃຫ້ນິລະໂທດກຳ ໃນປີ 1872 ໂດຍຍົກເລີກບົດລົງໂທດໃນການຕັດສິດຕໍ່ພວກອະດີດສະມາຊິກສະຫະພັນລັດດັ່ງກ່າວ ໂດຍສ່ວນຫຼາຍ.
ແຕ່ທ່າມກາງຂອງການບຸກໂຈມຕີທີ່ຮ້າຍແຮງຕໍ່ລັດຖະສະພາ ໂດຍພວກທີ່ສະໜັບສະໜຸນທ່ານທຣຳ ອົງການສະໜັບສະໜຸນຕ່າງໆ ແລະນັກວິຊາການດ້ານລັດຖະທຳມະນູນ ບາງສ່ວນກ່າວວ່າ ມາດຕາດັ່ງກ່າວໄດ້ມີຄວາມໝາຍທີ່ກ່ຽວຂ້ອງໃໝ່.
“ຂ້າພະເຈົ້າບໍ່ແນ່ໃຈວ່າ ພວກທີ່ຂຽນ ບົດແກ້ລັດຖະທຳມະນູນຂໍ້ທີ 14 ສາມາດມີວິໄສທັດ ສິ່ງທີ່ເປັນການກໍ່ກະບົດດ້ວຍຄວາມຮຸນແຮງຄັ້ງໜ້າ ທີ່ອາດຈະເປັນແນວໃດ ແຕ່ໃນການຈັດແຈງເປັນວັກທີ 3 ຂອງບົດແກ້ໄຂລັດຖະທຳມະນູນຂໍ້ທີ 14 ນັ້ນ ພວກເຂົາເຈົ້າໄດ້ໃຫ້ລັດຖະສະພາ ແລະມະຫາຊົນຂອງອາເມຣິກາເຄື່ອງມືຕ່າງໆ ເພື່ອຕັດສິດພວກເຈົ້າໜ້າທີ່ລັດ ຜູ້ທີ່ມີສ່ວນຮ່ວມໃນການກໍ່ກະບົດດ້ວຍຄວາມຮຸນແຮງ ໂດຍການຮັບຜ່ານບົດແກ້ໄຂດັດແປງນັ້ນ” ທ່ານດໍໂນລ ເຊີແມນ ຫົວໜ້າທີ່ປຶກສາປະຈຳອົງການພົນລະເມືອງເພື່ອຄວາມຮັບຜິດຊອບ ແລະຈັນຍາບັນ ໃນວໍຊິງຕັນ ຫຼື CREW ຊຶ່ງເປັນອົງການສິ້ງຊອມລັດຖະບານ ທີ່ໄດ້ກ່າວໃນລະຫວ່າງການສົນທະນາ ຢູ່ໃນພື້ນທີ່ຂອງທວີດເຕີ ຫຼື Twitter Space ໃນອາທິດແລ້ວ.
ທ່ານເຊີແມນ ໄດ້ກ່າວວ່າ CREW ກຳລັງກຽມພ້ອມທີ່ຈະ “ເອົາມາດຕະການທາງດ້ານກົດໝາຍ ແລະການສະໜັບສະໜຸນ” ເພື່ອຮັບປະກັນວ່າ ທ່ານທຣຳ ຖືກຕັດສິດ ພາຍໃຕ້ວັກທີ 3 ນັ້ນ.