ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານພັດທະນາເອເຊຍ ຫຼື ADB ປັບລົດຄາດໝາຍ ການຂະຫຍາຍຕົວ ທາງເສດຖະກິດຂອງລາວລົງ ໃນປີ 2021


ຮູບພາບ-ການຜະລິດສິນຄ້າປະເພດເຂົ້າ ພາຍໃນປະເທດໃຫ້ເປັນຜະລິດຕະພັນເພື່ອການສົ່ງອອກໄປຕ່າງປະເທດ.
ຮູບພາບ-ການຜະລິດສິນຄ້າປະເພດເຂົ້າ ພາຍໃນປະເທດໃຫ້ເປັນຜະລິດຕະພັນເພື່ອການສົ່ງອອກໄປຕ່າງປະເທດ.

ທະນາຄານພັດທະນາເອເຊຍ (ADB) ປັບລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດລາວ ລົງຈາກ 4 ເປີເຊັນ ເປັນ 2.3 ເປີເຊັນ ໃນປີ 2021 ເພາະການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ປະຊາຊົນລາວ ທີ່ບໍ່ທົ່ວເຖິງ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທະນາຄານພັດທະນາແຫ່ງເອເຊຍ (ADB) ໄດ້ປັບລົດຄາດໝາຍການຂະຫຍາຍຕົວທາງເສດຖະກິດຂອງລາວໃນປີ 2021 ຈາກຄາດໝາຍເດີມທີ່ອັດຕາສະເລ່ຍ 4 ເປີເຊັນ ລົງມາເປັນ 2.3 ເປີເຊັນ ເມື່ອທ້າຍເດືອນກັນຍາທີ່ຜ່ານມາ ດ້ວຍເຫດຜົນທີ່ວ່າ ການສະກັດກັ້ນແລະຄວບຄຸມການລະບາດຂອງໄວຣັສໂຄວິດ-19 ໃນລາວ ໄດ້ດໍາເນີນໄປຢ່າງຊັກຊ້າ ໂດຍສະເພາະກໍແມ່ນການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ກັບປະຊາຊົນລາວນັ້ນ ຍັງບໍ່ທົ່ວເຖິງແລະບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງເຮັດໃຫ້ໄວຣັສໂຄວິດ-19 ຍັງຄົງສືບຕໍ່ການລະບາດຢູ່ໃນລາວເລື້ອຍມາ ແລະກໍໄດ້ສົ່ງຜົນກະທົບຕໍ່ການຟື້ນຕົວທາງເສດຖະກິດລາວ ຢ່າງຫລີກລ້ຽງບໍ່ໄດ້ ໂດຍສະເພາະໃນພາກບໍລິການແລະທ່ອງທ່ຽວນັ້ນ ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດ ຍ້ອນວ່າການປິດຊາຍແດນໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງມາລາວ ນັບຈາກຕົ້ນປີ 2020 ເລື້ອຍມາຈົນເຖິງປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫລງວ່າ ແຜນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດລາວ ໃນໄລຍະ 5 ປີ ຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ວາງຄາດໝາຍການຂະ ຫຍາຍຕົວທາງເສດຖະກິດໄວ້ທີ່ອັດຕາສະເລ່ຍ 4 ເປີເຊັນ ອັນຈະເຮັດໃຫ້ GDP ມີມູນຄ່າລວມກວ່າ 1 ລ້ານຕື້ກີບທີ່ສະເລ່ຍເປັນລາຍຮັບຂອງປະຊາຊົນລາວ ໄດ້ທີ່ລະດັບ 2,887 ໂດລາຕໍ່ຄົນໃນປີ 2025 ໂດຍເຖິງແມ່ນວ່າ ການທີ່ຈະບັນລຸເປົ້າໝາຍໄດ້ຢ່າງແທ້ຈິງນັ້ນ ຈະບໍ່ແມ່ນເລື້ອງງ່າຍ ຫາກແຕ່ວ່າ ລັດຖະບານລາວ ກໍຈະດຳເນີນທຸກມາດຕະການເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ໂດຍຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກ ADB ແລະນາໆຊາດດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາ ຄວນມີມາດຕະການທີ່ດຸ່ນດ່ຽງ ລະຫວ່າງການສະກັດກັ້ນໂຄວິດ-19 ແລະການຜ່ອນຜັນ ເພື່ອໃຫ້ເສດຖະກິດສາມາດສືບຕໍ່ດຳເນີນໄປໄດ້ ພວກເຮົາຄວນເພີ້ມທະວີການຮ່ວມມື ຊ່ວຍເຫຼືອກຸ່ມຄົນທີ່ດ້ອຍໂອກາດ ເປັນຕົ້ນຜູ້ທຸກຍາກ ລວມທັງແຮງງານເຄື່ອນຍ້າຍທີ່ໄດ້ຮັບຜົນກະທົບຢ່າງໜັກ ຊຸກຍູ້ຮ່ວມມືກັນໃນການຄົ້ນຄວ້າແລະພັດທະນາເສດຖະກິດຈຸລະພາກ ແລະມະຫາພາກລະຫວ່າງປະເທດສະມາຊິກອະນຸພາກພື້ນແມ່ນ້ຳຂອງ ທະນາຄານພັດທະນາອາຊີ ແລະຄູ່ຮ່ວມພັດທະນາອື່ນໆ.”

ຫາກແຕ່ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຍັງເປັນສິ່ງທີ່ທ້າທາຍ ເພາະວ່າ ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ລັດຖະບານລາວ ຈະຕ້ອງປະເຊີນກັບບັນຫາໃນຫຼາຍດ້ານ ໂດຍສະເພາະບັນຫາຂາດດຸນງົບປະ ມານ ການຂາດດຸນການຄ້າຕ່າງປະເທດ ການສົ່ງເສີມການລົງທຶນ ຈາກຕ່າງ ປະເທດມີປະສິດທິພາບຕ່ຳແລະບັນຫາຫວ່າງງານທີ່ເພີ້ມສູງຂຶ້ນ ດັ່ງທີ່ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງແຜນການແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາໜີ້ສິນ ການຂາດດຸນງົບປະມານ ອັດຕາແລກປ່ຽນ ລາຄາສິນຄ້າສູງຂຶ້ນ ເປັນສິ່ງທ້າທາຍ ທີ່ພວກເຮົາ ຕ້ອງສືບຕໍ່ແກ້ໄຂໃຫ້ໄດ້ ການປັບປຸງຄວາມສະ ດວກໃນການດຳເນີນທຸລະກິດ ການລົງທຶນຍັງມີຄວາມຊັກຊ້າ ການຊຸກຍູ້ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າແລະເພີ້ມການສົ່ງອອກຍັງເຮັດບໍ່ທັນໄດ້ດີ ການສ້າງວຽກເຮັດງານທຳ ຍັງເປັນສິ່ງທ້າທາຍສຳຄັນໂດຍສະເພາະໃນໄລຍະມີການລະບາດຂອງໂຄວິດ-19 ເຮັດໃຫ້ມີການຫວ່າງງານສູງ ການຈັດເກັບລາຍຮັບເຂົ້າງົບປະມານຍັງບໍ່ທັນສົມຄູ່ກັບການເຕີບໂຕຂອງເສດຖະກິດຕົວຈິງ ຖ້າທຽບໃສ່ບັນດາປະເທດອ້ອມຂ້າງ ກໍເຫັນໄດ້ວ່າ ຍັງຕ່ຳ.”

ກ່ອນໜ້ານີ້ ທະນາຄານພັດທະນາແຫ່ງເອເຊຍ (ADB) ກໍໄດ້ສະເໜີລາຍງານເສດຖະກິດລາວ ໃນປີ 2020 ໂດຍໄດ້ປັບລົດໃຫ້ GDP ຕິດລົບເຖິງ 2.5 ເປີ ເຊັນ ທຽບໃສ່ປີ 2019 ຊຶ່ງຖືເປັນການຕິດລົບຄັ້ງທຳອິດໃນໄລຍະເວລາກວ່າ 30 ປີ ນັບຈາກປີ 1986 ເປັນຕົ້ນມາ ທັງນີ້ໂດຍມີສາເຫດທີ່ສໍາຄັນມາຈາກການລະບາດຂອງໄວຣັສໂຄວິດ-19 ໃນຕະຫຼອດປີ 2020 ຊຶ່ງລັດຖະບານລາວໄດ້ວາງຄາດໝາຍ GDP ຂະຫຍາຍຕົວທີ່ອັດຕາສະເລ່ຍ 6.5 ເປີເຊັນ ທີ່ມີມູນຄ່າລວມ 117,780 ຕື້ກີບ ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ໄດ້ທີ່ລະ ດັບ 2,733 ໂດລາຕໍ່ປີ ຫາກແຕ່ດ້ວຍການລະບາດໄວຣັສໂຄວິດ-19 ດັ່ງກ່າວ ຈຶ່ງເຮັດໃຫ້ບໍ່ສາມາດບັນລຸເປົ້າໝາຍໄດ້ຈິງ ເພາະວ່າການລະບາດໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດລາວເສຍຫາຍ 7,000 ຕື້ກີບ ຊຶ່ງກະທົບຕໍ່ໜ່ວຍທຸລະກິດທັງໝົດໃນລາວທີ່ມີຫຼາຍກວ່າ 129,690 ລາຍອີກດ້ວຍ.

XS
SM
MD
LG