ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ຄາດວ່າ ເສດຖະກິດ ລາວ ຈະຂະຫຍາຍຕົວ 6.6 ເປິເຊັນ ແລະ ຈະປະເຊີນກັບບັນຫາເງິນເຟີ້ ເພີ່ມຂຶ້ນ


ເງິນກີບ.
ເງິນກີບ.

ທະນາຄານພັດທະນາ ເອເຊຍ (ADB) ຄາດວ່າ ເສດຖະກິດລາວຈະຂະຫຍາຍຕົວ
ໃນອັດຕາສະເລ່ຍ 6.6 ເປິເຊັນທັງຍັງຈະຕ້ອງປະເຊີນກັບບັນຫາເງິນເຟີ້ທີ່ຈະເພີ່ມຂຶ້ນ
ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 3 ເປີເຊັນໃນປີ 2018 ນີ້.

ທ່ານ ຢາຊຸຊິ ເນກິຊິ ຜູ້ອຳນວຍການທະນາຄານພັດທະນາເອເຊຍ (ADB) ສຳນັກງານ
ປະຈຳລາວ ໃຫ້ການຢືນຢັນວ່າ ຄະນະຊ່ຽວຊານຂອງ ADB ໄດ້ປັບການຄາດໝາຍ
ການເຕີບໂຕທາງເສດຖະກິດຂອງ ລາວ ໃນປີ 2018 ນີ້ຈາກທຳອິດທີ່ອັດຕາສະເລ່ຍ 7
ເປີເຊັນ ລົງມາເປັນ 6.6 ເປີເຊັນເພາະຜົນກະທົບຈາກໄພນໍ້າຖ້ວມທັງໃຫຍ່ໄດ້ເຮັດໃຫ້
ການຜະລິດດ້ານກະສິກຳໄດ້ຕໍ່າກວ່າແຜນການທີ່ວາງໄວ້ ແລະ ຄາດວ່າການຜະລິດໃນ
ພາກກະສິກຳຈະຂະຫຍາຍຕົວເພີ່ມຂຶ້ນພຽງ 2 ເປີເຊັນເທົ່ານັ້ນ ທຽບໃສ່ປີ 2017 ໃນ
ຂະນະທີ່ຜົນຜະລິດດ້ານແຮ່ທາດຈະຫຼຸດລົງ 2 ເປີເຊັນເປັນຢ່າງນ້ອຍທັງຍັງຈະປະເຊີນ
ກັບບັນຫາເງິນເຟີ້ທີ່ຈະເພີ່ມຂຶ້ນລະຫວ່າງ 3 ຫາ 5 ເປີເຊັນຈາກການປັບຂຶ້ນລາຄາສິນຄ້າ
ທີ່ນຳເຂົ້າຈາກຕ່າງປະເທດ ຊຶ່ງລັດຖະບານ ລາວ ກໍບໍ່ສາມາດຄວບຄຸມລາຄາສິນຄ້າໄດ້
ຢ່າງມີປະສິດທິພາບດ້ວຍນັ້ນ.

ກ່ອນໜ້ານີ້ ADB ຍັງຄາດໝາຍດ້ວຍວ່າ ພາກບໍລິການຈະຂະຫຍາຍຕົວເພີ່ມຂຶ້ນໃນອັດ
ຕາສະເລ່ຍ 9 ເປີເຊັນ ສ່ວນພາກອຸດສາຫະກຳ-ຫັດຖະກຳ ແລະ ພາກະສິກຳປ່າໄມ້ນັ້ນ
ກໍຈະຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 8 ເປີເຊັນ ແລະ 2.8 ເປີເຊັນຕາມລຳດັບ
ຫາກແຕ່ດ້ວຍການປັບການຄາດໝາຍຄັ້ງໃໝ່ນີ້ກໍໄດ້ເຮັດໃຫ້ຕ້ອງປັບຫຼຸດການຄາດ
ໝາຍການຂະຫຍາຍຕົວໃນພາກອຸດສາຫະກຳລົງມາທີ່ອັດຕາສະເລ່ຍ 6 ເປີເຊັນ ຊຶ່ງກໍ
ເຊັ່ນດຽວກັນກັບພາກບໍລິການ ແລະ ພາກກະສິກຳທີ່ປັບຫຼຸດລົງເປັນ 7 ເປີເຊັນ ແລະ 2
ເປີເຊັນຕາມລຳດັບ.

ທັງນີ້ລັດຖະບານ ລາວ ເຄີຍວາງຄາດໝາຍການຂະຫຍາຍຕົວທາງເສດຖະກິດໄວ້ທີ່
ລະດັບ 7 ເປີເຊັນຊຶ່ງເທົ່າກັບຄາດໝາຍຂອງ ADB ກ່ອນໜ້ານີ້ ໂດຍການຂະຫຍາຍ
ຕົວໃນລະດັບ 7 ເປີເຊັນດັ່ງກ່າວຈະເຮັດໃຫ້ມູນຄ່າທາງເສດຖະກິດພາກບໍລິການກວມ
ເອົາ 41.68 ເປີເຊັນຂອງ GDP, ສ່ວນໃນພາກອຸດສາຫະກຳ, ພາກກະສິກຳ ແລະ ພາ
ສີຂາອອກ-ຂາເຂົ້າ ກໍຈະກວມເອົາ 30.79 ເປີເຊັນ, 15.73 ເປີເຊັນ ແລະ 11.8 ເປີເຊັນ
ຕາມລຳດັບ ແຕ່ວ່າການທີ່ຈະຈັດຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງ
ນັ້ນກໍເປັນໄປບໍ່ໄດ້ແລ້ວ ຊຶ່ງກໍເປັນເພາະຜົນກະທົບຈາກໄພນໍ້າຖ້ວມຄັ້ງໃຫຍ່ໃນທົ່ວປະ
ເທດລາວນັ້ນເອງ.

ສະພາບການດັ່ງກ່າວຍັງຈະສົ່ງຜົນກະທົບຕໍ່ແຜນການດ້ານງົບປະມານລາຍຮັບ ແລະ
ລາຍຈ່າຍຂອງລັດຖະບານລາວ ໃນປີ 2018 ຢ່າງຫຼີກລ່ຽງບໍ່ໄດ້ດ້ວຍເຊັ່ນກັນ, ທັງນີ້ກອງ
ທຶນການເງິນສາກົນ (IMF) ລະບຸວ່າລັດຖະບານລາວຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ບໍ່
ໜ້ອຍກວ່າ 25,452 ຕື້ກີບ ຄິດເປັນ 17.2 ເປີເຊັນຂອງ GDP ທັງຍັງຈະຕ້ອງຄຸມລາຍ
ຈ່າຍໃຫ້ບໍ່ເກີນ 32,809 ຕື້ກີບ ຄິດເປັນ 21.94 ເປີເຊັນຂອງ GDP ຊຶ່ງເຮັດໃຫ້ຕ້ອງຈັດ
ຕັ້ງປະຕິບັດວິໄນການເງິນຢ່າງເຂັ້ມງວດ ແລະ ຈະຕ້ອງນຳໃຊ້ເທັກນິກທີ່ທັນສະໄໝເຂົ້າ
ໃນການຈັດເກັບລາຍຮັບພາສີອາກອນອີກດ້ວຍ.

ຫາກແຕ່ການຈັດຕັ້ງປະຕິບັດໃຫ້ໄດ້ຕາມເງື່ອນໄຂດັ່ງກ່າວຕາມການສະເໜີແນະຂອງ
IMF ນັ້ນກໍບໍ່ແມ່ນເລື່ອງງ່າຍ ເພາະວ່າການຈັດຕັ້ງປະຕິບັດນະໂຍບາຍການເງິນໃນບັນ
ດາໜ່ວຍງານຕ່າງໆຂອງລັດຖະບານ ລາວ ຍັງຂາດວິໄນທາງການເງິນ ແລະ ມີການໃຊ້
ຈ່າຍງົບປະມານທີ່ບໍ່ມີປະສິດທະພາບດ້ວຍ ດັ່ງທີ່ທ່ານ ສົມດີ ດວງດີ ຮອງນາຍົກລັດຖະ
ມົນຕີ ແລະ ລັດຖະມົນຕີວ່າການກະຊວງການເງິນຢືນຢັນວ່າ

“ການປະຕິບັດວິໄນການເງິນຂອງຂະແໜງການ ແລະ ທ້ອງຖິ່ນຍັງບໍ່ທັນເຂັ້ມງວດເທົ່າ
ທີ່ຄວນ ຊຶ່ງສະແດງອອກໃນການປະຕິບັດລາຍຈ່າຍບໍ່ຖືກຕ້ອງຕາມເປົ້າໝາຍ ບໍ່ຖືກ
ຕ້ອງຕາມສາລະບານງົບປະມານ ມີການຈ່າຍລ່ວງໜ້າ ແລະ ອື່ນໆ ການຄຸ້ມຄອງບັນ
ດາກອງທຶນຂອງລັດເຖິງແມ່ນວ່າໄດ້ອອກແຈ້ງການໃຫ້ບັນດາຫົວໜ່ວຍງົບປະມານທີ່
ມີກອງທຶນຂອງລັດນີ້ ລວມສູນເຂົ້າໃນລະບົບງົບປະມານ ເປີດບັນຊີຢູ່ຄັ້ງເງິນແຫ່ງ
ຊາດກໍຕາມ ແຕ່ຍັງບໍ່ທັນສາມາດສັງລວມເອົາເຂົ້າໃນລະບົບງົບປະມານໄດ້ທັງໝົດ
ການໃຊ້ຈ່າຍຂອງບັນດາກອງທຶນຕ່າງໆກໍບໍ່ທັນສັງລວມຢ່າງລວມສູນໄດ້.”

ທັງນີ້ລັດຖະບານລາວ ຕ້ອງຄວບຄຸມການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ
7,357 ຕື້ກີບ ຄິດເປັນ 4.92 ເປີເຊັນ ຂອງ GDP ໃນປີ 2018 ແຕ່ໃນແຜນການປີ
2017 ກໍປາກົດວ່າລັດຖະບານ ລາວ ຂາດດຸນງົບປະມານເຖິງ 8,019 ຕື້ກີບ ຄິດເປັນ
6.18 ເປີເຊັນຂອງ GDP ຊຶ່ງຍັງບໍ່ທັນລວມໜີ້ເງິນກູ້ໃນມູນຄ່າ 6,216 ຕື້ກີບທີ່ລັດຖະ
ບານລາວໄດ້ຊໍາລະຄືນໃນປີ 2017 ແຕ່ຢ່າງໃດດ້ວຍສະພາບການດັ່ງກ່າວ IMF ຄາດ
ວ່າລັດຖະບານ ລາວ ຈະຂາດດຸນທຶນໝຸນວຽນ 20 ເປີເຊັນຂອງ GDP ໃນປີ 2018 ນີ້.

XS
SM
MD
LG