ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ADB ໝັ້ນໃຈວ່າ ເສດຖະກິດ​ລາວ​ ຈະ​ຂະຫຍາຍຕົວ ເພີ້ມຂຶ້ນເປັນ 7.3 ເປີເຊັນ ໃນປີ 2016


ຄະນະຜູ້ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ໄດ້ຖະແຫລງ ຕໍ່ສື່ມວນຊົນໃນລາວ ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້ ໂດຍໄດ້ໃຫ້ ຄາດໝາຍ ການຂະຫຍາຍຕົວ ເສດຖະກິດຂອງລາວ ໃນຊ່ວງປີ 2015-2016.
ຄະນະຜູ້ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ໄດ້ຖະແຫລງ ຕໍ່ສື່ມວນຊົນໃນລາວ ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້ ໂດຍໄດ້ໃຫ້ ຄາດໝາຍ ການຂະຫຍາຍຕົວ ເສດຖະກິດຂອງລາວ ໃນຊ່ວງປີ 2015-2016.

ຄະນະ​ຜູ້​ຊ່ຽວ​ຊານ​ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ (ADB)
ຄາດ​ວ່າ​ເສດຖະກິດ​ຂອງ​ລາວ​ ຈະ​ຂະຫຍາຍຕົວເພີ້​ມຂຶ້ນ​ ໃນ​
ອັດຕາສະ​ເລ່ຍ 7 ​ເປີ​ເຊັນ ​ໃນ​ປີ 2015 ​ແລະ​ຈະ​ເພີ້​ມຂຶ້ນ​ເປັນ
7.3 ​ເປີ​ເຊັນ ​ໃນ​ປີ 2016 ຕາມ​ລຳດັບ.

ຄະນະຜູ້ຊ່ຽວຊານຂອງທະນາຄານພັດທະນາເອເຊຍ (ADB)
ປະຈຳ ສປປ ລາວ ໄດ້ຖະແຫລງ ຕໍ່ສື່ມວນຊົນໃນລາວ ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່
ນານມານີ້ ໂດຍໄດ້ໃຫ້ການຄາດໝາຍວ່າ ເສດຖະກິດຂອງລາວ ໃນຊ່ວງປີ 2015 ນີ້ຈະ
ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 7 ເປີເຊັນ ຊຶ່ງລົດລົງຈາກປີ 2014 ທີ່ເສດຖະກິດ
ຂອງລາວ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.4 ເປີເຊັນ.

ແຕ່ຢ່າງໃດກໍຕາມ ຄະນະຜູ້ຊ່ຽວຊານ ຂອງ ADB ກໍໝັ້ນໃຈວ່າ ເສດຖະກິດໃນລາວ ຈະ
ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.3 ເປີເຊັນ ໃນປີ 2016 ໂດຍເປັນຜົນຈາກ
ປັດໃຈໃນຫຼາຍດ້ານ ເປັນຕົ້ນກໍຄືການທີ່ລາວ ເປັນສະມາຊິກ ໃນປະຊາຄົມເສດຖະກິດ
ອາຊ່ຽນ ທີ່ຈະມີຜົນ ນັບແຕ່ວັນທີ 31 ທັນວາ ປີ 2015 ນີ້ເປັນຕົ້ນໄປ ຊຶ່ງຈະມີສ່ວນ ຢ່າງ
ສຳຄັນ ໃນການດຶງດູດການລົງທຶນ ຈາກຕ່າງປະເທດ ໃຫ້ເຂົ້າມາໃນລາວຫຼາຍຂຶ້ນ ໂດຍ
ໃນນີ້ກໍລວມເຖິງພາກບໍລິການ ພາກການທ່ອງທ່ຽວ ແລະພາກພະລັງງານ ທີ່ມີການສ້າງ
ເຂື່ອນຜະລິດໄຟຟ້າຫຼາຍຂຶ້ນ ນັບມື້ອີກດ້ວຍ.

ທ່ານນາງ Sandra Nicoll ຫົວໜ້າທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ພົບປະກັບ ທ່ານ ທອງລຸນ ສີສຸລິດ ຮອງນາຍຍົກ ລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ.
ທ່ານນາງ Sandra Nicoll ຫົວໜ້າທະນາຄານພັດທະນາເອເຊຍ (ADB) ປະຈຳ ສປປ ລາວ ພົບປະກັບ ທ່ານ ທອງລຸນ ສີສຸລິດ ຮອງນາຍຍົກ ລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ.

ກ່ອນໜ້ານີ້ ກະຊວງແຜນການ ແລະການລົງທຶນ ລາຍງານວ່າ
ໃນແຜນການປະຈຳປີ 2014-2015 ນີ້ ລັດຖະບານລາວ ໄດ້
ວາງເປົ້າໝາຍ ການພັດຖະນາເສດຖະກິດ ໃຫ້ຂະຫຍາຍຕົວ
ເພີ້ມຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນ ແຕ່ການທີ່ ຈະຮັບ
ປະກັນໄດ້ ຢ່າງຄັກແນ່ວ່າ ເສດຖະກິດຂອງລາວ ຈະຂະຫຍາຍ
ຕົວ ໃນອັດຕາດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈຳເປັນຈະຕ້ອງ
ລະດົມການລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດໃຫ້ໄດ້
ຫຼາຍກວ່າ 39,690 ຕື້ກີບ ຫຼື 32 ເປີເຊັນ ຂອງຍອດຜະລິດ
ຕະພັນລວມພາຍໃນ (GDP) ໃນຕະຫລອດ ແຜນການປີນີ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວຄາດວ່າ ຈະສາມາດປະ
ກອບສ່ວນ ດ້ວຍການລົງທຶນ ໃນພາກລັດຖະບານໄດ້ ໃນມູນຄ່າລວມພຽງ 3,300 ຕື້ກີບ
ຫຼືບໍ່ເຖິງ 10 ເປີເຊັນ ເທົ່ານັ້ນ ສ່ວນທີ່ເຫຼືອ ກໍຈະຕ້ອງລະດົມຈາກການລົງທຶນ ຂອງເອກະຊົນ ລາວ ແລະ ຕ່າງຊາດ ໃຫ້ໄດ້ບໍ່ນ້ອຍກວ່າ 18,200 ຕື້ກີບ ລວມການຂໍຄວາມຊ່ອຍເຫຼືອ ຈາກຕ່າງປະເທດ ແລະ ເພີ້ມວົງເງິນສິນເຊື່ອ ໃນປະເທດໃຫ້ໄດ້ ເຖິງ 18,190 ຕື້ກີບດ້ວຍ.

ໃນແຜນການປີ 2013-2014 ທີ່ຜ່ານມາ ລັດຖະບານລາວ ໄດ້ວາງຄາດໝາຍ ການຂະ
ຫຍາຍຕົວ ທາງເສດຖະກິດໄວ້ ໃນອັດຕາສະເລ່ຍ 8.3 ເປີເຊັນ ໂດຍ GDP ມີມູນຄ່າລວມ
90,650 ຕື້ກີບ ທີ່ສະເລ່ຍເປັນລາຍຮັບຂອງປະຊາຊົນລາວ ໄດ້ທີ່ລະດັບ 13 ລ້ານກີບ ຫຼື
ປະມານ 1,674 ດອນລາຕໍ່ຄົນຕໍ່ປີ.

ໂດຍພາຍໃຕ້ແຜນການດຽວກັນນີ້ ກໍປາກົດວ່າ ຜົນຜະລິດໃນພາກກະສິກຳ ໄດ້ເພີ້ມຂຶ້ນ
ໃນອັດຕາສະເລ່ຍ 3.3 ເປີເຊັນ ຊຶ່ງເຮັດໃຫ້ຜົນຜະລິດ ໃນພາກກະສິກຳຄິດເປັນ 24 ເປີເຊັນ ຂອງ GDP ສ່ວນໃນພາກອຸດສາຫະກຳນັ້ນ ກໍຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ ເຖິງ 12 ເປີເຊັນ ຫຼືຄິດເປັນ 37 ເປີເຊັນ ຂອງ GDP ແລະ ພາກບໍລິການ ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍເຖິງ 9 ເປີເຊັນ ຫຼືມີມູນຄ່າຄິດເປັນ 39 ເປີເຊັນຂອງ GDP ຕາມລຳດັບ.

ການຈັດຕັ້ງປະຕິບັດດັ່ງກ່າວ ຢູ່ພາຍໃຕ້ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາ
ລະຍະ 5 ປີ ຄັ້ງທີ 7 ໂດຍໃນລະຍະເຄິ່ງແຜນການ ທີ່ຜ່ານມາ ກໍປາກົດວ່າ ເສດຖະກິດລາວ
ໄດ້ຂະຫຍາຍເພີ້ມຂຶ້ນ ໃນອັດຕາສະເລ່ຍ ເຖິງ 8.2 ເປີເຊັນ ຕໍ່ປີ ແລະຖົວສະເລ່ຍ ເປັນລາຍ
ຮັບຂອງປະຊາກອນລາວ ໄດ້ເຖິງ 1,500 ດອນລາຕໍ່ຄົນໃນປີ 2013 ສ່ວນໃນແຜນການປີ
2015 ນີ້ ກໍຄາດວ່າຈະເພີ້ມຂຶ້ນເປັນ ບໍ່ນ້ອຍກວ່າ 1,700 ດອນລາຕໍ່ຄົນຕໍ່ປີ.

ທາງດ້ານທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດແຂວງຈຳປາສັກ ໄດ້
ໃຫ້ທັດສະນະວ່າ ການພັດທະນາໃນລະຍະ ທີ່ຜ່ານມາ ເຮັດໃຫ້ສະພາບຊີວິດການເປັນຢູ່
ຂອງປະຊາຊົນລາວ ຢູ່ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍ
ຂຶ້ນນັບມື້ ດັ່ງທີ່ທ່ານໄດ້ໃຫ້ການອະທິບາຍວ່າ:

“ຄວາມທຸກຍາກຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ຫ່າງໄກສອກຫລີກ ຖ້າທຽບ
ໃສ່ຢູ່ຕົວເມືອງ ເຫັນວ່າ ຍັງມີິຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ
ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກ ແມ່ນຂາດ ການສຶກສາ
ຮ່ຳຮຽນ ໝາຍຄວາມວ່າ ລູກຫລານທີ່ຢູ່ໃນໄວຮ່ຳຮຽນ ກໍໄດ້ອອກຈາກໂຮງຮຽນ.”

ໂດຍຈະເຫັນໄດ້ຈາກເຂດ ນະຄອນຫລວງວຽງຈັນ ທີ່ປະຊາຊົນມີລາຍໄດ້ ສະເລ່ຍເຖິງ
27 ລ້ານກີບ ຫຼື 3,346 ດອນລາຕໍ່ຄົນ ແຕ່ປະຊາຊົນ ໃນແຂວງຜົ້ງສາລີ ກັບມີລາຍໄດ້
ສະເລ່ຍ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນເທົ່ານັ້ນ.

XS
SM
MD
LG